Accessibility links

Breaking News

ບົດບັນນາທິການ: ຊຸກຍູ້ສັນຕິພາບ ໃນເຂດແຫຼມຮອນຂອງອາຟຣິກາ


ທູດພິເສດ ສຫລ ຮັບຜິດຊອບ ເຂດແຫຼມຮອນຂອງອາຟຣິກາ ທ່ານເຈັຟຟຣີ ແຟລທ໌ແມນ (ຊ້າຍ) ພົບປະ ລມຕ ຕ່າງປະເທດຊູດານ ທ່ານ Maryam al-Sadiq al-Mahdi iທີ່ນະຄອນຫຼວງຄາຣ໌ທູມ ເມື່ອວັນທີ 7 ພຶດສະພາ 2021.
ທູດພິເສດ ສຫລ ຮັບຜິດຊອບ ເຂດແຫຼມຮອນຂອງອາຟຣິກາ ທ່ານເຈັຟຟຣີ ແຟລທ໌ແມນ (ຊ້າຍ) ພົບປະ ລມຕ ຕ່າງປະເທດຊູດານ ທ່ານ Maryam al-Sadiq al-Mahdi iທີ່ນະຄອນຫຼວງຄາຣ໌ທູມ ເມື່ອວັນທີ 7 ພຶດສະພາ 2021.

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

ທ່ານເຈັຟຟຣີ ແຟລທ໌ແມນ ທູດພິເສດຮັບຜິດຊອບໃນເຂດແຫຼມຮອນຂອງອາຟຣິກາ ຫາກໍເສັດສິ້ນການຢ້ຽມຢາມ ປະເທດອີຈິບ ເອຣິເທຣຍ ຊູດານ ແລະເອທິໂອເປຍຄັ້ງທຳອິດຂອງທ່ານ. ສາລະສຳຄັນໃນການຢ້ຽມຢາມດັ່ງກ່າວກໍແມ່ນສະຫະລັດມີຄວາມໝັ້ນໝາຍທີ່ຈະແກ້ໄຂວິກິດການຕ່າງໆຢູ່ໃນຂົງເຂດ ແລະໃຫ້ ການສະໜັບສະໜຸນຕໍ່ເຂດແຫຼມຮອນຂອງອາຟຣິກາທີ່ອຸດົມຮັ່ງມີ ແລະມີສະຖຽນລະພາບ ທີ່ປະຊາຊົນໃນບັນດາປະເທດເຫຼົ່ານີ້ ມີສິດມີສຽງຢູ່ໃນລັດຖະບານຂອງພວກເຂົາເຈົ້າ.

ກ່ອນອື່ນໝົດສະຫະລັດເຊື່ອວ່າ ອະທິປະໄຕ ແລະປະເທດເອທິໂອເປຍທີ່ເປັນເອກກະພາບແມ່ນພາກສ່ວນສຳຄັນ ສຳລັບວິໄສທັດອັນນີ້ ແຕ່ຂະນະດຽວກັນ ກໍມີຄວາມເປັນຫ່ວງຢ່າງເລິກເຊິ່ງ ກ່ຽວກັບການແບ່ງຂົ້ວ ທາງດ້ານການເມືອງແລະຊົນຊາດຊົນເຜົ່າທີ່ເພີ້ມທະວີຂຶ້ນຢູ່ໃນທົ່ວປະເທດ. ການກໍ່ໂທດກຳທີ່ແຂວງທິເກຣ ແລະຂອບເຂດຂອງເຫດການສຸກເສີນທາງດ້ານມະນຸດສະທຳແມ່ນເປັນທີ່ຮັບເອົາບໍ່ໄດ້. ສະຫະລັດຈະເຮັດວຽກຮ່ວມກັບບັນດາປະເທດພັນທະມິດແລະພາຄີ ເພື່ອຄ້ຳປະກັນໃຫ້ມີການຢຸດຍິງ ເຮັດໃຫ້ບັນຫາຂັດແຍ້ງທີ່ໂຫດຮ້າຍທາລຸນນີ້ສິ້ນສຸດລົງ ສະໜອງການຊ່ວຍເຫຼືອເພື່ອກູ້ຊີວິດທີ່ມີຄວາມຈຳເປັນຢ່າງຮີບດ່ວນ ແລະນຳເອົາໂຕພວກທີ່ຮັບຜິດຊອບ ໃນການລະເມີດສິດທິມະນຸດ ແລະ ລະເມີດໃນໜ້າທີ່ຮັບຜິດຊອບ ມາລົງໂທດ. ວິກິດການໃນແຂວງທິເກຣຍັງເປັນອາການຂອງບັນຫາທ້າທາຍແຫ່ງຊາດໃນຂອບເຂດທີ່ກວ້າງຂວາງທີ່ໄດ້ເຮັດໃຫ້ການປະຕິຮູບແບບມີຄວາມໝາຍຕົກຢູ່ໃນຄວາມສ່ຽງ. ດັ່ງທີ່ທ່ານທູຸດພິເສດແຟລທ໌ແມນ ໄດ້ຫາລືກັບນາຍົກລັດຖະມົນຕີອາບີຂອງເອທິໂອເປຍ ແລະຜູ້ນຳຄົນອື່ນໆ
ບັນຫາທ້າທາຍເຫຼົ່ານີ້ ສາມາດໄດ້ຮັບການແກ້ໄຂ ຢ່າງມີປະສິດທິຜົນ ໂດຍຜ່ານຄວາມພະຍາຍາມເພື່ອສ້າງຄວາມເປັນເອກກະພາບແຫ່ງຊາດ ບົນພື້ນຖານຂອງການເຄົາລົບນັບຖືສິດທິມະນຸດ ແລະສິດທິທາງດ້ານການເມືອງ ຂອງປະຊາຊົນຊາວເອທິໂອເປຍທຸກຖ້ວນໜ້າ ຊຶ່ງຮວມທັງ ການເລືອກຕັ້ງທີ່ເສລີ ແລະຍຸຕິທຳ.
ການມີໜ້າຂອງກຳລັງເອຣິເທຣຍໃນເອທິໂອເປຍ ແມ່ນກົງກັນຂ້າມກັບເປົ້າໝາຍເຫຼົ່ານີ້. ທີ່ນະຄອນອາສມາຣາ ທູດພິເສດແຟລທ໌ແມນ ໄດ້ກ່າວເນັ້ນຕໍ່ປະທານາທິບໍດີອີຊາອີອາດ ອັຟເວີກີ (Isaias Afwerki) ເຖິງຄວາມຈຳເປັນອັນຮີບດ່ວນທີ່ທະຫານເອຣິເທຣຍຕ້ອງໄດ້ຖອນອອກໄປຈາກເອທິໂອເປຍໃນທັນທີ.

