Accessibility links

Breaking News

ບົດບັນນາທິການ: ສະຫະລັດແນເປົ້າໝາຍ ໃສ່ໜ່ວຍກອດ ຂອງກຳລັງພິທັກປະຕິວັດອິສລາມອີຣ່ານ


ຜູ້ບັນຊາການກຳລັງກອດຂອງອີຣ່ານ ທ່ນກາອານີ.
ຜູ້ບັນຊາການກຳລັງກອດຂອງອີຣ່ານ ທ່ນກາອານີ.

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

ອີງຕາມອົງການສະຫະປະຊາຊາດແລ້ວ ວິກິດການທາງດ້ານມະນຸດສະທຳໃນປະເທດເຢເມນແມ່ນຮ້າຍແຮງທີ່ສຸດໃນໂລກ. ເຢເມນແມ່ນເປັນປະເທດທີ່ທຸກຍາກຢູ່ແລ້ວ ກ່ອນທີ່ບັນຫາຂັດແຍ້ງຢູ່ທີ່ນັ້ນ ໄດ້ເພີ້ມທະວີຄວາມຮຸນແຮງຂຶ້ນ ໃນ ປີ 2015 ແຕ່ການສູ້ລົບກັນທີ່ຍັງດຳເນີນຢູ່ຕໍ່ມາ ລະຫວ່າງພວກກະບົດຮູຕີທີ່ ໄດ້ຮັບການຊ່ວຍເຫຼືອແລະສະໜັບສະໜຸນ ຈາກອີຣ່ານ ກັບກອງກຳລັງຂອງລັດ ຖະບານທີ່ນາໆຊາດຮັບຮູ້ ຊຶ່ງໄດ້ສ້າງຄວາມເສຍຫາຍຮ້າຍແຮງ ໃນຂອບເຂດທີ່ກວ້າງຂວາງ.

ດັ່ງທີ່ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານໄມຄ໌ ພອມພຽວ ໄດ້ກ່າວຢູ່ໃນຖະແຫຼງການເມື່ອໄວໆມານີ້ວ່າ “ການໃຫ້ຄວາມສະໜັບສະໜຸນຂອງອີຣ່ານຕໍ່ພວກກະບົດຮູຕີແມ່ນເປັນແຮງຂັບດັນໃຫ້ເກີດບັນຫາຂັດແຍ້ງຢູ່ໃນເຢເມນ ແລະເຮັດໃຫ້ຄວາມບໍ່ທຸ່ນທ່ຽງຢູ່ໃນປະເທດດັ່ງກ່າວຊຸດໂຊມລົງຕື່ມ.” ການໃຫ້ຄວາມສະໜັບສະໜຸນດັ່ງກ່າວນັ້ນ ແມ່ນນຳພາໂດຍ ກອງກຳລັງກອດ (Qods) ຈາກໜ່ວຍພິທັກປະຕິວັດອິສລາມອີຣ່ານ ຊຶ່ງເປັນກອງກຳລັງປະກອບອາວຸດ ຂອງອຳນາດການປົກຄອງອີຣ່ານ ເພື່ອຈັດຕັ້ງປະຕິບັດນະໂຍບາຍຂອງປະເທດດັ່ງກ່າວແລະໃຫ້ການສະໜັບສະໜຸນຕໍ່ພວກກໍ່ການຮ້າຍແລະກຸ່ມກະບົດຕ່າງໆ.

ເມື່ອວັນທີ 8 ທັນວາຜ່ານມານີ້ ສະຫະລັດໄດ້ລະບຸວ່າທ້າວຮາຊານ ເອີລູ (Hasan Irlu) ນາຍທະຫານຂອງກຳລັງກອດ ໃນໜ່ວຍພິທັກປະຕິວັດອີຣ່ານ ຊຶ່ງທາງການອີຣ່ານ ຫາກໍສົ່ງໄປເປັນທູດຂອງຕົນ ປະຈຳການຢູ່ກັບພວກກະບົດຮູຕີໃນນະຄອນຊານາອາເມື່ອໄວໆມານີ້.ດັ່ງທີ່ກະຊວງການເງິນຂອງສະຫະລັດໄດ້ຊີ້ໃຫ້ ເຫັນຢູ່ໃນຖະແຫຼງການນັ້ນ “ອີຣ່ານແມ່ນເປັນພຽງປະເທດດຽວເທົ່ານັ້ນທີ່ໄດ້ຮັບຮູ້ຢ່າງເປັນທາງການແລະໄດ້ແຕ່ງຕັ້ງອັນທີ່ເອີ້ນວ່າ ຜູ້ຕາງໜ້າໄປປະຈຳຢູ່ກັບກຸ່ມກະບົດຮູຕີ. ນັບເປັນເວລາຫຼາຍປີມາແລ້ວ ທ້າວເອີລູ ໄດ້ໃຫ້ການສະໜັບສະ
ໜຸນຕໍ່ຄວາມພະຍາຍາມຂອງກຳລັງກອດໃນໜ່ວຍພິທັກປະຕິວັດອີຣ່ານ ເພື່ອສະໜອງອາວຸດທີ່ທັນສະໄໝ ແລະໃຫ້ການຝຶກແອບ ຕໍ່ພວກກະບົດຮູຕີ. ທ້າວເອີລູຍັງຮັກສາຄວາມສຳພັນອັນໃກ້ຊິດກັບອະດີດຜູ້ບັນຊາການກຳລັງກອດຂອງໜ່ວຍພິທັກປະຕິວັດ ກາເຊັມ ຊູເລມານີ (Qasem Soleimani.) ນອກນັ້ນ ລາວຍັງໃຫ້ການຝຶກແອບຕໍ່ສະມາຊິກຂອງກຸ່ມເຮັສໂບລລາຢູ່ໃນປະເທດອີຣ່ານນຳດ້ວຍ.”

