Accessibility links

Breaking News

ສານ ສປຊ ໄດ້ຕັດສິນເຫັນພ້ອມ ກັບໂທດຈຳຄຸກ ຕະຫຼອດຊີວິດ ສຳລັບ ທ່ານຣັດໂກ ມລາດິສ


ອະດີດຜູ້ນຳທະຫານເຊີເບຍ ໃນບອສເນຍ ທ່ານຣັດໂກ ມລາດິສ (Ratko Mladic) ຍາງເຂົ້າໄປຫ້ອງສານ ກ່ອນການຕັດສິນ ໃນການຂໍອຸທອນຂອງທ່ານ.
ອະດີດຜູ້ນຳທະຫານເຊີເບຍ ໃນບອສເນຍ ທ່ານຣັດໂກ ມລາດິສ (Ratko Mladic) ຍາງເຂົ້າໄປຫ້ອງສານ ກ່ອນການຕັດສິນ ໃນການຂໍອຸທອນຂອງທ່ານ.

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

ກົນໄກທີ່ກຳກັບນຳສ່ວນທີ່ຍັງເຫຼືອ ຂອງສານອາຍາລະຫວ່າງປະເທດ ອົງ ການສະຫະປະຊາຊາດ ຫວ່າງບໍ່ດົນມານີ້ ໃຫ້ການຢືນຢັນ ກ່ຽວກັບການຕັດສິນໂທດຈຳຄຸກຕະຫຼອດຊີວິດຂອງອະດີດຜູ້ບັນຊາການທະຫານເຊີເບຍໃນບອສເນຍ ທ່ານຣັດໂກ ມລາດິສ. ທ່ານມລາດິສ ຊຶ່ງເປັນທີ່ຮູ້ກັນໃນຊື່ “ຄາດຕະກອນແຫ່ງ ບອສເນຍ” ນັ້ນ ໄດ້ຖືກພົບເຫັນວ່າມີຄວາມຜິດໃນຂໍ້ຫາຂ້າລ້າງເຜົ່າພັນ ກໍ່ໂທດກຳຕ້ານມະນຸດຊາດ ແລະກໍ່ອາຊະຍາກຳສົງຄາມ ຢູ່ໃນບອສເນຍ ໃນລະຫວ່າງປີ​ 1992 ຫາ 1995.

ປະທານາທິບໍດີໂຈ ໄບເດັນ ສະແດງຄວາມຍິນດີ ກັບການຕັດສິນດັ່ງກ່າວຢູ່ໃນຖະແຫຼງການສະບັບນຶ່ງ ໂດຍໃຫ້ຂໍ້ສັງເກດວ່າ “ຄວາມຄິດຂອງຂ້າພະເຈົ້າໃນມື້ນີ້ ແມ່ນຢູ່ກັບທຸກໆຄອບຄົວຂອງພວກເຄາະຮ້າຍທີ່ລອດຊີວິດມາໄດ້ຈາກການກໍ່ໂທດກຳຂອງມາລາດິສ. ພວກເຮົາຈະບໍ່ສາມາດ ລຶບໂສກນາດຕະກຳ ໃນການເສຍຊີວິດຂອງພວກເຂົາເຈົ້າໄດ້ ແຕ່ຂ້າພະເຈົ້າຫວັງວ່າການຕັດສິນລົງໂທດໃນມື້ນີ້ ຈະເປັນການສະໜອງການປອບໃຈບາງຢ່າງ ແກ່ພວກທີ່ພວມເສົ້າໂສກເສຍໃຈເຫຼົ່ານັ້ນ.”

