Accessibility links

Breaking News

ບົດບັນນາທິການ: ວັນລະນຶກເຖິງ ທ່ານມາຕິນ ລູເທີ ຄິງ ປີ 2021


ເມື່ອວັນທີ 28 ສິງຫາ 1963 ທ່ານມາຕິນ ລູເທີ ຄິງ ກ່າວຄຳປາໄສ "ຂ້າພະເຈົ້າມີຄວາມຝັນ" ຕໍ່ຫຼາຍໆພັນຄົນ ທີ່ນະຄອນຫຼວງວໍຊິງຕັນ.

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍສະຫະລັດ

ໃນວັນອາທິດທີສາມ ຂອງເດືອນມັງກອນ ພວກເຮົາໄດ້ໃຫ້ກຽດລະນຶກເຖິງທ່ານມາຕິນ ລູເທີ ຄິງ ຈູເນຍ. ດຣ. ຄິງ ຊຶ່ງເປັນນັກສອນສາສະໜາ ແບັບຕິສ ຈາກລັດອາລາບາມາ ໃນພາກໃຕ້ຂອງສະຫະລັດ ແມ່ນຜູ້ນຳ ໃນຂະບວນສິດທິພົນລະເມືອງອາເມຣິກັນ ທີ່ສະໜັບສະໜຸນ ໃຫ້ມີການປ່ຽນແປງທາງດ້ານສັງຄົມ ໂດຍຜ່ານວິທີ ທີ່ບໍ່ໃຊ້ຄວາມຮຸນແຮງ.

ຄວາມສຳເລັດອັນຍິ່ງໃຫຍ່ສຸດຂອງ ດຣ. ຄິງ ມີຂຶ້ນດ້ວຍການຮັບຜ່ານກົດໝາຍວ່າດ້ວຍສິດທິພົນລະເມືອງ ສະບັບປີ 1964 ຊຶ່ງເຮັດໃຫ້ເປັນການຜິດກົດໝາຍ ໃນການຈຳແນກກີດກັນຕໍ່ການວ່າຈ້າງແລະການແບ່ງແຍກເຊື້ອຊາດຜິວພັນໃນທີ່ສາທາລະນະ ແລະກົດໝາຍວ່າດ້ວຍສິດທິ ໃນການປ່ອນບັດ ສະບັບປີ 1965.
ໄຊຊະນະທັງສອງຢ່າງນີ້ມີຜົນທີ່ສຳຄັນ ບໍ່ພຽງແຕ່ຕໍ່ສະຫະລັດເທົ່ານັ້ນ ແຕ່ຍັງມີຜົນຢູ່ໃນທົ່ວໂລກນຳດ້ວຍ.

ການຕໍ່ສູ້ຂອງ ດຣ. ຄິງ ຕ້ານຄວາມບໍ່ຍຸຕິທຳທາງດ້ານເຊື້ອຊາດຜິວພັນ ບໍ່ໄດ້ກວມເອົາການສົ່ງເສີມໃຫ້ມີຄວາມສະເໝີພາບທາງດ້ານເຊື້ອຊາດຜິວພັນໂດຍຜ່ານກົດໝາຍລະຫວ່າງປະເທດ. ແຕ່ແນວໃດກໍຕາມ ຄຳເວົ້າແລະການກະທຳຂອງທ່ານໄດ້ກາຍເປັນແຮງດົນໃຈໃຫ້ແກ່ພວກຜູ້ຊາຍແລະແມ່ຍິງຫຼາຍໆສິບຄົນ
ຢູ່ໃນທົ່ວໂລກທີ່ໄດ້ຕໍ່ສູ້ຕ້ານລັດທິລ່າຫົວເມືອງຂຶ້ນ ລັດທິແບ່ງແຍກຜິວພັນອາພາເທແລະຄວາມບໍ່ຍຸຕິທຳທາງດ້ານເຊື້ອຊາດຜິວພັນ.

ຍຸກຫຼັງສົງຄົມໂລກຄັ້ງທີ 2 ແມ່ນເຫັນໄດ້ແຈ້ງຈາກການໃຫ້ເອກກະລາດແກ່ປະເທດຕ່າງໆຢູ່ໃນທົ່ວໂລກ. ປະເທດໃໝ່ໆໄດ້ເກີດຂຶ້ນຈາກອານານິຄົມເກົ່າ ແລະລະຫວ່າງປີ 1945 ຫາຕົ້ນຊຸມປີ 1960 ການເປັນສະມາຊິກໃນອົງການສະຫະປະຊາຊາດໄດ້ເພີ້ມຂຶ້ນ ຫຼາຍກວ່າສອງເທົ່າເປັນ 115 ປະເທດ. ເກືອບ
75 ເປີເຊັນຂອງປະເທດສະມາຊິກໃໝ່ສະຫະປະຊາຊາດແມ່ນປະເທດທີ່ກໍາລັງພັດທະນາ ຊຶ່ງປະຊາກອນມັກຈະໄດ້ຮັບການປະຕິບັດຕໍ່ ແບບບໍ່ຍຸຕິທຳພາຍໃຕ້ກົດໝາຍທີ່ມີການຈຳແນກກີດກັນ.

