Accessibility links

Breaking News

ບົດບັນນາທິການ: ການເສີມຂະຫຍາຍຄວາມສຳພັນ ລະຫວ່າງສະຫະລັດ ເກົາຫຼີໃຕ້ ແລະຍີປຸ່ນ


ແຟ້ມ - ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ແອນ​ໂທ​ນີ ບ​ລິງ​ເກັນ ລັດ​ຖະ​ມົນ​ຕີ​ກາ​ນ​ຕ່າງ​ປະ​ເທດ​ເກົາ​ຫ​ຼີ​ໃຕ້ ທ່ານ​ຈຸງ ອຸຍ ຢົງ (Chung Eui-yong) ແລະ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຍີ​ປຸ່ນ ທ່ານ​ໂຢ​ຊິ​ມາ​ຊະ ຮາ​ຢາ​ຊິ (Yoshimasa Hayashi) ຖະ​ແຫຼງ​ການ​ຂ່າວ​ຮ່ວມ​ກັນ.
ແຟ້ມ - ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ແອນ​ໂທ​ນີ ບ​ລິງ​ເກັນ ລັດ​ຖະ​ມົນ​ຕີ​ກາ​ນ​ຕ່າງ​ປະ​ເທດ​ເກົາ​ຫ​ຼີ​ໃຕ້ ທ່ານ​ຈຸງ ອຸຍ ຢົງ (Chung Eui-yong) ແລະ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຍີ​ປຸ່ນ ທ່ານ​ໂຢ​ຊິ​ມາ​ຊະ ຮາ​ຢາ​ຊິ (Yoshimasa Hayashi) ຖະ​ແຫຼງ​ການ​ຂ່າວ​ຮ່ວມ​ກັນ.

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ແອນ​ໂທ​ນີ ບ​ລິງ​ເກັນ ກ່າວ​ລຸນ​ຫຼັງ​ການ​ພົບ​ປະ ​ກັບ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຂອງ​ເກົາ​ຫຼີ​ໃຕ້ ແລະ​ຍີ​ປຸ່ນ​ວ່າ “ນັບ​ເປັນ​ເວ​ລາ​ຫຼາຍ​ທົດ​ສະ​ວັດ​ມາ​ແລ້ວ ການ​ເປັນ​ພັນ​ທະ​ມິດ​ຂອງ​ສະ​ຫະ​ລັດກັບ​ຍີ​ປຸ່ນ ແລະ​ສາ​ທາ​ລະ​ນະ​ລັດ​ເກົາ​ຫຼີ ແມ່ນ​ຮວມ​ຢູ່​ໃນ​ຄວາມ​ສຳ​ພັນ​ທີ່​ສຳ​ຄັນ​ສຸດ​ຂອງ​ພວກ​ເຮົາ ບໍ່​ແມ່ນພຽງ​ແຕ່​ໃນ​ເຂດ​ອິນ​ໂດ​ປາ​ຊີ​ຟິກ​ເທົ່າ​ນັ້ນ ແຕ່​ຢູ່​ໃນ​ທົ່ວ​ໂລກ​ນຳ​ດ້ວຍ.”

ເມື່ອ​ພິ​ຈາ​ລະ​ນາ​ແລ້ວ​ທັງ​ໄພ​ຂົ່ມ​ຂູ່​ທີ່​ພວມ​ມີ​ຂຶ້ນແລະ​ໂອ​ກາດ​ສຳ​ລັບ​ນະ​ວັດ​ຕະ​ກຳ ​ໃໝ່​ ການ​ຮ່ວມ​ມື​ລະ​ຫວ່າງ​ສາ​ທາ​ລະ​ນະ​ລັດ​ເກົາ​ຫຼີ ຍີ​ປຸ່ນ ແລະ​ສະ​ຫະ​ລັດ ແມ່ນ​ຈຳ​ເປັນໃນ​ການ​ນຳ​ສະ​ເໜີ​ຍຸດ​ທະ​ສາດ​ເພື່ອ​ໃຫ້​ເຂດ​ອິນ​ໂດ​ປາ​ຊີ​ຟິກເປັນ​ເຂດ​ທີ່​ເສ​ລີແລະ​ເປີດກວ້າງ. ນີ້​ແມ່ນ​ຮວມ​ທັງການ​ດຳ​ເນີນ​ຄວາມ​ພະ​ຍາ​ຍາມ​ເພື່ອ​ຍຸ​ຕິ​ໂຣກ​ລະ​ບາດ​ໂຄວິດ-19 ແລະ​ຮັບ​ມື​ກັບ​ການ​ປ່ຽ​ນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ແລະ​ເສີມ​ຂະ​ຫຍາຍ​ຄວາມ​ໝັ້ນ​ຄົງ​ທາງ​ດ້ານ​ເສດ​ຖະ​ກິດ. ໂດຍ​ສະ​ເພາ​ະ​ແລ້ວ​ ເຂດ​ອິນ​ໂດ​ປາ​ຊີ​ຟິກ​ທີ່​ເສ​ລີ ​ແລະ​ເປີດກວ້າງ ຈຳ​ເປັນ​ຕ້ອງ​ໄດ້ “ເສີມ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຕ່ອງ​ໂສ້​ອຸບ​ປະ​ທານທີ່​ມີ​ຄວາມ​ອ່ອນ​ໄຫວ ຊຶ່ງ​ໄດ້​ຮັບ​ຜົນ​ກະ​ທົບ​ ຈາກ​ໂຣກ​ລະ
ບາດ ຈາກ​ເຊ​ມີ​ຄອນ​ດັກ​ເຕີ້​ ຕະ​ຫຼອດ​ທັງ​ແຮ່​ທາດ​ຫາ​ຍາກ​ທີ່​ສຳ​ຄັນ​ຕ່າງໆ ຊຶ່ງ​ຈະ​ເຮັດ​ໃຫ້​ພວກ​ເຮົາ​ເພິ່ງ​ພາ​ໜ້ອຍ​ລົງ ​ຕໍ່​ພວກ​ສະ​ໜອງ​ສິນ​ຄ້າ​ທີ່​ລະ​ເມີດ​ສິດ​ທິ​ມະ​ນຸດຫຼື​ບໍ່​ປະ​ຕິ​ບັດ​ຕາມ​ມາດ​ຕະ​ຖານ​ທາງ​ດ້ານ​ສິ່ງ​ແວດ​ລ້ອມ” ນັ້ນ​ຄື​ຄຳ​ເວົ້າ​ຂອງ​ລັດ​ຖະມົນ​ຕີບ​ລິງ​ເກັນ.

