Accessibility links

Breaking News

ບົດບັນນາທິການ: ກອງປະຊຸມສະມັດຊາໃຫຍ່ ສະຫະປະຊາຊາດ ປະນາມຣັດເຊຍ


​ຜູ້​ແທນ​ຂອງ​ປະ​ເທດ​ຕ່າງໆ ​ທີ່ລົງ​ຄະ​ແນນ​ສຽງ​ເຫັນ​ພ້ອມກັບ​ມະ​ຕິ ພາ​ກັນ​ຍົກ​ມື​ຂຶ້ນ ທີ່​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ກ່ຽວ​ກັບ​ການ​ຮຸກ​ຮານ​ຂອງ​ຣັດ​ເຊຍ ເຂົ້າ​ໄປ​ໃນ​ຢູ​ເຄ​ຣນ. (ແຟ້ມ)
​ຜູ້​ແທນ​ຂອງ​ປະ​ເທດ​ຕ່າງໆ ​ທີ່ລົງ​ຄະ​ແນນ​ສຽງ​ເຫັນ​ພ້ອມກັບ​ມະ​ຕິ ພາ​ກັນ​ຍົກ​ມື​ຂຶ້ນ ທີ່​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ກ່ຽວ​ກັບ​ການ​ຮຸກ​ຮານ​ຂອງ​ຣັດ​ເຊຍ ເຂົ້າ​ໄປ​ໃນ​ຢູ​ເຄ​ຣນ. (ແຟ້ມ)

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

ເມື່ອ​ວັນ​ທີ 2 ມີ​ນາ​ຜ່ານ​ມານີ້ ສະ​ມັດ​ຊາ​ໃຫຍ່ສະ​ຫະ​ປະ​ຊາ​ຊາດ​ໄດ້​ລົງມະ​ຕິ ​ດ້ວຍຄະ​ແນນ​ສຽງ​ອັນ​ຖ້ວມ​ລົ້ນ ປະ​ນາມ​ການ​ບຸກ​ລຸກ​ແບບ​ບໍ່​ມີ​ການ​ເກາະ​ຜິດ ແລະ​ການ​ເຮັດ​ສົງ​ຄາມ​ແບບ​ບໍ່​ເປັນ​ທຳ​ຂອງ​ຣັດ​ເຊຍຕໍ່​ຢູ​ເຄ​ຣນທີ່​ເປັນ​ປະ​ເທດ​ເອກກະ​ລາດແລະ​ທວງ​ໃຫ້ “ສະ​ຫະ​ພັນ​ຣັດ​ເຊຍ ​ຖອນ​ກຳ​ລັງ​ທະ​ຫານ​ຂອງ​ຕົນ​ທັງ​ໝົດໃນ​ທັນ​ທີ ​ຢ່າງຄົບ​ຖ້ວນ ແລະ​ບໍ່​ມີ​ເງື່ອນ​ໄຂ​ໃດໆ ອອກ​ໄປ​ຈາກ​ດິນ​ແດນ​ຂອງ​ຢູ​ເຄ​ຣນ ​ທີ່​ນາໆ​ຊາດ​ໃຫ້​ການ​ຮັບ​ຮູ້.”

