Accessibility links

Breaking News

ບົດບັນນາທິການ: ການທົດລອງ ລູກສອນໄຟຕໍ່ຕ້ານດາວທຽມ ຂອງຣັດເຊຍ ຖືກປະນາມ


ຊ​າກ​ເສດ​ເຫຼືອ​ໃນ​ອະ​ວະ​ກາດ
ຊ​າກ​ເສດ​ເຫຼືອ​ໃນ​ອະ​ວະ​ກາດ

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

ສະ​ຫະ​ລັດ​ຂໍ​ປະ​ນາມ​ຢ່າງ​ແຮງ ໃນ​ການ​ທົດ​ລອງ​ລູກ​ສອນ​ໄຟຕໍ່​ຕ້ານ​ດາວ​ທຽມເພື່ອ​ທຳ​ລາຍດາວ​ທຽມ​ໜ່ວຍ​ນຶ່ງ​ຂອງ​ຣັດ​ເຊຍ​ເອງ ຊຶ່ງ​ໄດ້​ສົ່ງ​ຊາກ​ເສດ​ເຫຼືອ 1,500 ປ່ຽງທີ່​ສາ​ມາດ​ນຳ​ຮ່ອງຮອຍ​ໄດ້ ເຂົ້າ​ສູ່​ວົງ​ໂຄ​ຈອນ.

ຢູ່​ໃນ​ຖະ​ແຫຼງ​ການ ລັດ​ຖະ​ມົນ​ຕີການຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ແອນ​ໂທ​ນີ​ ບ​ລິງ​ເກັນ ໃຫ້​ຂໍ້​ສັງ​ເກດ​ວ່າ ນອກ​ຈາກ​ຈະ​ເປັນ​ໄພ​ອັນ​ຕະ​ລາຍ​ ຕໍ່​ພວກ​ນັກ​ບິນ ​ອະ​ວະ​ກາດ ແລະ​ນັກ​ເຫາະ​ຈັກ​ກະ​ວານແລ້ວ ຊາກ​ເສດ​ເຫຼືອ​ດັ່ງ​ກ່າວ​ “ຍັງ​ເປັນ​ໄພຂົ່ມ​ຂູ່ຕໍ່​ດາວ​ທຽມ ແລະ​ວັດ​ຖຸ​ອະ​ວະ​ກາດ​ອື່ນໆ ທີ່​ມີ​ຄວາມ​ຫຼໍ່​ແຫຼມ​ສຳ​ຄັນ ​ຕໍ່​ຄວາມ​ໝັ້ນຄົງຂອງ​ທຸກໆ​ປະ​ເທດ ເສດ​ຖະ​ກິດ ແລະ​ຜົນ​ປະ​ໂຫຍດ​ທາ​ງ​ດ້ານ​ວິ​ທະ​ຍາ​ສາດສຳ​ລັບ​ຫຼາຍໆ​ທົດ​ສະ​ວັດ​ໃນ​ຕໍ່​ໜ້າ.”

ມີ​ນັກ​ບິນ​ອະ​ວະ​ກາດ 5 ຄົນ ແລະ​ນັກ​ເຫາະ​ຈັກ​ກະ​ວານ 2 ຄົນ ຢູ່​ເທິງ​ສະ​ຖານີ​ອະ​ວະ​ກາດ​ນາໆ​ຊາດ ໃນ​ເວ​ລານັ້ນ ຊຶ່ງ 4 ຄົນ​ແມ່ນ​ອາ​ເມ​ຣິ​ກັນ ຜູ້ນຶ່ງ​ແມ່ນ​ເຢຍ​ຣະ​ມັນແລະນັກ​ເຫາະ​ຈັກ​ກະ​ວານ 2 ຄົນ​ແມ່ນຊາວ​ຣັດ​ເຊຍ ໄດ້​ພາ​ກັນ​ປະຕິ​ບັດ​ຕາມລະ​ບຽບ​ການ​ສຸກ​ເສີນ ແລະ​ພາ​ກັນ​ເຂົ້າ​ໄປ​ຢູ່​ໃນ​ຍານ​ ທີ່​ຈອດ​ໄວ້​ເທິງສະ​ຖາ​ນີ​ອະ​ວະ​ກາດ​ນາໆ​ຊາດ.

