ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ
ໃນວັນພະຫັດອາທິດທີສີ່ ຂອງເດືອນພະຈິກ ຊາວອາເມຣິກັນ ສະຫຼອງວັນຂອບຄຸນພະເຈົ້າ. ເຖິງແມ່ນວັນພັກດັ່ງກ່າວຄ້າຍຄືກັນກັບບຸນສະຫຼອງການເກັບກ່ຽວຕາມປະເພນີ ຊຶ່ງປົກກະຕິແລ້ວມີຂຶ້ນຢູ່ໃນສັງຄົມກະສິກຳຢ້ອນຄືນໄປເມື່ອຫຼາຍໆພັນປີ ແຕ່ບຸນຂອບຄຸນພະເຈົ້າແມ່ນເຮັດຂຶ້ນເພື່ອເປັນກຽດໃຫ້ແກ່ປະສົບພະການຂອງຊາວຢູໂຣບຈຸທຳອິດທີ່ໄດ້ເຂົ້າມາຕັ້ງຖິ່ນຖານຢູ່ໃນເຂດຊຶ່ງທຸກມື້ນີ້ແມ່ນພາກຕາເວັນອອກສຽງເໜືອຂອງສະຫະລັດ.
ເຂົາເຈົ້າແມ່ນພວກສະແຫວງບຸນ ໂດຍສະເພາະແລ້ວ ແມ່ນພວກທີ່ນັບຖືລັດທິ ຄານວິນ ທີ່ຢາກແຍກອອກຢ່າງເດັດຂາດຈາກນິກາຍອັງກລີກັນແລະຕໍ່ມາກໍໄດ້ຖືກປະຫັດປະຫານຢູ່ໃນປະເທດອັງກິດ ແລະດ້ວຍເຫດນີ້ ໃນເດືອນກັນຍາຂອງປີ 1620 ພວກທີ່ມາຕັ້ງອານານິຄົມ 102 ຄົນ ຊຶ່ງສ່ວນໃຫຍ່ແລ້ວເປັນພວກສະແຫວງບຸນ ແລະພວກລູກເຮືອອີກ 30 ຄົນ ໄດ້ອອກເດີນທາງມາທະວີບອາເມຣິກາ ໂດຍກຳປັ່ນທີ່ມີຊື່ວ່າ ເມຟລາວເວີ.
ພວກສະແຫວງບຸນຮູ້ດີວ່າ ການເດີນທາງຂອງພວກເຂົາເຈົ້າ ບໍ່ໄດ້ຮັບການສະໜັບສະໜຸນໂດຍລັດຖະບານອັງກິດແລະກໍບໍ່ໄດ້ມີການແຕ່ງຕັ້ງຜູ້ນຳ ພວກເຂົາເຈົ້າໄດ້ປົກຄອງກັນດ້ວຍຄວາມຍິນຍອມຂອງພວກທີ່ມາຕັ້ງອານານິຄົມດ້ວຍກັນ. ດ້ວຍເຫດຜົນດັ່ງກ່າວ ກ່ອນທີ່ກຳປັ່ນເມຟລາວເວີ ຈະເຂົ້າຈອດດ້ວຍຊ້ຳ ພວກຜູ້ໂດຍສານໄດ້ພາກັນຮ່າງຂໍ້ຕົກລົງເມຟລາວເວີ ຊຶ່ງເປັນເອກກະສານທີ່ໃຫ້ຄຳໝັ້ນສັນຍາວ່າຈະໃຫ້ການຮ່ວມມືກັນຂອງພວກທີ່ມາຕັ້ງຖິ່ນຖານທັງໝົດ. ຂໍ້ຕົກລົງສະບັບນີ້ໄດ້ກຳນົດວ່າ ການຕັດສິນໃຈຕ່າງໆຈະມີຂຶ້ນດ້ວຍການລົງຄະແນນສຽງຊຶ່ງເປັນການທົດລອງຄັ້ງທຳອິດໃນປະຊາທິປະໄຕສຳລັບພວກຊາວຢູໂຣບໃນທະວີບອາເມຣິກາເໜືອ. ຂໍ້ຕົກລົງນີ້ໄດ້ມີການລົງນາມໂດຍຜູ້ໂດຍສານທີ່ເປັນຊາຍສະກັນຫຼາຍກວ່າເຄິ່ງ ທັງພວກທີ່ສະແຫວງບຸນ ແລະບໍ່ສະແຫວງບຸນ ແລະດັ່ງນັ້ນຈຶ່ງໄດ້ຮັບການໃຫ້ສັດຕະຍາບັນດ້ວຍການປົກຄອງສຽງສ່ວນຫຼາຍ.
