ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ
ໃນວັນຈັນທຳອິດ ຂອງເດືອນກັນຍາ ອາເມຣິກາສະເຫຼີມສະຫຼອງວັນແຮງງານແລະການປະກອບສ່ວນຂອງກຳມະກອນເຂົ້າໃນຄວາມສຳເລັດຂອງສະຫະ ລັດແລະສັງຄົມຂອງປະເທດຊາດ.
ວັນພັກ ເນື່ອງໃນໂອກາດວັນແຮງງານ ແມ່ນເລີ້ມຂຶ້ນໃນສັດຕະວັດທີ 19 ຊຶ່ງເປັນໄລຍະເວລາທີ່ມີການຂະຫຍາຍໂຕຢ່າງໃຫຍ່ຂອງອຸດສາຫະກຳທີ່ກໍ່ໃຫ້ເກີດມີການປ່ຽນແປງຢ່າງໃຫຍ່ຫຼວງ. ແມ່ນແຕ່ກ່ອນສົງຄາມກາງເມືອງຂອງອາເມຣິ
ກາສິ້ນສຸດລົງ ໃນປີ 1865 ປະເທດຊາດແມ່ນໄດ້ມີການຫັນປ່ຽນຈາກການຜະ ລິດດ້ານກະສິກຳໄປສູ່ດ້ານອຸດສາຫະກຳ ໂດຍສະເພາະແລ້ວ ຢູ່ຕາມຫົວເມືອງໃຫຍ່ໆທາງພາກຕາເວັນອອກສຽງເໜືອຂອງປະເທດ. ການປະດິດຄິດສ້າງໃໝ່ ພາໃຫ້ມີເຄື່ອງຈັກເຂົ້າມາແທນທີ່ການຜະລິດດ້ວຍມື ແລະກໍເພີ້ມອັດຕາໃນການ
ຜະລິດຫຼາຍໆຢ່າງ ຂະນະທີ່ມີການຂະຫຍາຍຕາໜ່າງລາງລົດໄຟແບບທີ່ບໍ່ເຄີຍມີມາກ່ອນ ຊຶ່ງສົ່ງເສີມ ໃຫ້ມີການຂົນສົ່ງວັດສະດຸ ຢ່າງວ່ອງໄວ ໄປຍັງໂຮງຈັກໂຮງງານ ແລະສິນຄ້າໄປຍັງຕະຫຼາດຕ່າງໆ.
ການປ່ຽນແປງດັ່ງກ່າວ ໄດ້ພາໃຫ້ຄວາມຮຽກຮ້ອງຕ້ອງການແຮງງານເພີ້ມຂຶ້ນ. ຊາວອາເມຣິກັນທີ່ຕ້ອງການວຽກເຮັດງານທຳຈຶ່ງພາກັນຫຼັ່ງໄຫຼຈາກເຂດຊົນນະບົດ ໄປຫາສູນກາງອຸດສາຫະກຳຕ່າງໆ ເຊັ່ນນະຄອນນິວຢອກ ຊີຄາໂກ ພິສເບີກ ແລະແມ່ນກະທັງມີຄື້ນຟອງ ຂອງພວກຄົນເຂົ້າເມືອງ ຄື້ນແລ້ວຄື້ນອີກໄດ້ເດີນທາງມາເຖິງ ຕົ້ນຕໍແລ້ວແມ່ນມາຈາກຢູໂຣບໂດຍຫວັງວ່າຈະໄດ້ວຽກເຮັດງານທຳ ແລະໂອກາດໃໝ່ໆເພື່ອປັບປຸງສະຖານະການ ດ້ານເສດຖະກິດຂອງພວກເຂົາເຈົ້າ.
ໃນຂະນະທີ່ເສດຖະກິດຍັງສືບຕໍ່ຂະຫຍາຍຕົວຢູ່ນັ້ນ ພວກຄົນງານຫຼາຍໆພັນຄົນໄດ້ເຂົ້າເຮັດວຽກເຮັດການຢູ່ຕາມໂຮງຈັກໂຮງງານ ໂຮງຫລອມເຫຼັກກ້າ ແລະບໍ່ແຮ່ຕ່າງໆ 12 ຊົ່ວໂມງຕໍ່ມື້ 7 ມື້ຕໍ່ອາທິດ ຊຶ່ງຕາມປົກກະຕິແລ້ວມັກໄດ້ຮັບຄ່າຈ້າງຂັ້ນຕ່ຳສຸດ ແລະມັກຈະຢູ່ພາຍໃຕ້ສະພາບການທີ່ບໍ່ຄ່ອຍຮຽບຮ້ອຍແມ່ນກະທັງເປັນອັນຕະລາຍກໍມີ. ຍິ່ງໄປກວ່ານັ້ນ ມັກຈະມີການປະຕິບັດໂດຍທົ່ວໄປ ຄືການຈ້າງແຮງງານເດັກນ້ອຍ ທີ່ມີອາຍຸຕ່ຳເຖິງ 5 ປີ ສຳລັບສ່ວນນຶ່ງຂອງເງິນຄ່າຈ້າງ 20 ເຊັນຕໍ່ຊົ່ວໂມງ ທີ່ພວກຄົນງານຜູ້ໃຫຍ່ໄດ້ຮັບ.