ຫົວ​ໜ້າ ​ອົງ​ການ​ອະ​ວະ​ກາດ ​ຫຼື NASA ​ຂອງ​ສະ​ຫະ​ລັດ ທ່ານ​ບີ​ລ ແນລ​ສັນ ເອີ້ນ​ການ​ເຄື່ອນ​ໄຫວ​ຂອງ​ຣັດ​ເຊຍ​ວ່າ “ຂາດ​ຄວາມ​ຮັບ​ຜິດ​ຊອບ​ແລະ​ກໍ່​ໃຫ້​ເກີດ

ຄວາມ​ບໍ່​ທຸ່ນ​ທ່ຽງ” ທ່ານ​ກ່າວ​ຕື່ມ​ວ່າ “ໂດຍ​ມີ​ປະ​ຫວັດ​ອັນ​ຍາວ​ນານ​ ແລະ​ໂດດ​ເດັ່ນກ່ຽວ​ກັບ​ການ​ບິນ​ອະ​ວະ​ກາດ​ຂອງ​ມະ​ນຸດ​ຊາດ ມັນ​ຈຶ່ງ​ເປັນ​ສິ່ງ​ທີ່​ບໍ່​ຄາດ​ຄິດທີ່​ຣັດ​ເຊຍ​ຈະ​ເຮັດ​ໃຫ້​ພວກ​ນັກ​ບິນ​ອະ​ວະ​ກາດ​ອາ​ເມ​ຣິ​ກັນ​ ແລະ​ພາ​ຄີ ຢູ່​ເທິງ​ສະ​ຖາ​ນີ​ອະ​ວະ​ກາດ​ນາໆ​ຊາດຕົກ​ຢູ່​ໃນ​ອັນ​ຕະ​ລາຍ​ເທົ່າ​ນັ້ນ ແຕ່​ພວກ​ນັກ​ເຫາະ​ຈັກກະ​ວານ​ຂອງ​ພວກ​ເຂົາ​ເຈົ້າ​ນຳ​ດ້ວຍ. ການ​ກະ​ທຳ​ຂອງ​ຣັດ​ເຊຍ​ແມ່ນ​ຂາດ​ຄວາມຮັບ​ຜິດ​ຊອບ​ແລະ​ເປັນ​ອັນ​ຕະ​ລາຍ ເປັນ​ໄພ​ຂົ່ມ​ຂູ່​ເຊັ່ນ​ດຽວ​ກັນ ຕໍ່​ສະ​ຖາ​ນີ​ອະ​ວະ​ກາດ​ຂອງ​ຈີນ ແລະ​ພວກ​ນັກ​ບິນ​ອະ​ວະ​ກາດ​ຈີນ​ທີ່​ຢູ່​ເທິງ​ສະ​ຖາ​ນີ​ດັ່ງ​ກ່າວ.”

