Accessibility links

Breaking News

ບົດບັນນາທິການ: ການປະເຊີີນໜ້າ ແລະພົວພັນກັບຈີນ


ປະທານປະເທດຈີນ ທ່ານສີ ຈິ້ນຜິງ ພວມກ່າວຄຳປາໄສ ໃກ້ໆຮອງປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ໃນເວລານັ້ນ ໃນລະຫວ່າງການເຈລະຈາ ທີ່ໂຮງແຮມແຫ່ງນຶ່ງ ໃນປັກກິ່ງ ປະເທດຈີນ.
ປະທານປະເທດຈີນ ທ່ານສີ ຈິ້ນຜິງ ພວມກ່າວຄຳປາໄສ ໃກ້ໆຮອງປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ໃນເວລານັ້ນ ໃນລະຫວ່າງການເຈລະຈາ ທີ່ໂຮງແຮມແຫ່ງນຶ່ງ ໃນປັກກິ່ງ ປະເທດຈີນ.

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

ປະທານາທິບໍດີໂຈ ໄບເດັນ ເອີ້ນຈີນວ່າ ເປັນ “ຄູ່ແຂ່ງທີ່ສຳຄັນສຸດ” ຂອງສະຫະລັດ ແລະໄດ້ສະແດງໃຫ້ເຫັນ ຢ່າງຈະແຈ້ງວ່າ ທ່ານພ້ອມແລ້ວ ທີ່ຈະປະເຊີນໜ້າກັບການທ້າທາຍຈາກຈີນ. ທ່ານໄບເດັນ ກ່າວວ່າ:

“ພວກເຮົາຈະປະເຊີນໜ້າ ກັບການລ່ວງລະເມີດ ທາງດ້ານເສດຖະກິດຂອງຈີນ ຕໍ່ຕ້ານການເຄື່ອນໄຫວແບບຮຸກຮານ ເພື່ອຕ້ານຄືນການໂຈມຕີຂອງຈີນໃນດ້ານສິດທິມະນຸດ ຊັບສິນທາງດ້ານສະຕິປັນຍາ ແລະການປົກຄອງຂອງໂລກ.”

ນອກນັ້ນ ປະທານາທິບໍດີໄບເດັນຍັງກ່າວວ່າ ສະຫະລັດພ້ອມແລ້ວທີ່ຈະພົວພັນກັບຈີນ “ຈາກທ່າທີແຫ່ງຄວາມເຂັ້ມແຂງ.”

ລັດຖະມົນຕີການຕ່າງປະເທດແອນໂທນີ ບລິງເກັນ ກ່າວໃນການໃຫ້ສຳພາດແກ່ໂທລະພາບ CNN ເມື່ອບໍ່ດົນມານີ້ວ່າ ທ່າທີແຫ່ງຄວາມເຂັ້ມແຂງ ແມ່ນໝາຍເຖິງການມີພັນທະມິດ ທີ່ເຂັ້ມແຂງ: “ນັ້ນແມ່ນແຫຼ່ງ ຂອງຄວາມໄດ້ປຽບ ສຳລັບພວກເຮົາ -- ໂດຍບໍ່ຕ້ອງລະບຸຊື່ ພັນທະມິດຂອງພວກເຮົາ” ນັ້ນຄືຄຳເວົ້າຂອງທ່ານບລິງເກັນ ແລະທ່ານກ່າວຕື່ມວ່າ “ມັນໝາຍເຖິງການມີໜ້າຄືນອີກ ໃນໂລກແຫ່ງການພົວພັນ ຍ້ອນວ່າຖ້າເຮົາບໍ່ພົວພັນ ຈີນກໍຈະເຮັດ.”

