Accessibility links

Breaking News

ບົດບັນນາທິການ: ສະຫະລັດ ລົງໂທດເກົາຫຼີເໜືອ ຍ້ອນຍິງທົດລອງລູກສອນໄຟ


ແຟ້ມ: ການຍິງທົດລອງລູກສອນໄຟຂອງເກົາຫຼີເໜືອ
ແຟ້ມ: ການຍິງທົດລອງລູກສອນໄຟຂອງເກົາຫຼີເໜືອ

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

​ການ​ສືບ​ຕໍ່ຊອກ​ສະ​ແຫວງ​ຫາ​ອາ​ວຸດ​ທີ່​ມີ​ອະ​ນຸ​ພາບ​ຮ້າຍ​ແຮງ​ແລະ​ໂຄງ​ການ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ ຂອງເກົາ​ຫຼີ​ເໜືອ ເປັນ​ໄພ​ຂົ່ມ​ຂູ່​ຕໍ່​ສັນ​ຕິ​ພາບ​ແລະ​ຄວາມ​ໝັ້ນ​ຄົງ​ລະ​ຫວ່າງ​ປະ​ເທດ.

ການ​ຍິງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ ຂອງ​ເກົາ​ຫຼີ​ເໜືອ ​ເມື່ອ​ວັນ​ທີ 4, 10, 14, 17 ແລະ 27 ແມ່ນ​ເທື່ອ​ຫຼ້າ​ສຸດ ​ໃນ​ການ​ລະ​ເມີດ​ທີ່​ມີ​ມາ​ເປັນ​ລຳ​ດັບ ​ຕໍ່ມະ​ຕິຂອງ​ອົງ​ການສະ​ຫະ​ປະ​ຊາ​ຊາດ​ໂດຍ​ອຳ​ນາດ​ການ​ປົກ​ຄອງ​ຂອງ​ກິມ​ຈົງ​ອຶນ. ເອກ​ອັກ​ຄະ​ລັດ​ຖະ​ທູດ​ສະ​ຫະ​ລັດປະ​ຈຳ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ທ່ານ​ນາງ​ລິນ​ດາ ໂທ​ມັ​ສ ກ​ຣີນ​ຟິ​ລ ໄດ້​ອອກ​ຖະ​ແຫຼງ​ການ​ຮ່ວມ ໃນ​ນາມ ​ສະ​ຫະ​ລັດ ອາ​ລ​ບາ​ເນຍ ຝ​ຣັ່ງ ໄອ​ຣ໌​ແລນ, ຍີ​ປຸ່ນ ແລະ​ສ​ະ​ຫະ​ຣາ​ຊະ​ອາ​ນາ​ຈັກ ໂດຍ​ເຕືອນ​ວ່າ “ລູກ​ສອນ​ໄຟ​ທີ່ຍິງ​ແຕ່​ລະ​ລູກແມ່ນ​ສ້າງ​ຄວາມ​ກ້າວ​ໜ້າ​ໃຫ້​ແກ່ບໍ່​ພຽງ​ແຕ່​ຄວາມ​ສາ​ມາດຂອງ​ສາ​ທາ​ລະ​ນະ​ລັດ​ ປະ​ຊາ​ທິ​ປະ​ໄຕ​ປະ​ຊາ​ຊົນເກົາ​ຫຼີເທົ່າ​ນັ້ນ ແຕ່​ຍັງ​ໄດ້​ຂະ​ຫຍາຍລະ​ບົບ​ອາ​ວຸດ​ທີ່​ມີ​ໄວ້​ສຳ​ລັບ​ການ​ສົ່ງ​ອອກ ໄປ​ໃຫ້​ພວກ​ລູກ​ຄ້າແລະ​ພວກ​ຂາຍ​ອາອາ​ວຸດ​ທີ່​ຜິດ​ກົດ​ໝາຍ​ຢູ່​ໃນ​ທົ່ວ​ໂລກ.”

ເພື່ອ​ເປັນ​ການ​ຕອບ​ໂຕ້​ຕໍ່​ກິດ​ຈະ​ກຳ​ຕ່າງໆ​ທີ່​ພົວ​ພັນ​ກັບ​ລູກ​ສອນ​ໄຟ​ທີ່​ຍັງ​ດຳ​ເນີນ​ຢູ່​ຕໍ່​ມາ​ຂອງ ສ​ປ​ປ ເກົາ​ຫຼີ ຊຶ່ງ​ເປັນ​ການ​ລະ​ເມີດ​ ຕໍ່​ມະ​ຕິ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດຢ່າງ​ນັບ​ບໍ່​ຖ້ວນນັ້ນ ສະ​ຫະ​ລັດ​ໄດ້​ລະ​ບຸ​ຊື່ 8 ສ່ວນ​ບຸກຄົນ ແລະ​ອົງ​ການ ທີ່​ພົວ​ພັນ​ກັບສາ​ທາ​ລະ​ນະ​ລັດ​ປະ​ຊາ​ທິ​ປະ​ໄຕ ​ປະ​ຊາ​ຊົນເກົາ​ຫຼີ ​ພາຍ​ໃຕ້​ດຳ​ລັດ​ຝ່າຍ​ບໍ​ລິ​ຫານ​ເລກ​ທີ​ 13382 ຊຶ່ງ​ແນ​ເປົ້າ​ໝາຍ​ໃສ່​ການ​ຫ້າມ​ແຜ່​ຜາຍ ແລະ​ຈັດ​ສົ່ງລະ​ບົບອາ​ວຸດ​ທີ່​ມີ​ອະ​ນຸ​ພາບ​ຮ້າຍ​ແຮງ.”

