ບົດບັນນາທິການ: ມີການລົງໂທດເພີ້ມເຕີມ ຕໍ່ອຳນາດການປົກຄອງທະຫານມຽນມາ

ພວກນັກລົບກຳລັງປ້ອງກັນປະຊາຊົນ (PDF) ປະທະກັນກັບພວກທະຫານລັດຖະບານ ທີ່ເມືອງ Moebyel ໃນລັດສານ ທີ່ທະຫານລັດຖະບານຫຼາຍສິບຄົນເສຍຊີວິດ ເມື່ອວັນທີ 23 ພຶດສະພາ 2021.

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

ສະຫະລັດ ໄດ້ປະກາດການລົງໂທດເພີ້ມຕື່ມ ຕໍ່ອຳນາດການປົກຄອງທະ ຫານມຽນມາ. ນັບຕັ້ງແຕ່ໄດ້ມີການກໍ່ລັດຖະປະຫານ ຂອງພວກທະຫານ ເພື່ອໂຄ່ນລົ້ມລັດຖະບານທີ່ຖືກເລືອກແບບປະຊາທິປະໄຕເມື່ອເດືອນກຸມພາຜ່ານມາ ອຳນາດການປົກຄອງທະຫານ ໄດ້ຮັບມືດ້ວຍຄວາມຮຸນແຮງ ກັບພວກປະທ້ວງ
ທີ່ນິຍົມປະຊາທິປະໄຕ ໂດຍໄດ້ສັງຫານປະຊາຊົນໄປແລ້ວ 800 ກວ່າຄົນຮວມທັງພວກເດັກນ້ອຍ ແລະຈັບກຸມຄຸມຂັງອີກຫຼາຍໆພັນຄົນ.

ເມື່ອວັນທີ 17 ພຶດສະພາຜ່ານມານີ້ ສະຫະລັດໄດ້ລະບຸຊື່ອົງການນຶ່ງ ແລະ 16 ສ່ວນບຸກຄົນວ່າ ມີການພົວພັນກັບອຳນາດການປົກຄອງ. ອົງການນີ້ກໍໄດ້ແກ່ສະ ພາປົກຄອງລັດ ທີ່ອຳນາດການປົກຄອງທະຫານໄດ້ສ້າງຕັ້ງຂຶ້ນມາເພື່ອໃຫ້ການສະໜັບສະໜຸນຕໍ່ການເຮັດລັດຖະປະຫານທີ່ຜິດກົດໝາຍຂອງຕົນ. 13 ສ່ວນບຸກຄົນແມ່ນເປັນສະມາຊິກ ຂອງອຳນາດການປົກຄອງທະຫານ ແລະ 3 ຄົນແມ່ນເປັນລູກທີ່ໃຫຍ່ແລ້ວຂອງເຈົ້າໜ້າທີ່ທະຫານທີ່ຖືກລະບຸຊື່ມາກ່ອນ. ອັນເປັນຜົນເນື່ອງມາຈາກການລະບຸຊື່ດັ່ງກ່າວ ຊັບສິນທັງໝົດແລະຜົນປະໂຫຍດໃນຊັບສິນທີ່ພວກເຂົາເຈົ້າອາດຈະມີຢູ່ໃນສະຫະລັດແມ່ນໄດ້ຖືກກັກ. ຍິ່ງໄປກວ່ານັ້ນນອກຈາກຈະໄດ້ຮັບການອະນຸມັດ ດ້ວຍການຍົກເວັ້ນ ການດຳເນີນການທັງໝົດໂດຍສ່ວນບຸກ ຄົນທີ່ຢູ່ໃນສະຫະລັດ ທີ່ພົວພັນກັບຊັບສິນຂອງພວກທີ່ຖືກລະບຸຊື່ນັ້ນແມ່ນໄດ້ຖືກຫ້າມ.

