Accessibility links

Breaking News

ບົດບັນນາທິການ: ສປ ຈີນ ທຳການຂົ່ມຂູ່ຕໍ່ໄຕ້ຫວັນ


ເຮືອບິນລົບ J-16 ຂອງກອງທັບປົດປ່ອຍປະຊາຊົນຈີນ ບິນຢູ່ໃນເຂດນ່ານຟ້າ ທີ່ບໍ່ໄດ້ລະບຸໃຫ້ຊາບແຫ່ງນຶ່ງ ເມື່ອວັນທີ 2 ຕຸລາ 2021.
ເຮືອບິນລົບ J-16 ຂອງກອງທັບປົດປ່ອຍປະຊາຊົນຈີນ ບິນຢູ່ໃນເຂດນ່ານຟ້າ ທີ່ບໍ່ໄດ້ລະບຸໃຫ້ຊາບແຫ່ງນຶ່ງ ເມື່ອວັນທີ 2 ຕຸລາ 2021.

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

ຫຼັງຈາກໄດ້ມີການບິນສະແດງແສນຍານຸພາບ ໂດຍທັບອາກາດ ຂອງກອງ ທັບປົດປ່ອຍປະຊາຊົນຈີນ ຢູ່ໃນເຂດນ່ານຟ້າຂອງໄຕ້ຫວັນ ເມື່ອໄວໆມານີ້ແລ້ວ ສະຫະລັດ ໄດ້ຮຽກຮ້ອງໃຫ້ສາທາລະນະລັດປະຊາຊົນຈີນ “ຢຸດເຊົາການກົດດັນແລະການບີບບັງຄັບ ທາງດ້ານທະຫານ ດ້ານການທູດ ແລະດ້ານເສດຖະກິດຕໍ່ໄຕ້ຫວັນ.” ໂຄສົກກະຊວງການຕ່າງປະເທດສະຫະລັດ ທ່ານເນດ ໄພຣສ໌ ກ່າວຢູ່ໃນຖະແຫຼງການ ທີ່ເປັນລາຍລັກອັກສອນ ສະບັບນຶ່ງວ່າ “ສະຫະລັດ ມີຄວາມເປັນຫ່ວງຢ່າງແທ້ຈິງກ່ຽວກັບການທ້າທາຍທາງທະຫານ (ຂອງ ສປ ຈີນ) ໃກ້ໆເກາະໄຕ້ຫວັນ ຊຶ່ງໄດ້ກໍ່ໃຫ້ເກີດຄວາມບໍ່ທຸ່ນທ່ຽງ ສ່ຽງຕໍ່ການຄາດຄຳນວນທີ່ຜິດພາດ ແລະບ່ອນທຳລາຍຕໍ່ສັນຕິພາບ ແລະສະຖຽນລະພາບ ຢູ່ໃນຂົງເຂດ.”

ເລີ້ມແຕ່ວັນທີ 1 ຕຸລາເປັນຕົ້ນມາ ແລະບັງເອີນ ມີຂຶ້ນພ້ອມກັນກັບ “ວັນຊາດ” ຂອງ ສປ ຈີນ ກອງທັບປົດປ່ອຍປະຊາຊົນ ໄດ້ສົ່ງເຮືອບິນໃນຈຳນວນແບບທີ່ບໍ່ເຄີຍມີມາກ່ອນ ເຂົ້າໄປໃນເຂດປ້ອງກັນທາງອາກາດເພື່ອໃຫ້ລະບຸໂຕຂອງໄຕ້ຫວັນ. ເຮືອບິນຂອງກອງທັບປົດປ່ອຍປະຊາຊົນຈີນຊຶ່ງຮວມທັງເຮືອບິນລົບອາຍພົ່ນ ແລະເຮືອບິນຖິ້ມລະເບີດ ແລະຖ້ຽວບິນຕ່າງໆນັ້ນ ແມ່ນມີຂຶ້ນ ທັງກາງເວັນແລະກາງຄືນ. ເພື່ອເປັນການຕອບໂຕ້ ໄຕ້ຫວັນກໍສົ່ງເຮືອບິນລົບຂອງຕົນບິນຂຶ້ນຕິດຕາມເບິ່ງເຮືອບິນຂອງ ສປ ຈີນ ອອກຄຳເຕືອນທາງວິທະຍຸຕໍ່ປະຊາຊົນແລະແລະສັ່ງໃຫ້ລະບົບປ້ອງກັນລູກສອນໄຟກຽມພ້ອມ.

