Accessibility links

Breaking News

ບົດບັນນາທິການ: ຄວາມສຳພັນ ລະຫວ່າງ ສ​ຫລ ບາຫ໌ເຣນ ແມ່ນເຂັ້ມແຂງ ແບບທີ່ບໍ່ເຄີຍມີມາກ່ອນ


ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ແອນ​ໂທ​ນີ ບ​ລິງ​ເກັນ ພວມ​ຫຼຽວ​ເບິ່ງ ໃນ​ຂະ​ນະ​ທີ່​ທ່ານ​ພົບ​ປະ ກັບ​ອົງ​ມົງ​ກຸດ​ຣາ​ຊະ​ກຸມ​ມານ​ ແລະ​ນາ​ຍົກ​ລັດ​ຖະ​ມົນ​ຕີບາ​ຫ໌​ເຣນ ​ຊາ​ລ​ມານ ບິນ ຮາ​ໝັດ ອາ​ລ ຄາ​ລີ​ຟາ ທີ່​ກະ​ຊວງ​ການ​ຕ່າງ​ປະ​ເທດ ເມື່ອ​ວັນ​ທີ 2 ມີ​ນາ 2022.
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ແອນ​ໂທ​ນີ ບ​ລິງ​ເກັນ ພວມ​ຫຼຽວ​ເບິ່ງ ໃນ​ຂະ​ນະ​ທີ່​ທ່ານ​ພົບ​ປະ ກັບ​ອົງ​ມົງ​ກຸດ​ຣາ​ຊະ​ກຸມ​ມານ​ ແລະ​ນາ​ຍົກ​ລັດ​ຖະ​ມົນ​ຕີບາ​ຫ໌​ເຣນ ​ຊາ​ລ​ມານ ບິນ ຮາ​ໝັດ ອາ​ລ ຄາ​ລີ​ຟາ ທີ່​ກະ​ຊວງ​ການ​ຕ່າງ​ປະ​ເທດ ເມື່ອ​ວັນ​ທີ 2 ມີ​ນາ 2022.

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

ສະ​ຫະ​ລັດ​ແລະ​ບາ​ຫ໌​ເຣນ ໄດ້​ຮັກ​ສາ​ຄວາມ​ສຳ​ພັນ​ອັນ​ເຂັ້ມ​ແຂງ​ມາ​ໄດ້​ຫຼາຍ​ທົດ​ສະ​ວັດ. ໃນ​ປີ 2002 ສະ​ຫະ​ລັດ​ໄດ້​ລະ​ບຸ​ໃຫ້​ບາ​ຫ໌​ເຣນ ເປັນປະ​ເທດ​ພັນ​ທະ​ມິດ​ສຳ​ຄັນ ທີ່​ບໍ່​ແມ່ນ​ສະ​ມາ​ຊິກ​ເນ​ໂຕ້.

ໃນ​ເດືອນ​ມີ​ນານີ້ ​ສະ​ຫະ​ລັດ​ແລະ​ບາ​ຫ໌​ເຣນ ​ໄດ້​ເປີດ​ການ​ສົນ​ທະ​ນາ​ຫາ​ລື​ຍຸດ​ທະ​ສາດຄັ້ງ​ທີ 2 ຊຶ່ງ​ບັງ​ເອີ​ນ​ມີ​ຂຶ້ນ​ໃນ​ລະ​ຫວ່າງ​ການ​ເດີນ​ທາງ​ມາ​ຢ້ຽມ​ຢາມ​ນະ​ຄອນວໍ​ຊິງ​ຕັນ​ຂອງ​ອົງ​ມົງ​ກຸດ​ຣາ​ຊະ​ກຸ​ມານ​ ພ້ອ​ມ​ທັງ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຂອງບາ​ຫ໌​ເຣນ ​ເຈົ້າ​ຟ້າ​ຊາຍ​ຊາ​ລ​ມາ​ລ ບິນ ຮາ​ໝັດ ອາ​ລ-ຄາ​ລີ​ຟາ. ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດແລະ​ບາ​ຫ໌​ເຣນໄດ້​ພົບປະເພື່ອ​ປຶກ​ສາ​ຫາ​ລືໃນ​ການສ້າງ​ຄວາມ​ກ້າວ​ໜ້າ​ທີ່​ສຳ​ຄັນໆ ເຊັ່ນ​ສັນ​ຕິ​ພາບ​ແລະ​ຄວາມ​ໝັ້ນ​ຄົງ ລົງ​ເລິກ​ໃນດ້ານ​ສຶກ​ສາ​ວິ​ຊາ​ຊີບ​ແລະ​ດ້ານ​ວັດທະ​ນະ​ທຳ ເສີມ​ຂະ​ຫ​ຍາຍ​ຄວາມ​ອຸ​ດົມ​ຮັ່ງ​ມີ​ໂດຍ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ການ​ຮ່ວມ​ມື​ທາງ​ດ້ານ​ເສດ​ຖະ​ກິດ ແລະ​ຕໍ່​ຕ້ານໄພ​ຂົ່ມ​ຂູ່​ຈາກການ​ກໍ່​ການ​ຮ້າຍແລະ​ອາ​ຊະ​ຍາ​ກຳ​ຂ້າມ​ຊາດ.

