Accessibility links

Breaking News

ບົດບັນນາທິການ: ການເປັນພາຄີ ກັບເຮຕີ ຍັງດໍາເນີນຕໍ່ໄປ


ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

ສະຫະລັດຂໍປະນາມຢ່າງແຮງ ຕໍ່ການລອບສັງຫານປະທານາທິບໍດີໂຈເວີແນລ ມົວເຊ ແຫ່ງເຮຕີ ແລະການໂຈມຕີຕໍ່ສະຕີໝາຍເລກນຶ່ງທ່ານນາງມາຕິນ ມົວເຊ. ປະທານາທິບໍດີໂຈ ໄບເດັນ ເອີ້ນການກະທຳດັ່ງກ່າວ ຂອງກຸ່ມຕິດອາວຸດ ທີ່ບຸກເຂົ້າໄປໃນບ້ານພັກ ຂອງປະທານາທິບໍດີ ໃນຕອນເຊົ້າຂອງວັນທີ 7 ກໍລະກົດນັ້ນວ່າ “ຊົ່ວຊ້າຕ່ຳຊາມທີ່ສຸດ” ແລະທ່ານໄດ້ໃຫ້ຄຳໝັ້ນສັນຍາວ່າສະຫະລັດ “ພ້ອມແລ້ວທີ່ຈະໃຫ້ການຊ່ວຍເຫຼືອໃນຂະນະທີ່ພວກເຮົາສືບຕໍ່ເຮັດວຽກ ເພື່ອໃຫ້ປະເທດເຮຕີມີຄວາມປອດໄພແລະໝັ້ນຄົງ.”

ເຮຕີໄດ້ປະສົບກັບບັນຫາໄພພິບັດທາງທຳມະຊາດ ຄວາມຮຸນແຮງ ການສໍ້ລາດບັງຫຼວງ ແລະຄວາມວຸ້ນວາຍທາງດ້ານການເມືອງມາໄດ້ຫຼາຍທົດສະວັດແລ້ວ.

ຫຼັງຈາການລອບສັງຫານປະທານາທິບໍດີມົວເຊ ໂຄສົກກະຊວງການຕ່າງປະເທດສະຫະລັດ ທ່ານເນດ ໄພຣສ໌ ໄດ້ປະກາດທີ່ກອງປະຊຸມຖະແຫຼງຂ່າວໂດຍກ່າວ ວ່າ “ພວກທີ່ຊອກຫາທາງເພື່ອໃຫ້ບັນລຸເປົ້າໝາຍທາງດ້ານການເມືອງໂດຍການ ໃຊ້ຄວາມຮຸນແຮງ ແລະບ່ອນທຳລາຍຕໍ່ການປົກຄອງດ້ວຍຕົວບົດກົດໝາຍຈະບໍ່ປະສົບຜົນສຳເລັດ ໃນການຂັດຂວາງຕໍ່ປະຊາຊົນຊາວເຮຕີ ແລະຄວາມມຸ້ງມາດປາຖະໜາຂອງພວກເຂົາເຈົ້າ ທີິ່ຢາກມີອະນາຄົດ ທີ່ດີຂຶ້ນກວ່າເກົ່າ. ພວກເຮົາຂໍຮຽກຮ້ອງໃຫ້ເຈົ້າໜ້າທີ່ເຮຕີ ນຳເອົາໂຕພວກທີ່ຮັບຜິດຊອບ ມາລົງໂທດ.” ທ່ານເນດ ໄພຣສ໌ ກ່າວວ່າ “ສະຫະລັດ ຂໍຮຽກຮ້ອງໃຫ້ທຸກພັກການເມືອງ ກຸ່ມສັງຄົມພົນລະເຮືອນ ແລະພວກທີ່ມີສ່ວນໄດ້ສ່ວນເສຍ ຈົ່ງໄດ້ສະທ້ອນໃຫ້ເຫັນໃນອັນ ທີ່ພວກເຮົາໄດ້ຍິນ ຈາກນາຍົກລັດຖະມົນຕີຮັກສາການ ທ່ານຄລັອດ ໂຈເຊັຟ ທີ່ຮຽກຮ້ອງໃຫ້ທຸກຄົນຈົ່ງຢູ່ໃນຄວາມສະຫງົບ ແລະເຮັດວຽກຮ່ວມກັນຫຼັງຈາກ
ໂສກນາດຕະກຳນີ້ ເພື່ອຄ້ຳປະກັນໃຫ້ມີສັນຕິພາບ ແລະການປົກຄອງແບບປະຊາທິປະໄຕ.”

