Accessibility links

Breaking News

ບົດບັນນາທິການ: ທ່ານບລິງເກັນ ເດີນທາງ ໄປຢ້ຽມຢາມອິນເດຍ


ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ (ຊ້າຍ)​ ກ່າວຄຳປາໄສ ໃນຂະນະທີ່ລັດຖະມົນຕີການຕ່າງປະເທດອິນເດຍທ່ານສຸບຣາມານີຢາມ ໄຈຊັງກາ ພວມຟັງ ທີ່ຈາວາຮານ ເນຣູ ພາວານ ໃນນະຄອນນິວ ເດລີ ເມື່ອວັນທີ 28 ກໍລະກົດ 2021.
ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ (ຊ້າຍ)​ ກ່າວຄຳປາໄສ ໃນຂະນະທີ່ລັດຖະມົນຕີການຕ່າງປະເທດອິນເດຍທ່ານສຸບຣາມານີຢາມ ໄຈຊັງກາ ພວມຟັງ ທີ່ຈາວາຮານ ເນຣູ ພາວານ ໃນນະຄອນນິວ ເດລີ ເມື່ອວັນທີ 28 ກໍລະກົດ 2021.

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ ກ່າວລຸນຫຼັງການພົບປະກັບລັດຖະມົນຕີຮັບຜິດຊອບກິດຈະການຕ່າງປະເທດຂອງອິນເດຍ ທ່ານສຸບຣາມານີຢາມ ໄຈຊັງກາ (Subrahmanyam Jaishankar) ທີ່ນະຄອນຫຼວງນິວເດລີ ໂດຍເວົ້າວ່າ “ມີຄວາມສຳພັນ ພຽງບໍ່ເທົ່າໃດອັນໃນໂລກທີ່ສຳຄັນຫຼາຍໄປກວ່າ ຄວາມສຳພັນລະຫວ່າງສະຫະລັດ ກັບປະເທດອິນເດຍ.”

ໃນລະຫວ່າງກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໂດຍພວກຜູ້ນຳທັງສອງນັ້ນ ທ່ານແອນໂທນີ ບລິງເກັນ ໄດ້ກ່າວຢ້ຳເຖິງຄວາມເຊື່ອມໂຍງທີ່ສະນິດແໜ້ນ ຕາມທຳມະຊາດລະຫວ່າງອິນເດຍ ແລະສະຫະລັດ: ນັ້ນກໍຄື ສອງປະເທດທີ່ນຳໜ້າດ້ານປະຊາທິປະໄຕໃນໂລກ ສອງປະເທດທີ່ມີເສດຖະກິດ ໃຫຍ່ສຸດຂອງໂລກ ສອງປະເທດທີ່ປ່ອຍທາດຄາບອນ ຫຼາຍທີ່ສຸດໃນໂລກ “ຊຶ່ງຢູ່ແຖວໜ້າ ໃນວິກິດການດິນຟ້າອາກາດ ແລະນຳໜ້າໝູ່ ໃນການມີເສດຖະກິດ ສີຂຽວ.” ທ່ານບລິງເກັນ ກ່າວວ່າ ທັງສອງປະເທດ ຕ່າງກໍໄດ້ຮັບຜົນປະໂຫຍດ ໃນການມີປະຊາກອນທີ່ຫຼາກຫຼາຍ ແລະມີຈິດໃຈໃນດ້ານນະວັດຕະກຳ. “ຮວມກັນແລ້ວ ມາດຕະການທີ່ອິນເດຍ ແລະສະຫະລັດເອົາ ແມ່ນພວມຫຼໍ່ຫຼອມສັດຕະວັດທີ 21 ແລະໄກອອກໄປກວ່ານັ້ນ.”

ກ່ຽວກັບບັນຫາທີ່ຫຼໍ່ແຫຼມສຳຄັນຕ່າງໆ ທີ່ພວກຜູ້ນຳທັງສອງໄດ້ຫາລືກັນນັ້ນ ໂຄວິດ-19 ແມ່ນຫົວຂໍ້ສຳຄັນສຸດ. ລັດຖະບານສະຫະລັດ ໄດ້ປະກອບສ່ວນ ເພື່ອຊ່ວຍບັນເທົາໂຄວິດ-19 ໃຫ້ແກ່ອິນເດຍ 200 ກວ່າລ້ານໂດລາ ແລະລັດຖະມົນຕີການຕ່າງປະເທດບລິງເກັນ ປະກາດວ່າ ສະຫະລັດຍັງຈະໃຫ້ການຊ່ວຍເຫຼືອເພີ້ມຕື່ມ 25 ລ້ານໂດລາ ເພື່ອສະໜັບສະໜຸນຄວາມພະຍາຍາມໃນການສັກຢາວັກຊີນໃນທົ່ວປະເທດອິນເດຍ. ເງິນຊ່ວຍເຫຼືອເພີ້ມຕື່ມຈຳນວນດັ່ງກ່າວ ຈະຊ່ວຍເສີມຄວາມເຂັ້ມແຂງໃຫ້ແກ່ຕ່ອງໂສ້ໃນການສະໜອງຢາວັກຊີນ ຮັບມືກັບການໂຄສະນາບິດເບືອນ ແລະຊ່ວຍຝຶກອົບຮົມພະນັກງານການແພດເພີ້ມຕື່ມ. ນອກເໜືອໄປຈາກນັ້ນ ສະຫະລັດແລະອິນເດຍຍັງຈະເຮັດວຽກຮ່ວມກັນ ເພື່ອຍຸຕິໂຣກລະບາດນີ້ ຮວມທັງໂດຍຜ່ານ ການເປັນພາຄີໃນການແບ່ງປັນຢາວັກຊີນ ໂດຍກຸ່ມສີ່ປະເທດຫຼືຄວດ ທີ່ປະກອບດ້ວຍອິນເດຍ ສະຫະລັດ ອອສເຕຣເລຍ ແລະຍີ່ປຸ່ນ ຊຶ່ງຈະນຳເອົາຢາວັກຊີນທີ່ປອດໄພ ແລະມີປະສິດທິຜົນ ໄປແຈກຢາຍໃຫ້ແກ່ປະເທດຕ່າງໆຢູ່ໃນທົ່ວຂົງເຂດ.

