Accessibility links

Breaking News

ບົດບັນນາທິການ: ການຍິງລູກສອນໄຟຂອງເກົາຫຼີເໜືອ ແມ່ນເປັນການຂົ່ມຂູ່


ລາຍການຂ່າວໂທລະພາບ ກ່ຽວກັບການທົດລອງລູກສອນໄຟຂອງເກົາຫຼີເໜືອ ທີ່ອອກອາກາດຢູ່ໂຊລ ເກົາຫຼີໃຕ້ ເມື່ອວັນທີ 15 ກັນຍາ 2021.
ລາຍການຂ່າວໂທລະພາບ ກ່ຽວກັບການທົດລອງລູກສອນໄຟຂອງເກົາຫຼີເໜືອ ທີ່ອອກອາກາດຢູ່ໂຊລ ເກົາຫຼີໃຕ້ ເມື່ອວັນທີ 15 ກັນຍາ 2021.

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

ເມື່ອວັນທີ 13 ກັນຍາເດືອນແລ້ວນີ້ ສາທາລະນະລັດປະຊາທິປະໄຕປະ ຊາຊົນເກົາຫຼີ ໄດ້ປະກາດ ກ່ຽວກັບການທົດລູກສອນໄຟຄຣູສ ໄລຍະໄກ ທີ່ສາມາດຍິງໄປເຖິງປະເທດຍີ່ປຸ່ນໄດ້. ສອງມື້ຕໍ່ມາ ສປປ ເກົາຫຼີ ກໍໄດ້ຍິງທົດລອງ ລູຸກສອນໄຟຂີປະນາວຸດ 2 ລູກ ໄປຕົກໃສ່ແຄມຝັ່ງທະເລ ກ້ຳຕາເວັນອອກຂອງຕົນ ຊຶ່ງ ເປັນການຍິງທົດລອງລູກສອນໄຟຂີປະນາວຸດເທື່ອທຳອິດ ຂອງພຽງຢາງ ໃນໄລ ຍະ 6 ເດືອນທີ່ຜ່ານມາ.

ສະຫະລັດຂໍປະນາມການຍິງລູກສອນໄຟດັ່ງກ່າວ. ຢູ່ໃນກອງປະຊຸມຖະແຫຼງຂ່າວ ໂຄສົກ ກະຊວງການຕ່າງປະເທດສະຫະລັດ ທ່ານເນດ ໄພຣສ໌ ກ່າວວ່າ “ການຍິງລູກສອນໄຟເຫຼົ່ານີ້ ແມ່ນເປັນການລະເມີດຕໍ່ມະຕິຫຼາຍໆຂໍ້ ຂອງສະພາຄວາມໝັ້ນຄົງສະຫະປະຊາຊາດແລະພວກເຮົາຮູ້ວ່າ ມັນເປັນໄພຂົ່ມຂູ່ຕໍ່ບັນດາປະເທດ
ເພື່ອນບ້ານຂອງ ສປປ ເກົາຫຼີ ແລະປະເທດສະມາຊິກອື່ນໆຂອງປະຊາຄົມນາໆຊາດ.”

ໂຄສົກຂອງທຳນຽບຫ້າແຈ ທ່ານຈອນ ເຄີບີ ປະກາດວ່າ “ກິດຈະການເຫຼົ່ານີ້ໄດ້ເນັ້ນໃຫ້ເຫັນເຖິງຜົນກະທົບຈາກການສ້າງຄວາມບໍ່ທຸ່ນທ່ຽງດ້ວຍໂຄງການອາວຸດເຖື່ອນຂອງ ສປປ ເກົາຫຼີ” ແລະທ່ານໄດ້ກ່າວຢ້ຳ ເຖິງ “ຄວາມໝັ້ນໝາຍ.” ທີ່ບໍ່ມີການປ່ຽນແປງຂອງສະຫະລັດ ເພື່ອຈະປົກປ້ອງ ສາທາລະນະລັດເກົາຫຼີ ແລະປະເທດຍີປຸ່ນ.

ການເຈລະຈາທາງດ້ານນິວເຄລຍລະຫ່າງສະຫະລັດ ແລະ ສປປ ເກົາຫຼີໄດ້ຕົກຢູ່ໃນສະພາບບໍ່ໄປບໍ່ມາ ນັບແຕ່ປີ 2019 ເປັນຕົ້ນມາ ແຕ່ລັດຖະບານຂອງທ່ານໄບເດັນໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງ ເຖິງຄວາມປະສົງທີ່ຢາກຈະຟື້ນຟູການເຈລະຈາດັ່ງກ່າວ.