ລັດຖະມົນຕີການຕ່າງປະເທດພອມພຽວ ປະກາດວ່າ ໂດຍ “ການສົ່ງທ້າວເອີລູໄປປະເທດເຢເມນ ກຳລັງກອດຂອງໜ່ວຍປະຕິວັດອີຣ່ານ ໃຫ້ສັນຍານວ່າ ຕົນມີຄວາມຕັ້ງໃຈ ທີ່ຈະເພີ້ມການສະໜັບສະໜຸນຕໍ່ກຸ່ມກະບົດຮູຕີ ແລະຈະເຮັດໃຫ້ຄວາມພະຍາຍາມຂອງນາໆຊາດ ມີຄວາມສັບສົນຕື່ມຂຶ້ນ ໃນການຊອກຫາຊ່ອງ
ທາງ ເພື່ອໃຫ້ບັນລຸການຕົກລົງກັນດ້ວຍການເຈລະຈາ. ສະຫະລັດ “ທ່ານກ່າວຕື່ມວ່າ “ຈະສືບຕໍ່ ໃຫ້ການສະໜັບສະໜຸນ ໃນຄວາມພະຍາຍາມ ເພື່ອອຳນວຍຄວາມສະດວກໃຫ້ມີການຢຸດຍິງແລະການຕົກລົງກັນທາງດ້ານການເມືອງ.”

ເມື່ອວັນທີ 8 ທັນວາຜ່ານມານີ້ ສະຫະລັດ ຍັງໄດ້ລະບຸວ່າມະຫາວິທະຍາໄລລະ ຫວ່າງປະເທດ ອາລ-ມຸສຕາຟາ ທີ່ຕັ້ງຢູ່ ໃນອີຣ່ານນັ້ນ ເປັນສະຖານທີ່ ເກັບເກນເອົາກຳລັງກອດຂອງໜ່ວຍພິທັກປະຕິວັດເພື່ອເຂົ້າຮັບໜ້າທີ່ຢູ່ໃນໜ່ວຍປະຕິ ບັດງານລະຫວ່າງປະເທດຂອງຕົນ. ທ້າວຢູເຊັຟ ອາລີ ມູຟາສ (Yousef Ali Mufaj) ທີ່ມີສ່ວນພົວພັນໃນຄວາມພະຍາຍາມຂອງກອງກຳລັງກອດແຫ່ງໜ່ວຍ ພິທັກປະຕິວັດອີຣ່ານ ເພື່ອວາງແຜນ ແລະປະຕິບັດງານຢູ່ໃນພາກຕາເວັນອອກກາງແລະສະຫະລັດນັ້ນ ກໍໄດ້ຖືກລົງໂທດເຊັ່ນດຽວກັນ.

ລັດຖະມົນຕີການຕ່າງປະເທດພອມພຽວ ກ່າວວ່າ “ກຳລັງກອດຂອງໜ່ວຍພິທັກປະຕິວັດອີຣ່ານ ໄດ້ສວຍເອົາທຸກໆໂອກາດເພື່ອສ້າງຄວາມກ້າວໜ້າໃຫ້ແກ່ແຜນ ການໃຊ້ຄວາມຮຸນແຮງ ແລະທຳລາຍລ້າງຂອງຕົນ ຮວມທັງສວຍໃຊ້ບັນຫາຂັດແຍ້ງໃນທົ່ວພາກຕາເວັນອອກກາງ ແລະບັງຄັບໃຫ້ສ່ວນບຸກຄົນ ທີ່ມີຄວາມອ່ອນ ແອທຳການສູ້ລົບໃຫ້ແກ່ອຳນາດການປົກຄອງອີຣ່ານ. ສະຫະລັດຈະສືບຕໍ່ນຳໃຊ້ທຸກເຄື່ອງມືທີ່ມີຢູ່ ເພື່ອເຜີຍແບ ແລະຕໍ່ຕ້ານ ການປະພຶດທີ່ເປັນໄພອັນຕະລາຍດັ່ງກ່າວ.”

XS
SM
MD
LG