ການເປັນພາຄີ ລະຫວ່າງບັນດາປະເທດໃນເຂດລຸ່ມແມ່ນ້ຳຂອງ ແລະສະຫະລັດ

ຮອງລັດຖະມົນຕີກະຊວງຕ່າງປະເທດ ສຫລ ທ່ານ Stephen Biegun ເຂົ້າຮ່ວມໃນກອງປະຊຸມ ລະດັບລັດຖະມົນຕີ ຂອງປະເທດພາຄີເຂດລຸ່ມແມ່ນ້ຳຂອງ ກັບສະຫະລັດ ເມື່ອວັນທີ 11 ກັນຍາ 2020

ບົດບັນນາທິິການ ທີ່ສະທ້ອນເຖິງທັດສະນະຂອງລັດຖະບານສະຫະລັດ

ໃນວັນທີ 11 ກັນຍາຜ່ານມານີ້ ສະຫະລັດ ກຳປູເຈຍ ລາວ ມຽນມາ ໄທ ຫວຽດນາມ ແລະສຳນັກງານເລຂາ ຂອງອາຊຽນ ໄດ້ປະກາດໂຄງການຮ່ວມມື ​ລະຫວ່າງປະເທດ ໃນຂົງເຂດລຸ່ມແມ່ນ້ຳຂອງ ກັບສະຫະລັດ. ໂຄງການຮ່ວມມື
ໃໝ່ດັ່ງກ່າວນີ້ ແມ່ນໄດ້ສະທ້ອນໃຫ້ເຫັນເຖິງຄວາມສຳຄັນ ຂອງເຂດລຸ່ມແມ່ນ້ຳຂອງສຳລັບສະຫະລັດ ແລະຈະຜັນຂະຫຍາຍການຮ່ວມມືທີ່ເລີ້ມຂຶ້ນໃນປີ 2009 ພາຍໃຕ້ຂໍ້ລິເລີ້ມ ເຂດລຸ່ມແມ່ນ້ຳຂອງ. ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານໄມຄ໌ ພອມພຽວ ກ່າວຢູ່ໃນຖະແຫລງການສະບັບນຶ່ງວ່າ “ພວກເຮົາຈະເສີມຂະຫຍາຍ ວຽກງານທີ່ໄດ້ເຮັດມາພາຍໃຕ້ຂໍ້ລິເລີ້ມເຂດລຸ່ມແມ່ນ້ຳຂອງແລະການ ຊ່ວຍເຫຼືອຕໍ່ຂົງເຂດ 3.5 ຕື້ໂດລາ ໃນຮອບ 11 ປີທີ່ຜ່ານມາ.”

ໃນການພົບປະກັນຮອບທຳອິດ ຂອງໂຄງການຮ່ວມມື ລະຫວ່າງປະເທດຂົງເຂດລຸ່ມແມ່ນ້ຳຂອງ ກັບສະຫະລັດນັ້ນ ສະຫະລັດ ໄດ້ປະກາດ ການໃຫ້ຄວາມຊ່ວຍ ເຫຼືອຫຼາຍກວ່າ 150 ລ້ານໂດລາ ຕໍ່ບັນດາປະເທດ ໃນຂົງເຂດລຸ່ມແມ່ນ້ຳຂອງ. ໃນນັ້ນ 52 ລ້ານໂດລາ ແມ່ນເພື່ອສະໜັບສະໜຸນ ການຟື້ນໂຕຄືນຈາກໂຄວິດ-19 55 ລ້ານໂດລາ ຈະຊ່ວຍໃນການຕໍ່ຕ້ານການກໍ່ອາຊະຍາກໍາຂ້າມຊາດ 33 ລ້ານໂດລາ ຈະຊ່ວຍໃນການພັດທະນາຕະຫຼາດພະລັງງານທີ່ຍືນຍົງແລະໝັ້ນຄົງ ແລະ 2 ລ້ານໂດລາຈະຊ່ວຍໃນການຕໍ່ຕ້ານການຄ້າມະນຸດ.

ໂຄງການຮ່ວມມືລະຫວ່າງປະເທດເຂດລຸ່ມແມ່ນ້ຳຂອງແລະສະຫະລັດ ແມ່ນມີຄວາມໝັ້ນໝາຍຕໍ່ຄວາມເປັນອິດສະຫຼະ ເປັນເອກກະລາດທາງດ້ານເສດຖະກິດ ການປົກຄອງທີ່ດີ ແລະການເຕີບໂຕແບບຍືນຍົງຂອງປະເທດຄູ່ຮ່ວມງານ. ລັດ ຖະມົນຕີການຕ່າງປະເທດພອມພຽວກ່າວວ່າ “ພວກເຮົາໄດ້ໃຫ້ການສະໜັບສະໜຸນການເຕີບໂຕທາງດ້ານເສດຖະກິດ ຫຼາຍກວ່າ 1 ຕື້ໂດລາ ເພື່ອພັດທະນາພື້ນຖານໂຄງລ່າງຢູ່ໃນປະເທດອາຊ່ຽນ ໂດຍຜ່ານບໍລິສັດການເງິນສຳລັບການພັດທະນາລະຫວ່າງປະເທດ ຫຼື DFC ແລະມີແຜນການທີ່ຈະລົງທຶນຕື່ມອີກໃນມູນຄ່າຫຼາຍຕື້ໂດລາ ໃນຊຸມປີຕໍ່ໜ້າ.”

