Accessibility links

Breaking News

ບົດບັນນາທິການ: ລະບຸຊື່ປະເທດ ທີ່ລ່ວງລະເມີດອິດສະຫຼະພາບ ໃນການເຊື່ອຖືສາສະໜາ


ການ​ມ້າງ​ເຮືອນ​ທີ່​ໃຊ້​ເປັນ​ໂບດ ທີ່​ເມືອງ​ເຈິງ​ຈູ ໃນ​ແຂວງ​ເຫ​ໜານ ທາງ​ພາກ​ກາງ​ຂອງ​ຈີນ.
ການ​ມ້າງ​ເຮືອນ​ທີ່​ໃຊ້​ເປັນ​ໂບດ ທີ່​ເມືອງ​ເຈິງ​ຈູ ໃນ​ແຂວງ​ເຫ​ໜານ ທາງ​ພາກ​ກາງ​ຂອງ​ຈີນ.

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

ສະ​ຫ​ະ​ລັດ​ຍັງ​ສືບ​ຕໍ່​ມີ​ຄວາມ​ໝັ້ນ​ໝາຍ​ອັນ​ໜັກ​ແໜ້ນ ຕໍ່​ອິດ​ສະ​ຫຼະ​ພາບ​ໃນ​ດ້ານ​ສາ​ສະ​ໜາ ​ຫຼືໃນ​ດ້ານ​ຄວາມ​ເຊື່ອ. ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ແອນ​ໂທ​ນີ ບ​ລິງ​ເກັນ ກ່າວ​ວ່າ “ຢູ່​ຫຼາຍໆ​ບ່ອນ​ໃນ​ທົ່ວ​ໂລກ ພວກ​ເຮົາ​ຍັງ​ສືບ​ຕໍ່​ເຫັນ​ລັດ​ຖະ​ບານ​ທຳ​ການ​ຮາ​ວີ ຈັບ​ກຸມ ຂົ່ມ​ຂູ່ ຄຸມ​ຂັງແລະ​ສັງ​ຫານ​ສ່ວນ​ບຸກ​ຄົນ ຍ້ອນ​ເຂົາ​ເຈົ້າຢາກ​ດຳ​ລົງ​ຊີ​ວິດ ​ຕາມ​ຄວາມ​ເຊື່ອ​ ທີ່​ພວກ​ເຂົາ​ເຈົ້າ​ມີ.” ລັດຖະ​ບານ​ ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ໄບ​ເດັນ​ແລ​ະ​ທ່ານ​ນາງ​ແຮ​ຣິ​ສ ມີ​ຄວາມ​ໝັ້ນ​ໝາຍ​ທີ່​ຈະ​ໃຫ້ການ ​ສະ​ໜັບ​ສະ​ໜຸນ​ຕໍ່​ສິ​ດ​ທິ​ຂອງ​ທຸກໆ​ຄົນ ກ່ຽວ​ກັບ​ອິດ​ສະ​ຫະ​ພາບ​ໃນ​ດ້ານ​ສາ​ສະ​ໜາ​ຫຼື​ຄວາມ​ເຊື່ອ ຮວມ​ທັງ​ການ​ປະ​ເຊີນ​ໜ້າ​ແລະ​ການ​ປາບ​ປາມ​ໃນ​ການຝ່າ ​ຝື​ນແລະ​ລ່ວງ​ລະ​ເມີດ​ຕໍ່​ສິດ​ທິ​ມະ​ນຸດ​ດັ່ງ​ກ່າວ.

