Accessibility links

Breaking News

ບົດບັນນາທິການ: ລາຍງານການຄ້າມະນຸດ


ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ ກ່າວຄຳປາໄສ ໃນລະຫວ່າງພິທີເປີດເຜີຍ ລາຍງານປະຈຳປີ ວ່າດ້ວຍການຄ້າມະນຸດ ທີ່ວໍຊິງຕັນ ເມື່ອວັນທີ 1 ກໍລະກົດ 2021.
ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ ກ່າວຄຳປາໄສ ໃນລະຫວ່າງພິທີເປີດເຜີຍ ລາຍງານປະຈຳປີ ວ່າດ້ວຍການຄ້າມະນຸດ ທີ່ວໍຊິງຕັນ ເມື່ອວັນທີ 1 ກໍລະກົດ 2021.

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

ການຄ້າຜູ້ຄົນ ຫຼື ການຄ້າມະນຸດ ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ ກ່າວວ່າ “ແມ່ນການໝິ່ນປະໝາດຕໍ່ສິດທິມະນຸດ ມັນເປັນການໝິ່ນປະໝາດ ຕໍ່ກຽດສັກສີຂອງມະນຸດ ພວກເຮົາຮູ້ດີວ່າ ມັນເປັນການເຮັດໃຫ້ສັງຄົມແລະເສດຖະກິດ ບໍ່ມີສະຖຽນລະພາບ ດັ່ງນັ້ນ ພວກເຮົາຈຶ່ງຕ້ອງໄດ້ດຳເນີນການທຸກສິ່ງຢ່າງທີ່ພວກເຮົາມີຄວາມສາມາດໃນຖານະທີ່ເປັນປະເທດນຶ່ງ ແຕ່ກໍເຊັ່ນດຽວກັນ ໃນຖານະທີ່ເປັນປະຊາຄົມໂລກ ເພື່ອຈະຍຸຕິການຄ້າມະນຸດ ບໍ່ວ່າຢູ່ໃນບ່ອນໃດທີ່ມັນເກີດຂຶ້ນ.”

ອົງການແຮງງານສາກົນກະປະມານວ່າ ມີເກືອບ 25 ລ້ານຄົນໃນທົ່ວໂລກໄດ້ຕົກເປັນເຫຍື່ອຂອງການຄ້າມະນຸດ. ສະຫະລັດຮັບຮູ້ວ່າ ມີການຄ້າມະນຸດຢູ່ 2 ປະເພດດ້ວຍກັນ ຄືການບັງຄັບໃຊ້ແຮງງານ ແລະການຄ້າປະເວນີ. ຫຼາຍໆຄົນໄດ້ເຮັດສັນຍາກ່ຽວກັບການຄ້າປະເວນີແລະຫຼາຍໆຄົນໄດ້ຖືກບັງຄັບໃຫ້ໄປເຮັດ ວຽກຢູ່ຕາມໂຮງຈັກໂຮງງານ ຕາມບໍ່ແຮ່ຕ່າງໆ ຫຼືບໍ່ກໍທົ່ງໄຮ່ທົ່ງນາ ຫຼືເຂົ້າຮ່ວມກຸ່ມກຳລັງປະກອບອາວຸດ.

ເມື່ອວັນທີ 1 ກໍລະກົດຜ່ານມານີ້ ກະຊວງການຕ່າງປະເທດສະຫະລັດໄດ້ອອກລາຍງານປະຈຳປີ ວ່າດ້ວຍການຄ້າມະນຸດ ຊຶ່ງເປັນແຫຼ່ງຂໍ້ມູນ ໃນຂອບເຂດທີ່ກວ້າງຂວາງທີ່ສຸດໃນໂລກ ທີ່ໄດ້ຊັ່ງຊາແບບບໍ່ມີອະຄະຕິ ຕໍ່ການດຳເນີນຄວາມ
ພະຍາຍາມໃນການຕໍ່ຕ້ານການຄ້າມະນຸດ ຮວມທັງລັດຖະບານຂອງສະຫະລັດ ແລະໃນທົ່ວໂລກ. “ພວກຄ້າມະນຸດ ແມ່ນປັບວິທີການຂອງພວກເຂົາຢູ່ຕະຫຼອດເວລາ ແລະໃນທຸກໆປະເທດຮວມທັງສະຫະລັດ ຕ້ອງໄດ້ປັບຍຸດທະສາດຂອງພວກເຮົາເພື່ອໃຫ້ໄວກ່ອນພວກ ເຂົາ.” ເຊັ່ນຜົນກະທົບ ຂອງໂຣກລະບາດໂຄວິດ-19 ທີ່ມີຕໍ່ການຄ້າມະນຸດ.

