ໃນວັນທີ 22 ຕຸລາ ກຳປັ່ນລຳລຽງ ແລະກຳປັ່ນໜ່ວຍຢາມຝັ່ງຂອງຟີລິບປີນ ທີ່ໄດ້ແລ່ນຄຽງຂ້າງກັນໄປຢູ່ໃນທະເລຈີນໃຕ້ ໄດ້ຖືກກຳປັ່ນສອງລຳຂອງຈີນ ແລ່ນຕຳ ຂະນະທີ່ພວກເຂົາກຳລັງມຸ້ງໜ້າໄປຍັງຄ້າຍທະຫານນ້ອຍ ຢູ່ທີ່ຫາດຊາຍ ທອມມັສ ທີສອງ ອັນເປັນສ່ວນນຶ່ງຂອງໝູ່ເກາະ ສແປຣດລີ ເພື່ອນຳເອົາສະບຽງໄປສົ່ງຢູ່ທີ່ນັ້ນ. ເຫດການດັ່ງກ່າວນີ້ ໄດ້ເກີດຂຶ້ນພຽງ 10 ອາທິດຫຼັງຈາກທີ່ກຳປັ່ນໜ່ວຍຍາມຝັ່ງຂອງຈີນ ໄດ້ໃຊ້ທໍ່ນ້ຳຄວາມດັນສູງສີດໃສ່ກຳປັ່ນລຳລຽງຂອງຟີລິບປິນອີກລຳນຶ່ງ ເພື່ອສະກັດກັນກຳປັ່ນນີ້ ບໍ່ໃຫ້ສຳເລັດ ພາລະກິດແບບທີ່ຄ້າຍຄືກັນນັ້ນ.
ຫາດຊາຍທອມມັສທີສອງ ເປັນພື້ນທີ່ຢູ່ພາຍໃນເຂດເສດຖະກິດສະເພາະຂອງ ຟີລິບປິນ ໃນໄລຍະ 320 ກິໂລແມັດ ແລະມັນເປັນທະເລຕື້ນຂອງຟີລິບປິນ.
“ສະຫະລັດ ຈະຢືນຢູ່ກັບພັນທະມິດ ຟີລິບປິນຂອງພວກເຮົາ ໃນການປະເຊີນ ກັບໜ່ວຍຍາມຝັ່ງຂອງສາທາລະນະລັດປະຊາຊົນຈີນ ແລະການກະທຳທີ່ອັນຕະລາຍ ແລະຜິດກົດໝາຍ ໃນການກີດຂວາງໃດໆຂອງທະຫານບ້ານທາງທະເລ ເມື່ອວັນທີ 22 ຕຸລາ ຊຶ່ງເປັນພາລະກິດການລຳລຽງສະບຽງຂອງຟີລິບປິນ ໄປຍັງຫາດຊາຍທອມມັສທີສອງ ຢູ່ໃນທະເລຈີນໃຕ້” ໂຄສົກກະຊວງການຕ່າງ ປະເທດສະຫະລັດ ໄດ້ກ່າວໃນຖະແຫລງການທີ່ຂຽນເປັນລາຍລັກອັກສອນ.
ເປັນເວລາຫຼາຍທົດສະວັດ ສາທາລະນະລັດປະຊາຊົນຈີນ ໄດ້ອ້າງເອົາກຳມະ ສິດເກືອບທັງໝົດຂອງທະເລຈີນໃຕ້ວ່າເປັນຂອງຕົນ, ບົນພື້ນຖານຂອງການ ອ້າງເຖິງປະຫວັດສາດທີ່ຄຸມເຄືອ ແລະແຜນທີ່ອັນນຶ່ງ, ທີ່ໄດ້ພິມອອກມາໃນປີ 1947, ໂດຍມີພາບແຕ້ມເສັ້ນ 11 ຂີດທີ່ກວມສ່ວນໃຫຍ່ຂອງທະເລຫຼາຍກວ່າ 3 ລ້ານ 5 ແສນກິໂລແມັດມົນທົນ. ເສັ້ນສອງຂີດໄດ້ຖືກລຶບອອກໃນປີ 1952 ເພື່ອຍົກເວັ້ນອ່າວທົງກິນ ຈາກການກ່າວອ້າງກຳມະສິດຂອງຈີນ ອັນເປັນການ ຕອບແທນຫວຽດນາມເໜືອ.
