Accessibility links

Breaking News

ບົດບັນນາທິການ: ການກົດຂີ່ ເພີ້ມທະວີຂຶ້ນ ຢູ່ປະເທດນິກາຣາກົວ


ປະທານາທິບໍດີນິກາຣາກົວ ທ່ານດານຽລ ອໍເຕກາ.
ປະທານາທິບໍດີນິກາຣາກົວ ທ່ານດານຽລ ອໍເຕກາ.

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

ສະຫະລັດໄດ້ທຳການລົງໂທດ ຕໍ່ສະມາຊິກ 4 ຄົນ ຂອງອຳນາດການປົກ ຄອງ ອໍເຕກາ-ມູຣິໂຍ​ ໃນປະເທດນິກາຣາກົວ ໃນຂະນະທີ່ການກົດຂີ່ແລະການຂົ່ມຂູ່ຮອບໃໝ່ ເພີ້ມທະວີຂຶ້ນ. ບຸກຄົນວົງໃນ ທັງ 4 ຂອງອຳນາດການປົກຄອງ ເຫຼົ່ານີ້ ແມ່ນຮວມທັງບັນດາຜູ້ແທນຈາກສະພານິຕິບັນຍັດ ຈາກອຸດສາຫະກຳທະ ນາຄານ ຈາກກອງທັບ ແລະລູກສາວຂອງດານຽລ ອໍເຕກາ ແລະໂຣຊາຣິໂອ ມູຮິໂຍ.

ພຽງບໍ່ເທົ່າໃດເດືອນ ກ່ອນຈະຮອດວັນເລືອກຕັ້ງປະທານາທິບໍ ດີໃນເດືອນພະຈິກປີ 2021 ພວກຜູ້ນຳຂອງພັກຝ່າຍຄ້ານທີ່ສຳຄັນຂອງປະເທດ 27 ຄົນ ຮວມທັງຜູ້ສະໝັກເປັນປະທານາທິບໍດີ 6 ຄົນ ໄດ້ຖືກຈັບ ໃນອັນທີ່ປາກົດວ່າ ເປັນຂໍ້ຫາທີ່ເສກສັນປັ້ນແຕ່ງຂຶ້ນກ່ຽວກັບການສໍ້ລາດບັງຫຼວງແລະຄວາມໝັ້ນຄົງແຫ່ງຊາດ. ບຸກຄົນເຫຼົ່ານີ້ແມ່ນຮວມທັງທ່ານນາງຄຣິສຕີນາ ຊາໂມໂຣ, ອາຕູໂຣ ຄຣູສ, ເຟລິກ ມາຣາດີອາກາ, ຮວານ ເຊບາສຕຽນ ໂຊໂມໂຣ, ມີແກລ ມໍຣາ ແລະເມດາໂດ ມາອີເຣນາ ພ້ອມໆກັບພວກຜູ້ນຳນັກສຶກສາ ຜູ້ແທນພາກເອກກະຊົນ ແລະພວກນັກເຄື່ອນໄຫວ ຈາກກຸ່ມສັງຄົມພົນລະເຮືອນ. ອຳນາດການປົກຄອງ ອໍເຕກາ-ມູຣິໂຍ ຍັງສືບຕໍ່ຮາວີລົບກວນ ສື່ມວນຊົນອິດສະຫຼະ ແລະ ສະມາຊິກອື່ນໆຂອງກຸ່ມສັງຄົມພົນລະເຮືອນ ທີ່ໄດ້ສະແດງອອກຊຶ່ງຄວາມບໍ່ພໍໃຈ.

ໃນຖະແຫຼງການ ທີ່ເປັນລາຍລັກອັກສອນສະບັບນຶ່ງ ລັດຖະມົນຕີການຕ່າງປະ ເທດສະຫະລັດ ທ່ານແອນໂທນີ ບລິງເກັນ ໄດ້ປະນາມຕໍ່ການກະທຳຮອບຫຼ້າສຸດຂອງອຳນາດການປົກຄອງ ອໍເຕກາ-ມູຣິໂຍ ແລະ ປະກາດວ່າ ສະຫະລັດ “ຖືວ່າປະທານາທິບໍດີອໍເຕກາ ແລະພວກທີ່ສົມຮູ້ຮ່ວມຄິດ ໃນການກະທຳເຫຼົ່ານີ້ຮັບຜິດຊອບຕໍ່ຄວາມປອດໄພ ແລະຄວາມເປັນຢູ່ຂອງພວກເຂົາເຈົ້າ.”

ການລົງໂທດຂອງສະຫະລັດມີຂຶ້ນ ເພື່ອເປັນການຕອບໂຕ້ຕໍ່ຄື້ນຟອງຂອງການກົດຂີ່ເມື່ອໄວໆມານີ້ ຕະຫຼອດທັງຄວາມລົ້ມແຫຼວຂອງອຳນາດການປົກຄອງໃນການຈັດຕັ້ງປະຕິບັດການປະຕິຮູບການເລືອກຕັ້ງແບບມີຄວາມໝາຍທີ່ຮຽກຮ້ອງໃຫ້ມີຂຶ້ນໂດຍອົງການຈັດຕັ້ງຂອງບັນດາປະເທດໃນທະວີບອາເມຣິກາ ແລະສະໜັບສະໜຸນໂດຍສະພາສິດທິມະນຸດຂອງອົງການສະຫະປະຊາຊາດ.

