Accessibility links

Breaking News

ບົດບັນນາທິການ: ສະຫະລັດ ແລະສະໂລວາເກຍ ສ້າງຄວາມເຂັ້ມແຂງ ໃຫ້ແກ່ຄວາມສຳພັນ ດ້ານປ້ອງກັນປະເທດ


ແຟ້ມ: ທະ​ຫານ​ຢູ​ເຄ​ຣນ (ຊ້າຍ) ໄດ້​ຮັບ​ຄຳ​ແນະ​ນຳ ຈາກ​ຄະ​ນະ​ຜູ້​ສັງ​ເກດ​ການ ຈາກກອງ​ກຳ​ລັງ​ຝຶກ​ແອບກອງ​ພັນ​ທີ 7 ໃນ​ລະ​ຫວ່າງ​ການ​ຝຶກ​ແອບ​ຮ່ວມ ທີ່​ເມືອງໂຮ​ແຮັນ​ແຟ​ລ ປະ​ເທດ​ເຢຍ​ຣະ​ມັນ.
ແຟ້ມ: ທະ​ຫານ​ຢູ​ເຄ​ຣນ (ຊ້າຍ) ໄດ້​ຮັບ​ຄຳ​ແນະ​ນຳ ຈາກ​ຄະ​ນະ​ຜູ້​ສັງ​ເກດ​ການ ຈາກກອງ​ກຳ​ລັງ​ຝຶກ​ແອບກອງ​ພັນ​ທີ 7 ໃນ​ລະ​ຫວ່າງ​ການ​ຝຶກ​ແອບ​ຮ່ວມ ທີ່​ເມືອງໂຮ​ແຮັນ​ແຟ​ລ ປະ​ເທດ​ເຢຍ​ຣະ​ມັນ.

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

ສະ​ຫະ​ລັດ ແລະສະ​ໂລ​ວາ​ເກຍ ເມື່ອ​ໄວໆ​ມານີ້ ໄດ້​ລົງ​ນາມ​ໃນ​ຂໍ້​ຕົກ​ລົງ ​ວ່າ​ດ້ວຍ​ການ​ຮ່ວມ ດ້ານ​ປ້ອງ​ກັນ​ປະ​ເທ​ດ​ສອງ​ຝ່າຍ ຊຶ່ງສະ​ພາ​ແຫ່ງ​ຊາດ​ຂອງ​ສະ​ໂລ​ວາ​ເກຍ ໄດ້ໃຫ້ສັດ​ຕະ​ຍາ​ບັນ ​ເມື່ອ​ວັນ​ທີ 9 ກຸມ​ພາ ​ທີ່ຜ່ານ​ມານີ້.

ພິ​ທີ​ລົງ​ນາມ​ຢູ່​ນະ​ຄອນ​ຫຼວງວໍ​ຊິງ​ຕັ​ນ ຊຶ່ງ​ມີ​ການ​ເຂົ້າ​ຮ່ວມ ໂດຍ​ລັດ​ຖະ​ມົນ​ຕີ​ກະຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ແອນ​ໂທ​ນີ ບ​ລິງ​ເກັນ ລັດ​ຖະ​ມົນ​ຕີ​ການຕ່າງ​ປະ​ເທດ​ສະ​ໂລ​ວາ​ເກຍ ທ່ານ​ອີ​ແວນ ກໍ​ຈົກ ແລະ ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ທ່ານ​ຈາວ​ສະ​ລາບ ແນັດ ​ຊຶ່ງລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດບ​ລິງ​ເກັນ ​ໄດ້​ໃຫ້ຂໍ້​ສັງ​ເກດ​ເຖິງ​ຄວາມ​ສຳ​ພັນ​ອັນ​ເຂັ້ມ​ແຂງ​ລະ​ຫວ່າງ​ປະ​ເທດ​ທັງ​ສອງ ຮວມ​ທັງຄວາມ​ສຳ​ພັນ​ລະ​ຫວ່າງ​ປະ​ຊາ​ຊົນ ​ກັບ​ປະ​ຊາ​ຊົນ ໂດຍ​ມີ​ຄົນ​ເຊື້ອ​ສາຍ​ສະ​ໂລ​ວາ​ເກຍເກືອບ 1 ລ້ານ​ຄົນອາ​ໄສ​ຢູ່​ໃນ​ສະ​ຫະ​ລັດ ແລະ​ຄວາມ​ສຳ​ພັນ​ທາງ​ດ້ານ​ເສດຖະ​ກິດ ຊຶ່ງ​ມີ​ການ​ຄ້າ ​ແລະ​ການ​ລົງ​ທຶນ​ລະ​ຫວ່າງ​ກັນ ໃນ​ມູນ​ຄ່າ​ຫຼາຍໆ​ຕື້​ໂດ​ລາໃນ​ແຕ່​ລະ​ປີ.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດບ​ລິງ​ເກັນ​ຊີ້​ໃຫ້​ເຫັນ​ວ່າ ສະ​ຫະ​ລັດ ແລະ​ສະ​ໂລ​ວາເກຍ​ໄດ້​ເປັນ​ພາ​ຄີ​ທາງ​ດ້ານ​ຄວາມ​ໝັ້ນ​ຄົງ ນັບ​ຕັ້ງ​ແຕ່​ສະ​ໂລ​ວາ​ເກຍ​ ໄດ້​ຮັບ​ເອກ​ກະ​ລາດ ໃນ​ປີ 1993 ແລະ​ເຂົ້າ​ເປັນ​ສະ​ມາ​ຊິກ​ຂອງ​ອົງ​ການ​ພັນ​ທະ​ມິດ​ເນ​ໂຕ້​ ມາແຕ່​ປີ 2004.