ໃນການເອົາບາດກ້າວທີ່ມີຂຶ້ນພ້ອມໆກັນນີ້ ອັງກິດແລະການາດາກໍໄດ້ທຳການລົງໂທດ ຕໍ່ພວກທີ່ພົວພັນກັບການເຮັດລັດຖະປະຫານທີ່ພວມດຳເນີນຢູ່ໃນປະເທດມຽນມາ.

ຢູ່ໃນຖະແຫຼງການສະບັບນຶ່ງ ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນຂຽນວ່າ “ດັ່ງທີ່ປະທານາທິບໍດີໄບເດັນໄດ້ເວົ້າໄປນັ້ນ ສະຫະລັດຈະສືບຕໍ່ຊຸກຍູ້ ໃຫ້ພວກທີ່ມີສ່ວນໃນການເຮັດລັດຖະປະຫານ ເປັນຜູ້ທີ່ຮັບຜິດຊອບ. ການເອົາບາດກ້າວຂອງພວກເຮົາໃນມື້ນີ້ ແມ່ນເນັ້ນໃຫ້ ເຖິງການຕັດສິນໃຈຂອງພວກເຮົາ ແລະການເປັນພາຄີຂອງພວກເຮົາ ເພື່ອນຳໃຊ້ການກົດດັນທາງດ້ານການເມືອງ ແລະການເງິນ ຕໍ່ອຳນາດການປົກຄອງດັ່ງກ່າວ ຕາບໃດທີ່ພວກເຂົາຍັງບໍ່ຢຸດເຊົາການໃຊ້ຄວາມຮຸນແຮງ ແລະດຳເນີນການທີ່ມີຄວາມໝາຍ ເພື່ອໃຫ້ການເຄົາລົບຕໍ່ຄວາມມຸ່ງມາດປາຖະໜາຂອງປະຊາຊົນ.”

ທ່ານລັດຖະມົນຕີິບລິງເກັນ ໃຫ້ຂໍ້ສັງເກດວ່າ ສະຫະລັດ ແລະບັນດາປະເທດພາຄີໃນກຸ່ມຈີ 7 ຂໍສະແດງຄວາມຊົມເຊີຍຕໍ່ແຜນການທີ່ມີຄວາມເປັນເອກກະສັນ 5 ຂໍ້ກ່ຽວກັບປະເທດມຽນມາ ທີ່ຮ່າງຂຶ້ນໂດຍກອງປະຊຸມຂອງພວກຜູ້ນຳອາຊ່ຽນໃນທ້າຍເດືອນເມສາທີ່ຜ່ານມານີ້. ແຜນການດັ່ງກ່າວ ຮຽກຮ້ອງໃຫ້ຢຸດເຊົາການໃຊ້ຄວາມຮຸນແຮງໃນທັນທີ ເປີດການເຈລະຈາທີ່ມີທຸກພັກຝ່າຍເຂົ້າຮ່ວມ ຕັ້ງທູດພິເສດເພື່ອຊ່ວຍໃນການໄກ່ເກ່ຍ ການໃຫ້ຄວາມຊ່ວຍເຫຼືອທາງດ້ານມະນຸດສະທຳໂດຍອາຊ່ຽນ ແລະການໄປຢ້ຽມຢາມຂອງທູດພິເສດແລະຄະນະ ເພື່ອພົບປະກັບທຸກພັກຝ່າຍທີ່ກ່ຽວຂ້ອງ. ທ່ານບລິງເກັນ ໄດ້ຮຽກຮ້ອງໃຫ້ອຳນາດການປົກຄອງທະຫານຂອງມຽນມາ ໃຫ້ການຮ່ວມມືໃນທັນທີ ໂດຍບໍ່ມີເງື່ອນໄຂໃດໆກັບສະມາຄົມອາຊ່ຽນ ແລະອົງການສະຫະປະຊາຊາດ ເພື່ອຈັດຕັ້ງປະຕິບັດ ແຜນການດັ່ງກ່າວນີ້.