ໃນຖານະທີ່ເປັນອະດີດຜູ້ບັນຊາການທະຫານເຊີເບຍໃນບອສເນຍ ທ່ານມລາດິສແມ່ນບຸກຄົນສຳຄັນໃນການປຸກລະດົມ ໂດຍມີຈຸດປະສົງເພື່ອສ້າງຄວາມຢ້ານກົວໃນການຂັບໄລ່ຊາວມຸສລິມແລະຊາວໂຄຣເອເຊຍ ໃຫ້ອອກໄປຢ່າງເປັນການຖາ ວອນ ຈາກເຂດແດນ ທີ່ຄວບຄຸມໂດຍຊາວເຊີເບຍ ໃນບອສເນຍເຮີເຊໂກວີນາ ຮວມທັງການສັງຫານພວກຜູ້ຊາຍແລະເດັກນ້ອຍຜູ້ຊາຍຊາວມຸສລິມ ຫຼາຍກວ່າ 8,000 ຄົນທີ່ເມືອງເຊເບຣນິສຊາ ໃນປີ 1995. ລັດຖະມົນຕີການຕ່າງປະເທດ ສະຫະລັດທ່ານແອນໂທນີ ບລິງເກັນກ່າວຢູ່ໃນຖະແຫຼງການສະບັບ ນຶ່ງວ່າ “ອາຊະຍາກຳທີ່ກໍ່ຂຶ້ນຢູ່ໃນບອສເນຍເຮີເຊໂກວີນາ ແມ່ນຂີດໝາຍອັນນຶ່ງໃນບົດຕອນທີ່ມືດມົນທິີ່ສຸດໃນປະຫວັດສາດ ທີ່ມີຂຶ້ນຫຼັງສົງຄາມໂລກຄັ້ງ ທີ 2.”

ລັດຖະມົນຕີບລິງເກັນ ປະກາດວ່າ “ທັງໆທີ່ໄດ້ມີການດຳເນີນຄວາມພະຍາຍາມໂດຍພວກກໍ່ການ ເພື່ອປິດປາກປິດສຽງພວກພະຍານ ບໍ່ໃຫ້ຫຼັກຖານໃນການກໍ່ອາຊະຍາກຳຂອງພວກເຂົາຖືກເປີດໂປງແລະຫຼົບຫຼີກການອອກໝາຍຈັບ ຄວາມຍຸຕິທຳ ເປັນຜູ້ຊະນະໃນຄະດີນີ້. ພວກເຮົາຂໍຊົມເຊີຍໃນຄວາມກ້າຫານແລະທົບໄດ້ງໍໄດ້ ຂອງພວກທີ່ລອດຊີິວິດ ແລະຄອບຄົວເຂົາເຈົ້າ ທີ່ຍັງສືບຕໍ່ທຳການຕໍ່ສູ້ເພື່ອໃຫ້ມີການຮັບຮູ້ຢ່າງເປັນທາງການຕໍ່ການກໍ່ອາຊະຍາກຳເຫຼົ່ານີ້.”

ໃນຂະນະທີ່ວັນຄົບຮອບ 26 ປີ ຂອງການຂ້າລ້າງເຊື້ອຊາດເຜົ່າພັນທີ່ເມືອງເຊເບຣນິສຊາຫຍັບໃກ້ເຂົ້າມາ ລັດຖະມົນຕີການຕ່າງປະເທດບລິງເກັນໄດ້ສະແດງຄວາມຫວັງອອກມາວ່າ “ຄຳຕັດສິນຂອງສານອຸທອນໄດ້ນຳເອົາຄວາມສະຫງົບໃຈມາໃຫ້ແກ່ພວກເຄາະຮ້າຍແລະຄອບຄົວຂອງເຂົາເຈົ້າ.” ນອກນັ້ນແລ້ວທ່ານຍັງໄດ້ສະແດງຄວາມຮູ້ບຸນຄຸນຕໍ່ການເຮັດວຽກເປັນເວລາຫຼາຍໆປີຂອງກົນໄກທີ່ກຳກັບນຳສ່ວນທີ່ຍັງເຫຼືອ ຂອງສານອາຍາລະຫວ່າງປະເທດ ອົງການສະຫະປະ ຊາຊາດ ທີ່ໄດ້ນຳເອົາໂຕຜູ້ກະທຳຜິດມາລົງໂທດ ໃນຄະດີຂອງມລາດິສ.”

ປະທານາທິບໍດີໄບເດັນ ກ່າວວ່າ “ການຕັດສິນຄັ້ງປະຫວັດສາດສະແດງໃຫ້ເຫັນວ່າ ພວກທີ່ກໍ່ອາຊະຍາກຳອັນໜ້າຢ້ານກົວເຫຼົ່ານັ້ນຈະຖືກນຳໂຕມາລົງໂທດ. ມັນຍັງເປັນການຢ້ຳໃຫ້ເຫັນເຖິງຄວາມຕັ້ງໃຈຮ່ວມຂອງພວກເຮົາ ທີ່ຈະປ້ອງກັນບໍ່ໃຫ້ມີການກໍ່ໂທດກຳແບບນີ້ເກີດຂຶ້ນອີກໃນອະນາຄົດ ບໍ່ວ່າຢູ່ແຫ່ງຫົນໃດຂອງໂລກ.”

XS
SM
MD
LG