ລັດຖະມົນຕີຕ່າງປະເທດບລິງເກັນ ກ່າວວ່າ “ພວກຄ້າມະນຸດຖືເອົາໂອກາດນີ້ ເພີ້ມການປະຕິບັດງານຂອງພວກເຂົາ. ຜູ້ຄົນທີ່ຖືກຜັກດັນ ໃຫ້ຕົກຢູ່ໃນສະພາບສິ້ນຫວັງທາງດ້ານເສດຖະກິດຍ້ອນໂຣກລະບາດ ແມ່ນມີຄວາມຫຼໍ່ແຫຼມຕື່ມຂຶ້ນທີ່ຈະຖືກສວຍໃຊ້ ແລະໃນຂະນະທີ່ມີຜູ້ຄົນຫຼາຍຂຶ້ນ ໃຊ້ເວລາຕື່ມຂຶ້ນເພື່ອຮຽນໜັງສືແລະເຮັດວຽກທາງອອນລາຍນ໌ຢູ່ນັ້ນ ພວກຄ້າມະນຸດກໍໄດ້ໃຊ້ອິນເຕີແນັດເພື່ອກຽມການແລະເກັບເກນເອົາພວກທີ່ອາດຈະຕົກເປັນຜູ້ເຄາະຮ້າຍ.”

ລັດຖະມົນຕີການຕ່າງປະເທດ ບລິງເກັນ ກ່າວວ່າ ໃນປີນີ້ ລາຍງານຍັງໄດ້ເພັ່ງເລັງໃສ່ການຄ້າມະນຸດທີ່ໄດ້ຮັບການສະໜັບສະໜຸນຈາກລັດຖະບານ. ທ່ານກ່າວກ່ຽວກັບເລື້ອງນີ້ວ່າ:

“ພວກເຮົາໄດ້ຈົດບັນທຶກມີ 11 ປະເທດ ທີ່ລັດຖະບານເອງເປັນຜູ້ຄ້າມະນຸດ ຕົວຢ່າງ ໂດຍຜ່ານການບັງຄັບໃຊ້ແຮງງານ ໃນໂຄງການໂຍທາຕ່າງໆຫຼືຢູ່ໃນພາກສ່ວນເສດຖະກິດທີ່ລັດຖະບານຮູ້ສຶກວ່າມີຄວາມສຳຄັນເປັນພິເສດນັ້ນ.”

ໃນທີ່ສຸດ “ລາຍງານໄດ້ຮັບຮູ້ ຢ່າງເປັນການເປີດເຜີຍວ່າ ມີການເຊື່ອມໂຍງລະ ຫວ່າງຄວາມບໍ່ສະເໝີພາບຢ່າງເປັນລະບົບ ແລະການຄ້າມະນຸດ. ນີ້ແມ່ນສິ່ງທີ່ຫຼາຍໆປະເທດຈຳເປັນຕ້ອງໄດ້ຕໍ່ສູ້ຮວມທັງສະຫະລັດເອງ.” ນັ້ນກໍຍ້ອນວ່າພວກຄ້າມະນຸດໄດ້ຫຼອກລວງເອົາປະຊາຄົມທີ່ທຸກຍາກ ສ່ວນບຸກຄົນທີ່ມີທ່າທາງວ່າຈະບໍ່ລາຍງານການລ່ວງລະເມີດ ຫຼືພວກທີ່ມີທ່່າທາງວ່າ ຈະມີຄົນເຊື່ອໜ້ອຍ ເວລາພວກເຂົາເຈົ້າລາຍງານວ່າເຂົາເຈົ້າຕົກເປັນເປົ້າຫຼືບໍ່ກໍຖືກລ່ວງລະເມີດ.

ລັດຖະມົນຕີການຕ່າງປະເທດບລິງເກັນ ກ່າວວ່າ “ຖ້າພວກເຮົາຫາກມີຄວາມຈິງຈັງເພື່ອຈະຍຸຕິການຄ້າມະນຸດແລ້ວ ພວກເຮົາຍັງຕ້ອງໄດ້ເຮັດວຽກ ເພື່ອກຳຈັດການແບ່ງແຍກຜິວພັນ ການແບ່ງແຍກທາງເພດແລະການຈຳແນກກີດກັນໃນຮູບແບບອື່ນໆໝົດທັງລະບົບ ແລະສ້າງສັງຄົມທີ່ມີຄວາມເປັນທຳຫຼາຍຂຶ້ນໃນທຸກໆ
ດ້ານ.”

“ບັນຫາທ້າທາຍອັນຮີບດ່ວນທີ່ສຸດ ທີ່ກຳລັງປະເຊີນໜ້າໂລກຂອງເຮົາ ຊຶ່ງບໍ່ສາ ມາດແກ້ໄຂໂດຍປະເທດໃດນຶ່ງດຳເນີນການຕາມລຳພັງ ພວກເຮົາຕ້ອງໄດ້ເຮັດວຽກຮ່ວມກັນ ແບ່ງປັນຂໍ້ມູນໃຫ້ກັນແລະກັນ ແລະໃຫ້ທຸກໆຝ່າຍເປັນຜູ້ມີຄວາມ
ຮັບຜິດຊອບ. ນັ້ນຄືສິ່ງທີ່ພວກເຮົາຈະສ້າງໂລກບ່ອນທີ່ບໍ່ໃຫ້ມີຜູ້ຖືກສວຍໃຊ້ໂດຍພວກຄ້າມະນຸດ ແລະທຸກໆຄົນສາມາດທີ່ຈະອາໄສຢູ່ດ້ວຍຄວາມປອດໄພແລະມີກຽດສັກສີ.”

XS
SM
MD
LG