Accessibility links

Breaking News

ບົດບັນນາທິການ: ສະຫະລັດເພີ້ມການຕໍ່ສູ້ຕ້ານໂຄວິດ-19 ໃນທົ່ວໂລກ


ພວກຄົນງານເຮັດກ່ອງ ບັນຈຸແກ້ວຢາວັກຊີນກັນໂຄວິດ-19 ທີ່ສະຖາບັນອິນເດຍ ຢູ່ເມືອງປູເນ ປະເທດອິນເດຍ.
ພວກຄົນງານເຮັດກ່ອງ ບັນຈຸແກ້ວຢາວັກຊີນກັນໂຄວິດ-19 ທີ່ສະຖາບັນອິນເດຍ ຢູ່ເມືອງປູເນ ປະເທດອິນເດຍ.

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

ລັດຖະບານຂອງປະທານາທິບໍດີໂຈ ໄບເດັນ ມີຄວາມເຊື່ອໝັ້ນຢ່າງແຮງກ້າວ່າ ມັນເປັນສິ່ງສຳຄັນ ທີ່ໂລກຈະຕ້ອງໄດ້ປຸ້ມລຸມສາມັກຄີກັນ ແລະເອົາຊະນະໂຣກລະບາດໂຄວິດ-19. ແຕ່ໃນຂະນະທີ່ສາຍພັນໃໝ່ຂອງພະຍາດດັ່ງກ່າວ ປາກົດໂຕອອກມາ ແລະພວມແຜ່ລະບາດ ໄປຍັງທົ່ວໂລກຢູ່ນັ້ນ ມັນຈຶ່ງເປັນທີ່ຈະແຈ້ງວ່າ “ພວກເຮົາຕ້ອງໄດ້ປະສານງານກັນ ຖ້າພວກເຮົາຈະເອົາຊະນະໂຄວິດ-19 ຢູ່ໃນທຸກແຫ່ງຫົນ” ນັ້ນຄືຄໍາເວົ້າ ຂອງປະທານາທິບໍດີ ໄບເດັນ ແລະທ່ານກ່າວຕື່ມວ່າ:

“ສະຫະລັດໃຫ້ຄຳໝັ້ນສັນຍາ 2 ພັນລ້ານໂດລາ ສຳລັບອົງການໂຄແວັກ ພ້ອມກັບຄຳສັນຍາຈະໃຫ້ການຊ່ວຍເຫຼືອຕື່ມ 2 ພັນລ້ານໂດລາ ເພື່ອຮຽກຮ້ອງໃຫ້ປະ ເທດອື່ນໆ ເພີ້ມການຊ່ວຍເຫຼືອເຊັ່ນດຽວກັນ.”

ການຊ່ວຍເຫຼືອຂັ້ນຕົ້ນ 2 ພັນລ້ານໂດລາ ຈະສະໜອງໃຫ້ ໃນປີ 2021 ສ່ວນເງິນງວດທີສອງ 2 ພັນລ້ານໂດລານັ້ນ ຈະເປີດໃຫ້ໃຊ້ສຳລັບປີຕໍ່ໄປ. ເງິນທຶນດັ່ງກ່າວຈະມອບໃຫ້ອົງການກາວີ ຊຶ່ງເປັນອົງການພັນທະມິດໂລກເພື່ອຊອກສະແຫວງຫາແລະຊ່ວຍສັກຢາວັກຊີນ ຢູ່ໃນທົ່ວໂລກ ສຳລັບການຄຸ້ມຄອງການເຂົ້າເຖິງຢາວັກຊີນກັນໂຄວິດ-19 ຂອງໂລກ ທີ່ເອີ້ນຫຍໍ້ວ່າໂຄແວັກ ຊຶ່ງມີຈຸດປະສົງແນໃສ່ເພື່ອໃຫ້ໄດ້ຮັບຢາວັກຊີນ ຢ່າງໜ້ອຍ 1 ພັນ 300 ລ້ານໂດສ ຫຼືປະມານ 20 ເປີເຊັນຂອງປະຊາກອນໂລກ ສໍາລັບປະຊາຄົມທີ່ທຸກຍາກຫຼໍ່ແຫຼມ ຢູ່ໃນທົ່ວໂລກ.

ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນໄດ້ກ່າວໃນການລາຍງານຕໍ່ກອງປະຊຸມສະພາຄວາມໝັ້ນຄົງ ອົງການສະຫະປະຊາຊາດ ກ່ຽວກັບໂຄວິດ-19 ແລະການເຂົ້າເຖິງຢາວັກຊີນ ເມື່ອທ້າຍເດືອນກຸມພາຜ່ານມານີ້ວ່າ “ຄວາມຈິງແລ້ວ ສະຫະລັດເຊື່ອວ່າ ນະໂຍບາຍການຕົກລົງຫຼາຍຝ່າຍ ອົງການສະຫະປະຊາຊາດ ອົງການອະນາໄມໂລກ ແມ່ນມີຄວາມຈຳເປັນບໍ່ພຽງແຕ່ເປັນການຕອບຮັບ ທີ່ມີປະສິດທິຜົນທາງດ້ານສາທາລະນະສຸກ ແລະມະນຸດສະທຳຂອງນາໆຊາດ ຕໍ່ໂຄວິດ-19 ເທົ່ານັ້ນ ແຕ່ຍັງເປັນການເສີມສ້າງ ຄວາມສາມາດ ທາງດ້ານສາທາະລະນະສຸກຂອງໂລກໃຫ້ເຂັ້ມແຂງຂຶ້ນກວ່າເກົ່າແລະຄວາມໝັ້ນຄົງສຳລັບອະນາຄົດຕໍ່ໜ້າ.