ແຕ່ແນວໃດກໍຕາມ ທ່ານກໍໄດ້ເຕືອນເຖິງຄວາມຈຳເປັນ ທີ່ຈະຕ້ອງປະເຊີນໜ້າກັບບັນຫາທ້າທາຍຕ່າງໆທີ່ມີຢູ່ “ຮວມທັງບັນຫາທີ່ມາຈາກພັກຄອມມູນິສຈີນຊຶ່ງ
ເປັນໄພຫຼາຍຂຶ້ນນັບມື້ ຕໍ່ສິ່ງແວດລ້ອມທຳມະຊາດ ແລະຄວາມເປັນອິດສະຫຼະ
ທາງດ້ານເສດຖະກິດຂອງປະເທດໃນເຂດລຸ່ມແມ່ນ້ຳຂອງ.”

ການຕັດສິນໃຈຕາມລຳພັງຂອງພັກຄອມມູນິສຈີນ ທີ່ໄດ້ກັກນ້ຳໄວ້ຢູ່ໃນເຂດແມ່
ນ້ຳຂອງຕອນເທິງ ເຮັດໃຫ້ໄພແຫ້ງແລ້ງຮ້າຍແຮງເປັນປະຫວັດການນັ້ນ ທະວີຄວາມຮຸນແຮງຂຶ້ນຕື່ມ. ສະຫະລັດແມ່ນຢືນຢູ່ຄຽງຂ້າງ ກັບບັນດາປະເທດຢູ່ໃນຂົງເຂດ ແລະກຳມາທິການແມ່ນ້ຳຂອງສາກົນ ໃນການຮຽກຮ້ອງໃຫ້ມີການແບ່ງ
ປັນຂໍ້ມູນ ແບບໂປ່ງໃສ. ລັດຖະມົນຕີການຕ່າງປະເທດພອມພຽວ ປະກາດວ່າ“ພວກເຮົາຂໍຊຸກຍູ້ໃຫ້ປະເທດຕ່າງໆ ໃນເຂດລຸ່ມແມ່ນ້ຳຂອງ ຖືວ່າພັກຄອມມູນິສຈີນເປັນຜູ້ຮັບຜິດຊອບຕໍ່ການໃຫ້ຄຳໝັ້ນສັນຍາຂອງຕົນ ທີ່ຈະແບ່ງປັນຂໍ້ມູນກ່ຽວກັບນ້ຳ. ຂໍ້ມູນນັ້ນ ຄວນເປີດເຜີຍໃຫ້ປະຊາຊົນຮູ້. ມັນຄວນມີການເປີດເຜີຍຕະ ຫຼອດປີ ແລະມັນຄວນຖືກແບ່ງປັນຜ່ານກຳມາທິການແມ່ນ້ຳຂອງສາກົນ ຊຶ່ງເປັນອົງການທີ່ຮັກສາຜົນປະໂຫຍດ ຂອງບັນດາປະເທດໃນເຂດລຸ່ມແມ່ນ້ຳຂອງ ບໍ່ແມ່ນຜ່ານອົງການຂອງປັກກິ່ງ.”

ນອກນັ້ນ ສະຫະລັດຍັງມີຄວາມເປັນຫ່ວງກ່ຽວກັບໜີ້ສິນ ທີ່ພົວພັນກັບພື້ນຖານໂຄງລ່າງ ແລະການປະຕິບັດທາງທະລຸກິດແບບປຸ້ນສະດົມແລະຄຸມເຄືອຂອງບໍ
ລິສັດລັດວິສາຫະກິດປັກກິ່ງ ເຊັ່ນບໍລິສັດກໍ່ສ້າງດ້ານສື່ສານຂອງຈີນ. ຄວາມວິ
ຕົກກັງວົນອີກຢ່າງນຶ່ງກໍຄືການເຕີບໂຕຢ່າງວ່ອງໄວກ່ຽວກັບການຄ້າມະນຸດ ຢາ
ເສບຕິດ ແລະສັດປ່າ ຊຶ່ງສ່ວນໃຫຍ່ແລ້ວແມ່ນດຳເນີນງານໂດຍອົງການຕ່າງໆ
ບໍລິສັດ ແລະເຂດເສດຖະກິດພິເສດ ທີ່ພົວພັນກັບພັກຄອມມູນິສຈີນ.

ໂດຍຜ່ານໂຄງການຮ່ວມມື ລະຫວ່າງປະເທດໃນເຂດລຸ່ມແມ່ນ້ຳຂອງກັບສະຫະ ລັດນີ້ ສະຫະລັດຫວັງວ່າ ຈະໄດ້ປົກປ້ອງຜົນປະໂຫຍດຂອງປະເທດຄູ່ຮ່ວມພັດ ທະນາ ແລະການຮ່ວມມືຂອງຕົນ ເພື່ອຄ້ຳປະກັນໃຫ້ປະເທດ ໃນເຂດລຸ່ມແມ່ນ້ຳຂອງ ມີສັນຕິພາບ ຄວາມໝັ້ນຄົງ ແລະວັດທະນາຖາວອນ.