ບົດບັນນາທິການ: ການໃຊ້ວິທີການ ແບບດຽວກັນ ແມ່ນກະແຈ ເພື່ອດຳເນີນການຕໍ່ໄປ ກັບອັຟການິສຖານ

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ ແລະລັດຖະມົນຕີການຕ່າງປະເທດເຢຍຣະມັນ ທ່ານໄຮໂກ ມາສ.

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ ແລະລັດຖະມົນຕີການຕ່າງປະເທດເຢຍຣະມນ ທ່ານໄຮໂກ ມາສ ເມື່ອໄວໆມານີ້ໄດ້ເປັນເຈົ້າພາບຮ່ວມກັນ ຈັດກອງປະຊຸມລະດັບລັດຖະມົນຕີ ຂອງປະເທດຕ່າງໆຈາກທົ່ວໂລກ ກ່ຽວກັບເລື້ອງອັຟການິສຖານ.

ລັດຖະມົນຕີການຕ່າງປະເທດບລິງເກັນແມ່ນໄດ້ແນໃສ່ 3 ຂົງເຂດ ບ່ອນທີ່ການເປັນພາຄີ ແລະການຮ່ວມມືຂອງປະຊາຄົມນາໆຊາດ ມີຄວາມສຳຄັນຫຼາຍເປັນພິເສດ.

ທຳອິດແມ່ນໃຫ້ກຸ່ມຕາລີບານສັນຍາ ທີ່ຈະອະນຸຍາດໃຫ້ຊາວຕ່າງປະເທດ ພວກທີ່ໄດ້ຮັບວີຊາແລ້ວແລະຊາວອັຟການິສຖານສາມາດເດີນທາງໄປຕ່າງປະເທດໄດ້ ຖ້າພວກເຂົາເຈົ້າປະສົງຈະເຮັດຈັ່ງຊັ້ນ. ໃນການຕອບໂຕ້ຕໍ່ການຄັດຄ້ານຂອງກຸ່ມຕາລີບານທີ່ວ່າ ຖ້າພວກຄົນທີ່ມີຄວາມຮູ້ເດີນທາງອອກຈາກປະເທດໄປ ຈະເຮັດໃຫ້ປະເທດຊາດ “ຂາດຄົນມີຄວາມສາມາດ” ນັ້ນ ລັດຖະມົນຕີການຕ່າງປະທດບລິງເກັນ ກ່າວວ່າ “ທາງທີ່ດີທີ່ສຸດ ທີ່ຈະໃຫ້ຜູ້ຄົນຍັງຢູ່ໃນອັຟການິສຖານ ກໍຄືອະນຸຍາດໃຫ້ພວກເຂົາເຈົ້າ ເດີນທາງໄປຈາກອັຟການິສຖາພ້ອມທັງໃຫ້ພວກ
ເຂົ້າເຈົ້າມີສິດທິຂັ້ນພື້ນຖານ.” ສະຫະລັດຈະສືບຕໍ່ເຮັດວຽກ ເພື່ອປົກປ້ອງສິດທິແລະເສລີພາບຂັ້ນພື້ນຖານຂອງຊາວອັຟການິສຖານທັງມວນ.

ສອງມາ ລັດຖະມົນຕີການຕ່າງປະເທດບລິງເກັນ ກ່າວຢ້ຳວ່າ ປະຊາຄົມນາໆຊາດຕ້ອງໃຫ້ກຸ່ມຕາລີບານສັນຍາວ່າ ຈະປ້ອງກັນບໍ່ໃຫ້ພວກກໍ່ການຮ້າຍໃຊ້ດິນແດນອັຟການິສຖານເປັນຖານປະຕິບັດງານທີ່ຂົ່ມຂູ່ປະເທດອື່ນໆ.

ລັດຖະມົນຕີການຕ່າງປະເທດບລິງເກັນ ກ່າວວ່າ “ແນ່ນອນ ພວກເຮົາຈະບໍ່ສາມາດກາງຕໍ່ໃຫ້ກຸ່ມຕາລີບານປະຕິບັດຕາມຄວາມໝັ້ນໝາຍເຫຼົ່ານີ້ໄດ້. ພວກເຮົາທຸກຄົນຕ້ອງໄດ້ມີສະຕິລະມັດລະວັງ ແລະຕິດຕາມເບິ່ງໄພຂົ່ມຂູ່ ໂດຍສະເພາະແລ້ວ ການກັບຄືນມາໃນການວາງແຜນໂຈມຕີໂດຍກົງ ຕໍ່ພາຍນອກ ແລະຮັບມື
ແບບວ່ອງໄວເດັດຂາດ ເວລາໃດທີ່ມັນເກີດຂຶ້ນ. ດັ່ງທີ່ປະທານາທິບໍດີໄບເດັນໄດ້ກ່າວໄວ້ຢ່າງຈະແຈ້ງ ສະຫະລັດຈະສືບຕໍ່ ຮັກສາຄວາມສາມາດໃນການຕໍ່ຕ້ານການກໍ່ການຮ້າຍໄວ້ຢ່າງເຂັ້ມແຂງຢູ່ໃນຂົງເຂດເພື່ອທຳລາຍໄພຂົ່ມຂູ່ໃດໆກໍຕາມ ແລະພວກເຮົາຈະບໍ່ລັງເລໃຈທີ່ຈະໃຊ້ຄວາມສາມາດເຫຼົ່ານັ້ນຖ້າພວກເຮົາມີຄວາມຈຳເປັນ.”