“ພວກເຮົາຕ້ອງໄດ້ເອົາຊະນະໂຄວິດ-19 ແລະປ້ອງກັນບໍ່ໃຫ້ເກີດໂຣກລະບາດອີກໃນອະນາຄົດ ເພື່ອກ້າວໄປສູ່ຈຸດນັ້ນ ພວກເຮົາຈະເຮັດວຽກຮ່ວມກັບປະເທດພາຄີຢູ່ໃນທົ່ວໂລກເພື່ອເສີມຄວາມເຂັ້ມແຂງແລະປະຕິຮູບອົງການອະນາໄມໂລກໃຫ້ການສະໜັບສະໜຸນຕໍ່ຫົວຂໍ້ຄວາມໝັ້ນຄົງທາງດ້ານອະນາໄມຂອງໂລກ ເພື່ອສ້າງຄວາມພ້ອມແບບຍືນຍົງ ສຳລັບຮັບມືກັບໄພຂົ່ມຂູ່ທາງດ້ານຊີວະພາບ ເພື່ອສ້າງລະບົບເຕືອນໄພທີ່ຈະອະນຸຍາດໃຫ້ພວກເຮົາຮັບມືໄດ້ໄວຂຶ້ນດ້ວຍການກວດ ດ້ວຍການຕິດຕາມຫາ ດ້ວຍການສະໜອງຊຸດປ້ອງໄພພີພີອີ ສຳລັບຊ່ວຍຊີວິດຜູ້ຄົນ.”

ທ່ານບລິງເກັນ ກ່າວວ່າ ເຖິງແມ່ນໃນຂະນະທີ່ພວກເຮົາໄດ້ຂະຫຍາຍ ຊ່ອງທາງເຂົ້າເຖິງຢາວັກຊີນ ດ້ວຍຄວາມປອດໄພ ແລະມີປະສິດທິຜົນແລ້ວກໍຕາມ ພວກເຮົາກໍຮູ້ດີວ່າ ການແຜ່ລະບາດຂອງໂຄວິດ-19 ກໍຍັງມີທ່າທາງວ່າຈະດຳ ເນີນຕໍ່ຕື່ມອີກໃນຫຼາຍປີຂ້າງໜ້າ. ທ່ານບລິງເກັນກ່າວຕື່ມວ່າ:

“ເພື່ອດຳເນີນການໄປໜ້າ ທຸກໆປະເທດຄວນຈະເຂົ້າຮ່ວມຂັ້ນຕອນໃນການປ້ອງກັນແລະຮັບມືແບບສຸກເສີນທາງດ້ານສາທາລະນະສຸກ ດ້ວຍຄວາມໂປ່ງໃສແລະເຂັ້ມແຂງ ເພື່ອໃຫ້ໂລກຮຽນຮູ້ ຫຼາຍເທົ່າທີ່ຈະຫຼາຍ ໄວເທົ່າທີ່ຈະໄວໄດ້. ຄວາມໂປ່ງໃສ ການແບ່ງປັນຂໍ້ມູນ ການເຂົ້າເຖິງພວກນັກຊ່ຽວຊານສາກົນ ສິ່ງເຫຼົ່ານີ້ຕ້ອງເປັນມາດຕະຖານສຳລັບວິທີການຮັບມືຂອງພວກເຮົາຕໍ່ອັນທີ່ຈະເປັນບັນຫາທ້າທາຍຢ່າງແທ້ຈິງຂອງໂລກນັ້ນ.”

ລັດຖະມົນຕີການຕ່າງປະເທດບລິິງເກັນ ກ່າວວ່າ “ດັ່ງທີ່ປະທານາທິບໍດີໄບເດັນໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງນັ້ນ ສະຫະລັດ ຈະເຮັດວຽກໃນຖານະປະເທດພາຄີນຶ່ງ ເພື່ອແກ້ໄຂບັນຫາທ້າທາຍຂອງໂລກ. ໂຣກລະບາດນີ້ ແມ່ນນຶ່ງໃນບັນຫາທ້າທາຍເຫຼົ່ານັ້ນ ແລະມັນໄດ້ອຳນວຍໂອກາດ ໃຫ້ພວກເຮົາ ບໍ່ພຽງແຕ່ເພື່ອໃຫ້ຜ່ານຜ່່າວິກິດການໃນປັດຈຸບັນ ໄປໄດ້ເທົ່ານັ້ນ ແຕ່ຍັງກາຍເປັນປະເທດທີ່ມີການກຽມພ້ອມຫຼາຍຂຶ້ນ ແລະປັບຕົວໄດ້ງ່າຍຂຶ້ນກວ່າເກົ່າສຳລັບໃນອະນາຄົດ.”

XS
SM
MD
LG