ໂດຍ​ເປັນ​ການ​ສະ​ເພາະ​ແລ້ວ ກະ​ຊວງ​ການ​ຕ່າງ​ປ​ະ​ເທດ​ສະ​ຫະ​ລັດ ໄດ້​ລະ​ບຸ​ຊື່ ບຸກ​ຄົນ​ຜູ້​ນຶ່ງ​ຈາກ ສ​ປ​ປ ເກົາ​ຫຼີ ຜູ້​ນຶ່ງ​ຈາກ​ປະ​ເທດ​ຣັດ​ເຊຍແລະ​ອົງ​ການ​ນຶ່ງ​ຂອງຣັດ​ເຊຍ ຊຶ່ງ​ຮວມ​ກັນ​ແລ້ວ​ແມ່ນ​ຮັບ​ໜ້າ​ທີ່​ເປັນ​ຜູ້​ຈັດ​ສົ່ງ​ສິນ​ຄ້າແລະ​ເທັກ​ໂນ​ໂລ​ຈີ​ທີ່​ສາ​ມາດ​ນຳ​ໃຊ້​ໃນດ້ານ​ລູກ​ສອນ​ໄຟ​ສຳ​ລັບ​ໂຄງ​ການ​ລູກ​ສອນ​ໄຟ​ຂອງ ສ​ປ​ປ ເກົາຫຼີ.