ລັດ​ຖະ​ມົນ​ຕີ​ການ​ຕ່າ​ງ​ປະ​ເທດບ​ລິງ​ເກັນ ກ່າວ​ວ່າ “ຂໍ້​ຕົກ​ລົງ​ນີ້ ເຮັດ​ໃຫ້​ເປັນ​ການ​ງ່າຍ​ຂຶ້ນ ​ສຳ​ລັບກ​ອງ​ທັບ​ຂອງ​ພວກ​ເຮົາ ​ທີ່​ຈະ​ປະ​ສານ​ງານ​ກັນ ​ໃນ​ຄວາມ​ພະ​ຍາ​ຍາມ​ດ້ານປ້ອງ​ກັນ​ປະ​ເທດ ເຊັ່ນ​ການ​ຊ້ອມ​ລົບ ຝຶກ​ແອບ​ຮ່ວມ​ກັນ. ມັນ​ຈະ​ຈັດ​ຕັ້ງ​ໃຫ້ມີ​ການ​ປຶກ​ສາ​ຫາ​ລື ​ແບບ​ປົກ​ກະ​ຕິ ລະ​ຫວ່າງ​ປະ​ເທດ​ຂອງ​ພວກ​ເຮົາ ກ່ຽວ​ກັບ ໄພຂົ່ມ​ຂູ່ ​ຕໍ່​ປະ​ຊາ​ຊົນ​ຂອງ​ພວກ​ເຮົາ.”

ຂໍ້​ຕົກ​ລົງ​ນີ້ ຍັງ​ໄດ້​ແຜ້ວ​ທາງ​ໃຫ້​ສະ​ຫະ​ລັດສະ​ໜັບ​ສະ​ໜຸນ​ສະ​ໂລ​ວາ​ເກຍ​ໃນ​ການຍົກ​ລະ​ດັບ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ປະ​ເທດ​ ແລະ​ພື້ນ​ຖານ​ໂຄງ​ລ່າງ. ສະ​ຫະ​ລັດ​ໄດ້​ເຊັນ​ຂໍ້​ຕົກ​ລົງ ທີ່​ຄ້າຍ​ຄື​ກັນ​ນີ້ ກັບ​ເກືອບ 20 ປະ​ເທດ​ຢູ່​ໃນ​ອົງ​ການ​ເນ​ໂຕ້​ເພື່ອ​ຜົນ​ປະ​ໂຫຍດ​ທາງ​ດ້ານ​ຄວາມ​ໝັ້ນ​ຄົງ​ແລະ​ສະ​ຖ​ຽນ​ລະ​ພາບ ໃນ​ທົ່ວ​ຢູ​ໂຣບ.

ລັດ​ຖະ​ມົນ​ຕີບ​ລິງ​ເກັນ ​ກ່າວ​ຢ້ຳ​ວ່າ ​ຂໍ້​ຕົກ​ລົງ ​ກັບ​ສະ​ໂລ​ວາ​ເກຍນີ້ ແມ່ນ​ອີງ​ໃສ່ “ການ​ຮ່ວມ​ມື​ ແລະ​ການ​ເຄົາ​ລົບ​ນັບ​ຖື ຫຼັກ​ຄຸນ​ຄ່າ​ແບບ​ດຽວ​ກັນ ທີ່​ເປັນ​ພື້ນ​ຖານໃນ​ການ​ຮ່ວມ​ມື​ຂອງ​ພວກ​ເຮົາ ໃນ​ທົ່ວ​ອົງ​ການ​ເນ​ໂຕ້.”

​ທ່ານ​ກ່າວ​ຕື່ມ​ວ່າ “ມັນ​ຂຽນ​ຂຶ້ນ​ຮ່ວມ​ກັນ​ໂດຍ​ສະ​ໂລ​ວາ​ເກຍ ແລະ​ສະ​ຫະ​ລັດ ໃນຖາ​ນະ​ທີ່​ເປັນ​ຄູ່​ພາ​ຄີ ໂດຍ​ເຕັມ ເທົ່າ​ທຽມ​ກັນ ​ມີອະ​ທິ​ປະ​ໄຕ ແ​ລະ​ກໍ​ຕາງ​ໜ້າ​ໃຫ້ແກ່​ຜົນ​ປະ​ໂຫຍດ​ ຂອງ​ປະ​ຊາ​ຊົນ​ຂອງ​ທັງ​ສອງ​ປະ​ເທດ. ໂດຍ​ທີ່​ສັງ​ເກດ​ເຫັນໃນ​ຂໍ້ຕົກ​ລົງ​ນີ້ ແມ່ນ​ການສ້າງ​ຕັ້ງ​ຖານ​ທັບ​ຢ່າງ​ຖາ​ວອນ ຫຼື​ການ​ມີ​ໜ້າ​ທາງ​ທະ​ຫານຢູ່ໃນ​ປະ​ເທດ​ສ​ະ​ໂລ​ວາ​ເກຍ ແລະ​ຂໍ້​ຕົກ​ລົງ​ດັ່ງ​ກ່າວ​ແມ່ນ​ໃຫ້​ການ​ເຄົາ​ລົບ​ໂດຍ​ເຕັມຕໍ່​ອະ​ທິ​ປະ​ໄຕ​ ແລະ​ກົດ​ໝາຍ​ຕ່າງໆ​ ຂອງ​ສະ​ໂລ​ວາ​ເກຍ.”

ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ​ສະ​ໂລ​ວາ​ເກຍ ທ່ານ​ແນັດ ເອີ້ນ​ຂໍ້​ຕົກ​ລົງ​ການ​ຮ່ວມມື​ທາງ​ດ້ານ​ປ້ອງ​ກັນ​ປະ​ເທດນີ້​ວ່າ ເປັນ​ການສະ​ແດງ​ຢ່າງ​ຈະ​ແຈ້ງ ​ໃຫ້​ເຫັນ​ເຖິງ “ຄວາມ​ໜັກ​ແໜ້ນ” ໃນ​ການ​ເປັນ​ພາ​ຄີດ້ານ​ຄວາມ​ໝັ້ນ​ຄົງ​ຢ່າງ​ໃກ້​ຊິດ​ກັບ​ສະ​ຫະ​ລັດແລະເປັນ​ການ​ສະ​ແດງ​ອອກ​ເຖິງ​ການ​ມີ​ຄວາ​ມ​ໝັ້ນ​ໝາຍ​ຮ່ວມ​ກັນ​ທາງ​ດ້ານ​ຄວາມ​ໝັ້ນຄົງ​ຂ້າມ​ມະ​ຫາ​ສະ​ມຸດ​ແອັດ​ແລນ​ຕິກ. ທ່ານ​ໄດ້​ກ່າວ​ຢ້ຳ​ເຖິງ​ຄວາມ​ສຳ​ຄັນໃນ​ການຮັບ​ມື ກັບ “ໄພ​ຂົ່ມ​ຂູ່ ແລະ​ບັນ​ຫາ​ທ້າ​ທາຍ​ໃນ​ປັດ​ຈຸ​ບັນ ພາຍ​ໃຕ້​ສະ​ພາບ​ແວດ​ລ້ອມທາງ​ດ້ານ​ຄວາມ​ໝັ້ນ​ຄົງ​ຢ່າງ​ຈິງ​ຈັງເພື່ອ​ຈະ​ໃຫ້​ການ​ປົກ​ປ້ອງຄຸ້ມ​ຄອງຕໍ່​ຫຼັກ​ຄຸນຄ່າຮ່ວມ ຄື​ປະ​ຊາ​ທິ​ປະ​ໄຕ ອິດ​ສະ​ຫຼະ​ພາບ ແລະ​ຄວາມ​ອຸ​ດົມ​ຮັ່ງ​ມີ.”

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດບ​ລິງ​ເກັນ ປະ​ກາດ​ວ່າ ສະ​ຫະ​ລັດ​ ແລະ​ສະ​ໂລ​ວາ​ເກຍ ທີ່ໄດ້​ເຮັດ​ວຽກ​ຮ່ວມ​ກັນ​ຢ່າງ​ໃກ້​ຊິດ ​ໃນ​ຖາ​ນະ​ພາ​ຄີ​ແລະ​ພັນ​ທະ​ມິດ ມາ​ໄດ້ 30 ປີ​ແລ້ວນັ້ນ ໄດ້​ເຮັດ​ໃຫ້ “ປະ​ເທດ​ທັງ​ສອງ ​ແລະ​ຂົງ​ເຂດ​ ໂດຍ​ລວມ​ແລ້ວ ມີ​ຄວາມເຂັ້ມ​ແຂງ​ຫຼາຍ​ຂຶ້ນ ປອດ​ໄພ​ກວ່າ​ເກົ່າ ແລະ ​ອຸ​ດົມ​ຮັ່ງ​ມີ​ຫຼາຍກວ່າ​ເກົ່າ.” ຂໍ້​ຕົກລົງ​ການ​ຮ່ວມ​ມື​ສະ​ບັບ​ໃໝ່​ນີ້ ທ່ານ​ກ່າວ​ວ່າ “ແມ່ນ​ສືບ​ສານ​ຕໍ່​ ມາ​ຈາກ​ອະ​ດີດ
ແລະ​ຈະ​ຊ່ວຍ​ພວກ​ເຮົາ​ ສ້າງ​ສາ​ຮ່ວມ​ກັນ ອະ​ນາ​ຄົດທີ່​ຍິ່ງ​ເຂັ້ມ​ແຂງກວ່າ​ເກົ່າ.”

XS
SM
MD
LG