Accessibility links

Breaking News

ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນ ແລະ​ປະ​ທານ​ປະ​ເທດສີ ຈິ້ນ​ຜິງ ພົບ​ປະ​ກັນ​ທາງ​ອອນ​ລາຍ​ນ໌


ປະ​ທາ​ນາ​ທິ​ບໍ​ດີໂຈ ໄບ​ເດັນ
ປະ​ທາ​ນາ​ທິ​ບໍ​ດີໂຈ ໄບ​ເດັນ

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

ກ່ອນ​ທີ່​ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນ ແລະ​ປະ​ທານ​ປ​ະເທດຈີນ ທ່ານ​ສີ ຈິ້ນ​ຜິງ ເລີ້ມການ​ພົບ​ປະ​ທາງ​ອອນ​ລາຍ​ນ໌ ເມື່ອ​ວັນ​ທີ 15 ພະ​ຈິກທີ່​ຜ່ານ​ມານີ້ ພວກ​ຜູ້​ນຳ​ທັງ​ສອງ​ໄດ້​ສະ​ແດງ​ຄວາມ​ຫວັງ​ໄວ້​ວ່າ ການ​ສົນ​ທະ​ນາ​ຫາ​ລື​ກັນ ຈະ​ດຳ​ເນີນ​ໄປແບບ “ເປີດ​ເຜີຍ” “ກົງ​ໄປ​ກົງ​ມາ” ແລ​ະ “ຮອບ​ດ້ານ.”

ຄວາມ​ຄາດ​ຫວັງ​ຂອງ​ພວກ​ທ່ານ ປາ​ກົດ​ວ່າ ໄດ້​ປະ​ສົບ​ຜົນ​ສຳ​ເລັດ.

ຢູ່​ໃນ​ຖະ​ແຫຼງ​ການ ທຳ​ນຽບ​ຂາວ​ກ່າ​ວ​ວ່າ “ຜູ້​ນຳ​ທັງ​ສອງ​ໄດ້​ຫາ​ລື​ກັນ​ເຖິງ​ຄວາມ​ສະ​ຫຼັບ​ຊັບ​ຊ້ອນໃນ​ຄວາມ​ສຳ​ພັນ​ລ​ະ​ຫວ່າງ​ປະ​ເທດ​ທັງ​ສອງ​ຂອງ​ພວກ​ເຮົາ ແລະຄວາມ​ສຳ​ຄັນ​ໃນ​ການ​ຄຸ້ມ​ຄອງ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​ແຂ່ງ​ຂັນ. ປະ​ທາ​ນາ​ທິບໍ​ດີ​ໄບ​ເດັນ ​ສະ​ແດງ​ຄວາມ​ຊົມ​ເຊີຍທີ່​ມີ​ໂອ​ກາດ​ໄດ້​ຮັບ​ຟັງ​ຄຳ​ເວົ້າ​ແບບ​ເປີດ​ເຜີຍ ແລະ​ກົງ​ໄປ​ກົງ​ມາ ຂອງ​ປະ​ທານ​ປະ​ເທດ​ສີ ຈິ້ນ​ຜິງ ກ່ຽວ​ກັບ​ຄວາມ​ຕັ້ງ​ໃຈ ແລະບູ​ລິ​ມະ​ສິດ ທົ່ວ​ທຸກ​ຂອບ​ເຂດ​ຂອງ​ບັນ​ຫາ.”

ບັນ​ຫາ​ເຫຼົ່າ​ນັ້ນ ແມ່ນ​ຮວມ​ທັງ​ຄວາມ​ເປັນ​ຫ່ວງ​ຂອງ​ສະ​ຫະ​ລັດ ກ່ຽວ​ກັບ​ການ​ປະພຶດ​ປະ​ຕິ​ບັດ​ຂອງ​ ສ​ປ ຈີນ ຢູ່​ໃນ​ເຂດ​ຊິນຈຽງ ທິ​ເບດ ແລະ​ຮົງ​ກົງ ຕະ​ຫລອດເຖິງ​ເລື້ອງ​ສິດ​ທິ​ມະ​ນຸດ​ແບບກວ້າງໆ ຄວາມ​ຈຳ​ເປັນ​ໃນ​ການ​ຄ້ຳ​ປະ​ກັນ ກ່ຽວ​ກັບ“ກົດ​ຈະ​ລາ​ຈອນ” ສຳ​ລັບ​ສັດ​ຕະ​ວັດ​ທີ 21 ທີ່​ກ້າວ​ໜ້າແລະ​ລະ​ບົບ​ລະ​ຫວ່າງ​ປະເທດ​ທີ່​ເສ​ລີ ເປີດກວ້າງ ແລະ​ເປັນ​ທຳ ຄວາມ​ສຳ​ຄັນໃນ​ອິດ​ສະ​ຫຼະ​ພາບສຳ​ລັບການ​ເດີນ​ເຮືອ​ແລະ​ການ​ບິນ​ຜ່ານ​ທີ່​ປອດ​ໄພ ເໜືອ​ເຂດ​ອິນ​ໂດ​ປາ​ຊີ​ຟິກ​ທີ່​ອຸ​ດົມ​ຮັ່ງ​ມີ, ຄວາມ​ຈຳ​ເປັນ​ໃນ​ການ​ປົກ​ປ້ອງ​ຄົນ​ງານແລະ​ອຸດ​ສາ​ຫະ​ກຳອາ​ເມ​ຣິ​ກັນ​ ຈາກ​ການ​ຄ້າ​ແລະ​ການ​ປະ​ຕິ​ບັດ​ທີ່​ບໍ່​ເປັນທຳ ທາງ​ດ້ານ​ການ​ຄ້າ​ແລະ​ເສດ​ຖະ​ກິດ.