ການ​ລົງ​ມະ​ຕິ​ດັ່ງ​ກ່າວ ມີ​ຂຶ້ນ​ໃນ​ກອງ​ປະ​ຊຸມ​ສຸກ​ເສີນ ​ນັດ​ພິ​ເສດ ຂອງ​ສະ​ມັດ​ຊາ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດໃນ​ຂະ​ນະ​ທີ່​ລົດ​ຖັງ​ຂອງ​ຣັດ​ເຊຍບຸກ​ເຂົ້າ​ໄປ​ໃນ​ຫົວ​ເມືອງຕ່າງໆ​ຂອງ​ຢູ​ເຄ​ຣນແລະ​ລູກ​ສອນ​ໄຟ​ຂອງ​ຣັດ​ເຊຍ​ຍິງ​ທຳ​ລາຍ​ພື້ນ​ຖານ​ໂຄງ​ລ່າງທາງ​ດ້ານ​ພົນ​ລະ​ເຮືອນ ແລະ​ສັງ​ຫານ​ປະ​ຊາ​ຊົນ​ຜູ້​ບໍ່​ມີ​ຄວາມ​ຜິດ​ຫຼາຍໆ​ຮ້ອຍ​ຄົນ. 141 ປະ​ເທດ​ຈາກ​ທົ່ວ​ໂລກໄດ້​ລົງ​ຄະ​ແນນ​ສຽງ​ເຫັນ​ພ້ອມ​ກັບ​ມະ​ຕິ​ຂອງ​ອົງ​ການສະ​ຫະ​ປະ​ຊາ​ຊາດ. 5 ປະ​ເທດ​ຜະ​ເດັດ​ການ ປະ​ກອບ​ມີ​ຣັດ​ເຊຍ ເບ​ລາ​ຣຸ​ສ ຊີເຣຍ ເກົາ​ຫຼີ​ເໜືອ ແລະ​ເອ​ຣິ​ເທ​ຣຍ ໄດ້​ອອກ​ສຽງ​ຄັດ​ຄ້ານ 35 ປະ​ເທດຮວມ​ທັງຄິວ​ບາ ສ​ປ ຈີນ ອິນ​ເດຍ ເວ​ເນ​ຊູ​ເອ​ລາ ແລະ​ອີ​ຣ່ານ ບໍ່​ໄດ້​ອອກ​ສຽງ.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ແອນ​ໂທ​ນີ ບ​ລິງ​ເກັນ ກ່າວ​ວ່າ “ໃນ​ຂະ​ນະ​ທີ່​ການ​ລົງ​ຄະ​ແນນ​ສຽງ​ນີ້ ມີ​ການ​ເປີດ​ເຜີຍ​ອອກ​ມາ ສຽງ​ສ່ວນ​ຫຼາຍຢ່າງ​ຖ້ວມ​ລົ້ນ ​ຂອງ​ປະ​ຊາ​ຄົມ​ນາໆ​ຊາດ ແມ່ນ​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ຢ່າງ​ແຂງຂັນ ຕໍ່​ຫຼັກ​ການ​ທີ່​ເປັນ​ຈຸດ​ແກງ​ກາງ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດແລະ​ຍຶດ​ໝັ້ນ
ໃນ​ກົດ​ບັດ​ສະ​ຫະ​ປະ​ຊາ​ຊາດ ແລະ​ລຸກ​ຂຶ້ນ​ຕ້ານ​ຢັນ ​ຕໍ່​ຄວາມ​ພະ​ຍາ​ຍາມ​ທີ່​ຂາດ​ຄວາມ​ຮັບ​ຜິດ​ຊອບຂອງ​ຣັດ​ເຊຍ ທີ່​ຈະ​ປ່ຽນ​ຊາຍ​ແດນ​ຂອງ​ປະ​ເທດ​ເອກ​ກະ​ລາດອື່ນໆ​ດ້ວຍກຳ​ລັງເພື່ອ​ນຳ​ໃຊ້​ການ​ບັງ​ຄັບຂອງ​ຕົນແທນ​ຄວາມ​ມຸ່ງ​ມາດ​ປາ​ຖະ​ໜາຂອງ​ປະ​ຊາ​ຊົນ​ຊາວ​ຢູ​ເຄ​ຣນ.”

ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນ​ ກ່າວ​ວ່າ ການ​ລົງ​ຄະ​ແນນ​ສຽງ​ຂອງ​ສະ​ມັດ​ຊາ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ ແມ່ນ​ສະ​ແດງ​ໃຫ້​ເຫັນ​ວ່າ ບັນ​ດາ​ປະ​ເທດ​ສ່ວນ​ໃຫຍ່​ແມ່ນ​ໃຫ້​ການ​ຮັບ​ຮູ້​ວ່າ ປະ​ທາ​ນາ​ທິ​ບໍ​ດີ​ວ​ລາ​ດີ​ເມຍ ປູ​ຕິນ ແຫ່ງ​ຣັດ​ເຊຍ “ບໍ່​ພຽງ​ແຕ່​ໂຈມຕີ​ປະ​ຊາ​ຊົນ​ຊາວ​ຢູ​ເຄ​ຣນ​ເທົ່າ​ນັ້ນ ລາວ​ກຳ​ລັງ​ທຳ​ການ​ໂຈມ​ຕີ ​ຕໍ່​ຫຼັກ​ການ​ພື້ນ​ຖານຂອງ​ສັນ​ຕິ​ພາບແລະ​ຄວາມ​ໝັ້ນ​ຄົງ​ຂອງ​ໂລກ… ຖ້າ​ພວກ​ເຮົາຫາກບໍ່​ລຸກ​ຂຶ້ນຕ້ານຢັນ​ປູ​ຕິນ​” ນັ້ນ​ຄື​ຄຳ​ປະ​ກາດ​ຂອງ​ທ່ານ​ໄບ​ເດັນ “ມັນ​ມີ​ແຕ່​ຈະ​ກໍ່​ໃຫ້​ເກີດ​ຄວາມ​ວຸ້ນວາຍແລະ​ການ​ຮຸກ​ຮານ​ເພີ້ມ​ຕື່ມ​ຢູ່​ໃນ​ໂລກ. ຣັດ​ເຊຍ​ພວມ​ຖືກ​ໂດດ​ດ່ຽວ ໂດຍ​ໄດ້ຮັບ​ການ​ສະ​ໜັບ​ສະ​ໜຸນ ​ແຕ່​ພຽງ​ຈາກ 4 ປະ​ເທດ​ຜະ​ເດັດ​ການ ​ທີ່​ໂຫດ​ຮ້າຍ​ປ່າ​ເຖື່ອນ​ເທົ່າ​ນັ້ນ.”

