ບົດບັນນາທິການ: ສະຫະລັດ ລົງໂທດເພີ້ມຕື່ມ ຕໍ່ພວກທະຫານແລະຄອບຄົວ

ການປະທ້ວງຕໍ່ຕ້ານລັດຖະປະຫານ ທີ່ເມືອງມັນດາເລ ປະເທດມຽໜມາ.

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

ສະຫະລັດໄດ້ທຳການລົງໂທດເພີ້ມເຕີມ ຕໍ່ສະມາຊິກຂອງກອງທັບມຽນມາແລະສະມາຊິກໃນຄອບຄົວຂອງພວກນາຍທະຫານ ທີ່ໄດ້ຖືກລົງໂທດກ່ອນໜ້ານີ້ເພື່ອເປັນການຕອບໂຕ້ ຕໍ່ການເຮັດລັດຖະປະຫານ ແລະການປາບປາມຂະບວນການເຄື່ອນໄຫວເພື່ອປະຊາທິປະໄຕໃນມຽນມາ. ຫ້ອງການຄວບຄຸມຊັບສິນຕ່າງປະເທດຂອງກະຊວງການເງິນສະຫະລັດທີ່ເອີ້ນຫຍໍ້ວ່າ OFAC ໄດ້ລະບຸຊື່ຂອງ 22 ສ່ວນບຸກຄົນ ທີ່ພົວພັນກັບອໍານາດການປົກຄອງທະຫານມຽນມາ ຮວມທັງສະມາຊິກ 3 ຄົນຂອງສະພາປົກຄອງລັດ ແລະສະມາຊິກໃນຄະນະລັດຖະບານ ທີ່ຖືກແຕ່ງຕັ້ງໂດຍທະຫານ 4 ຄົນ ຕະຫຼອດທັງ ພວກລູກເຕົ້າທີ່ໃຫຍ່ແລ້ວ 15 ຄົນຫຼືບໍ່ກໍພັນລະຍາຂອງພວກນາຍທະຫານມຽນມາ ທີ່ໄດ້ຖືກລະບຸຊື່ໃນການລົງ
ໂທດກ່ອນໜ້ານີ້.

ນອກຈາກນັ້ນແລ້ວ ທາງກະຊວງການຄ້າຂອງສະຫະລັດ ຍັງໄດ້ເພີ້ມຊື່ຂອງບໍລິສັດບໍລິສັດບໍ່ແຮ່ວັນບາວຈຳກັດ ພ້ອມທັງ 2 ສາຂາຂອງບໍລິສັດດັ່ງກ່າວ ແລະບໍລິສັດຄິງໂຣຢອລເທັກໂນໂລຈີຈຳກັດເຂົ້າໃນບັນຊີລາຍຊື່ຂອງຕົນ. ບໍລິສັດເຫຼົ່ານີ້
ໄດ້ສະໜອງລາຍໄດ້ແລະການສະໜັບສະໜຸນອື່ນໆໃຫ້ແກ່ອຳນາດການປົກຄອງທະຫານ. ຍິ່ງໄປກວ່ານັ້ນ ບໍລິສັດບໍ່ແຮ່ວັນບາວ ແລະສາຂາທັງສອງ ໄດ້ມີການພົວພັນມາເປັນເວລາດົນນານແລ້ວ ໃນການລະເມີດສິດທິແຮງງານແລະລະເມີດສິດທິມະນຸດ ຮວມທັງທີ່ບໍລິສັດບໍ່ທອງແດງເລັດປາດວງນຳດ້ວຍ.

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ ກ່າວຢູ່ໃນຖະແຫຼງການສະບັບນຶ່ງວ່າ ມາດຕະການເຫຼົ່ານີ້ “ແມ່ນສະແດງໃຫ້ເຫັນວ່າພວກ ເຮົາຈະສືບຕໍ່ເອົາບາດກ້າວເພີ້ມຕື່ມ ແລະລົງໂທດທາງດ້ານການເງິນຕໍ່ພວກທະຫານແລະນາຍຂອງພວກເຂົາ ຈົນກວ່າພວກເຂົາຈະຕ່າວປີ້ນທິດທາງ ແລະສະໜອງເສັ້ນທາງໄປສູ່ປະຊາທິປະໄຕ.”

ສະຫະລັດມີຄວາມໝັ້ນໝາຍ ເພື່ອຈະຊຸກຍູ້ໃຫ້ມີການຮັບເອົາຄວາມຮັບຜິດຊອບ ສຳລັບບົດບາດຕ່າງໆ ຂອງພວກທະຫານມຽນມາ ສະພາປົກຄອງລັດ ແລະຜູ້ທີ່ໃຫ້ການສະໜັບສະໜຸນທັງໝົດຕໍ່ພວກທີ່ຮັບຜິດຊອບໃນການເຮັດລັດຖະປະຫານສະຫະລັດຈະສືບຕໍ່ຮຽກຮ້ອງໃຫ້ກອງທັບມຽນມາຢຶດໝັ້ນແລະຈັດຕັ້ງປະຕິບັດມະຕິສຽງສ່ວນຫຼາຍ 5 ຂໍ້ຂອງສະມາຄົມອາຊ່ຽນ ປ່ອຍພວກທີ່ຖືກຄຸມຂັງຢ່າງບໍ່ເປັນທຳທັງໝົດ ແລະຟື້ນຟູເສັ້ນທາງໄປສູ່ປະຊາທິປະໄຕຢູ່ມຽນມາໃນທັນທີ.

ທ່ານນາງແອນເດຣຍ ແຈັກກີ ຜູ້ອຳນວຍການ ຂອງອົງການ OFAC ກ່າວວ່າ “ການກົດຂີ່ຕໍ່ປະຊາທິປະໄຕ ແລະການປຸກລະດົມໃຫ້ກໍ່ຄວາມຮຸນແຮງຢ່າງໂຫດຮ້າຍປ່າເຖື່ອນຂອງພວກທະຫານ ຕໍ່ປະຊາຊົນຊາວມຽນມາ ແມ່ນເປັນທີ່ຮັບເອົາບໍ່ໄດ້. ການລົງໂທດຮອບຫຼ້າສຸດນີ້ ແມ່ນສະແດງໃຫ້ເຫັນວ່າ “ສະຫະລັດຈະສືບ
ຕໍ່ທຳການລົງໂທດ ເພື່ອເພີ້ມຄ່າໃຊ້ຈ່າຍຕໍ່ກອງທັບມຽນມາ ແລະຊຸກຍູ້ໃຫ້ມີການຮັບເອົາຄວາມຮັບຜິດຊອບ ຂອງພວກທີ່ເຮັດລັດຖະປະຫານ ແລະການກໍ່ຄວາມຮຸນແຮງທີ່ຍັງດຳເນີນຢູ່ຕໍ່ມາ ຮວມທັງການແນເປົ້າໝາຍໃສ່ແຫຼ່ງສ້າງລາຍໄດ້ໃຫ້ແກ່ພວກທະຫານ ແລະນາຍຂອງພວກເຂົາ.”