ທ່ານເນດ ໄພຣສ໌ ກ່າວຢ້ຳວ່າ ການເປັນພາຄີລະຫວ່າງສະຫະລັດແລະປະຊາ ຊົນຊາວເຮຕີ ແລະລັດຖະບານທີ່ໄດ້ຮັບເລືອກຂອງພວກເຂົາເຈົ້າຈະດຳເນີນຕໍ່ໄປ. ທ່ານໃຫ້ຂໍ້ສັງເກດວ່າ ໃນເດືອນມັງກອນ ປີ 2021 ນີ້ ສະຫະລັດໄດ້ປະ ກາດໃຫ້ການຊ່ວຍເຫຼືອຕື່ມ 75 ລ້ານໂດລາ ສຳລັບສົກງົບປະມານ ປີ 2020. ການເຄື່ອນໄຫວດັ່ງກ່າວ ແລະການໃຫ້ຄວາມຊ່ວຍເຫຼືອທາງດ້ານສາທາລະນະສຸກຂອງໂລກ ແມ່ນແນເປົ້າໝາຍໃສ່ ການເຕີບໂຕຂອງເສດຖະກິດ ສ້າງວຽກເຮັດງານທຳແລະພັດທະນາກະສິກຳ, ສະໜອງການປິ່ນປົວຂັ້ນພື້ນຖານ ແລະການບໍລິການດ້ານການສຶກສາ ແລະປັບປຸງການເຮັດວຽກຂອງລັດຖະບານໃຫ້ມີປະສິດທິຜົນເພີ້ມຂຶ້ນ.

ທ່ານກ່າວວ່າ ສະຫະລັດພວມກະກຽມທີ່ຈະຮັບເອົາການຂໍຄວາມຊ່ວຍເຫຼືອຕື່ມ ຈາກພວກເຈົ້າໜ້າທີ່ເຮຕີ ຫຼັງຈາກການເສຍຊີວິດຂອງປະທານາທິບໍດີມົວເຊ.

ເມື່ອມີການຖາມວ່າ ການເລືອກຕັ້ງຊຶ່ງກຳນົດວ່າຈະຈັດຂຶ້ນໃນທ້າຍປີນີ້ ຄວນຈະດຳເນີນຕໍ່ໄປ ຫຼືບໍ່ນັ້ນ ທ່ານເນດ ໄພຣສ໌ ແມ່ນຈະແຈ້ງ ໂດຍກ່າວວ່າ “ມັນເປັນທັດສະນະຂອງລັດຖະບານສະຫະລັດ ທີ່ວ່າ ການເລືອກຕັ້ງໃນປີນີ້ ຄວນຈະດຳເນີນຕໍ່ໄປ. ພວກເຮົາຮູ້ວ່າ ການເລືອກຕັ້ງທີ່ເສລີ ແລະເປັນທຳ ແມ່ນເສັ້ນທາງປະຊາທິປະໄຕ ເພື່ອກ້າວໄປສູ່ການສິ້ນສຸດລົງ ຂອງການປົກຄອງພິເສດ ແລະແກ່ຍາວໂດຍດຳລັດ ແລະການຟື້ນຟູສະພາແຫ່ງຊາດ ຊຶ່ງໃນເວລານີ້ໝົດອາຍຸໄປແລ້ວນັ້ນ. ການເລືອກຕັ້ງປະທານາທິບໍດີທີ່ເສລີ ແລະເປັນທຳຈະຊ່ວຍໃຫ້ມີການໂອນອຳນາດດ້ວຍຄວາມສະຫງົບໄປສູ່ປະທານາທິບໍດີທີ່ໄດ້ຮັບເລືອກໃໝ່ເຊັ່ນດຽວກັນ.”

ໂຄສົກກະຊວງການຕ່າງປະເທດ ທ່ານເນດ ໄພຣສ໌ ກ່າວວ່າ “ການປົກປັກຮັກສາສະຖາບັນປະຊາທິປະໄຕ ແມ່ນກະແຈສຳຄັນ ເພື່ອຟື້ນຟູສັນຕິພາບ.”

XS
SM
MD
LG