Accessibility links

Breaking News

ບົດບັນນາທິການ: ການຕໍ່ສູ້ຕ້ານອີໂບລາ ຍັງດໍາເນີນຕໍ່ໄປ


ຄົນງານໃສ່ເຄື່ອງປ້ອງກັນເພື່ອແຍກພວກຕິດອີໂບລາ ອອກໄປປົວຕ່າງຫາກ ທີ່ສາທາລະນະລັດປະຊາທິປະໄຕຄອງໂກ.
ຄົນງານໃສ່ເຄື່ອງປ້ອງກັນເພື່ອແຍກພວກຕິດອີໂບລາ ອອກໄປປົວຕ່າງຫາກ ທີ່ສາທາລະນະລັດປະຊາທິປະໄຕຄອງໂກ.

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

ໃນທ້າຍເດືອນມີນາຜ່ານມານີ້ ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ ໄດ້ປະກາດວ່າ ລັດຖະບານສະຫະລັດໄດ້ຈັດງົບປະມານຫຼາຍເຖິງ 30 ລ້ານໂດລາເພື່ອຊ່ວຍໃຫ້ການສະໜັບສະໜຸນໃນການຮັບມືຢ່າງວ່ອງໄວຕໍ່ການລະບາດຂອງອີໂບລາໃນສາທາລະນະລັດປະຊາທິປະໄຕຄອງໂກແລະສາທາລະນະລັດກີນີ. ເງິນທຶນດັ່ງກ່າວ ຍັງຈະຊ່ວຍສ້າງຄວາມເຂັ້ມແຂງໃຫ້ແກ່ການກະກຽມ ເພື່ອຮັບມືກັບອີິໂບລາ ໃນເຂດຊາຍແດນ ທີ່ມີຄວາມສ່ຽງສູງຂອງປະເທດກົດດີວົວ ໄລບີເຣຍ ມາລີ ຮວັນດາ ເຊເນການ ຊີແອຣາເລອອນ ແລະອູການດາ.

ອີໂບລາແມ່ນໄຂ້ເລືຶອດອອກຊະນິດນຶ່ງ ແລະໄດ້ຮັບການລະບຸເປັນເທື່ອທຳອິດໃນປີ 1976 ໃນອັນທີ່ເປັນ ສາທາລະນະລັດປະຊາທິປະໄຕຄອງໂກທຸກມື້ນີ້ຢູ່ຕາມແມ່ນ້ຳອີໂບລາ.

ອີງຕາມອົງການອະນາໄມໂລກແລ້ວ ແຕ່ປີ 1976 ຫາ 2012 ມີການລະບາດທີ່ລະບຸວ່າເປັນອີໂບລາ 24 ເທື່ອ ໃນເຂດໃຕ້ທະເລຊາຍຊາຮາຣາ ຂອງອາຟຣິກາ ຊຶ່ງມີທັງໝົດເກືອບ 2,400 ກໍລະນີ ໂດຍມີຜູ້ເສຍຊີວິດ 1,590 ຄົນ. ແລະຕໍ່ມາ ກໍມີການລະບາດໃນອັນທີ່ຮູ້ກັນວ່າ ແມ່ນການລະບາດທີ່ໃຫຍ່ສຸດ ເກີດຂຶ້ນໃນເຂດອາຟຣິກາຕາເວັນຕົກ ລະຫວ່າງເດືອນທັນວາປີ 2013 ແລະມັງກອນປີ 2016 ຊຶ່ງເຮັດໃຫ້ມີຜູ້ລົ້ມປ່ວຍ 28,646 ຄົນ ແລະ 11,323 ຄົນເສຍຊີວິດ. ນອກນັ້ນ ກໍຍັງມີການລະບາດຂະໜາດນ້ອຍ ຕິດຕາມມາ ໃນປີ 2017 ແລະ 2018. ການລະບາດໃຫຍ່ຄັ້ງທີ 2 ມີຂຶ້ນໃນພາກຕາເວັນອອກຂອງສາທາລະນະລັດປະຊາທິປະໄຕຄອງໂກ ແຕ່ປີ 2018​ ຫາ 2020. ນີ້ແມ່ນການລະບາດທີ່ໃຫຍ່ສຸດຄັ້ງທີ 2 ຂອງອີໂບລາໃນປະຫວັດສາດໂລກ ເປັນການລະບາດທີ່ຮ້າຍແຮງສຸດໃນປະຫວັດສາດຂອງສາທາລະນະລັດປະຊາທິປະໄຕຄອງໂກ ແລະກໍເປັນການລະບາດເທື່ອທຳອິດໃນເຂດທີ່ເກີດບັນຫາຂັດແຍ້ງກັນ.