ໂຄສົກກະຊວງການຕ່າງປະເທດ ທ່ານເນດ ໄພຣສ໌ກ່າວວ່າ “ພວກເຮົາມີຄວາມໝັ້ນໝາຍ ຕໍ່ຫຼັກການທີ່ວ່າການເຈລະຈາຈະອະນຸຍາດໃຫ້ພວກເຮົາສືບຕໍ່ດຳເນີນການຕາມຈຸດປະສົງຂອງພວກເຮົາໃນທີ່ສຸດແລະນັ້ນກໍເປັນເລື້ອງທີ່ງ່າຍໆ ຄືເຮັດໃຫ້ແຫຼມເກົາຫຼີເປັນເຂດປອດນິວເຄລຍ. ພວກເຮົາບໍ່ມີຄວາມຕັ້ງໃຈ ທີ່ຈະເປັນປໍລະປັກຕໍ່ ສປປ ເກົາຫຼີ” ນັ້ນຄືຄຳປະກາດຂອງທ່ານ. “ສິ່ງທີ່ພວກເຮົາຕ້ອງການຢາກຈະເຮັດ ກໍຄືຫຼຸດຜ່ອນໄພຂົ່ມຂູ່ຕໍ່ສະຫະລັດ ຕໍ່ພັນທະມິດຂອງພວກເຮົາຢູ່ໃນຂົງເຂດ ແລະນັ້ນ ແມ່ນຮວມທັງສາທາລະນະລັດເກົາຫຼີແລະປະເທດຍີປຸ່ນ ແລະພວກເຮົາຄິດວ່າ ພວກເຮົາສາມາດເຮັດສິ່ງນັ້ນໂດຍຜ່ານທາງດ້ານການທູດ.”

ເມື່ອໄວໆມານີ້ ໄດ້ມີການເຄື່ອນໄຫວທາງດ້ານການທູດຫຼາຍໆຄັ້ງ ລະຫວ່າງສະຫະລັດ ແລະບັນດາປະເທດຢູ່ໃນຂົງເຂດ ຫາລືກັນ ກ່ຽວກັບເລື້ອງ ເກົາຫຼີເໜືອ. ເມື່ອກາງເດືອນກັນຍາຜ່ານມານີ້ ທ່ານຊຸງ ກິມ ຜູ້ຕາງໜ້າພິເສດຂອງສະຫະລັດ ຮັບຜິດຊອບກ່ຽວກັບເລື້ອງ ສປປ ເກົາຫຼີ ໄດ້ເດີນທາງໄປ ໂຕກຽວ ແລະໄດ້ພົບປະກັບເຈົ້າໜ້າທີ່ອະວຸໂສຂອງຍີ່ປຸ່ນແລະສາທາລະນະລັດເກົາຫຼີເພື່ອຫາລືຶກັນຊຶ່ງໃນນັ້ນແມ່ນຮວມທັງກິດຈະກຳຕ່າງໆຂອງ ສປປ ເກົາຫຼີ. ລັດຖະມົນຕີການຕ່າງປະເທດຂອງ ສປ ຈີນ ແລະສາທາລະນະລັດເກົາຫຼີຍັງໄດ້ພົບປະກັນທີ່ນະຄອນ
ຫຼວງໂຊລ ບໍ່ເທົ່າໃດມື້ຫຼັງຈາກ ສປປ ເກົາຫຼີ ໄດ້ທົດລອງຍິງ ລູກສອນໄຟຄຣູສໄລຍະໄກ.

ໂຄສົກກະຊວງການຕ່າງປະເທດທ່ານເນດ ໄພຣສ໌ ໄດ້ກ່າວເຖິງການປະຊຸມເຫຼົ່ານີ້ວ່າເປັນອົງປະກອບອັນສຳຄັນໃນການພົວພັນແລະການດຳເນີນການທາງດ້ານການທູດ ທີ່ສະຫະລັດເຊື່ອວ່າຈະນຳພາໄປສູ່ການຕັ້ງເປົ້າໝາຍຮ່ວມກັນຂອງສະຫະລັດ ແລະບັນດາປະເທດຕ່າງໆຢູ່ໃນຂົງເຂດ: “ຄວາມກ້າວໜ້າແບບມີຄວາມໝາຍ ເທິງເສັ້ນທາງໄປສູ່ ການເຮັດໃຫ້ແຫຼມເກົາຫຼີ ເປັນເຂດປອດນິວເຄລຍ.”

XS
SM
MD
LG