ໃນ​ແຕ່​ລະ​ປີ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຂອງ​ສະ​ຫະ​ລັດ ແມ່ນ​ເປັນ​ຜູ້​ຮັບ​ຜິດຊອບ​ໃນ​ການ​ລະ​ບຸ​ຊື່ ​ລັດ​ຖະ​ບານ​ຂອງ​ປະ​ເທດ​ຕ່າງໆ ແລະ​ພາກ​ສ່ວນ​ທີ່​ບໍ່​ແມ່ນລັດ​ຖະ​ບານຍ້ອນ​ກາ​ນ​ລ່ວງ​ລະ​ເມີດ​ຕໍ່​ສິດ​ເສ​ລີ​ພາບ​ໃນ​ດ້ານ​ສາ​ສະ​ໜາ ​ແລະ​ລະບຸ​ຊື່​ ໃນ​ການ​ກະ​ທຳ​ຄວາມ​ດີ ​ພາຍ​ໃຕ້​ກົດ​ໝາຍ​ວ່າ​ດ້ວຍ​ອິດ​ສະ​ຫຼະ​ພາບ​ໃນ​ການນັບ​ຖື​ສາ​ສະໜາ​ລະ​ຫວ່າງ​ປະ​ເທດ. ໃນ​ປີນີ້ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດບ​ລິງ​ເກັນໄດ້​ລະ​ບຸ​ຊື່​ມຽນ​ມາ ສ​າທາ​ລະ​ນະ​ລັດ​ປະ​ຊາ​ຊົນຈີນ​ ເອ​ຣິ​ເທ​ຣຍ ອີ​ຣ່ານ ເກົາ​ຫຼີ​ເໜືອ ປາ​ກິ​ສ​ຖານ ຣັດເຊຍ ຊາ​ອຸ​ດີ ອາ​ຣາ​ເບຍ ຕາ​ຈິກ​ກິ​ສ​ຖານແລະ​ເຕີກ​ເມ ​ນິ​ສ​ຖານ ເປັນ​ປະ​ເທດ​ທີ່ໜ້າ​ເປັນ​ຫ່ວງ​ພິ​ເສດ ຍ້ອ​ນ​ໄດ້​ມີ​ການ​ພົວ​ພັນຫຼື​ປ່ອຍ​ໃຫ້​ມີ “ການ​ລ່ວງ​ລະ​ເມີດອິດ​ສະ​ຫຼະ​ພາບ​ ໃນ​ການ​ນັບ​ຖື​ສາ​ສະ​ໜາ ​ຢ່າງ​ເປັນ​ລະ​ບົບ ​ທີ່ຍັງ​ດຳ​ເນີນ​ຢູ່​ຕໍ່​ມາ​ ແລະມີ​ຄວາມຮ້າຍ​ແຮງ​ເປັນ​ພິ​ເສດ.”

ສຳ​ລັບ​ ປາ​ກິ​ສ​ຖານ ຊາ​ອຸ​ດີ ອາ​ຣາ​ເບຍ ຕາ​ຈິກ​ກິ​ສ​ຖານ ແລະ ​ເຕີກ​ເມ​ນິ​ສ​ຖານ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ບ​ລິງ​ເກັນ​ ໄດ້​ອອກ​ໜັງ​ສື​ຍົກ​ເວັ້ນ​ໃນ​ການ​ເອົາ​ມາດ​ຕະ​ການ​ຂອງ​ປະ​ທາ​ນາ​ທິ​ບໍດີ ໂດຍ​ລົງ​ຄວາມ​ເຫັນ​ວ່າ “ມີ​ຄວາມ​ສຳ​ຄັນ ​ຕໍ່​ຜົນ​ປະ​ໂຫຍດແຫ່ງ​ຊາດ​ຂອງ​ສະ​ຫະ​ລັດຈຶ່ງ​ຈຳ​ເປັນ​ຕ້ອງ​ໄດ້​ໃຊ້​ອຳ​ນາດ​ໃຫ້​ການ​ຍົກ​ເວັ້ນ​” ດັ່ງ​ທີ່​ກຳ​ນົດ​ໄວ້​ຢູ່​ໃນ​ກົດ​ໝາຍ​ວ່າ​ດ້ວຍ​ອິດ​ສະ​ຫຼະ​ພາບ​ໃນ​ການ​ນັບ​ຖື​ສາ​ສະ​ໜາ​ລະຫວ່າງ​ປະ​ເທດ.

