ບົດບັນນາທິການ: ສະຫະລັດ ແລະຍີ່ປຸ່ນ ຮ່ວມມືກັນ ເພື່ອຫຼຸດຜ່ອນຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ

ທ່ານຈອນແຄຣີ ທູດພິເສດຂອງປະທານາທິບໍດີ ຮັບຜິດຊອບເລື້ອງດິນຟ້າອາກາດ (ຊ້າຍ) ແລະນາຍົກລັດຖະມົນຕີຍີ່ປຸ່ນ ທ່ານໂຢຊິຮິເດະ ຊູກະ ທີ່ໂຕກຽວ ເມື່ວັນທີ 31 ສິງ 2021.

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

ຖ້າອຸນຫະພູມຂອງໂລກສູງຂຶ້ນກາຍ 1.5 ອົງສາ ຂອງລະດັບໃນຍຸກກ່ອນອຸດສາຫະ ກຳແລ້ວ ຫຼາຍໆລ້ານຄົນອາດຈະຕົກຢູ່ໃນຄວາມສ່ຽງຕໍ່ຄື້ນຂອງຄວາມຮ້ອນຈັດ ໄພແຫ້ງແລ້ງແລະໄພນ້ຳຖ້ວມ ນັ້ນຄືການໃຫ້ຂໍ້ສັງເກດຂອງທ່ານຈອນ ແຄຣີ ຜູ້ຕາງໜ້າພິເສດຂອງປະທານາທິບໍດີຮັບຜິດຊອບໃນເລື້ອງດິນຟ້າອາກາດ ໃນລະຫວ່າງການກ່າວຄຳປາໄສ ເມື່ອວັນທີ 20 ກໍລະກົດຜ່ານມານີ້. ແຕ່ທ່ານກໍກ່າວເພີ້ມວ່າ ມັນມີຊ່ອງທາງຢູ່ ທີ່ຈະໃຫ້ອຸນະຫະພູມຂອງໂລກຫຼຸດລົງຕາມທີ່ໄດ້ທຳນາຍໄວ້.

“ຍັງມີເວລາເຫຼືອຢູ່ ທີ່ຈະເຮັດໃຫ້ລະດັບທີ່ປອດໄພກວ່າ 1.5 ອົງສາເຊັນຕີເກຣດໃນອະນາຄົດ ກັບຄືນມາສູ່ການສາມາດບັນລຸໄດ້. ແຕ່ນັ້ນກໍຕໍ່ເມື່ອທຸກໆປະເທດອຸດສາຫະກຳທີ່ສຳຄັນໆ ໃຫ້ຄວາມໝັ້ນໝາຍ ໃນການທີ່ຈະຫຼຸດຜ່ອນຢ່າງແທ້ຈິງ ພາຍໃນປີ 2030 ນັ້ນແມ່ນຊ່ອງທາງດຽວເທົ່ານັ້ນທີ່ຈະເຮັດໃຫ້ໂລກກ້າວໄປຕາມເສັ້ນທາງທີ່ໜ້າເຊື່ອຖືເພື່ອຈະບັນລຸລະດັບສູນ ພາຍໃນກາງສັດຕະວັດນີ້.”

ໃນລະຫວ່າງການເດີນທາງໄປຢ້ຽມຢາມໂຕກຽວ ໃນທ້າຍເດືອນສິງຫາທີ່ຜ່ານມານັ້ນ ຜູ້ຕາງໜ້າພິເສດຈອນ ແຄຣີ ຍັງໄດ້ຫາລື ກ່ຽວກັບຄວາມພະຍາຍາມຂອງປະທັງສອງ ເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ສະຫະລັດແມ່ນປະເທດທີ່ປ່ອຍແກັສເຮືອນແກ້ວຫຼາຍສຸດເປັນອັນດັບ 2 ຮອງຈາກຈີນແລະຍີປຸ່ນແມ່ນເປັນອັນດັບທີ 7 ຂອງລາຍຊື່ດັ່ງກ່າວ.

ຍີປຸ່ນມີຄວາມໝັ້ນໝາຍທີ່ຈະບັນລຸເປົ້າໝາຍ ທີ່ມີຄວາມທະເຍີທະຍານຫຼາຍໆຂໍ້ ພາຍໃນໄລຍະ 30 ປີຂ້າງໜ້າ. ໃນລະຫວ່າງ ການພົບປະ ກັບທ່ານຊິນຈິໂຣະ ໂກອີສຸມິ (Shinjiro Koizumi) ລັດຖະມົນຕີກະຊວງສິ່ງແວດລ້ອມ ຂອງຍີປຸ່ນ
ນັ້ນ ທ່ານແຄຣີ ກ່າວວ່າ:

“ຍີປຸ່ນຕ້ອງເຮັດການຕັດສິນໃຈທີ່ຫຍຸ້ງຍາກຈຳນວນນຶ່ງ ຍີປຸ່ນໄດ້ຕັ້ງເປົ້າໝາຍທີ່ຈະຫຼຸດ 45, 46 ຫາ 50 ເປີິເຊັນ ໃນການປ່ອຍແກັສ ໃນໄລຍະ 10 ປີຕໍ່ໜ້າ ແລະເພື່ອໃຫ້ກ້າວໄປຕາມເສັ້ນທາງໃນການບັນລຸເພື່ອໃຫ້ຫຼຸດລົງສູ່ 0 ພາຍໃນປີ 2050.”

