Accessibility links

Breaking News

ບົດບັນນາທິການ: ອົງການອາສາສະໝັກເພື່ອສັນຕິພາບ ມີອາຍຸຄົບຮອບ 60 ປີ


ອົງການອາສາສະໝັກເພື່ອສັນຕິພາບ
ອົງການອາສາສະໝັກເພື່ອສັນຕິພາບ

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

ຄົບຮອບ 60 ປີໃນວັນທີ 1 ມີນາທີ່ຜ່ານມາ ປະທານາທິບໍດີ ຈອນ ຟິສ-ເຈຣາລ ເຄນເນດີ ໄດ້ລົງນາມໃນດຳລັດສະບັບນຶ່ງເພື່ອສ້າງຕັ້ງອົງການອາສາສະໝັກເພື່ອສັນຕິພາບ ຫຼື Peace Corps. ປະທານາທິບໍດີເຄນເນດີໄດ້ກ່າວ ໃນລະຫວ່າງພິທີລົງນາມວ່າ “ຂ້າພະເຈົ້າຫວັງວ່າ ມັນຈະເປັນແຫຼ່ງຂອງຄວາມພຶງພໍໃຈສຳລັບຊາວອາເມຣິກັນ ແລະການປະກອບສ່ວນເຂົ້າໃນສັນຕິພາບຂອງໂລກ.”

ອົງການ Peace Corps ເປັນອົງການອິດສະຫຼະ ຂະໜາດນ້ອຍ ທີ່ບໍລິຫານງານ ໂດຍລັດຖະບານສະຫະລັດ. ພະນັກງານສະໜາມ ຂອງອົງການດັ່ງກ່າວແມ່ນອາສາສະໝັກຊຶ່ງສ່ວນໃຫຍ່ແລ້ວແມ່ນພວກນາຍຄູແລະພວກນັກຊ່ຽວຊານດ້ານການກະສິກຳ ສຸຂະອະນາໄມ ເສດຖະກິດຊຸມຊົນແລະພັດທະນາຊາວໜຸ່ມ. ພວກເຂົາເຈົ້າເຮັດວຽກ ເພື່ອປັບປຸງຊີວິດການເປັນຢູ່ ຂອງປະຊາຊົນ ໃນເຂດທີ່ດ້ອຍການພັດທະນາແລະບໍ່ຄ່ອຍໄດ້ຮັບການຊ່ວຍເຫຼືອ ໂດຍຊ່ວຍເພີ້ມພູນການຜະລິດແລະຊຸກຍູ້ໃຫ້ມີການກຸ້ມຕົນເອງ.

ໃນຄວາມເວົ້າຂອງອົງການນີ້ ພາລະກິດຂອງທາງອົງການກໍແມ່ນ “ຊ່ວຍຜູ້ຄົນຢູ່ໃນປະເທດທີ່ໃຫ້ຄວາມສົນໃຈ ເພື່ອໃຫ້ບັນລຸຄວາມຕ້ອງການໃນການຝຶກອົບຮົມພວກຜູ້ຊາຍ ແມ່ຍິງ ສຳລັບຊ່ວຍສົ່ງເສີມ ໃຫ້ມີການເຂົ້າອົກເຂົ້າໃຈດີຂຶ້ນຕໍ່ຊາວອາເມຣິກັນໃນສ່ວນທີ່ພວກເຂົາເຈົ້າຮັບໃຊ້ ແລະເພື່ອຊຸກຍູ້ໃຫ້ມີການເຂົ້າອົກເຂົ້າໃຈດີຂຶ້ນຕໍ່ປະຊາຊົນອື່ນໆ ໃນພາກສ່ວນຂອງຊາວອາເມຣິກັນ.”

