ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ
ໃນວັນຈັນທີສາມ ຂອງເດືອນກຸມພາ ຊາວອາເມຣິກັນພາກັນສະເຫຼີມສະຫຼອງວັນປະທານາທິບໍດີ. ການລະນຶກເຖິງຕົ້ນຕໍນັ້ນແມ່ນເພື່ອຮັບຮູ້ທ່ານຈອຣ໌ຈ ວໍຊິງຕັນ ປະທານາທິບໍດີຄົນທຳອິດຂອງສະຫະລັດ. ເລີ້ມຂຶ້ນໃນປີ 1800 ນຶ່ງປີຫຼັງຈາກທ່ານໄດ້ເສຍຊີວິດ ວັນເກີດຂອງທ່ານວໍຊິງຕັນ ວັນທີ 22 ກຸມພາໄດ້ມີການສະຫຼອງກັນຢ່າງບໍ່ເປັນທາງການ ໃນທົ່ວປະເທດທີ່ຫາກໍເກີດໃໝ່ ທີ່ທ່ານ
ຊ່ວຍເປັນຜູ້ກໍ່ຕັ້ງຂຶ້ນນັ້ນ. ໃນທີ່ສຸດ ກຽດຕິຍົດດັ່ງກ່າວ ໄດ້ມີການຂະຫຍາຍວົງ ໃຫ້ ກວ້າງອອກ ກວມເອົາຜູ້ນຳທີ່ຍິ່ງໃຫຍ່ຄົນອື່ນໆ ເຊັ່ນທ່ານອາບຣາຮາມ ລິນຄອນ ຊຶ່ງວັນເກີດຂອງທ່ານແມ່ນວັນທີ 12 ກຸມພາ ແລະກໍໃກ້ຄຽງກັນກັບວັນເກີດຂອງທ່ານວໍຊິງຕັນ.
ທ່ານຈອຣ໌ຈ ວໍຊິງຕັນ ແລະທ່ານອາບຣາຮາມ ລິນຄອນ ໂດຍທົ່ວໄປແລ້ວແມ່ນໄດ້ຮັບການພິຈາລະນາວ່າ ເປັນປະທານາທິບໍດີ ທີ່ດີເດັ່ນສຸດທັງສອງທ່ານ ເທົ່າທີ່ເຄີຍກຳຕຳແໜ່ງມາ. ທັງນີ້ ສ່ວນໃຫຍ່ແລ້ວແມ່ນເນື່ອງມາຈາກເຫດການທີ່ສຳຄັນໆໄດ້ເກີດຂຶ້ນອ້ອມຂ້າງພວກທ່ານແລະກຽດສັກສີສ່ວນຕົວຂອງພວກທ່ານຊຶ່ງພາໃຫ້ພວກທ່ານໄດ້ຕອບຮັບດ້ວຍການຕັດສິນໃຈອັນກວ້າງໄກທີ່ເຮັດໃຫ້ປະເທດ ຊາດກ້າວໄປສູ່ເສັ້ນທາງ ທີ່ມີຄວາມເຂັ້ມແຂງກວ່າເກົ່າ ອຸດົມຮັ່ງມີ ແລະເປັນປະ
ຊາທິປະໄຕ.