ສະ​ຫະ​ລັດ​ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງ​ຊ້ຳ​ແລ້ວ​ຊ້ຳ​ອີກ​ກັບ​ຣັດ​ເຊຍ ກ່ຽວ​ກັບ​ການ​ທົດ​ລອງ​ແບບນີ້​ກັບ​ດາວ​ທຽມ ຊຶ່ງ​ຈະ​ພາ​ໃຫ້​ມີ​ຊາກ​ເສດ​ເຫຼືອ​ໃນ​ໄລ​ຍະ​ຍາວ​ຢູ່​ໃນ​ວົງ​ໂຄ​ຈອນ ນັ້ນ​ຄື​ຄຳ​ເວົ້າ​ ຂອງ​ທ່ານ​ເນດ​ ໄພ​ຣ​ສ໌ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດບ​ລັງ​ເກັນ ກ່າວ​ວ່າ “ການ​ທົດ​ລອງ​ໃນ​ວັນ​ທີ 15 ພະ​ຈິກ​ປີ 2021 ແມ່ນ​ຈະ​ແຈ້ງສະ​ແດງ​ໃຫ້​ເຫັນ​ວ່າຣັດ​ເຊຍ ທັງໆ​ທີ່​ໄດ້​ກ່າວ​ອ້າງ ຕົນ​ຄັດ​ຄ້ານ ​ຕໍ່​ການ​ມີ​ອາ​ວຸດ ​ຢູ່​ໃນ​ເຂດນອກ​ອະ​ວະ​ກາດ​ນັ້ນ ເຕັມ​ໃຈ​ທີ່​ຈະ​ເຮັດ ​ໃຫ້ການ​ຄຸ້ມ​ຄອງ​ແບບ​ຍືນ​ຍົງ​ຕໍ່​ເຂດ​ອະ​ວະ​ກາດ​ທີ່​ຢູ່ນອກ​ອອກ​ໄປກ້າວ​ໄປ​ສູ່​ອັນຕະ​ລາຍ ແລະ​ກໍ​ເຮັດ​ໃຫ້​ການ​ສຳ​ຫຼວດ​ແລະ​ການ​ນຳ​ໃຊ້​ເຂດ​ອະ​ວະ​ກາດ​ທີ່​ຢູ່​ເລິກ​ອອກ​ໄປຂອງ​ທຸກໆ​ປະ​ເທດ ຕົກ​ຢູ່​ໃນ​ອັນ​ຕະ​ລາຍ ຍ້ອນ​ການ​ກະ​ທຳ​ທີ່​ຂາດ​ການ​ໄຕ່​ຕອງ​ ແລະ​ການ​ປະ​ພຶດ​ທີ່​ຂາດ​ຄວາມ​ຮັບ​ຜິດ​ຊອບ.​”

ທ່ານ​ບ​ລິງ​ເກັນ​ ປະ​ກາດ​ວ່າ ສະ​ຫະ​ລັດ​ພ້ອມ​ທັງ​ບັນ​ດາ​ປະ​ເທດ​ພັນ​ທະ​ມິດແລະປະ​ເທດ​ພາ​ຄີ​ຂອງ​ຕົນ ຈະ “ຊອກ​ຫາ​ຄຳ​ຕອບ​ຕໍ່​ການ​ກະ​ທຳ​ແບບ​ຂາ​ດ​ຄວາມ​ຮັບ​ຜິດ​ຊອບ​ດັ່ງ​ກ່າວ. ພວກ​ເຮົາ​ຂໍ​ຮຽກ​ຮ້ອງ ​ໃຫ້​ທຸກໆ​ປະ​ເທດ ທີ່​ນຳ​ໃຊ້​ອະ​ວະ​ກາດແບບ​ມີ​ຄວາມ​ຮັບ​ຜິດ​ຊອບ ເຂົ້າ​ຮ່ວມ​ກັບ​ພວກ​ເຮົາ​ໃນ​ຄວາມ​ພະ​ຍາ​ຍາມ​ເພື່ອ​ພັດທະ​ນາ​ມາດ​ຕະ​ຖານ​ກ່ຽວ​ກັບ​ການ​ປະ​ພຶດ​ແບບ​ມີ​ຄວາມ​ຮັບ​ຜິດ​ຊອບ ແລະ​ລະ​ເວັ້ນຈາກ​ການ​ກະ​ທຳ​ທີ່​ເປັນ​ອັນ​ຕະ​ລາຍ ແລະ​ການ​ທົດ​ລອງ​ທີ່​ຂາດ​ຄວາມ​ຮັບ​ຜິດ​ຊອບ
ດັ່ງ​ທີ່​ປະ​ເທດ​ຣັດ​ເຊຍ​ໄດ້​ເຮັດ​ໄປ​ນັ້ນ.”

XS
SM
MD
LG