ມັນເປັນທີ່ເຫັນກັນໄດ້ຢ່າງຈະແຈ້ງຕື່ມຂຶ້ນທີ່ວ່າ ມາດຕະການເພື່ອຄວບຄຸມການປ່ອຍແກັສເຮືອນແກ້ວຕ້ອງໄດ້ມີການເລັ່ງລັດ ຖ້າຢາກຈະໃຫ້ການເພີ້ມຂຶ້ນຂອງອຸນຫະພູມໂລກຈຳກັດຢູ່ໃນລະດັບ 1.5 ອົງສາແຊລຊຽສ. ດັ່ງນັ້ນພາຍໃຕ້ການ
ເປັນພາຄີ ກ່ຽວກັບດິນຟ້າອາກາດ ລະຫວ່າງສະຫະລັດ ກັບຍີປຸ່ນນີ້ ສະຫະລັດແລະຍີປຸ່ນໄດ້ຕົກລົງກັນທີ່ຈະເພີ້ມການຮ່ວມມືໃນດ້ານນະວັດຕະກຳໃໝ່ ໃນຂົງເຂດຕ່າງໆ ເຊັ່ນ ພະລັງານທີ່ໃຊ້ຄືນໃໝ່ໄດ້ ການເກັບກຳເອົາທາດຄາບອນຄືນແລະອຸດສາຫະກຳທີ່ບໍ່ປ່ອຍທາດຄາບອນ ແລະໃຫ້ການສະໜັບສະໜຸນ ຕໍ່ການເລັ່ງລັດການຄົ້ນຄວ້າແລະນະວັດຕະກຳຂອງໂລກໃນດ້ານກະສິກຳແລະອາຫານເພື່ອສະໜັບສະໜຸນການເອົາມາດຕະການດ້ານດິນຟ້າອາກາດ.

ປະເທດທັງສອງໄດ້ຕົກລົງກັນ ທີ່ຈະຍຸຕິການ ໃຫ້ຄວາມສະໜັບສະໜຸນໂດຍກົງຄັ້ງໃໝ່ຂອງລັດຖະບານ ຕໍ່ການຜະລິດພະລັງງານໂດຍລະຫວ່າງປະເທດ ທີ່ໃຊ້ຖ່ານຫີນ ພາຍໃນທ້າຍປີ 2021. ຍິ່ງໄປກວ່ານັ້ນ ທັງສອງປະເທດຍັງຈະພະຍາຍາມປະຕິບັດຕາມຄຳໝັ້ນສັນຍາຂອງຕົນ 100 ຕື້ໂດລາຕໍ່ປີສຳລັບປະເທດທີ່ພັດ
ທະນາແລ້ວ ເພື່ອສະໜັບສະໜຸນການດຳເນີນຄວາມພະຍາຍາມຂອງປະເທດກຳລັງພັດທະນາ ເພື່ອສ້າງຄວາມສາມາດໃນການປັບໂຕສຳລັບຮັບມືກັບຜົນກະທົບ ຈາກການປ່ຽນແປງ ຂອງດິນຟ້າອາກາດ ຫຼຸດການປ່ອຍແກັສເຮືອນແກ້ວ ແລະກ້າວໄປສູ່ການປ່ອຍທາດຄາບອນລົງເປັນ 0 ໃນອະນາຄົດຕໍ່ໜ້າ.

ສະຫະລັດແລະຍີປຸ່ນແມ່ນມີຄວາມໝັ້ນໝາຍທີ່ຈະເຮັດໃຫ້ທົດສະວັດນີ້ ເປັນທົດສະວັດທີ່ຕັດສິນຊີ້ຂາດໃນການເອົາມາດຕະການດ້ານດິນຟ້າອາກາດແລະຄ້ຳປະ ກັນການຮ່ວມມືຂອງພວກເຂົາເຈົ້າ ໃນການດຳເນີນຄວາມພະຍາຍາມເພື່ອຮັບມືກັບວິກິດການດ້ານດິນຟ້າອາກາດແບບໝັ້ນຄົງ ໃນຖານະທີ່ເປັນຫຼັກໝັ້ນຂອງພາ ຄີສອງຝ່າຍ ສະຫະລັດກັບຍີ່ປຸ່ນ.