ນອກນັ້ນ​ແລ້ວ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດບ​ລິງ​ເກັນ ຍັງ​ໄດ້​ຈັດ​ເອົາ ອາ​ລ​ຈີ-​ເຣຍ ໂກ​ໂມ​ໂຣ​ສ ຄິວ​ບາ ແລະ​ນິ​ກາ​ຣາ​ກົວ ເຂົ້າ​ໄ​ວ້​ໃນ​ບັນ​ຊີ​ລາຍ​ຊື່​ລັດ​ຖະ​ບານ ​ທີ່​ຖືກ​ຕິດ​ຕາມ​ສິ້ງ​ຊ​ອມ​ເປັນ​ພິ​ເສດ ໃນ​ການ​ພົວ​ພັນ​ຫຼື​ປ່ອຍ​ໃຫ້​ມີ “ການ​ລະ​ເມີດ​ທີ່ຮ້າຍ​ແຮງ​ຕໍ່​ອິດ​ສະ​ຫຼະ​ພາບ​ທາງ​ດ້ານ​ສາ​ສະ​ໜາ.” ໃນ​ທີ່​ສຸດ ທ່ານບ​ລິງ​ເກັນ ໄດ້ລະ​ບຸ​ຊື່ ​ກຸ່ມ​ອາ​ລ​-ຊາ​ບາບ ກຸ່ມ​ໂບ​ໂກ​ຮາ​ຣາມ ກຸ່ມ​ຮາຍ​ຢັດ ຕາເຣຍ ອາ​ລ​-ຊາມ ກຸ່ມ​ອັນ​ຊາ​ຣາ​ລ​ລາ ຊຶ່ງ​ໃນ​ບາງ​ຄັ້ງ​ເອີ້ນ​ວ່າ​ ກຸ່ມ​ກະ​ບົດ​ຮູ​ຕີ​ ກຸ່ມ​ໄອ​ຊິ​ສ ກຸ່ມ​ໄອ​ຊິ​ສໃນ​ເຂດ​ທະ​ເລ​ຊາຍ​ຊາ​ຮາ​ຣາ ກຸ່ມ​ໄອ​ຊິ​ສ​ໃນ​ເຂດ​ອາ​ຟ​ຣິ​ກາ​ຕາ​ເວັນ​ຕົກ ກຸ່ມ​ຈາ​ມັດ ນາ​ເຊີ ອາ​ລ-ອິ​ສ​ລາມ ວາ​ລ-ມຸ​ສ​ລີ​ມິນແລະ​ກຸ່ມ​ຕາ​ລີ​ບານເປັນ​ອົງ​ການ​ທີ່ໜ້າເປັນ ​ຫ່ວງ​ພິ​ເສດ.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດບ​ລິງ​ເກັນ​ ເຕືອນ​ວ່າ “ບັນ​ຫາ​ທ້າ​ທາຍ​ຕໍ່​ອິ​ດ​ສະ​ຫຼະພາບ​ໃນ​ການ​ນັບ​ຖື​ສາ​ສະ​ໜາ ຢູ່​ໃນ​ທົ່ວ​ໂລກ ​ທຸກມື້ນີ້ ແມ່ນ​ມີ​ຢູ່ ​ຢ່າງ​ເປັນ​ລະ​ບົບແຜ່ກວ້າງ ແລະ​ລົງ​ເລິກ. ມັນ​ມີ​ຢູ່​ໃນ​ທຸກໆ​ປະ​ເທດ. ມັນ​ຈຳ​ເປັນ​ ຕ້ອງ​ໄດ້​ມີ​ການ​ໃຫ້​ຄວາມ​ໝັ້ນ​ໝາຍ​ແບບ​ຍືນ​ຍົງ ​ຂອງ​ທຸກໆ​ປະ​ເທດ ​ໃນທົ່ວໂລກ ທີ່​ບໍ່​ຍອມ​ຮັບ​ເອົາ​ຄວາມ​ຄຽດ​ຊັງ ​ບໍ່ຍອມໂຍະ​ຍານ​ຜ່ອນຜັນແລະ​ການ​ປະ​ຫັດ​ປະ​ຫານ ທີ່ເປັນ​ສະ​ຖາ​ນະ​ພາບໃນ​ປັດ​ຈຸ​ບັນ​. ມັນ​ຈຳ​ເປັນ​ທີ່ປະ​ຊາ​ຄົມ​ນາໆ​ຊາດ​ຕ້ອງ​ໃຫ້​ຄວາມ​ສົນ
ໃຈ​ຢ່າງ​ຮີບ​ດ່ວນ​.”

ສະ​ຫະ​ລັດ​ຈະ​ສືບ​ຕໍ່​ກົດ​ດັນ​ໃຫ້​ລັດ​ຖະ​ບານ​ຂອງ​ທຸກໆ​ປະ​ເທດ ເປັນ​ຜູ້​ຮັບ​ຜິດ​ຊອບຕໍ່​ພວກ​ທີ່​ກະ​ທຳ​ຜິດ​. ສະ​ຫະ​ລັດ​ຍັງ​ມີ​ຄວາມ​ໝັ້ນ​ໝາຍ​ທີ່​ຈະ​ເຮັດ​ວຽກ​ກັບ​ປະເທດ​ຕ່າງໆ ອົງ​ການ​ຈັດ​ຕັ້ງ​ທາງ​ດ້ານ​ສັງ​ຄົມ​ພົນ​ລະ​ເຮືອນແລະ​ບັນ​ດາ​ສະ​ມາ​ຊິກ​ຂອງປະ​ຊາ​ຄົມ​ສາ​ສະ​ໜາເພື່ອ​ສ້າງ​ຄວາມ​ກ້າວ​ໜ້າ​ໃຫ້​ແກ່​ອິດ​ສະ​ຫຼະ​ພາບ​ໃນ​ການ​ນັບ​ຖື​ສາ​ສະ​ໜາ​ຢູ່​ໃນ​ທົ່ວ​ໂລກ ແລະ​ແກ້​ໄຂບັນ​ຫາ​ຂອງ​ສ່ວນ​ບຸກ​ຄົນ ແລະ​ປະ​ຊາ​ຄົມທີ່​ພວມ​ປະ​ເຊີນ​ໜ້າ​ກັບ​ການ​ລ່ວງ​ລະ​ເມີດ ການ​ຮາ​ວີ​ລົບ​ກວນ ແລະ​ການ​ຈຳ​ແນກ
ກີດ​ກັນ ຕໍ່​ສິ່ງ​ທີ່​ພວກ​ເຂົາ​ເຈົ້າ​ເຊື່ອ ຫຼື​ບໍ່​ເຊື່ອນັ້ນ.

XS
SM
MD
LG