ອີໂບລາແມ່ນຕິດແປດກັນໂດຍຜ່ານການແຕະຕ້ອງໂດຍກົງກັບຂອງແຫຼວຈາກສັດ ຫຼືມະນຸດທີ່ຕິດເຊື້ອ. ການຕິດແປດຍັງສາມາດເກີດຂຶ້ນໄດ້ ຈາກການແຕະ ຕ້ອງຮ່າງກາຍຂອງພວກທີ່ເສຍຊີວິດຍ້ອນອີໂບລາ ໃນລະຫວ່າງການຝັງສົບທີ່ຮວມທັງການແຕະຕ້ອງຫຼືລ້າງສ່ວຍສົບ. ອົງການອະນາໄມໂລກ ລາຍງານວ່າ ການປິ່ນປົວໃນການຮັກສາພະຍາບານຂັ້ນຕົ້ນໆແລະການພົວພັນຂອງປະຊາຄົມ
ແມ່ນກະແຈສຳຄັນເພື່ອຊ່ວຍຊີວິດແລະຄວບຄຸມໃນການລະບາດ. ເພື່ອປ້ອງກັນບໍ່ໃຫ້ມີການລະບາດຂະໜາດໃຫຍ່ ການສອດສ່ອງເຝົ້າລະວັງກ່ຽວກັບພະຍາດນີ້ ແມ່ນມີຄວາມຈຳເປັນເພື່ອຈະຮູ້ຈັກພ້ອມກັບຮັບມືຢ່າງວ່ອງໄວແລະມີປະສິດທິຜົນກັບກໍລະນີໃໝ່ ຢູ່ໃນແລະອ້ອມແອ້ມບໍລິເວນທີ່ໄດ້ຮັບຜົນກະທົບ.

ການຊ່ວຍເຫຼືອຈາກລັດຖະບານສະຫະລັດທີ່ມີມູນຄ່າເຖິງ 30 ລ້ານໂດລາຈະນຳໄປສະໜັບສະໜຸນການຕາມຫາຜູ້ຕິດເຊື້ອ ຕະຫຼອດທັງຢູ່ໃນຫ້ອງວິໄຈແລະການກວດເພື່ອວິນິດໄສພະຍາດ. ນອກນັ້ນ ຍັງຈະນຳໄປໃຊ້ໃນການສ້າງຕັ້ງສູນກາງປິ່ນປົວອີໂບລາ ແລະການຂົນສົ່ງ ພ້ອມທັງເສີມຂະຫຍາຍມາດຕະການປ້ອງກັນແລະຄວບຄຸມການຕິດເຊື້ອ ຢູ່ຕາມສະຖານທີ່ທາງການແພດສຳຄັນແຫ່ງຕ່າງໆ.

ພະຍາດຕິດຕໍ່ເຊັ່ນອີໂບລາ ບໍ່ໄດ້ໃຫ້ການເຄົາລົບຕໍ່ເຂດຊາຍແດນລະຫວ່າງປະເທດຕ່າງໆແລະສາມາດແຜ່ລະບາດຢ່າງວ່ອງໄວ ເຮັດໃຫ້ການຮັກສາສຸຂະພາບ ຄວາມໝັ້ນຄົງ ແລະຄວາມອຸດົມຮັ່ງມີ ຂອງທຸກໆປະເທດ ຕົກຢູ່ໃນອັນຕະລາຍ. ລັດຖະບານສະຫະລັດມີຄວາມພາກພູມໃຈທີ່ຈະປະກອບສ່ວນເຂົ້າຮ່ວມໃນຄວາມ
ພະຍາຍາມເພື່ອຮັບມືກັບພະຍາດທີ່ໜ້າຢ້ານກົວນີ້ແລະຄວາມໝັ້ນຄົງໃນການຮັກສາສຸຂະພາບຂອງໂລກໃນຂອບເຂດທີ່ກວ້າງຂວາງຫຼາຍຂຶ້ນ.

XS
SM
MD
LG