Accessibility links

Breaking News

ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ​ລອຍ ອອ​ສ​ຕິນ ກ່າວ​ຢ້ຳ​ເຖິງ​ຄວາມ​ສຳ​ຄັນ ຂອງ​ພາ​ຄີ​ໃນ​ທະ​ເລ​ດຳ


ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ສະ​ຫະ​ລັດ ທ່ານ​ລອຍ ອອ​ສ​ຕິນ ​ໄດ້​ເດີນ​ທາງ​ໄປ​ຢ້ຽມ​ຢາມ 3 ປະ​ເທດ ໃນ​ເຂດ​ທະ​ເລ​ດຳ ເມື່ອໄວໆ​ມານີ້ ທີ່​ປະ​ກອບດ້ວຍ​ຈໍ​ເຈຍ ຢູ​ເຄ​ຣນ ແລະ​ໂຣ​ມາ​ເນຍ.

ທ່ານ​ໄດ້​ກ່າວ​ຊົມ​ເຊີຍ​ການ​ເປັນ​ພາ​ຄີ​ທີ່​ເຂັ້ມ​ແຂງ​ທາງ​ດ້ານ​ຄວາມ​ໝັ້ນ​ຄົງແລະ​ຄຸນຄ່າ​ຂອງ​ປະ​ເທດ​ເຫຼົ່າ​ນີ້ ມີ​ຮ່ວມ​ກັນ​ກັບ​ສະ​ຫະ​ລັດ ຮັບ​ຮູ້​ເຖິງ​ການ​ເສຍ​ສະ​ຫຼະ​ຂອງ​ຈໍ​ເຈຍແລະ​ໂຣ​ມາ​ເນຍ ​ທີ່​ໄດ້​ມີ​ຂຶ້ນໃນ​ຖາ​ນະ​ທີ່​ເປັນ​ສ່ວນ​ນຶ່ງ​ຂອງ​ກຳ​ລັງ​ແນວ​ໂຮມ ທີ່​ໄດ້​ສູ້ລົບ​ຢູ່​ໃນ​ອີ​ຣັກ ແລະ​ອັ​ຟ​ກາ​ນິ​ສ​ຖານ ແລະ​ໄດ້​ກ່າວ​ຢ້ຳ​ເຖິງ​ການ​ໃຫ້​ຄວາມ​ສະ​ໜັບ​ສະ​ໜຸນ​ຂອງ​ສະ​ຫະ​ລັດຕໍ່​ອະ​ທິ​ປະ​ໄຕ​ຂອງ​ແລະ​ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ ຂອງປະ​ເທດ​ທັງ​ສາມ ໃນ​ຂະ​ນະ​ທີ່​ພວກ​ເຂົາ​ເຈົ້າ​ຍັ​ງ​ສືບ​ຕໍ່​ປະ​ເຊີນ​ກັບ​ການ​ກົດ​ດັນ​ຈາກ​ກິດ​ຈະ​ກຳ​ ທີ່​ເປັນ​ໄພ​ຂອງ​ລັດ​ຖະ​ບານ​ຣັດ​ເຊຍ.

ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດອອ​ສ​ຕິນ ກ່າ​ວ​ວ່າ “ມັນ​ຜ່ານ​ໄປ​ໂດຍ​ບໍ່​ມີ​ໃຜ​ເວົ້າ​ວ່າ​ເຂດ​ດັ່ງ​ກ່າວ​ມີ​ຄວາມ​ຫຼໍ່​ແຫຼມ​ຕໍ່​ການ​ຮຸກ​ຮານ​ຂອງ​ຣັດ​ເຊຍ ແລະ​ພວກເຮົາ​ໄດ້​ເຫັນ​ຫຼັກ​ຖານ​ທີ່​ວ່ານັ້ນ ໃນ​ການ​ຮຸກ​ຮານ​ທີ່​ຍັງ​ດຳ​ເນີນ​ຢູ່​ຕໍ່​ມາ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄ​ຣນ ການ​ຢຶດ​ຄອງ​ບາງ​ເຂດ​ຂອງ​ຈໍ​ເຈຍ ການ​ເຮັດ​ໃຫ້​ທະ​ເລ​ດຳ​ເປັນ​ເຂດ​ເຄື່ອນ​ໄຫວ​ທາງ​ທະ​ຫານ ແລະ​ການ​ທ້າ​ທາຍ​ເກາະ​ຜິດທັງ​ຢູ່​ໃນ​ເຂດ​ນ່ານ​ຟ້າ​ແລະ​ໃນທ້ອງ​ທະ​ເລ. ກິດ​ຈະ​ກຳການສ້າງ​ຄວ​າມ​ບໍ່​ທຸ່ນ​ທ່ຽງ​ຂອງ​ຣັດ​ເຊຍ​ແມ່ນໄດ້​ສະ​ທ້ອນ​ໃຫ້​ເຫັນ​ເຖິງ​ຄວາມ​ໄຝ່​ຝັນ​ຂອງ​ປະ​ເທດ​ດັ່ງ​ກ່າວ ທີ່​ຢາກ​ຈະ​ມີ​ບົດ​ບາດແບບ​ຄອ​ບ​ງຳ​ຄືນ​ໃໝ່​ຢູ່​ໃນ​ຂົງ​ເຂດ ແລະ​ຂັດ​ຂວາງ​ບໍ່​ໃຫ້ຢູ​ໂຣບ ບັນ​ລຸ​ຄວາມ​ເປັນ​ເອກ​ກະ​ພາບ ເສ​ລີ​ພາບ ແລະ​ມີ​ສັນ​ຕິ​ພາບ.”

ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນປະ​ເທດ​ອອ​ສ​ຕິນ ກ່າວ​ຕໍ່​ພວກ​ນັກ​ຂ່າວ​ວ່າ ສະ​ຫະລັດ “ໃຫ້​ຄວາມ​ສຳ​ຄັນ​ຢ່າງ​ໃຫຍ່​ຫຼວງ ​ຕໍ່​ການ​ເປັນ​ພາ​ຄີ​ແລະ​ການ​ຮ່ວມ​ມືທີ່​ພວກເຮົ​າ​ໄດ້​ຮັບ​ຈາກ​ຄູ່​ຮ່ວມ​ງານ​ຂອງ​ພວກ​ເຮົາ” ຢູ່​ໃນ​ຂົງ​ເຂດ ແລະ​ໃຫ້​ຂໍ້​ສັງ​ເກດ​ວ່າ ສະ​ຫະ​ລັດ​ຈະ​ສືບ​ຕໍ່​ສະ​ໜອງ​ການ​ຊ່ວຍ​ເຫຼືອ ເພື່ອ​ເສີມ​ສ້າງ​ຄວາມ​ເຂັ້ມ​ແຂງ ໃນ​ຄວາມ​ສາ​ມາດ​ທາງ​ທະ​ເລ​ຂອງ​ຈໍ​ເຈຍ ຢູ​ເຄ​ຣນ ແລະ​ໂຣ​ມາ​ເນຍ ພ້ອມໆ​ກັນ​ກັບປະ​ເທດ​ບູ​ລ​ກາ​ເຣຍ ເພື່ອ​ສະ​ໜັບ​ສະ​ໜຸນ​ການ​ດຳ​ເນີນ​ຄວາມ​ພະ​ຍາ​ຍາມ​ໃນ​ການ
ສະ​ກັດ​ກັ້ນແລະ​ປ້ອງ​ກັນ ຕໍ່​ຕ້ານ​ກິດ​ຈະ​ກຳ​ທີ່​ເປັນ​ໄພຂອງ​ຣັດ​ເຊຍ.

ການ​ເດີນ​ທາງ​ໄປ​ຢ້ຽມ​ຢາມ ​ປະ​ເທດ​ທັງ​ສາມ ຂອງ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ອ​ອ​ສ​ຕິນ ຍັງ​ໄດ້​ເນັ້ນ​ຢ້ຳ​ໃຫ້​ເຫັນ​ຜົນ​ປະ​ໂຫຍດ​ຂອງ​ອົງ​ການ​ເນ​ໂຕ້​ໃນ​ດ້ານ​ຄວາມໝັ້ນ​ຄົງ​ຢູ່ທະ​ເລ​ດຳ ໂຣ​ມາ​ເນຍ​ໃນ​ຖາ​ນະ​ພັນ​ທະ​ມິດ​ທີ່​ສຳ​ຄັນ​ສຸດ​ຂອງ​ອົງ​ການ​ເນໂຕ້ ຊຶ່ງ​ມີ​ຢູ​ເຄ​ຣນ ແລະ​ຈໍ​ເຈຍ​ເປັນ​ປະ​ເທດ​ພາ​ຄີຊຶ່ງ​ມີ​ຄວາມ​ໄຝ່​ຝັນ​ຢາກ​ເຂົ້າ​ເປັນສະ​ມາ​ຊິກ​ຂອງ​ອົງ​ການ​ເນ​ໂຕ້.

ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຂອງ​ສະ​ຫະ​ລັດ ເອີ້ນ​ໂຣ​ມາ​ເນຍ​ວ່າ “ເປັນປະ​ເທດ​ຕົວ​ແບບ​ທີ່​ສຳ​ຄັນ ສຳ​ລັບ​ການ​ໃຫ້​ຄວາມ​ໝັ້ນ​ໝາຍ​ຂອງ​ພັນ​ທະ​ມິດ ໃນການ​ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ຮ່ວມ ການ​ປັບ​ປຸງ​ດ້ານ​ປ້ອງ​ກັນ​ປະ​ເທດ​ໃຫ້​ທັນສະ​ໄໝ ແລະ​ການ​ປະ​ກອບ​ສ່ວນ​ໃນ​ການ​ປະ​ຕິ​ບັດ​ງານ​ຂອງ​ອົງ​ການ​ເນ​ໂຕ້​ຢູ່​ໃນ​ຢູ​ໂຣບ ແລະ​ໄກ​ໄປ​ກວ່ານັ້ນ.” ນອກນັ້ນ ທ່ານ​ຍັງ​ໄດ້​ກ່າວ​ຊົມ​ເຊີຍ​ໂຣ​ມາ​ເນຍ​ ຊຶ່ງເປັນ​ນຶ່ງ​ໃນ​ຈຳ​ນ​ວນ​ບໍ່​ເທົ່າ​ໃດ​ປະ​ເທດຂອງ​ພັນ​ທະ​ມິດ​ເນ​ໂຕ້ທີ່​ໄດ້​ເປັນ​ເຈົ້າ​ພາບ​ໃຫ້
ການ​ຕ້ອນ​ຮັບ​ແກ່​ກຳ​ລັງ​ໝູນ​ວຽນ ໃນ​ຈຳ​ນວນ​ທີ່​ສຳ​ຄັນ​ຂອງ​ສະ​ຫະ​ລັດ.

ຢູ່​ທີ່​ປະ​ເທດ​ຈໍ​ເຈຍແລະ​ຢູ​ເຄ​ຣນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ອອ​ສ​ຕິນໄດ້​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງວ່າ ການ​ເສີມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສະ​ຖາ​ບັນປະ​ຊາ​ທິ​ປະ​ໄຕ ຍັງ​ເປັນກຳ​ລັງ​ແພງ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ແລະ​ການ​ຮຸກ​ຮານ ແລະ​ທ່ານ​ໄດ້​ຊຸກ​ຍູ້​ໃຫ້​ລັດ​ຖະ​ບານ​ຂອງ​ປະ​ເທດ​ທັງ​ສອງ ທຳ​ການ​ປະ​ຕິ​ຮູບ​ຕໍ່​ໄປ​ທີ່ຈະ​ສ້າງ​ຄວາມ​ກ້າວ​ໜ້າ​ໃຫ້​ແກ່​ຄວາມ​ໄຝ່​ຝັນ​ຂອງ​ພວກ​ເຂົາ​ເຈົ້າ ໃນ​ການ​ເປັນ​ກຸ່ມ​ແອັດ​ແລນ​ຕິກ​ຢູ​ໂຣບ.

ລັດ​ຖະ​ມົນ​ຕີອອ​ສ​ຕິນ ກ່າວ​ວ່າ “ຄວາມ​ໝັ້ນ​ຄົງ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ທະ​ເລ​ດຳ ແມ່ນນອນ​ຢູ່​ໃນ​ຜົນ​ປະ​ໂຫຍດ​ແຫ່ງ​ຊາດ​ຂອງ​ສະ​ຫະ​ລັດແລະ​ມີ​ຄວາມ​ສຳ​ຄັນຕໍ່​ຄວາມ​ໝັ້ນ​ຄົງ​ໃນ​ເຂດ​ພາກ​ຕາ​ເວັນ​ອອກ​ຂອງ​ອົງ​ການ​ເນ​ໂຕ້. ພວກ​ເຮົາ​ຈະ​ສືບ​ຕໍ່ໃຫ້​ການ​ເພັ່ງ​ເລັງ​ກ່ຽວ​ກັບ​ເລື້ອງນີ້ ແລະ​ພວກ​ເຮົາ​ຈະ​ສືບ​ຕໍ່ເຮັດ​ວຽກຮ່ວມ​ກັບ​ພາ​ຄີ​ຂອງ​ພວກ​ເຮົ​າ ຢູ່​ໃນ​ຂົງ​ເຂ​ດ​ດັ່ງ​ກ່າວ.”

XS
SM
MD
LG