ລັດຖະມົນຕີການຕ່າງປະເທດບລິງເກັນຍັງໄດ້ກ່າວຢ້ຳວ່າ ການພົວພັນຈາກທ່າທີທີ່ເຂັ້ມແຂງ ແມ່ນໝາຍຄວາມວ່າ ລຸກຂຶ້ນຕໍ່ສູ້ເພື່ອຫຼັກຄຸນຄ່າຂອງພວກເຮົາ ຊຶ່ງທ່ານບລິງເກັນ ເວົ້າວ່າ “ບໍ່ປະປ່ອຍໃຫ້ແລ້ວໄປ ເວລາພວກເຮົາເຫັນມີການລ່ວງລະເມີດສິດທິຂອງຊາວວີເກີ້ໃນເຂດຊິນຈຽງ ຫຼືລະບອບປະຊາທິປະໄຕໃນຮົງກົງ. ມັນໝາຍເຖິງເພື່ອໃຫ້ເປັນທີ່ແນ່ໃຈວ່າ ພວກເຮົາໄດ້ວາງທ່າທາງທະຫານເພື່ອສະກັດກັ້ນການຮຸກຮານ ແລະມັນໝາຍເຖິງການລົງທຶນໃນຜູ້ຄົນຂອງພວກເຮົາເພື່ອ
ວ່າເຂົາເຈົ້າຈຶ່ງຈະສາມາດແຂ່ງຂັນ ຢ່າງປະສິດທິຜົນ.”

ໃນການໂທລະສັບໂອ້ລົມລະຫວ່າງລັດຖະມົນຕີການຕ່າງປະເທດບລິງເກັນແລະຫົວໜ້ານັກການທູດຂອງຈີນ ທ່ານຢາງ ຈີຊູ (Yang Jiechi) ທ່ານບລິງເກັນໄດ້ກ່າວຢ້ຳວ່າ ສະຫະລັດຈະສືບຕໍ່ຢືນຢັດໃນເລື້ອງສິດທິມະນຸດ ແລະຫຼັກຄຸນຄ່າ ຂອງປະຊາທິປະໄຕໃນຮົງກົງ ທິເບດ ແລະຊິນຈຽງ. ທ່ານໃຫ້ຂໍ້ສັງເກດວ່າ ສະຫະລັດຈະເຮັດວຽກຮ່ວມກັບພັນທະມິດແລະພາຄີຂອງຕົນ ໃນການປົກປ້ອງຫຼັກ
ຄຸນຄ່າ ແລະຜົນປະໂຫຍດທີ່ມີຮ່ວມກັນເພື່ອໃຫ້ ສປ ຈີນເປັນຜູ້ຮັບຜິດຊອບໃນຄວາມພະຍາຍາມທີ່ຈະຂົ່ມຂູ່ຕໍ່ສະຖຽນລະພາບໃນຂົງເຂດອິນໂດປາຊີຟິກ ຮວມທັງບໍລິເວນ ຂ້າມຊ່ອງແຄບໄຕ້ຫວັນ. ນອກນັ້ນ ທ່ານຍັງໄດ້ກົດດັນຈີນໃຫ້ເຂົ້າຮ່ວມປະຊາຄົມນາໆຊາດ ໃນການປະນາມການເຮັດລັດຖະປະຫານໃນມຽນມາ.

ລັດຖະມົນຕີການຕ່າງປະເທດບລິງເກັນ ກ່າວຕໍ່ໂທລະພາບ CNN ວ່າ “ປະທານາທິບໍດີໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງເປັນພິເສດວ່າ ທ່ານຢາກນຳເອົາ ແລະຈະນຳເອົາ ແລະກໍພວມນຳເອົາເລື້ອງສິດທິມະນຸດ ແລະປະຊາທິປະໄຕ ກັບຄືນມາເປັນຈຸດສູນກາງໃນນະໂຍບາຍການຕ່າງປະເທດຂອງພວກເຮົາ ແລະດັ່ງນັ້ນບໍ່ວ່າຈະແມ່ນຈີນ ຫຼືປະເທດໃດໆກໍຕາມ ບ່ອນທີ່ພວກເຮົາມີຄວາມເປັນຫ່ວງຢ່າງເລິກເຊິ່ງແລະຮ້າຍແຮງນັ້ນ ນີ້ຈະເປັນເລື້ອງທີ່ສຳຄັນສຸດ.”

XS
SM
MD
LG