ທ່ານຈອຣ໌ຈ ວໍຊິງຕັນ ເປັນບຸກຄົນທີ່ໄດ້ຮັບຄວາມນິຍົມສູງທີ່ສຸດໃນສະໄໝຂອງທ່ານ, ທ່ານເປັນປະທານາທິບໍດີ ພຽງຄົນດຽວເທົ່ານັ້ນ ທີ່ໄດ້ຮັບເລືອກດ້ວຍຄະແນນສຽງຢ່າງເປັນເອກກະສັນ: ພວກຜູ້ຕາງໜ້າທຸກຄົນຂອງທຸກໆລັດໄດ້ລົງຄະແນນສຽງໃຫ້ແກ່ທ່ານ. ເວລາທ່ານວໍຊິງຕັນ ຂຶ້ນເປັນປະທານາທິບໍດີນັ້ນ ເກືອບຈະເວົ້າໄດ້ວ່າ ບໍ່ເຄີຍມີລັດຖະບານຫຼືຜູ້ນຳໃດໆທີ່ເຄີຍຮັບໃຊ້ ຫຼືເປັນຕົວຢ່າງສຳລັບທ່ານ. ບໍ່ມີປະເທດປະຊາທິປະໄຕ ຢູ່ແຫ່ງໃດອີກໃນໂລກ. ດັ່ງນັ້ນ ທ່ານຈຶ່ງໄດ້ຊ່ວຍເທີດທູນຫຼັກການຕ່າງໆ ທີ່ທ່ານເຄີຍໄດ້ຕໍ່ສູ້ໃນສົງຄາມ ຄືທຸກໆຄົນ ໃນທຸກແຫ່ງຫົນແມ່ນມີສິດເທົ່າທຽມກັນ. ທ່ານແມ່ນນຶ່ງໃນບັນດາແຮງຂັບດັນຢູ່ເບື້ອງຫຼັງ ແລະການສ້າງຕັ້ງລັດຖະທຳມະນູນ ຊຶ່ງເປັນເອກກະສານທີ່ກຳນົດຂອບເຂດຫຼັກການ ແລະກົນໄກສຳລັບການສ້າງຕັ້ງລັດຖະບານ ທີ່ສິດທິຂອງປະຊາຊົນໄດ້ຮັບການເຄົາລົບນັບຖື. ໂດຍການເອົາມາດຕະການຂອງທ່ານນັ້ນທ່ານໄດ້ກຳນົດມາດຕະການທາງດ້ານການເມືອງແລະການປະຕິບັດທາງດ້ານທະຫານຕະຫຼອດທັງນະໂຍບາຍທາງດ້ານເສດຖະກິດກໍເຊັ່ນດຽວກັນ. ໂດຍການລົງຈາກຕຳແໜ່ງຫຼັງຈາກໄດ້ຮັບໃຊ້ສອງສະໄໝແລ້ວ ທ່ານໄດ້ຄ້ຳປະກັນວ່າ ຕຳແໜ່ງປະທານາທິບໍດີ ບໍ່ແມ່ນຕຳແໜ່ງຕະຫຼອດຊີວິດ ແລະອຳນາດຂອງປະທານາທິບໍດີໄດ້ມີການມອບໂອນດ້ວຍສັນຕິວິທີ.
ເຊັ່ນດຽວກັນ ທ່ານອາບຣາຮາມ ລິນຄອນ ໄດ້ເຂົ້າເປັນຜູ້ນຳຂອງປະເທດໃນຂະນະທີ່ເກີດຄວາມສັບສົນວຸ້ນວາຍ. ບ່ອນທີ່ທ່ານວໍຊິງຕັນ ຕ້ອງໄດ້ດີ້ນຮົນຕໍ່ສູ້ ກັບການສ້າງຕັ້ງປະເທດໃໝ່ ແຕ່ບັນຫາທ້າທາຍຂອງທ່ານລິນຄອນແມ່ນການນຳພາປະເທດຊາດ ຜ່ານຜ່າສົງຄາມກາງເມືອງ ປ້ອງກັນບໍ່ໃຫ້ປະເທດຊາດແຕກແຍກ
ອອກຈາກກັນແລະນຳພາປະເທດໄປສູ່ເສັ້ນທາງທີ່ຈະເລີນເຕີບໂຕເຂັ້ມແຂງກວ່າເກົ່າ ແລະມີຄວາມປຸ້ມລຸມສາມັກຄີກັນກ່ອນເກີດສົງຄາມອີກ. ທ່ານອາບຣາຮາມລິນຄອນ ໄດ້ນຳພາໃນການເປັນຕົວຢ່າງອັນໃໝ່ ຊຶ່ງລັດຖະບານກາງທີ່ອ່ອນແອດຳ ລົງຄົງຢູ່ດ້ວຍກັນ ໃນການເປັນສະຫະພັນລັດ ທີ່ບໍ່ແໜ້ນໜາປານໃດນັ້ນ ຖືກທົດແທນດ້ວຍການເປັນສະຫະພາບຂອງລັດທີ່ແທ້ຈິງ ນຳພາໂດຍລັດຖະບານກາງທີ່ເຂັ້ມແຂງ.
ໃນທຸກມື້ນີ້ ວັນປະທານາທິບໍດີແມ່ນຈັດຂຶ້ນເພື່ອເປັນກຽດໃຫ້ແກ່ທຸກໆທ່ານທີ່ໄດ້ເຂົ້າກຳຕຳແໜ່ງດັ່ງກ່າວ. ແຕ່ບໍ່ມີໃຜ ໄດ້ສ້າງຜົນງານ ຫຼືໄດ້ຮັບກຽດຫຼາຍໄປກວ່າທ່ານວໍຊິງຕັນ ແລະທ່ານລິນຄອນ.