Accessibility links

Breaking News

ພວກລະເມີດສິດທິມະນຸດ ຖືກເລືອກເຂົ້າໄປນັ່ງ ຢູ່ໃນສະພາສິດທິມະນຸດ ສປຊ


ບົດບັນນາທິິການ ທີ່ສະທ້ອນເຖິງທັດສະນະຂອງລັດຖະບານສະຫະລັດ

ຄວາມເສຍຫາຍລອດພົ້ນໄປໄດ້ ຢູ່ທີ່ອົງການສະຫະປະຊາຊາດ ໃນເດືອນ
ມີນາຜ່ານມາ ເວລາສາທາລະນະລັດປະຊາຊົນຈີນ ທີ່ເອີ້ນຫຍໍ້ວ່າ ສປ ຈີນ ຊຶ່ງ
ເປັນຜູ້ລ່ວງລະເມີດຢ່າງຮ້າຍແຮງຕໍ່ສິດທິໃນການຄຸ້ມຄອງຊັບສິນທາງດ້ານສະຕິປັນຍາ ບໍ່ໄດ້
ປະສົບຄວາມສຳເລັດໃນຄວາມພະຍາຍາມທີ່ຈະເຂົ້າເປັນຫົວໜ້າອົງການຮັບຜິດ ຊອບໃນການປົກປ້ອງສິດທິດັ່ງກ່າວ ຂອງສະຫະປະຊາຊາດ ທີ່ມີຊື່ວ່າ ອົງການ
ຊັບສິນທາງດ້ານສະຕິປັນຍາຂອງໂລກ.

ແຕ່ບໍ່ເປັນຈັ່ງໂຊກ ເຫດການຮ້າຍແຮງ ບໍ່ສາມາດຕ່າວປີ້ນໄດ້ໃນເດືອນຕຸລາທີ່
ຜ່ານມາ ຢູ່ທີ່ກອງປະຊຸມສະມັດຊາໃຫຍ່ ອົງການສະຫະປະຊາຊາດ ໄດ້ລົງຄະ ແນນສຽງອີກເທື່ອນຶ່ງອະນຸຍາດໃຫ້ບາງປະເທດທີ່ລ່ວງລະເມີດສິດທິມະນຸດຮ້າຍ
ແຮງທີ່ສຸດໃນໂລກເຂົ້າໄປນັ່ງຢູ່ໃນສະພາສິດທິມະນຸດສຫະປະຊາຊາດ ຮວມທັງ
ສປ ຈີນ, ຣັດເຊຍ ແລະຄິວບາ.

ພວກນັກເຄື່ອນໄຫວເພື່ອສິດທິມະນຸດໄດ້ພາກັນຕື່ນຕົກໃຈ. ທ່ານຫລຸຍ ຊາບອນ
ໂນ (Louis Charbonneau) ຫົວໜ້າຮັບຜິດຊອບ ກ່ຽວກັບອົງການສະຫະປະ ຊາຊາດ ຂອງກຸ່ມປົກປ້ອງສິດທິມະນຸດ Human Rights Watch ຫລື HRW ກ່າວວ່າ “ພວກທີ່ລະເມີດສິດທິມະນຸດມາຢ່າງຕໍ່ເນື່ອງ ບໍ່ຄວນຈະໄດ້ຮັບລາງວັນ ໃຫ້ເຂົ້າໄປນັ່ງ ຢູ່ໃນສະພາສິດທິມະນຸດ.” ທ່ານ Hillel Neuer ຜູ້ອຳນວຍການບໍລິຫານຂອງອົງການ UN Watch ເອີ້ນວັນດັ່ງກ່າວນີ້ວ່າ “ເປັນວັນມືດມົນສຳລັບສິດທິ
ມະນຸດ.”

ໃນລາຍງານສະບັບຫຼ້າສຸດຂອງຕົນນັ້ນ ກະຊວງການຕ່າງປະເທດສະຫະລັດໄດ້ຈົດບັນທຶກ ການລ່ວງລະເມີດສິດທິມະນຸດຮ້າຍແຮງເປັນຈຳນວນຫຼວງຫຼາຍຢູ່ໃນ ສປ ຈີນ ຮວມທັງການຈັບກຸມຄຸມຂັງຂະໜາດໃຫຍ່ ພວກຊົນກຸ່ມນ້ອຍມຸສລິມຢູ່ໃນເຂດຊິນຈຽງ. ຢູ່ຣັດເຊຍ ກະຊວງການຕ່າງປະເທດໄດ້ໃຫ້ລາຍລະອຽດກ່ຽວ
ກັບການສັງຫານ ແບບຮວບຮັດຕັດຕອນ ການຈັບກຸມຄຸມຂັງ ໂດຍພະລະການ ແລະການກົດຂີ່ຢ່າງຮ້າຍແຮງຕໍ່ອິດສະຫຼະພາບໃນການປາກເວົ້າ ຮວມຢູ່ໃນບັນ
ດາການລ່ວງລະເມີດອື່ນໆ. ຢູ່ຄິວບາ ລັດຕຳຫຼວດລັບ ທີ່ກຳລັງຮັກສາຄວາມສະ ຫງົບຂອງລັດຖະບານໄດ້ທຳການຂົ່ມຂູ່ ແລະໂຈມຕີພວກປົກປ້ອງສິດທິມະນຸດ ແລະສະໜັບສະໜຸນປະຊາທິປະໄຕ ໃນແຕ່ລະມື້ ແລະໄດ້ປະຕິເສດບໍ່
ໃຫ້ປະຊາຊົນຊາວຄິວບາ ມີສິດເສລີພາບໃນການໂຮມຊຸມນຸມກັນ.

