ບົດບັນນາທິການ: ສະຫະລັດຈະສືບຕໍ່ ການເປັນພາຄີກັບຫວຽດນາມ ເພື່ອມ້ຽນມັດສານເຄມີ ທີ່ເປັນພິດ

ອົງການຢູເສດ ປະກາດໃຫ້ການຊ່ວຍເຫຼືອຕື່ມອີກ 20 ລ້ານໂດາ ເພື່ອມ້ຽນມັດສານໄອອອກຊິນ ທີ່ຖານທັບອາກາດບຽນຫົວ ໃນຫວຽດນາມ ເມື່ອວັນທີ 20 ພະຈິກ 2020.

ບົດບັນນາທິິການ ທີ່ສະທ້ອນເຖິງທັດສະນະຂອງລັດຖະບານສະຫະລັດ

ເມື່ອສອງຮຸ້ນຄົນກ່ອນໜ້ານີ້ ສະຫະລັດແລະຫວຽດນາມແມ່ນຢູ່ໃນພາວະສົງຄາມ. ໃນລະຫວ່າງຊຸມປີ 1960 ແລະຕົ້ນຊຸມປີ 1970 ກຳລັງທະຫານອາ
ເມຣິກັນໄດ້ໃຊ້ສານເຄມີທຳລາຍການປົກຫຸ້ມຂອງປ່າໄມ້ ຈຳນວນຫຼາຍລ້ານແກລອນທີ່ທະຫານສັດຕູໄດ້ໃຊ້ເປັນເຄື່ອງກຳບັງໃນການເຄື່ອນໄຫວຂອງພວກເຂົາ
ເຈົ້າ. ມີການນຳໃຊ້ໃນປະລິມານຫຼວງຫຼາຍ ສານເຄມີເຮັດໃຫ້ໃບໄມ້ຫຼົ່ນສີໝາກກ້ຽງ ຊຶ່ງເປັນສານປະສົມ ທີ່ຮວມທັງໄດອອກຊິນ ອັນເປັນສານເຄມີທີ່ຮູ້ກັນນັບແຕ່ນັ້ນມາວ່າ ມີຜົນກະທົບຕໍ່ສຸຂະພາບແລະສິ່ງແວດລ້ອມ.

ນັບຕັ້ງແຕ່ສົງຄາມສິ້ນສຸດລົງ ສະຫະລັດແລະຫວຽດນາມ ໄດ້ດຳເນີນຄວາມພະ
ຍາຍາມເປັນການໃຫຍ່ ປະຄວາມຂຸ່ນຂ້ອງໝອງໃຈຂອງພວກເຂົາເຈົ້າໄວ້ທາງຂ້າງ ຊຶ່ງໃນທີ່ສຸດກໍໄດ້ສ້າງຕັ້ງສາຍພົວພັນທາງດ້ານການທູດໃນປີ 1995. ປະ
ເທດທັງສອງໃນເວລານີ້ ແມ່ນມີຄວາມສຳພັນທີ່ເຂັ້ມແຂງທງດ້ານການຄ້າແລະ
ເສດຖະກິດລະຫວ່າງກັນ. ພວກເຂົາເຈົ້າ ໄດ້ຮ່ວມມືກັນ ໃນດ້ານວິທະຍາສາດແລະເທັກໂນໂລຈີ ການສຶກສາ ສິ່ງແວດລ້ອມແລະສາທາລະນະສຸກ ດ້ານປ້ອງ
ກັນປະເທດແລະຄວາມໝັ້ນຄົງ ແລະແກ້ໄຂບັນຫາທີ່ຍັງຕົກທອດມາແຕ່ປາງສົງ
ຄາມ.

ການຮ່ວມມືເພື່ອແກ້ໄຂບັນຫາສິ່ງແວດລ້ອມ ຫຼືການມ້ຽນມັດບໍລິເວນທີ່ໄດ້ຮັບຜົນກະທົບຢ່າງຮ້າຍແຮງຈາກສານພິດສີໝາກກ້ຽງ ແມ່ນນອນຢູ່ໃນຫົວຂໍ້ທີ່ມີຄວາມ ສຳຄັນສູງ. ຈາກການຮ້ອງຂໍຂອງລັດຖະບານຫວຽດນາມ ລັດຖະບານສະຫະລັດ ຊຶ່ງເຮັດວຽກໂດຍຜ່ານອົງການພັດທະນາສາກົນຂອງສະຫະລັດຫຼື ຢູເສດ ຈຶ່ງໄດ້ມີການຕົກລົງກັນ ເພື່ອມ້ຽນມັດສະໜາມບິນດານັງ ທີ່ຍັງມີສານພິດເຈືອປົນຢູ່ໃນດິນໃນລະດັບສູງແຕ່ສະໄໝສົງຄາມນັ້ນ ໃຫ້ເສັດສິ້ນ. ໂຄງການດັ່ງກ່າວ ໄດ້ແລ້ວສຳເລັດໃນປີ 2018.