ບັນດາຜູ້ຕາງໜ້າຂອງປະເທດໃໝ່ໆເຫຼົ່ານີ້ ແມ່ນໄດ້ຮັບແຮງດົນໃຈຈາກການປຸກລະດົມຂອງ ດຣ. ຄິງ ໃນການຕໍ່ຕ້ານແບບສັນຕິແລະຜົນທີ່ໄດ້ຮັບໂດຍກົງຈາກການຮັບຮອງເອົາ ກົດໝາຍສິດທິພົນລະເມືອງ. ບໍ່ມີການສົງໄສຫຍັງຫຼາຍຫລັງຈາກນັ້ນ ບູລິມະສິດຂອງພວກເຂົາເຈົ້າ ແມ່ນແຕກຕ່າງໄປຈາກຂອງບັນດາປະ ເທດອຸດສາຫະກຳ ແລະພວກເຂົາເຈົ້າກໍໄດ້ນຳເອົາການຕໍ່ສູ້ຂອງຕົນ ໄປຍັງອົງການສະຫະປະຊາຊາດ ຄືກອງປະຊຸມເພື່ອແກ້ໄຂບັນຫາຂັດແຍ້ງດ້ວຍສັນຕິວິທີ. ຈຳນວນຂອງຜູ້ແທນເຂົາເຈົ້າແມ່ນມີຫຼາຍກວ່າ ແລະດັ່ງນັ້ນພວກເຂົາເຈົ້າຈຶ່ງກຳ
ນົດໃຫ້ມີການອະພິປາຍ ແລະພວກເຂົາເຈົ້າກໍມີຄວາມປຸ້ມລຸ້ມສາມັກຄີກັນ ເພື່ອກົດດັນໃຫ້ມີການປາບປາມຄວາມບໍ່ເປັນທຳທາງດ້ານເຊື້ອຊາດຜິວພັນ.

ຜົນຮັບດັ່ງກ່າວແມ່ນໄດ້ມີການຮັບຮອງເອົາໃນປີ 1965 ໃນກອງປະຊຸມສາກົນເພື່ອກຳຈັດທຸກຮູບແບບ ຂອງການຈຳແນກກີດກັນທາງດ້ານເຊື້ອຊາດຜິວພັນ. ໃນປີຕໍ່ມາ ອົງການສະຫະປະຊາຊາດກໍໄດ້ຮັບຮອງເອົາສົນທິສັນຍາສາກົນ ວ່າດ້ວຍສິດທິພົນລະເມືອງແລະສິດທິທາງດ້ານການເມືອງ ແລະສົນທິສັນຍາສາກົນວ່າດ້ວຍສິດທິທາງດ້ານເສດຖະກິດແລະສັງຄົມ ຊຶ່ງຖືວ່າເປັນສອງສົນທິສັນຍາທີ່ສຳຄັນສຸດທາງດ້ານສິດທິມະນຸດນັບແຕ່ໄດ້ມີຄຳປະກາດສາກົນວ່າດ້ວຍສິດທິມະ
ສຸດໃນປີ 1948.

“ຢູ່ໃນທົ່ວທຸກແຫ່ງຫົນຂອງໂລກ ເຊັ່ນດຽວກັນກັບໄຂ້ ຂະບວນການເພື່ອສິດເສລີພາບໄດ້ແຜ່ກະຈາຍອອກໄປ ໃນການປົດປ່ອຍທີ່ກວ້າງຂວາງທີ່ສຸດ ໃນປະຫວັດ ສາດ. ມວນຊົນຂະໜາດໃຫຍ່ ໄດ້ພາກັນຕັດສິນໃຈເພື່ອຍຸຕິການສວຍໃຊ້ເຊື້ອຊາດຜິວພັນ ແລະດິນດອນຂອງພວກເຂົາເຈົ້າ” ນັ້ນຄືຄຳເວົ້າ ຂອງ ດຣ. ຄິງໃນການກ່າວຄຳປາໄສຮັບເອົາລາງວັນໂນແບລ ຂະແໜງສັນຕິພາບປີ 1964 ຊຶ່ງເປັນນຶ່ງໃນພຽງບໍ່ເທົ່າໃດຄັ້ງ ທີ່ທ່ານໄດ້ກ່າວເຖິງ ໃນການຕໍ່ສູ້ເພື່ອຄວາມສະເໝີພາບທາງດ້ານເຊື້ອຊາດຜິວພັນຂອງໂລກ.

“ສິ່ງທີ່ພວກເຮົາມອງເຫັນໃນເວລານີ້ ກໍແມ່ນການລະເບີດຂອງສິດເສລີພາບ.”

XS
SM
MD
LG