ການຫັນປ່ຽນທາງດ້ານການເມືອງໃນຊູດານ ແມ່ນໂອກາດທີ່ມີຂຶ້ນພຽງເທື່ອດຽວໃນຮຸ້ນຄົນນຶ່ງ ທີ່ສາມາດໃຊ້ເປັນຕົວຢ່າງ ສຳລັບຂົງເຂດ. ດັ່ງທີ່ທ່ານທູດພິເສດແຟລທ໌ແມນໄດ້ກ່າວເນັ້ນຕໍ່ຄະນະນຳພາຂອງຊູດານ ສະຫະລັດຈະສືບຕໍ່ໃຫ້ການສະໜັບສະໜຸນຕໍ່ການຫັນປ່ຽນໄປສູ່ປະຊາທິປະໄຕຂອງຊູດານເພື່ອໃຫ້ຊູດານສາມາດກ່າວອ້າງເອົາຕຳແໜ່ງຂອງຕົນ ໃນຖານະປະເທດທີ່ມີຄວາມຮັບຜິດຊອບທີ່ສຳຄັນຢູ່ໃນຂົງເຂດຫຼັງຈາກສາມທົດສະວັດໃນການເປັນກຳລັງທຳລາຍສະຖຽນລະພາບ. ນອກນັ້ນ ສະຫະລັດຍັງມີຄວາມໝັ້ນໝາຍທີ່ຈະຊ່ວຍແກ້ໄຂບັນຫາຂັດແຍ້ງກ່ຽວກັບການສ້າງເຂື່ອນໃຫຍ່ໃນເອທິໂອເປຍ​ແລະບັນຫາຂັດແຍ້ງຊາຍແດນກັບຊູດານ ເພື່ອບໍ່ໃຫ້ບັນຫາເຫຼົ່ານີ້ບ່ອນທຳລາຍຕໍ່ຄວາມກ້າວໜ້າອັນບອບບາງທີ່ໄດ້ມີຂຶ້ນ ນັບແຕ່ໄດ້ມີການປະຕິວັດມາ.

ທູດພິເສດແຟລທ໌ແມນຍັງໄດ້ຫາລືກັບພວກຜູ້ນຳຢູ່ອາດິສອາບາບາ ໄຄໂຣ ແລະຄາຣ໌ທູມ ກ່ຽວກັບຄວາມເປັນຫ່ວງກັງວົນໃນເລື້ອງນ້ຳ ແລະຄວາມປອດໄພຂອງເຂື່ອນ ໂດຍອີຈິບ ແລະຊູດານ ຕະຫຼອດທັງຄວາມຈຳເປັນຂອງເອທິໂອເປຍ ທີ່ຕ້ອງການຈະພັດທະນາໄຟຟ້າພະລັງນ້ຳ. ບັນຫາເຫຼົ່ານີິ້ຄວນຈະໄດ້ຮັບການແກ້ໄຂໂດຍການເຈລະຈາລະຫວ່າງພັກຝ່າຍຕ່າງໆ ພາຍໃຕ້ການນຳພາຂອງສະຫະພາບອາຟຣິກາ.

ສະຫະລັດຍັງສືບຕໍ່ມີຄວາມໝັ້ນໝາຍທີ່ຈະນຳເອົາສັນຕິພາບ ແລະການສ້າງຄວາມປອງດອງຊາດ ກັບຄືນມາສູ່ແຫຼມຮອນຂອງອາຟຣິກາ.

XS
SM
MD
LG