ມະຕິເລກທີ 60/251 ຂອງສະມັດຊາໃຫຍ່ ອົງການສະຫະປະຊາຊາດ ຊຶ່ງໄດ້ສ້າງສະພາສິດທິມະນຸດນັ້ນ ບັງຄັບໃຫ້ສະມາຊິກຂອງສະພາດັ່ງກ່າວ “ຍຶດໝັ້ນ
ໃນມາດຕະຖານທີ່ສູງສຸດ ເພື່ອໃຫ້ການຊຸກຍູ້ແລະປົກປ້ອງສິດທິມະນຸດ.” ການ
ເລືອກເອົາ ສປ ຈີນ ຣັດເຊຍ ແລະຄິວບາ ໃນປີນີ້ ແລະປະເທດເວເນຊູເອລາ
ໃນປີກາຍ ສະແດງໃຫ້ເຫັນວ່າ ສະພາດັ່ງກ່າວບໍ່ພຽງແຕ່ເປັນເງົາບົດບັງແຕ່ຍັງເປັນການດູຖູກຕໍ່ສິ່ງທີ່ອົງການດັ່ງກ່າວໄດ້ຖືກສ້າງຕັ້ງຂຶ້ນມາໃຫ້ເປັນຜູ້ຕາງໜ້ານຳ.

ຢູ່ໃນຖະແຫຼງການສະບັບນຶ່ງນັ້ນ ລັດຖະມົນຕີການຕ່າງປະເທດພອມພຽວ ໄດ້ຊີ້
ໃຫ້ເຫັນວ່າ ສະຫະລັດໄດ້ຖອນໂຕ ອອກຈາກສະພາສິດທິມະນຸດ ໃນປີ 2018 “ຍ້ອນເສັ້ນທາງທີ່ໄດ້ມີການກຳນົດໄວ້ເປັນຢ່າງດີ ໃນການລຳອຽງຕໍ່ຕ້ານອິສຣາ-ແອລ ແລະກົດລະບຽບກ່ຽວກັບສະມາຊິກ ທີ່ອະນຸຍາດໃຫ້ມີການເລືອກເອົາປະ
ເທດທີ່ລ່ວງລະເມີດສິດທິມະນຸດ ຮ້າຍແຮງສຸດ ເຂົ້າໄປນັ່ງຢູ່ໃນສະພາສິດທິມະ ນຸດ.” ທ່ານໄດ້ໃຫ້ຂໍ້ສັງເກດກ່ອນການຖອນໂຕວ່າ ສະຫະລັດຂໍຮຽກຮ້ອງໃຫ້ບັນ
ດາປະເທດສະມາຊິກຂອງອົງການສະຫະປະຊາຊາດ “ເອົາບາດກ້າວໃນທັນທີ
ເພື່ອປະຕິຮູບ ສະພາດັ່ງກ່າວ ກ່ອນທີ່ມັນຈະປົວແປງບໍ່ໄດ້. ແຕ່ບໍ່ເປັນຈັ່ງໂຊກ” ທ່ານກ່າວວ່າ “ການຮຽກຮ້ອງເຫຼົ່ານັ້ນບໍ່ໄດ້ຮັບຄວາມສົນໃຈ.”

ລັດຖະມົນຕີການຕ່າງປະເທດພອມພຽວ ກ່າວວ່າ ການເລືອກຕັ້ງທີ່ມີຂຶ້ນໃນປີນີ້ ຍິ່ງເຮັດໃຫ້ການຕັດສິນໃຈ ຖອນໂຕຂອງສະຫະລັດ ອອກຈາກສະພາດັ່ງກ່າວມີຄວາມຖືກຕ້ອງຊອບທຳຕື່ມຂຶ້ນ ແລະນຳໃຊ້ຊ່ອງທາງແລະໂອກາດອື່ນ ເພື່ອໃຫ້ ການປົກປ້ອງ ແລະສົ່ງເສີມສິດທິສາກົນຂອງມະນຸດ. ທ່ານກ່າວວ່າ “ຄວາມໝັ້ນ
ໝາຍຂອງພວກເຮົາ ໄດ້ຖືກປະກາດອອກມາຢ່າງເປັນການຈະແຈ້ງ ຢູ່ໃນຄຳປະ
ກາດສາກົນ ວ່າດ້ວຍສິດທິມະນຸດຂອງອົງການສະຫະປະຊາຊາດ ແລະຢູ່ໃນປະ ຫວັດການກະທຳຂອງພວກເຮົາ.”

XS
SM
MD
LG