ກ່ຽວ​ກັບ​ບັນ​ຫາ​ໄຕ້​ຫວັນ​ນັ້ນ ທຳ​ນຽບ​ຂາວ ​ກ່າວ​ວ່າ “ປະ​ທາ​ນາ​ທິ​ບໍ​ດີ​ໄບ​ເດັນ​ໄດ້​ກ່າວ​ຢ້ຳວ່າ ສະ​ຫະ​ລັດ​ຍັງ​ມີ​ຄວາມ​ໝັ້ນ​ໝາຍ ​ຕໍ່​ນະ​ໂຍ​ບາຍ ‘ຈີນ​ດຽວ’ ພາຍ​ໃຕ້ການ​ນຳ​ທິດ​ທາງ​ໂດຍ​ກົດ​ໝາຍ​ວ່າ​ດ້ວຍ​ຄວາມ​ສຳ​ພັນ​ກັບ​ໄຕ້​ຫວັນ ຖະ​ແຫຼງ​ການ​ຮ່ວມ 3 ສະ​ບັບ ການ​ໃຫ້​ການ​ຄ້ຳ​ປະ​ກັນ 6 ສະ​ບັບແລະ​ສະ​ຫະ​ລັດ​ໄດ້​ຄັດ​ຄ້ານຢ່າງ​ແຂງ​ຂັນຕໍ່​ການ​ດຳ​ເນີນ​ຄວາມ​ພະ​ຍາ​ຍາມ​ແຕ່​ພຽງ​ຝ່າຍ​ດຽວ​ຕາມ​ລຳ​ພັງເພື່ອ​ປ່ຽນ​ແປງ​ສະຖາ​ສະ​ພາບທີ່​ເປັນ​ຢູ່​ໃນ​ປັດ​ຈຸ​ບັນ ຫຼື​ບ່ອນ​ທຳ​ລາຍ​ຕໍ່​ສັນ​ຕິ​ພາບ ແລະ​ສະ​ຖຽນລະ​ພາບ​ ໃນ​ບໍ​ລິ​ເວນ​ຊ່ອງ​ແຄບ​ໄຕ້​ຫວັນ.”

ນອກນັ້ນ​ແລ້ວ ຍັງ​ໄດ້​ມີ​ການ​ຫາ​ລື​ກັນ ກ່ຽວ​ກັບ​ຄວາມ​ສຳ​ຄັນ ​ໃນ​ການ​ຄຸ້ມ​ຄອງຄວາມ​ສ່ຽງ​ທາງ​ດ້ານ​ຍຸດ​ທະ​ສາດ ໂດຍ​ການ​ສ້າງ​ຮາວ​ປ້ອງ​ກັນ ແບບ​ມີ​ເຫດຜົນ ເພື່ອ​ບໍ່​ໃຫ້​ການ​ແຂ່ງ​ຂັນ ​ລະ​ຫວ່າງ​ສະ​ຫະ​ລັດ ແລະ ສ​ປ ຈີນ ກາຍ​ເປັນ​ບັນ​ຫາ​ຂັດ​ແຍ້ງ ແລະ​ເປີດ​ຊ່ອງ​ທາງ​ໃນ​ການ​ຕິດ​ຕໍ່​ໄວ້​ສະ​ເໝີ.

