Accessibility links

Breaking News

ບົດບັນນາທິການ: ເກົາຫຼີເໜືອ ລົງໂທດຢ່າງໜັກ ຕໍ່ພວກທີ່ສະແດງອອກ ທາງດ້ານສາສະໜາ


ເຈົ້າໜ້າທີ່ອະວຸໂສ ແດນ ເນດີ ຈາກອົງການອິດສະຫຼະພາບໃນການນັບຖືສາສະໜາລະຫວ່າງປະເທດ ເມື່ອວັນທີ 12 ພຶດສະພາ 2021.
ເຈົ້າໜ້າທີ່ອະວຸໂສ ແດນ ເນດີ ຈາກອົງການອິດສະຫຼະພາບໃນການນັບຖືສາສະໜາລະຫວ່າງປະເທດ ເມື່ອວັນທີ 12 ພຶດສະພາ 2021.

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

ສະຫະລັດຍັງສືບຕໍ່ “ມີຄວາມເປັນຫ່ວງຢ່າງເລິກເຊິ່ງກ່ຽວກັບການລະເມີດສິດທິມະນຸດຢ່າງກວ້າງຂວາງຂອງເກົາຫຼີເໜືອ ຮວມທັງການຈຳກັດຮັດແຄບຢ່າງຮ້າຍແຮງ ຕໍ່ສິດເສລີພາບໃນການນັບຖືສາສະໜາ” ນັ້ນຄືຄຳເວົ້າ ຂອງທ່ານແດ ນຽລ ນາແດລ ເຈົ້າໜ້າທີ່ອະວຸໂສຂອງກະຊວງການຕ່າງປະເທດສະຫະລັດ.

ອີງຕາມລາຍງານສະບັບຫຼ້າສຸດ ກ່ຽວກັບການນັບຖືສາສະໜາຂອງລະຫວ່າງປະເທດແລ້ວ ມີລາຍງານວ່າ ລັດຖະບານເກົາຫຼີເໜືອ ຍັງສືບຕໍ່ປະຫັດປະຫານ ທໍ ລະມານ ຈັບກຸມຄຸມຂັງ ແລະທຳການລົງໂທດ ທາງດ້ານຮ່າງກາຍອື່ນໆຕໍ່ສ່ວນບຸກຄົນທີ່ພົວພັນກັບກິດຈະການດ້ານສາສະໜາເກືອບວ່າທຸກໆສາສະໜາ. ຍ້ອນ
ການເຂົ້າໄປໃນປະເທດດັ່ງກ່າວມີຄວາມຍາກລຳບາກແລະການຂາດຂໍ້ມູນທີ່ວ່ອງໄວຈຶ່ງເຮັດໃຫ້ລາຍລະອຽດກ່ຽວກັບກໍລະນີທີ່ພົວພັນກັບການລ່ວງລະເມີດຕໍ່ສ່ວນບຸກຄົນຍັງມີຂໍ້ຈຳກັດ. ນອກນັ້ນ ຍັງເຮັດໃຫ້ເປັນການຍາກຢ່າງຍິ່ງທີ່ຈະຄາດຄະເນກ່ຽວກັບກຸ່ມສາສະໜາຕ່າງໆ ແລະສະມາຊິກຂອງພວກເຂົາເຈົ້າຢູ່ໃນປະເທດເກົາຫຼີເໜືອ.

ອົງການ Open Doors USA ຊຶ່ງເປັນຈັດຕັ້ງ ທີ່ບໍ່ຂຶ້ນກັບລັດຖະບານ ກະປະມານໃນຕອນທ້າຍປີແລ້ວນີ້ວ່າ ມີຊາວເກົາຫຼີເໜືອ ລະຫວ່າງ 50,000 ຫາ 70,000 ຄົນໄດ້ຖືກຄຸກຍ້ອນເປັນຊາວຄຣິສຕຽນ. ໃນເດືອນພຶດສະພາປີ 2020 ຜ່ານມານີ້ ອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ ເພື່ອຄວາມເປັນເອກກະພາບກັບຊາວຄຣິສຕຽນໃນທົ່ວໂລກ ກະປະມານວ່າ ມີ 200,000 ຄົນໄດ້ຖືກຄຸມຂັງຢູ່ໃນຄ້າຍສັບພະທຸກ ຫຼາຍໆຄົນໃນນັ້ນ ແມ່ນຍ້ອນນັບຖື ສາສະໜາຄຣິສຕຽນ. ສູນກາງຂໍ້ມູນເພື່ອສິດທິມະນຸດໃນເກົາຫຼີເໜືອຊຶ່ງເປັນອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານໃນເກົາຫຼີໃຕ້ ໄດ້ອ້າງຄຳເວົ້າຂອງພວກທີ່ໂຕນໜີມາເກົາຫຼີໃຕ້ ແຕ່ປີ 2007 ຫາເດືອນທັນວາປີ 2019​ ແລະແຫຼ່ງຂ່າວອື່ນໆລາຍງານວ່າ ມີ 1,411 ກໍລະນີໃນການລະເມີດສິດເສລີພາບທາງດ້ານສາສະໜາຫຼືຄວາມເຊື່ອ ໂດຍເຈົ້າໜ້າທີ່ຂອງເກົາຫຼີເໜືອ ຮວມທັງ 126 ຄົນໄດ້ຖືກຂ້າຕາຍ ແລະອີກ 94 ຄົນໄດ້ຫາຍສາບສູນ.