ລາຍຊື່ຂັ້ນຕໍ່ໄປຢູ່ໃນບັນຊີກໍແມ່ນຖານທັບອາກາດບຽນຫົວ ຊຶ່ງເປັນສະຖານທີ່ຕົ້ນຕໍໃນການເກັບສະສົມແລະແຈກຈ່າຍສານພິດສີໝາກກ້ຽງ ໃນລະຫວ່າງສົງຄາມສະຫະລັດກັບຫວຽດນາມ ແລະເປັນບໍລິເວນໃຫຍ່ສຸດທີ່ຍັງມີສານພິດໄດອອກຊິນຕົກຄ້າງຢູ່ໃນຫວຽດນາມ.

ອົງການຢູເສດຄາດຄະເນວ່າ ຄວາມພະຍາຍາມໃນການມ້ຽນມັດທັງໝົດຈະແລ້ວ
ສຳເລັດໃນເວລາ 10 ປີ. ໃນທ້າຍເດືອນພະຈິກ ປີນີ້ ທີ່ປຶກສາທາງດ້ານຄວາມ
ໝັ້ນຄົງແຫ່ງຊາດ ຂອງະຫະລັດ ທ່ານໂຣເບີດ ໂອບຣາຍແອນ ໄດ້ປະກາດວ່າ ອົງການຢູເສດຈະອອກເງິນເພີ້ມຕື່ມ 20 ລ້ານໂດລາ ເພື່ອມ້ຽນມັດຖານທັບອາ ກາດບຽນຫົວເຮັດໃຫ້ການປະກອບສ່ວນທັງໝົດຂອງສະຫະລັດເພີ້ມຂຶ້ນເປັນຫຼາຍກວ່າ 110 ລ້ານໂດລາແລ້ວ.

ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ທ່ານໄມຄ໌ ພອມພຽວ ກ່່າວວ່າ
“ໃນອະດີດຜ່ານມາ ພວກເຮົາເຄີຍເປັນສັດຕູກັນ ໃນສະໜາມລົບ ແຕ່ໃນທຸກມື້ນີ້

ຄວາມສຳພັນທາງດ້ານຄວາມໝັ້ນຄົງຂອງພວກເຮົາ ທັງໝົດແລ້ວ ແມ່ນກ່ຽວກັບການຮ່ວມມືກັນ.”

ທ່ານກ່າວຕື່ມວ່າ “ນັບແຕ່ນັ້ນມາ ພວກເຮົາໄດ້ເສີມສ້າງມິດຕະພາບ ໂດຍມີຜົນປະໂຫຍດຮ່ວມກັນ ເຄົາລົບນັບຖືຊຶ່ງກັນແລະກັນ ແລະຄວາມຕັ້ງໃຈທີ່ກ້າຫານເພື່ອເອົາຊະນະອະດີດ ແລະເບິ່ງໄປຂ້າງໜ້າຫາອະນາຄົດ.”

ສະຫະລັດມີຄວາມໝັ້ນໝາຍທີ່ຈະເຮັດວຽກຮ່ວມກັນກັບລັດຖະບານຫວຽດນາມເພື່ອແກ້ໄຂບັນຫາ ທີ່ຕົກຄ້າງ ມາແຕ່ປາງສົງຄາມ ໃນະຂະນທີ່ສືບຕໍ່ເສີມຂະ ຫຍາຍຄວາມສຳພັນທາງດ້ານເສດຖະກິດ ວັດທະນະທຳ ແລະຄວາມໝັ້ນຄົງລະຫວ່າງປະເທດທັງສອງ. ການດຳເນີນຄວາມພະຍາຍາມຂອງອົງການຢູເສດ ເພື່ອມ້ຽນມັດສານພິດໄດອອກຊິນ ທີ່ບຽນຫົວແລະດານັງ ແມ່ນມີຄວາມສຳຄັນຕໍ່ການເສີມສ້າງຄວາມໄວ້ເນື້ອເຊື່ອໃຈຊຶ່ງກັນແລະກັນແລະການຮ່ວມມື ໃນຂະນະທີ່ປະເທດຫວຽດນາມແລະສະຫະລັດລົງເລິກການເປັນພາຄີແບບກວມລວມຮອບດ້ານ.