ສາມມາ ລັດຖະມົນຕີການຕ່າງປະເທດບລິງເກັນ ໄດ້ກ່າວຢ້ຳເຖິງຄວາມຈຳເປັນທີ່ປະຊາຄົມນາໆຊາດ ຈະຕ້ອງສືບຕໍ່ຄ້ຳປະກັນວ່າ ການໃຫ້ຄວາມຊ່ອຍເຫຼືອສຳລັບຊ່່ວຍຊີວິດທາງດ້ານມະນຸດສະທຳ ຍັງມີເຫຼືອຢູ່ ສຳລັບປະຊາຊົນຊາວອັຟການິສຖານ ຊຶ່ງເປັນການສອດຄ່ອງກັບການລົງໂທດຂອງສະຫະລັດ ແລະອົງການສະຫະປະຊາຊາດ ຕໍ່ກຸ່ມກໍ່ການຮ້າຍຕ່າງໆ.

ລັດຖະມົນຕີການຕ່າງປະເທດບລິງເກັນ ກ່າວວ່າ “ທັງ 3 ຈຸດປະສົງຫຼັກເຫຼົ່ານີ້ຈະບັງຄັບໃຫ້ມີການພົວພັນ ກັບກຸ່ມຕາລີບານ ແຕ່ກໍມີຄວາມແຕກຕ່າງກັນທີ່ສຳ ຄັນລະຫວ່າງການພົວພັນ ທີ່ພວກເຮົາໄດ້ເຮັດ ໃນລະຫວ່າງການຍົກຍ້າຍຜູ້ຄົນ
ຊຶ່ງພວກເຮົາສືບຕໍ່ດຳເນີນການແລະປະຕິບັດຕໍ່ກຸ່ມຕາລີບານ ດັ່ງທີ່ພວກເຮົາໄດ້ປະຕິບັດຕໍ່ປະເທດອື່ນເປັນສ່ວນໃຫຍ່ນັ້ນ.” ຄວາມຖືກຕ້ອງຊອບທຳ ທີ່ກຸ່ມຕາລີບານກ່າວອ້າງວ່າ ຕົນຕ້ອງການນັ້ນ ທ່ານໃຫ້ຂໍ້ສັງເກດວ່າ ຈະໄດ້ຮັບດ້ວຍການໃຊ້ເວລາ ໂດຍການໃຫ້ຄວາມໝັ້ນໝາຍໃນໄລຍະຍາວ ຕໍ່ຄວາມຄາດຫວັງທີ່ສຳຄັນຂອງປະຊາຄົມນາໆຊາດນີ້ແມ່ນຮວມທັງການໃຫ້ຄວາມເຄົາລົບຕໍ່ຄວາມກ້າວໜ້າທີ່ໄດ້ຮັບ ໃນການຕໍ່ສູ້ ໃນໄລຍະ 20 ປີຜ່ານມາ ໂດຍໄດ້ເສີມຂະຫຍາຍສິດທິຂອງພວກແມ່ຍິງ ເດັກນ້ອຍ ນັກຂ່າວ ບຸກຄົນທີ່ພິການ ສະມາຊິກປະຊາຄົມ LGBTQI ແລະສະມາຊິກຂອງຊົນກຸ່ມນ້ອຍອື່ນໆ.

ລັດຖະມົນຕີການຕ່າງປະເທດບລິງເກັນ ປະກາດວ່າ “ເພື່ອສ້າງຄວາມກ້າວໜ້າໃຫ້ແກ່ຜົນປະໂຫຍດຮ່ວມຂອງພວກເຮົາ ການພົວພັນຂອງພວກເຮົາ ກັບກຸ່ມຕາລີບານຕ້ອງສອດຄ່ອງ ແຈ່ມແຈ້ງ ຮອບຄອບ ແລະອີກເທື່ອນຶ່ງ ຫຼາຍເທົ່າທີ່ເປັນ ໄປໄດ້ ຢູ່ໃນແນວທາງດຽວກັນ.”