ສຳລັບການຕໍ່ລອງ ໃນການເຈລະຈາກັບພວກນາຍຈ້າງ ເພື່ອໃຫ້ໄດ້ຮັບຄ່າຈ້າງແລະສະພາບໃນການເຮັດວຽກ ທີ່ດີຂຶ້ນນັ້ນ ສະຫະພັນກຳມະການຈຶ່ງໄດ້ມີການຂະຫຍາຍຕົວ ແລະມີການເຄື່ອນໄຫວຫຼາຍຂຶ້ນ. ພວກເຂົາເຈົ້າໄດ້ຈັດໃຫ້ມີການນັດຢຸດງານ ແລະການໂຮມຊຸມນຸມ ຊຶ່ງມັກຈະກາຍເປັນຄວາມຮຸນແຮງ ໃນຂະ
ນະທີ່ກຳມະກອນນັດຢຸດງານ ປະທະກັບພວກທີ່ຖືກຈ້າງມາໃຫທັບມ້າງການນັດຢຸດງານນັ້ນ. ໃນຖານະທີ່ເປັນສ່ວນນຶ່ງຂອງການປະທ້ວງ ເມື່ອວັນທີ 5 ກັນຍາປີ 1882 ກຳມະກອນໃນນະຄອນນິວຢອກ 10,000 ຄົນໄດ້ພາກັນນັດຢຸດງານແບບບໍ່ເອົາເງິນ ເພື່ອເດີນຂະບວນຈາກໂຮງການເມືອງໄປຍັງສວນສາທາລະນະທີ່ຕັ້ງຢູ່ໃກ້ຄຽງ ເພື່ອເຂົ້າຮ່ວມໃນອັນທີ່ເອີ້ນວ່າ ວັນພັກຂອງພວກຜູ້ຊາຍທີ່ເຮັດວຽກ.
ຂໍ້ສະເໜີຢ່າງເປັນທາງການຄັ້ງທຳອິດ ສຳລັບວັນພັກຂອງພວກຜູຸ້ຊາຍທີ່ເຮັດວຽກເຮັດການ ແມ່ນມີການແນະນຳວ່າ ວັນພັກດັ່ງກ່າວຄວນຈະຮວມທັງການເດີນສວນສະໜາມພາເຣດຕິດຕາມດ້ວຍການສະເຫຼີມສະຫຼອງສຳລັບການພັກຜ່ອນຂອງພວກຳມະກອນແລະຄອບຄົວເຂົາເຈົ້າ.
ໃນທຸກມື້ນີ້ ວັນພັກສຸດສັບປະດາເນື່ອງໃນໂອກາດວັນແຮງງານ ແມ່ນເປັນສັນຍານໃນການສິ້ນສຸດລົງຂອງລະດູຮ້ອນຢ່າງເປັນທາງການ. ເພື່ອປົກປັກຮັກສາກ່ຽວກັບຕົ້ນຕໍທີ່ມາ ຂອງວັນພັກນີ້ ແມ່ນຍັງມີການສະເຫຼີມສະຫຼອງ ດ້ວຍການສວນສະໜາມພາເຣດ ແລະຄອບຄົວຊຸມກັນ ເພື່ອກິນເຂົ້າປ່າປິກນິກ ຈັດງານພາຕີແລະເຮັດປີ້ງບາເບຄິວ.
ໃນຄຳເວົ້າຂອງປະທານາທິບໍດີໂກຣເວີ ຄລິບແລນ ຜູ້ຊຶ່ງໄດ້ລົງນາມໃນປີ 1894ໃຫ້ວັນພັກດັ່ງກ່າວກາຍເປັນກົດໝາຍ ຊຶ່ງປະກາດໃຫ້ວັນແຮງງານ ເປັນວັນພັກແຫ່ງຊາດ ໂດຍເວົ້າວ່າ “ຄວາມຮູ້ສຶກທີ່ແທ້ຈິງຂອງຊາວອາເມຣິກັນແມ່ນເພື່ອຮັບຮູ້ກຽດສັກສີຂອງກຳມະກອນ ແລະການໃຫ້ກຽດໃນການເຮັດວຽກໜັກແບບຊື່ສັດຂອງພວກເຂົາເຈົ້າ.”