ກະ​ຊວ​ງ​ການ​ຕ່າງ​ປະ​ເທດ ​ແລະ​ກະ​ຊວງ​ການ​ເງິນ​ຂອງ​ສະ​ຫະ​ລັດ ໄດ້​ລະ​ບຸ​ຊື່ 5 ຜູ້​ຕາງ​ໜ້າຂອງ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ ແລະຂອງ ສ​ປ​ປ ເກົາ​ຫຼີ ​ທີ່​ມີ​ສຳ​ນັກ​ງານ​ຕັ້ງ​ຢູ່​ຣັດ​ເຊຍ ເປັນ​ບໍ​ລິ​ສັດ​ສາ​ຂາ​ໃນ ສ​ປ​ປ ເກົາ​ຫຼີ ທີ່​ສະ​ຫະ​ປະ​ຊາ​ຊາດ ແລະ​ສ​ະ​ຫະ​ລັດ​ລະ​ບຸ​ວ່າ​ ເປັນ​ຜູ້​ຮັບ​ຜິດ​ຊອບ​ຕໍ່​ການ​ຄົ້ນ​ຄວ້າ​ແລະ​ພັດ​ທະ​ນາ​ເພື່ອ​ ​ສ້າງ​ຄວາມ​ກ້າວ​ໜ້າ ​ໃຫ້​ແກ່​ລະ​ບົບ​ອາ​ວຸດ​ຂອງ​ເກົາ​ຫຼີ​ເໜືອ. ການ​ເອົາ​ບາດ​ກ້າວ​ເຫຼົ່າ​ນີ້ ຍິ່ງ​ຈະ​ເພີ້ມ​ຄວາມ​ພະ​ຍາ​ຍາມ​ຂອງ​ສະ​ຫະ​ລັດ ເພື່ອ​ບໍ່​ໃຫ້ ສ​ປ​ປ ເກົາ​ຫຼີ​ໄດ້ຮັບ​ຄວາມ​ກ້າວ​ໜ້າ​ໃນ​ໂຄງ​ການ​ສ້າງ​ອາ​ວຸດ​ທີ່​ມີ​ອະ​ນຸ​ພາບ​ຮ້າຍ​ແຮງແລະ​ລູກ​ສອນຂີ​ປະ​ນາ​ວຸດ ແລະ​ຂັດ​ຂວາງ​ບໍ່​ໃຫ້​ພຽງ​ຢາງ ​ສາ​ມາດ​ແຜ່​ຜາຍ​ເທັກ​ໂນ​ໂລ​ຈີ​ທີ່​ກ່ຽວ​ຂ້ອງໄດ້. ການ​ເອົາ​ມາດ​ຕະ​ການ​ເຫຼົ່າ​ນີ້​ຍັງ​ມີ​ຂຶ້ນ​ໃນ​ຂະ​ນະ​ທີ່​ເມື່ອ​ເວົ້າ​ເຖິງ​ການ​ສືບຕໍ່​ຍິງ​ທົດ​ລອງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ຂອງ ສ​ປ​ປ ເກົາ​ຫຼີ ໃນ​ໄລ​ຍະ 5 ເດືອນ​ທີ່ຜ່ານ​ມາ ​ຊຶ່ງໃນ​ແຕ່​ລະ​ເທື່ອ ຕ່າງ​ກໍ​ໄດ້​ລະ​ເມີດ​ມະ​ຕິ​ຫຼາຍໆ​ຂໍ້​ ຂອງ​ສ​ະ​ພາ​ຄວາມ​ໝັ້ນ​ຄົງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ແອນ​ໂທ​ນີ ບ​ລິງ​ເກັນ ກ່າວ​ວ່າ “ພວກ​ເຮົາ​ໄດ້ ແລະ​ຍັງ​ສືບ​ຕໍ່​ປະ​ສານ​ງານ​ຢ່າງ​ໃກ້​ຊິດ​ກັບ​ພັນ​ທະ​ມິດແລະ​ພາ​ຄີຂອງ​ພວກ​ເຮົາ ເພື່ອ​ຮັບ​ມື​ກັບ​ໄພ​ຂົ່ມ​ຂູ່ ຈາ​ກ​ການ​ເອົາ​ມາດ​ຕະ​ການ ​ເພື່ອ​ສ້າງຄວາມ​ບໍ່​ທຸ່ນ​ທ່ຽງຂອງ ສ​ປ​ປ ເກົາ​ຫຼີ ​ແລະການສ້າງ​ຄວາມ​ກ້າວ​ໜ້າ​ໃຫ້​ແກ່​ຈຸດ ​ປະ​ສົງ​ຮ່ວມ​ຂອງ​ພວກ​ເຮົາ ເພື່ອ​ເຮັດ​ໃຫ້​ແຫຼມ​ເກົາ​ຫຼີ​ທັງ​ໝົດ ​ເປັນ​ເຂດ​ປອດ​ອາ​ວຸດ​ນິວ​ເຄ​ລຍ. ພວກ​ເຮົາ​ຂໍ​ຮຽກ​ຮ້ອງ ​ໃຫ້​ປະ​ເທດສະ​ມາ​ຊິກ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ຈັດ​ຕັ້ງ​ປະ​ຕິ​ບັດ​ໂດຍ​ເຕັມ​ມະ​ຕິ​ສະ​ບັບ​ຕ່າງໆ​ຂອງ​ສະ​ພາ​ຄວາມ​ໝັ້ນຄົງ​ ທີ່​ມີ​ຕໍ່ ສ​ປ​ປ ເກົາ​ຫຼີ.”

ທ່ານບ​ລິງ​ເກັນ ກ່າວ​ວ່າ “ພວກ​ເຮົາ​ຍັງ​ມີ​ຄວາມ​ໝັ້ນ​ໝາຍ​ຕໍ່​ການ​ເຈ​ລະ​ຈາ​ຫາ​ລື ແລະ​ໃຊ້​ການ​ທູດ​ກັບ ສ​ປ​ປ ເກົາ​ຫຼີ ແລະ​ຫວັງ​ວ່າ ສ​ປ​ປ ເກົາ​ຫຼີ​ຈະ​ຕ​ອບ​ຮັບ​ໃນທາງບວກ​ຕໍ່​ຂໍ້​ສະ​ເໜີ​ຂອງ​ພວກ​ເຮົາໃນ​ການ​ເປີດ​ປະ​ຊຸມ​ໂດຍ​ປາ​ສະ​ຈາກ​ການ​ຕັ້ງເງື່ອນ​ໄຂ​ລ່ວງ​ໜ້າ. ມັນ​ແມ່ນ ສ​ປ​ປ ເກົາ​ຫຼີ ຊຶ່ງ​ໃນ​ເວ​ລານີ້​ ຕ້ອງ​ໄດ້​ເລືອກ​ເອົາການ​ເຈ​ລະ​ຈາ​ແລະ​ສັນ​ຕິ​ພາບ ແທນ​ທີ່​ຈະ​ແມ່ນ​ການ​ກະ​ທຳ​ທີ່​ຜິດ​ກົດ​ໝາຍ​ແລະ​ໂຄງ​ການ​ອາ​ວຸດ​ທີ່​ເປັນ​ໄພ​ຂົ່ມ​ຂູ່.”

XS
SM
MD
LG