ນອກນັ້ນ ບັນຫາຄວາມໝັ້ນຄົງໃນພູມີພາກ ກໍໄດ້ຖືກຍົກຂຶ້ນມາຫາລືກັນ ຮວມທັງຄວາມຈຳເປັນ ທີ່ຈະປົກປັກຮັກສາໃຫ້ເຂດອິນໂດ-ປາຊີຟິກ ເປັນເຂດທີ່ເສລີ ແລະເປີດກວ້າງ ເຊັ່ນດຽວກັນກັບເປົ້າໝາຍທີ່ຈະເຮັດໃຫ້ “ອັຟການິສຖານເປັນ
ປະເທດທີ່ມີແຕ່ສັນຕິພາບ ມີຄວາມໝັ້ນຄົງແລະມີສະຖຽນລະພາບ.” ພວກຜູ້ນຳທັງສອງຍັງໄດ້ເຫັນພ້ອມນຳກັນວ່າ ຈະບໍ່ມີການແກ້ໄຂທາງທະຫານຕໍ່ບັນຫາຂັດແຍ້ງດັ່ງກ່າວ. ລັດຖະມົນ ຕີການຕ່າງປະເທດບລິງເກັນກ່າວວ່າ “ມີພຽງແຕ່ເສັ້ນທາງດຽວທໍ່ນັ້ນ ແລະນັ້ນກໍແມ່ນທີ່ໂຕະເຈລະຈາເພື່ອແກ້ໄຂບັນຫາຂັດແຍ້ງດ້ວຍສັນຕິວິທີ ແລະຊ່ວຍໃຫ້ອັຟການິສຖານສາມາດປົກຄອງຕົນເອງແບບມີທຸກພັກຝ່າຍເຂົ້າຮ່ວມຢ່າງແທ້ຈິງແລະນັ້ນແມ່ນຕາງໜ້າໃຫ້ປະຊາຊົນຂອງຕົນທັງໝົດ.”

ພາກສ່ວນທີ່ສຳຄັນອີກອັນນຶ່ງ ຂອງການເຈລະຈາຫາລືແມ່ນໄດ້ແນໃສ່ຫຼັກຄຸນຄ່າຮ່ວມ ແລະປະເພນີປະຊາທິປະໄຕທີ່ສືບທອດກັນມາ. ລັດຖະມົນຕີບລິງເກັນກ່າວວ່າ “ໃນຖານະທີ່ເປັນສອງປະເທດທີ່ນຳໜ້າໃນດ້ານປະຊາທິປະໄຕຂອງໂລກນັ້ນ ພວກເຮົາແມ່ນຈິງຈັງໃນຄວາມຮັບຜິດຊອບຂອງພວກເຮົາເພື່ອເຮັດໃຫ້ປະຊາຊົນຂອງພວກເຮົາທຸກຄົນ ມີອິດສະຫຼະພາບ ຄວາມສະເໝີພາບ ແລະໂອກາດເທົ່າທຽມກັນ ແລະພວກເຮົາຮູ້ດີວ່າ ພວກເຮົາຕ້ອງໄດ້ດຳເນີນການເພີ້ມຕື່ມ ສ່ວນນຶ່ງໃນຄຳໝັ້ນສັນຍາຂອງປະຊາທິປະໄຕ ແມ່ນພະຍາຍາມ ເຮັດໃຫ້ມັນດີຂຶ້ນໄປໜ້າເລື້ອຍໆ.”

ລັດຖະມົນຕີບລິງເກັນປະກາດວ່າ “ຄືກັນກັບຂອງພວກເຮົາເອງ ອິນເດຍປະຊາທິປະໄຕ ແມ່ນໄດ້ຮັບແຮງຂັບດັນ ຈາກຄວາມຄິດທີ່ເສລີຂອງປະຊາຊົນ. ພວກເຮົາຂໍຕົບມືຊົມເຊີຍໃນເລື້ອງນີ້ ແລະພວກເຮົາມອງເບິ່ງປະຊາທິປະໄຕຂອງອິນເດຍນັ້ນວ່າ ເປັນກຳລັງທີ່ດີ ໃນການປ້ອງກັນ ເຂດອິນໂດປາຊິຟິກທີ່ເສລີແລະເປີດກວ້າງ ທີ່ຈິງແລ້ວກໍຄືໂລກທີ່ເສລີແລະເປີດກວ້າງນັ້ນເອງ.”

XS
SM
MD
LG