ຍຸດ​ທະ​ສາດ​ທັງ​ໝົ​ດ​ເຫຼົ່າ​ນີ້ ແມ່ນ​ງ່າຍ​ຂຶ້ນ​ຫຼາຍ​ທີ່​ຈະ​ປະ​ຕິ​ບັດ​ກັບ​ສາມ​ປະ​ເທດ​ທີ່​ກ້າວ​ໜ້າ​ທາງ​ດ້ານ​ເສດ​ຖະ​ກິດ ກວ່າ​ສອງຫຼື​ນຶ່ງ​ປະ​ເທດ ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ.

“ຄວາມ​ໝັ້ນ​ຄົງ​ທາງ​ດ້ານ​ເສດ​ຖະ​ກິດ​ຂອງ​ພວກ​ເຮົາ ຍັງ​ກາງ​ຕໍ່​ການ​ປະ​ຕິ​ບັດ​ຕາມ ກົດ​ຈະ​ລາ​ຈອນ​ ທີ່​ສາ​ມາດ​ເຮັດ​ໃຫ້​ມີ​ຄວາມ​ໝັ້ນ​ຄົງ ​ເປັນ​ເວ​ລາ​ຫຼາຍໆ​ທົດ​ສະ​ວັດ​ແບບ​ບໍ່​ເຄີຍ​ມີ​ມາ​ກ່ອນສຳ​ລັບ​ປະ​ຊາ​ຊົນ​ຂອງ​ພວກ​ເຮົາ ແລະ​ຄວາມ​ອຸ​ດົມ​ຮັ່ງ​ມີ​ໃນທົ່ວ​ຂົງ​ເຂດ​ແລະ​ຢູ່​ໃນ​ທົ່ວ​ໂລກ. ນີ້​ແມ່ນ​ຮວມ​ທັງຄ້ຳ​ປະ​ກັນວ່າຄົນ​ງານ​ແລະ​ທຸ​ລະກິດ​ຂອງ​ພວກ​ເຮົາ​ ສາ​ມາດ​ແຂ່ງ​ຂັນ​ແບບ​ເປັນ​ທຳ ​ແລະ​ໃນ​ລະ​ດັບ​ເທົ່​າ​ທຽມ​ກັນ ພ້ອມ​ທັງ​ປົກ​ປ້ອງ​ເສ​ລີ​ພາບ​ໃນ​ການ​ເດີນ​ເຮືອ​ແລະ​ການ​ບິນ​ຜ່ານ ຮວມ​ທັງ​ຢູ່​ໃນ​ເຂດ​ທະເລ​ຈີນ​ໃຕ້ ແລະ​ທະ​ເລ​ຈີນ​ຕາ​ເວັນ​ອອກ.”

ເຂດ​ອິນ​ໂດ​ປາ​ຊີ​ຟິກ​ທີ່​ເສ​ລີແລະ​ເປີດກວ້າງຍັງ​ມີ​ຄວາມ​ຈຳ​ເປັນ​ທີ່​ຈະ​ຕ້ອງ​ໄດ້​ເຮັດ​ວຽກ​ຮ່ວມ​ກັນ ເພື່ອ​ກຳ​ນົດ​ມາດ​ຕະ​ຖານ​ໃໝ່​ ກ່ຽວ​ກັບ​ເທັກ​ໂນ​ໂລ​ຈີ​ທີ່​ຫາ​ກໍ​ຄົ້ນ​ພົບ ຊຶ່ງ​ເປັນ​ແຮງ​ຂັບ​ດັນ​ພາກ​ສ່ວນ​ທີ່​ສຳ​ຄັນໆ​ຂອງ​ເສດ​ຖະ​ກິດ ແລະ​ມີ​ຜົນ​ຕໍ່​ເກືອບ​ວ່າທຸກໆດ້ານ​ຂອງ​ຊີ​ວິດ​ຜູ້​ຄົນ.