ໃນເດືອນຕຸລາປີ 2020 ແລ້ວນີ້ ອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານຊື່ວ່າ ຂໍ້ລິເລີ້ມເກົາຫຼີ ຫຼື KFI ທີ່ຕັ້ງຢູ່ໃນປະເທດອັງກິດ ໄດ້ອອກລາຍງານສະບັບນຶ່ງອີງໃສ່ການສຳພາດກັບພວກໂຕນໜີທີ່ລອດຊີວິດມາໄດ້ ພວກພະຍານ ແລະພວກທີ່ໄດ້ລະເມີດສິດເສລີິພາບໃນການນັບຖືສາສະໜາແຕ່ປີ​ 1990 ຫາ 2019. ພວກສືບສວນໄດ້ລະບຸວ່າມີຜູ້ເຄາະຮ້າຍ 273 ຄົນ ທີ່ໄດ້ຖືກລົງໂທດຍ້ອນພົວພັນໃນການປະຕິບັດສາສະໜາກິດ ຫຼືບໍ່ກໍໄດ້ຕິດຕໍ່ກັບບຸກຄົນທາງສາສະໜາ ໄປຮ່ວມຫຼືປະຕິບັດສາສະໜາກິດ ຫຼືບໍ່ກໍແບ່ງປັນຄວາມເຊື່ອທາງດ້ານສາສະໜາ. ອົງການ KFI ລາຍງານວ່າ ເຂົາເຈົ້າໄດ້ຖືກຈັບກຸມ ຄຸມຂັງ ແກ່ຍາວການສອບປາກຄໍາ ລົງໂທດສະມາຊິກໃນຄອບຄົວ ທໍລະມານຫຼືລ່ວງລະເມີດທາງດ້ານຮ່າງກາຍແບບທີ່ຕິດຕໍ່ໜໍ່ເນື່ອງ ໃຊ້ຄວາມຮຸນແຮງທາງເພດ ບັງຄັບໃຫ້ເຮັດແທ້ງລູກ ປະຫານຊີວິດ ແລະດຳເນີນຄະດີຢ່າງເປັນການເປີດເຜີຍ

ປີ 2020 ເປັນປີທີ 19 ລຽນຕິດ ທີ່ອົງການ Open Doors USA ໄດ້ຈັດເອົາເກົາຫຼີເໜືອ ເປັນນ້ຳເບີ 1 ຢູ່ໃນລາຍງານປະຈຳປີຂອງຕົນ ກ່ຽວກັບປະເທດ ບ່ອນທີ່ຊາວຄຣິສຕຽນ ໄດ້ປະເຊີນກັບການ “ປະຫັດປະຫານຢ່າງຮ້າຍແຮງສຸດ.”

ບັນດາອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານແລະພວກທີ່ໂຕນໜີຈາກເກົາຫຼີເໜືອ ກ່າວວ່າ ລັດຖະບານມັກຈະນຳໃຊ້ນຳໂຍບາຍຈັບກຸມຄຸມຂັງຫຼືບໍ່ກໍລົງໂທດສະມາຊິກໃນຄອບຄົວ ຂອງຊາວຄຣິສຕຽນ. ອີງຕາມອົງການ Open Doors USA ແລ້ວ “ຖ້າຫາກມີການພົບເຫັນຊາວເກົາຫຼີເໜືອທີ່ນັບຖືສາສະໜາຄຣິສຕຽນແລ້ວ ພວກເຂົາເຈົ້າກໍຈະຖືກສົ່ງໄປ ຄ້າຍສັບພະທຸກອອກແຮງງານ ຄືກັນກັບພວກທີ່ມີຄວາມຜິດທາງດ້ານການເມືອງ ຫຼືແມ່ນກະທັງຖືກຂ້າຕາຍຢູ່ໃນຈຸດນັ້ນໂລດ.”

ເຈົ້າໜ້າທີ່ອະວຸໂສນາແດລ ກ່າວວ່າ “ສະຫະລັດມີຄວາມຕັ້ງໃຈທີ່ຈະນຳເອົາບັນຫາສິດທິມະນຸດເຂົ້າມາເປັນຈຸດສູນກາງໃນນະໂຍບາຍການຕ່າງປະເທດນັ້ນແມ່ນຮວມທັງ “ຊຸກຍູ້ໃຫ້ນຳເອົາຕົວພວກທີ່ກໍ່ການ ມາລົງໂທດ ກ່ຽວກັບການລ່ວງລະ ເມີດເຫຼົ່ານັ້ນ” ຕໍ່ສິດເສລີພາບໃນການນັບຖືສາສະໜາຢູ່ໃນເກົາຫຼີເໜືອ.

XS
SM
MD
LG