ຍິ່ງ​ໄປ​ກວ່ານັ້ນ ປະ​ທາ​ນາ​ທິ​ບໍ​ດີ​ໄບ​ເດັນຍັງ​ໄດ້​ໂອ້​ລົມ​ກັບ​ປະ​ທານ​ປະ​ເທດ​ສີ ຈິ້ີ້ນ​ຜິງ ກ່ຽວ​ກັບ​ການ​ເຮັດ​ວຽກ​ຮ່ວມ​ກັນ ໃນຖາ​ນະທີ່​ເປັນ​ຜູ້​ນຳ ​ຂອງ​ສອງ​ປະ​ເທດ​ທີ່ມີ​ເສດ​ຖະ​ກິດ​ໃຫຍ່​ສຸດ​ຂອງ​ໂລກ ຢູ່​ໃນ​ຂົງ​ເຂດ ບ່ອນ​ທີ່​ຜົນ​ປະ​ໂຫຍດ​ຂອງ​ພວກ​ເຮົາ​ກົ​ງກັນ ເຊັ່ນ​ວ່າ ລະ​ບົບ​ຄວາມ​ໝັ້ນ​ຄົງ​ທາງ​ດ້ານ​ອະ​ນາ​ໄມ​ຂອງ​ໂລກ ແລະ​ການ​ປ່ຽນແປງ​ຂອງ​ດິນ​ຟ້າ​ອາ​ກາດ.

ທ່ານ​ເຈກ ຊູ​ລ​ລີ​ວານ ທີ່​ປຶກ​ສາ​ດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຂອງ​ສະ​ຫະ​ລັດ ທີ່​ໄດ້ເຂົ້າ​ຮ່ວມກອງປະ​ຊຸມນຳ ​ກ່າວ​ເຖິງ​ການ​ພົບ​ປະ​ຂອງ​ພວກ​ຜູ້​ນຳທັງ​ສອງທີ່ “ຕ່າງກໍ​ຮັບ​ຮູ້​ເຖິງ​ນ້ຳ​ໜັກ​ ຂອງ​ຄວາມ​ຮັບ​ຜິດ​ຊອບ ໃນ​ການ​ເປັນ​ຜູ້​ດູ​ແລ​ຄວາມ​ສຳ​ພັນ​ລະ​ຫວ່າງ​ສະ​ຫະ​ລັດ ​ກັບ​ຈີນ ພວກ​ທ່ານ​ພວມ​ຊອກ​ຫາ​ຊ່ອງ​ທາງ​ ໃນ​ການ​ແບກ​ຫາບພາ​ລະ​ດັ່ງ​ກ່າວ ​ແບບ​ມີ​ຄວາມ​ຮັບ​ຜິດ​ຊອບ ​ຮັກ​ສາ​ຄຳ​ເວົ້າ ​ທີ່​ພວກທ່ານ​ໃຊ້ ຢູ່​ໃນ​ສູດ​ທີ່​ພວກ​ທ່ານ​ໃຫ້​ການ​ອະ​ນຸ​ມັດ ໃນ​ບັນ​ຫາ​ທີ່​ພວກ​ທ່ານ​ສົ່ງ​ຕໍ່ໄປ​ໜ້າ” ແຕ່​ແນວ​ໃດ​ກໍ​ຕາມ ທ່ານ​ຊູ​ລ​ລີ​ວານ​ໃຫ້​ຂໍ້​ສັງ​ເກດ​ວ່າ ປະ​ທາ​ນາ​ບໍ​ດີ​ໄບ​ເດັນ ໄດ້​ກ່າວ​ອອກ​ມາຢ່າງ​ຈະ​ແຈ້ງວ່າ “ຮ່ວມ​ກັນ​ກັບ​ປະ​ເທດ​ພັນ​ທະ​ມິດ ແລະ​ພາ​ຄີ​ຂອງ​ພວກ​ເຮົາ ແລະບັນ​ດາ​ປະ​ເທດຍຶດ​ໝັ້ນ​ໃນ​ຫຼັກຄຸນ​ຄ່າປະ​ຊາ​ທິ​ປະ​ໄຕ​ຮ່ວມ​ກັນ​ກັບ​ພວກ​ເຮົາ ພວກ​ເຮົາ​ຈະ​ເຮັດ​ວຽກ ​ເພື່ອ​ວິ​ໄສ​ທັດ​ ບໍ່​ແມ່ນ​ຕໍ່​ຕ້ານ​ຈີນ ແຕ່​ເພື່ອ​ວິ​ໄສ​ທັດ​ ໃນ​ການ​ໃຫ້​ຄວາມ​ສະ​ໜັບ​ສະ​ໜຸນ​ຕໍ່​ລະ​ບົບລະ​ຫວ່າງ​ປະ​ເທດທີ່​ເສ​ລີ ເປີດກວ້າງ ແລະ​ມີ​ຄວາມ​ເປັນ​ທຳ.

XS
SM
MD
LG