ໃນຮອບປີທີ່ຜ່ານມານີ້ ສປ ຈີນ ໄດ້ເພີ້ມທະວີການບິນລ່ວງລ້ຳ ເຂົ້າໄປໃນເຂດລະບຸໂຕທາງອາກາດຂອງໄຕ້ຫວັນຂຶ້ນເປັນລຳດັບມາ ແຕ່ການບິນປະຕິບັດງານທາງອາກາດ ຂອງກອງທັບ ສປ ຈີນເມື່ອໄວໆມານີ້ ແມ່ນບໍ່ເຄີຍມີມາກ່ອນເມື່ອເວົ້າເຖິງເລື້ອງຂອບເຂດຈຳນວນ. ນອກນັ້ນຍັງຕິດຕາມດ້ວຍການໃຊ້ຄຳເວົ້າຂົ່ມ ຂູ່ໂດຍສື່ມວນຊົນທີ່ລັດຖະບານຄວບຄຸມຂອງປັກກິ່ງ ຕໍ່ໄຕ້ຫວັນ ທີ່ປົກຄອງແບບປະຊາທິປະໄຕ. ໜັງສືພິມ Global Time ຄຸຍໂມ້ວ່າ “ຂໍ້ລິເລີ້ມ ກ່ຽວກັບວ່າເວ ລາໃດແລະຈະແກ້ໄຂແບບໃດ ຕໍ່ຄຳຖາມເລື້ອງໄຕ້ຫວັນນັ້ນ ແມ່ນນອນຢູ່ໃນກຳ ມືຂອງຈີນແຜ່ນດິນໃຫຍ່ ເປັນທີ່ຮຽບຮ້ອຍແລ້ວ.” ບັນນາທິການຂອງ Global Time ຂຽນຂໍ້ຄວາມລົງໃນທວີດເຕີວ່າ “ມັັນເປັນພຽງ ແຕ່ເລື້ອງເວລາເທົ່ານັ້ນ ກ່ອນທີ່ເຈົ້າໜ້າທີ່ແບ່ງແຍກດິນແດນໃນໄຕ້ຫວັນ ຈະພັງທະລາຍລົງ.”

ຢູ່ໃນຖະແຫຼງການຂອງທ່ານນັ້ນ ທ່ານໄພຣສ໌ ກ່າວວ່າ ສະຫະລັດ ມີ “ຜົນປະ ໂຫຍດຕໍ່ການມີສັນຕິພາບແລະສະຖຽນລະພາບຂ້າມຊ່ອງແຄບໄຕ້ຫວັນ. ພວກເຮົາຈະສືບຕໍ່ໃຫ້ການຊ່ວຍເຫຼືອແກ່ໄຕ້ຫວັນເພື່ອຮັກສາລະດັບຄວາມສາມາດໃນການປ້ອງກັນໂຕໄດ້ຢ່າງພຽງພໍ ແລະພວກເຮົາຈະສືບຕໍ່ຮັກສາຄວາມໝັ້ນໝາຍຂອງພວກເຮົາ ທີ່ໄດ້ໃຫ້ໄວ້ຢູ່ໃນກົດໝາຍວ່າດ້ວຍຄວາມສຳພັນກັບໄຕ້ຫວັນ ຢູ່ໃນຖະແຫຼງການຮ່ວມ 3 ສະບັບ ແລະຢູ່ໃນການໃຫ້ການຄ້ຳປະກັນ 6 ສະບັບ.”

XS
SM
MD
LG