ໃນຂະນະທີ່ການປຸກລະດົມເພື່ອສ້າງຄວາມຢ້ານກົວແລະການກົດຂີ່ມີຄວາມຮ້າຍແຮງເປັນພິເສດນັ້ນ ການໂຈມຕີຂອງອຳນາດການປົກຄອງ ອໍເຕກາ ຕໍ່ການເຄົາລົບນັບຖືສິດທິມະນຸດແລະປະຊາທິປະໄຕບໍ່ແມ່ນເລື້ອງໃໝ່ເລີຍ. ການປາບປາມຢ່າງຮຸນແຮງຂອງລັດຖະບານ ຕໍ່ການປະທ້ວງຮຽກຮ້ອງເອົາປະຊາທິປະໄຕໃນປີ 2018​ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 325 ຄົນ ສອງພັນກວ່າຄົນ ບາດເຈັບແລະຫຼາຍໆຮ້ອຍຄົນໄດ້ຖືກຈັບກຸມຄຸມຂັງແບບຜິດກົດໝາຍ ທໍລະມານ ແລະກໍຫາຍສາບສູນ.

ໂຄສົກກະຊວງການຕ່າງປະເທດສະຫະລັດ ທ່ານເນດ ໄພຣສ໌ ກ່າວວ່າ “ພາຍໃຕ້ປະທານາທິບໍດີອໍເຕກາ ນິກາຣາກົວໄດ້ກາຍເປັນປະເທດທີ່ຖືກນາໆຊາດປະຖິ້ມ ຍ້ອນມີການເຄື່ອນໄຫວ ຫ່າງອອກໄປຈາກປະຊາທິປະໄຕ ຫຼາຍຂຶ້ນນັບມື້.” ທ່ານໄພຣສ໌ ໃຫ້ຂໍ້ສັງເກດວ່າ ສະຫະລັດ “ມີເຄື່ອງມືເພີ້ມຕື່ມ ທີ່ຈະຖືວ່າສະມາຊິກຂອງອຳນາດການປົກຄອງ ແລະພວກທີ່ສົ່ງເສີມເຂົາເຈົ້າເປັນຜູ້ຮັບຜິດຊອບ ແລະພວກເຮົາຈະບໍ່ມີຄວາມລັງເລໃຈທີ່ຈະກະທຳການດັ່ງກ່າວ.” ເມື່ອວັນທີ​ 15 ມີຖຸນາຜ່ານມານີ້ ສະມາຊິກ 26 ປະເທດຂອງອົງການປະເທດໃນທະວີບອາເມຣິກາ ໄດ້ໃຫ້ການສະໜັບສະໜຸນຕໍ່ມະຕິສະບັບນຶ່ງ ທີ່ຮຽກຮ້ອງໃຫ້ປະທານາທິບໍດີອໍເຕກາເອົາມາດຕະການອັນຮີບດ່ວນເພື່ອຟື້ນຟູການເຄົາລົບນັບຖືສິດທິມະນຸດຢ່າງເຕັມທີ່ ແລະສ້າງເງື່ອນໄຂ ເພື່ອໃຫ້ມີການເລືອກຕັ້ງທີ່ເສລີແລະຍຸຕິທຳ. ໃນວັນທີ 22 ມິຖຸນາແລ້ວນີ້ ລັດຖະບານຂອງ 59 ປະເທດໄດ້ລົງນາມໃນຖະແຫຼງການຮ່ວມ ທີ່ສະພາສິດທິມະນຸດສະຫະປະຊາຊາດ ຮຽກຮ້ອງໃຫ້ປ່ອຍພວກນັກໂທດ ທີ່ຖືກຈັບໃນທັນທີ. ການດຳເນີນຄວາມພະຍາຍາມທາງການທູດ ຂອງສະ ຫະລັດແມ່ນຮວມທັງການປະສານງານກັບອົງການຈັດຕັ້ງຂອງບັນດາປະເທດໃນທະວີບອາເມຣິກາຫຼື OAS ສະຫະພາບຢູໂຣບ ແລະພາຄີໃນອົງການຈັດຕັ້ງລະ
ຫວ່າງປະເທດອື່ນໆ ເພື່ອກົດດັນອຳນາດການປົກຄອງ ອໍເຕກາ-ມູຣິໂຍ ໃຫ້ຫຼຸດຜ່ອນການກົດຂີ່ຕໍ່ປະຊາຊົນຊາວນິກາຣາກົວ ທີ່ສົມຄວນໄດ້ຮັບຫຼາຍໄປກວ່າປະເທດທີ່ປົກຄອງດ້ວຍພັກການເມືອງໂທນພຽງພັກດຽວ.

XS
SM
MD
LG