ໃນປີ 2016 ການພິຈາລະນາຂອງສານສາກົນ ໄດ້ປະຕິເສດຕໍ່ຂໍ້ກ່າວອ້າງທາງ ທະເລຫຼາຍຢ່າງຂອງຈີນ ທີ່ຂາດພື້ນຖານໃນກົດໝາຍສາກົນ. ສານສາກົນໄດ້ໃຫ້ ຄວາມເຫັນທີ່ຈະແຈ້ງວ່າ “ພື້ນຖານທາງດ້ານກົດໝາຍບໍ່ມີເລີຍ ສຳລັບສິດທິ ໃດໆທີ່ຈີນມີຕໍ່ເຂດນ້ຳແດນດິນທາງທະເລ ໃນບໍລິເວນຫາດຊາຍ ທອມມັສທີສອງ.”
ລວມຢູ່ໃນບໍລິເວນທີ່ມີຂໍ້ຂັດແຍ້ງແມ່ນເກາະດອນຈຳນວນນຶ່ງທີ່ບໍ່ມີໃຜອາໄສຢູ່, ຫາດຊາຍ ແລະພື້ນທີ່ຕ່າງໆທີ່ຈົມຢູ່ໃຕ້ທະເລ, ເຊັ່ນວ່າ ຫາດຊາຍ ສະກາໂບໂຣ ໂຊລ, ໝູ່ເກາະປາຣາແຊລ ແລະໝູ່ເກາະ ສະແປຣັດລີ ອາຣເກິເພເລີໂກ. ບໍລິເວນແຫ່ງນີ້ ຕັ້ງຢູ່ເທິງພື້ນທີ່ນ້ຳມັນຂະໜາດໃຫຍ່ ແລະເປັນແຫລ່ງສະສົມແກັສທຳມະຊາດ ແລະເປັນແຫຼ່ງຫາປາທີ່ອຸດົມສົມບູນ. ມັນຍັງເປັນນຶ່ງໃນເສັ້ນທາງທະເລທີ່ກຳປັ່ນແລ່ນຢ່າງຫຼວງຫຼາຍຂອງໂລກ.
ຖະແຫຼງການຂອງກະຊວງການຕ່າງປະເທດ ໄດ້ກ່າວວ່າ “ການຊ້ອມລົບທີ່ບໍ່ ປອດໄພທັງຫຼາຍເມື່ອວັນທີ 22 ຕຸລາ ແລະການສີດນໍ້າໃສ່ກຳປັ່ນຂອງ ຟີລິບປິນ ໂດຍ ສປ ຈີນ (PRC) ເມື່ອວັນທີ 5 ສິງຫາ ແມ່ນຕົວຢ່າງຫຼ້າ ສຸດກ່ຽວກັບມາດຕະການເກາະຜິດຂອງ ສປ ຈີນ ໃນທະເລຈີນໃຕ້ ເພື່ອບັງຄັບໃຊ້ການກ່າວອ້າງກຳມະສິດທາງທະເລ ຢ່າງກວ້າງຂວາງ ແລະຜິດກົດໝາຍ ຂອງຕົນ, ໂດຍສະທ້ອນໃຫ້ເຫັນການບໍ່ຄຳນຶງເຖິງປະເທດອື່ນໆທີ່ປະຕິບັດງານ ຢູ່ໃນຂົງເຂດຢ່າງຖືກຕ້ອງຕາມກົດໝາຍ.”
ຖະແຫລງການກ່າວອີກວ່າ “ສະຫະລັດຢືນຢັນອີກເທື່ອນຶ່ງວ່າ ມາດຕາ 4 ຂອງສົນທິສັນຍາດ້ານການປ້ອງກັນຮ່ວມກັນລະຫວ່າງ ສະຫະລັດ ແລະຟີລິບປິນ ໃນປີ 1951 ຂະຫຍາຍໄປເຖິງການໂຈມຕີດ້ວຍກຳລັງປະກອບອາວຸດ ຕໍ່ກອງກຳລັງຂອງຟີລິບປິນ, ກຳປັ່ນຂອງສາທາລະນະ ແລະເຮືອບິນ ລວມເຖິງໜ່ວຍຍາມຝັ່ງທັງຫຼາຍເຫຼົ່ານັ້ນຂອງຕົນ ຢູ່ແຫ່ງໃດກໍຕາມໃນທະເລຈີນໃຕ້.”