ຄວາມຈິງແລ້ວ ຫຼາຍກວ່າສິ່ງອື່ນໃດທັງໝົດ ອົງການ Peace Corps ແມ່ນແນໃສ່ເພື່ອສົ່ງເສີມໃຫ້ມີຄວາມເຂົ້າອົກເຂົ້າໃຈ ລະຫວ່າງຊາວອາເມຣິກັນແລະວັດທະນະທຳອື່ນໆໃນໂລກ. ພວກອາສາສະໝັກທີ່ໄດ້ຮັບການຝຶກອົບຮົມ ເຄີຍແລະກຳລັງຖືກສົ່ງໄປອາໄສຢູ່ ແລະເຮັດວຽກໃນປະເທດທີ່ກຳລັງພັດທະນາ ຢູ່ໃນທົ່ວໂລກ ເພື່ອຊ່ວຍປະເທດເຈົ້າພາບ ໃຫ້ບັນລຸເປົ້າໝາຍ ໃນດ້ານແຮງງານ ທີ່ໄດ້ຮັບການຝຶກແອບແລະຍ້ອນພວກເຂົາເຈົ້າອາໄສຢູ່ໃນໝູ່ປະຊາຊົນທ້ອງຖິ່ນ ພວກເຂົາເຈົ້າໄດ້ຮຽນຮູ້ ແລະຍັງຈະຮຽນຮູ້ກ່ຽວກັບປະຊາຊົນແລະວັດທະນະທຳ
ທີ່ຢູ່ອ້ອມຮອບເຂົາເຈົ້າ. ໃນຂະນະດຽວກັນ ປະຊາຊົນທ້ອງຖິ່ນທີ່ເຮັດວຽກແລະອາໄສຢູ່ອ້ອມຮອບເຂົາເຈົ້າກໍຮຽນຮູ້ກ່ຽວກັບຊາວອາເມຣິີກັນ ໃນຖານະທີ່ເປັນຜູ້ຄົນທີ່ບໍ່ແຕກຕ່າງຫຍັງຫຼາຍໄປຈາກພວກເຂົາເຈົ້າ.

ມາເຖິງເດືອນມິຖຸນາປີ 2019 ມີອາສາສະໝັກຫຼາຍກວ່າ 235,000 ຄົນໄດ້ໄປຮັບໃຊ້ຢູ່ໃນ 141 ປະເທດ. ອາສາສະໝັກແຕ່ລະຄົນ ຈະໄປຮັບໜ້າທີ່ຢູ່ 2 ປີ ໂດຍບໍ່ໄດ້ຮັບຄ່າຈ້າງໃດໆ ນອກຈາກເງິນເດືອນສຳລັບຄ່າຫ້ອງ ອາຫານ ແລະລາຍຈ່າຍທີ່ຈຳເປັນຕ່າງໆ.

ພະລະກິດຂອງພວກເຂົາເຈົ້າໄດ້ມີການປັບປຸງໄປຕາມໄລຍະເວລາແລະຄວາມຈຳເປັນຂອງຜູ້ຄົນທີ່ພວກເຂົາເຈົ້າໄດ້ຮັບໃຊ້. ທຸກມື້ນີ້ເນື່ອງຈາກມີການຈຳກັດຮັດແຄບໃນເລື້ອງໂຄວິດ-19 ຈຶ່ງບໍ່ມີການສົ່ງ ອາສາສະໝັກ Peace Corps ໄປປະຈຳຢູ່ໃນຕ່າງປະເທດ. ການເຮັດວຽກໃນພາກສະໜາມຂອງພວກເຂົາເຈົ້າ
ຈະເລີ້ມຄືນອີກ ເວລາໃດທີ່ໂຣກລະບາດໂຄວິດ-19 ຄວບຄຸມໄດ້ແລ້ວ.

ເຫຼນຊາຍຂອງປະທານາທິບໍດີຈອນ ເຄນເນດີ ທ່ານໂຈເຊັຟ ແພຕຣິກ ເຄນເນດີ ທີ 3 ກ່າວວ່າ “ສຳລັບຂ້າພະເຈົ້າແລ້ວ ນັ້ນແມ່ນສິ່ງທີ່ອົງການ Peace Corps ຕາງໜ້າໃຫ້ ຜົນຂອງການບໍລິການແບບທຳມະດາໆ ທີ່ສາມາດມີຂ້າມຊາຍແດນ ຂ້າມຮຸ້ນຄົນ ແລະຂ້າມຍຸກສະໄໝ. ມັນແມ່ນບົດຮຽນ ທີ່ຂ້າພະເຈົ້າຈົດຈຳໄວ້ກັບຂ້າພະເຈົ້າໃນທຸກໆມື້.”

XS
SM
MD
LG