ສະ​ຫະ​ລັດ ເກົາ​ຫຼີ​ໃຕ້ ​ແລະຍີ​ປຸ່ນ ຍັງ​ໄດ້​ຫາ​ລື​ກັນ​ກ່ຽວ​ກັບ​ວ່າ​ຈະ​ສ້າງ​ຄວາມ​ກ້າວ​ໜ້າ​ແບບ​ໃດ​ໃຫ້​ແກ່​ເປົ້າ​ໝາຍ​ຮ່ວມ​ກັນ​ຂອງ​ພວກ​ເຂົາ​ເຈົ້າ ໃນ​ການ​ເຮັດ​ໃຫ້​ແຫຼມເກົາ​ຫຼີ​ເປັນ​ເຂດ​ປອດ​ນິວ​ເຄ​ລຍ​ຢ່າງ​ສິ້ນ​ເຊີງ ແລະ​ຊອກ​ຫາ​ຊ່ອງ​ທາງ​ເພື່ອ​ໃຫ້​ມີ​ສັນ​ຕິ​ພາບ ​ຢ່າງ​ເປັນ​ການ​ຖາ​ວອນ​ຢູ່​ທີ່ນັ້ນ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດບ​ລິງ​ເກັນ​ກ່າວ.

“ພວກ​ເຮົາ​ຂໍ​ປະ​ນາມ ການ​ຍິງ​ລູກ​ສອນ​ໄຟ ​ເມື່ອ​ໄວໆ​ມານີ້ ຂອງ ສ​ປ​ປ ເກົາ​ຫຼີ ແລະ​ໂຄງ​ການ​ອາ​ວຸດ​ນິວ​ເຄ​ລຍ​ແລະ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ທີ່​ຜິດ​ກົດ​ໝາຍ​ ຊຶ່ງເປັນ​ການ​ລະ​ເມີດ​ຢ່າງ​ຈະ​ແຈ້ງ​ຕໍ່​ມະ​ຕິ​ຕ່າງໆ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງແລະ​ພວກເຮົາ​ຈະ​ສືບ​ຕໍ່​ເຮັດ​ວຽກ ເພື່ອ​ຊອກ​ຫາ​ທາງ​ໃຫ້ ສ​ປ​ປ ເກົາ​ຫຼີ​ເປັນ​ຜູ້​ຮັບ​ຜິດ​ຊອບ​ດັ່ງ
ທີ່​ພວກ​ເຮົາ​ໄດ້​ທຳ​ການ​ລົງ​ໂທດ​ຕໍ່ 8 ສ່ວນ​ບຸກ​ຄົນ ​ທີ່​ພົວ​ພັນ ​ກັບ ສ​ປ​ປ ເກົາ​ຫຼີ.ສະ​ຫະ​ລັດ​ຍັງ​ສືບ​ຕໍ່​ເປີດກວ້າງເພື່ອ​ການ​ເຈ​ລະ​ຈາ​ຫາ​ລື ໂດຍ​ປາ​ສະ​ຈາກ​ການ​ຕັ້ງ​ເງື່ອນ​ໄຂ​ລ່ວງ​ໜ້າ ຖ້າ​ພຽງ​ຢາງ​ຫາກ​ເລືອກ​ເສັ້ນ​ທາງນັ້ນ.”

​ລັດ​ຖະ​ມົນ​ຕີບ​ລິງ​ເກັນກ່າວ​ວ່າ ຄວາມ​ສຳ​ພັນ​ຂອງ​ສະ​ຫະ​ລັດ ກັບ​ເກົາ​ຫຼີ​ໃຕ້ ແລະ​ຍີ​ປຸ່ນ ຍັງ​ຈະ​ສືບ​ຕໍ່ “ເປັນ​ການ​ໃຫ້​ຄວາມ​ໝັ້ນ​ໝາຍ​ທີ່​ແນ່ວ​ແນ່ ຂອງ​ອາ​ເມ​ຣິ​ກາ​ທີ່​ຈະ​ປົກ​ປ້ອ​ງ​ພັນ​ທະ​ມິດ​ທັງ​ສອງ ທາງ​ດ້ານ​ເສດ​ຖະ​ກິດ ​ທີ່​ລົງ​ເລິກ​ແລະ​ຂະ​ຫຍາຍ​ໂຕ​ຂອງ​ພວກ​ເຮົາ ແລະ​ຄວາມ​ສຳ​ພັນ​ທາງ​ດ້ານ​ການ​ຄ້າ ແລະ​ຄວາມ​ເຊື່ອມ​ໂຍງ​ຕະ​ຫຼອດ​ໄປ​ລະ​ຫວ່າງ​ປະ​ຊາ​ຊົນ​ຂອງ​ພວກ​ເຮົາ.”

XS
SM
MD
LG