ຫຼັງ​ຈາກ​ການ​ລົງ​ຄະ​ແນນ​ສຽງ​ແລ້ວ ເລ​ຂາ​ທິ​ການ​ໃຫຍ່​ຂອງ​ອົງ​ການ​ສະ​ຫະ​ປະ​ຊາຊາດ ທ່ານ​ແອນ​ໂທ​ນີ​ໂອ ກິວ​ເຕ​ເຣ​ສ ກ່າວ​ຕໍ່​ພວກ​ນັກ​ຂ່າວວ່າ “ການ​ສົ່ງ​ຂ່າວ​ຂອງ​ສະ​ມັດ​ຊາ​ໃຫຍ່ ແມ່ນ​ດັງ​ກ້ອງ ແລະ ​ຈະ​ແຈ້ງ: ໃຫ້ຢຸດ​ເຊົາ ​ການ​ເປັນ​ປໍ​ລະປັກ​ໃນ​ຢູ​ເຄ​ຣນ​ດຽວນີ້…ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ ແລະ​ອະ​ທິ​ປະ​ໄຕ​ຂອງ​ຢູ​ເຄ​ຣນຕ້ອງ​ໄດ້​ຮັບ​ການ​ເຄົາ​ລົບ ເພື່ອ​ໃຫ້​ສອດ​ຄ່ອງ​ກັບ​ກົດ​ບັດ​ຂອງ​ສະ​ຫະ​ປະ​ຊາ​ຊາດ.”

ຜູ້​ຕາງ​ໜ້າ​ຂອງ​ສະ​ຫະ​ລັດ​ ປະ​ຈຳ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ເອກ​ອັກ​ຄະ​ລັດ​ຖະ​ທູດລິນ​ດາ ທໍ​ມັ​ສ ກ​ຣີນ​ຟິ​ລ ກ່າວ​ຫຼັງ​ຈາກ​ໄດ້​ມີ​ການ​ລົງ​ຄະ​ແນນ​ສຽງ​ແລ້ວ “ຂໍ​ໃຫ້ພວກ​ເຮົາຈົ່ງສືບ​ຕໍ່​ຮ່ວມ​ແຮງ​ຮ່ວມ​ໃຈກັນເພື່ອ​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ຕໍ່​ປະ​ຊາ​ຊົນ​ຊາວ​ຢູ​ເຄ​ຣນ ແລະ​ຂໍ​ໃຫ້​ພວກ​ເຮົາ​ຈົ່ງ​ໄດ້​ສະ​ແດງ​ອອກ​ອຳ​ນາດ​ທີ່​ແທ້​ຈິງ ແລະ​ຈຸດ
ປະ​ສົງ​ອັນ​ແທ້​ຈິງ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ສຳ​ລັບ​ພວກ​ເຮົາ​ທຸກ​ຄົນ.”

ປະ​ທາ​ນາ​ທິ​ບໍ​ດີ​ໄບ​ເດັນ ຊີ້​ໃຫ້​ເຫັນ​ວ່າ ອົງ​ການ​ສະ​ຫະ​ປະ​ຊາ​ຊາດ “ຖືກ​ສ້າງ​ຕັ້ງ​ຂຶ້ນ​ມາ ‘ເພື່ອ​ຊ່ວຍປົກ​ປັກ​ຮັກ​ສາຫຼາຍໆ​ຮຸ້ນ​ຄົນ ​ໃຫ້​ລອດ​ພົ້ນ ​ຈາກ​ຄວາມ​ເດືອດ​ຮ້ອນ​ຍ້ອນ​ສົງ​ຄ​າມ’ …. ຮວມ​ກັນ​ແລ້ວ” ທ່ານ​ປະ​ກາດ​ວ່າ “ພວກ​ເຮົາ​ຕ້ອງ​ແລະຈະ ຖື​ວ່າຣັດ​ເຊຍ​ເປັນ​ຜູ້​ຮັບ​ຜິດ​ຊອບຕໍ່​ການ​ກະ​ທຳ​ຂອງ​ພວກ​ເຂົາ. ພວກ​ເຮົ​າ​ຈະ​ສະ​ແດງ​ໃຫ້​ເຫັນ​ວ່າ ອິດ​ສະ​ຫຼະ​ພາບ ​ຍ່ອມ​ຈະ​ຊະ​ນະ​ການ​ປົກ​ຄອງ​ແບບ​ຜະ​ເດັດ​ການສະ​ເໝີ.”

XS
SM
MD
LG