ມີພຽງແຕ່ 53 ຄົນຂອງພວກທີ່ມາຕັ້ງຖິ່ນຖານດັ້ງເດີມ ຢູ່ລອດມາເຫັນລະດູບານໃໝ່ຂອງປີຕໍ່ມາ ແຕ່ໃນລະດູຮ້ອນ ຜົນການເກັບກ່ຽວແມ່ນໄດ້ດີເປັນພິເສດ ແລະໃນລະດູໃບໄມ້ຫຼົ່ນຂອງປີ 1621 ສະມາຊິກທີ່ຍັງເຫຼືອຢູ່ຂອງອານານິຄົມພລີມັດ ຊຶ່ງເປັນຊື່ທີ່ເຂົາເຈົ້າ ໄດ້ເອີ້ນບ້ານໃໝ່ຂອງພວກເຂົາເຈົ້າ ຈຶ່ງໄດ້ມາເຕົ້າໂຮມກັນສະເຫຼີມສະຫຼອງການລອດຊີວິດມາໄດ້ຂອງພວກເຂົາເຈົ້າ. ພວກຊົນເຜົ່າວາມປາໂນອັກປະມານ 90 ຄົນ ໄດ້ມາຮ່ວມການສະຫຼອງ ຊຶ່ງພວກເຂົາເຈົ້າໄດ້ໃຫ້ການຊ່ວຍເຫຼືອແກ່ພວກມາຕັ້ງຖິ່ນຖານທີ່ລອດຊີວິດມາໄດ້ ດ້ວຍການນຳເອົາອາຫານມາໃຫ້ ແລະສອນພວກມາຕັ້ງຖິ່ນຖານໃຫ້ສ້າງບ້ານເຮືອນທີ່ສາມາດທົນທານຕໍ່ສະພາບດິນຟ້າອາກາດ.
ການສະເຫຼີມສະຫຼອງ ໄດ້ໃຊ້ເວລາ 3 ມື້ ຊຶ່ງໃນລະຫວ່າງນັ້ນ ພວກຊາວອານານິຄົມອັງກິດ ແລະພວກຊົນເຜົ່າພື້ນເມືອງໄດ້ພາກັນຊຸມແຊວເວົ້ານົວຫົວມ່ວນດ້ວຍຄວາມສະຫງົບ. ສຳລັບງານລ້ຽງຂອງພວກເຂົາເຈົ້ານັ້ນ ພວກສະແຫວງບຸນກໍໄດ້ກະກຽມຜັກໝີ່ຂອງຊົນເຜົ່າພື້ນເມືອງ ເປັດແລະຫ່ານ ແລະພວກຊົນເຜົ່າວາມປາໂນອັກ ກໍໄດ້ເອົາຊີ້ນກວາງມາຮ່ວມສົມທົບ.
ວັນຂອບຄຸນພະເຈົ້າ ດັ່ງທີ່ສະຫຼອງກັນໃນທຸກມື້ນີ້ ແມ່ນມີກົກເຄົ້າເຫງົ້າກໍມາຈາກສັດຕະວັດທີ 19. ມັນໄດ້ກາຍເປັນວັນພັກຢ່າງ ເປັນທາງການ ໃນລະຫວ່າງສົງຄາມກາງເມືອງເພື່ອເປັນຊ່ອງທາງສຳລັບຊຸກຍູ້ໃຫ້ມີຄວາມເປັນເອກກະພາບແຫ່ງຊາດ ແລະໄກ່ງວງ ຊຶ່ງກາຍມາເປັນອາຫານຫຼັກ ຂອງການສະຫຼອງວັນຂອບຄຸນພະເຈົ້າ ໃນທຸກມື້ນີ້ ຍ້ອນວ່າໄກ່ ທີ່ມີຂະໜາດໃຫຍ່ດັ່ງກ່າວ ສາມາດໃຫ້ຜູ້ຄົນໄດ້ກິນໝົດທັງຄອບຄົວ ໃນລາຄາທີ່ຍ່ອມເຍົາ.
ເຖິງແມ່ນວັນພັກດັ່ງກ່າວໄດ້ວິວັດມາເປັນເວລາຫຼາຍໆສັດຕະວັດແລ້ວກໍຕາມ ແຕ່ວັນຂອບຄຸນພະເຈົ້າແລະພາບພົດຂອງພວກສະແຫວງບຸນພ້ອມທັງພວກຊົນເຜົ່າພື້ນເມືອງ ພາກັນສະເຫຼີມສະຫຼອງຮ່ວມກັນນັ້ນ ໄດ້ກາຍມາເປັນສັນຍາລັກ ຂອງສະຫງົບສຸກ ທາງດ້ານວັດທະນະທຳ ອິດສະຫຼະພາບທາງດ້ານສາສະໜາ ແລະຄວາມອຸດົມຮັ່ງມີ ທີ່ສະຫະລັດຍັງສືບຕໍ່ມອບໃຫ້ປະຊາຊົນຂອງຕົນ ແລະພວກທີ່ມາຮອດໃໝ່ໆຈາກທົ່ວໂລກ.