ເວ​ລາ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຂອງ​ສະ​ຫະ​ລັດ ທ່ານ​ລອຍ ອອ​ສ​ຕິນ​ໄດ້​ຕ້ອນ​ຮັບ​ອົງ​ມົງ​ກຸດ​ຣາ​ຊະ​ກຸ​ມານ ທີ່​ນຳ​ນຽບ​ຫ້າ​ແຈ​ເມື່ອ​ວັນ​ທີ 2 ມີ​ນາ​ຜ່ານ​ມາ ນັ້ນ ທ່ານ​ໄດ້​ກ່າວ​ຊົມ​ເຊີຍ​ຕໍ່​ການ​ມີ​ຈິດ​ໃຈ​ເອື້ອ​ເຟື້ອ​ເພື່ອ​ແຜ່​ຂອງ​ບາ​ຫ໌​ເຣນ ທີ່​ອະ​ນຸ​ຍາດ​ໃຫ້​ກອງທັບ​ເຮືອ​ຂອງ​ສະ​ຫະ​ລັດໃນ​ພາກ​ຕາ​ເວັນ​ອອກ​ກາງ ແລະ​ກອງ​ທັບ​ເຮືອ​ທີ​ຫ້າຕັ້ງ​ກອງ​ບັນ​ຊາ​ການ​ໃນ​ປະ​ເທດ​ດັ່ງ​ກ່າວ​ ຕະ​ຫຼອດ​ທັງ​ “ການ​ໃຫ້​ຄວາມ

ສະ​ໜັບ​ສະ​ໜຸນ​ອັນ​ລ້ຳ​ຄ່າ ໃນ​ການ​ປະ​ຕິ​ບັດ​ງານ​ຍົກ​ຍ້າຍ​ຊາວ​ອັ​ຟ​ກາ​ນິ​ສ​ຖານ​ທີ່​ມີ​ຄວາມ​ສຳ​ຄັນ​ປະ​ຫວັດ​ສາດ​ ໃນ​ປີ​ກາຍນີ້.” ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ອອ​ສ​ຕິນໃຫ້​ຂໍ້​ສັງ​ເກດ ​ກ່ຽວ​ກັບ​ການ​ມີ​ພາ​ຄີ​ທີ່​ເຂັ້ມ​ແຂງ​ຄື​ກັນ​ກັບບາ​ຫ໌​ເຣນ “ແມ່ນ​ມີ​ຄວາມ​ສຳ​ຄັນ​ເປັນ​ພິ​ເສດ ເມື່ອ​ເວົ້າ​ເຖິງ​ໄພ​ຂົ່ມ​ຂູ່​ທີ່​ພວກ​ເຮົາ​ປະ​ເຊີນ​ໜ້າ​ໃນ​ທຸກມື້​ນີ້ ຮວມ​ທັງ​ການ​ໃຫ້​ຄວາມ​ສະ​ໜັບ​ສະ​ໜຸນ​ຂອງ​ອີ​ຣ່ານ ​ຕໍ່​ພວກ​ກໍ່​ການ​ຮ້າຍ ແລະ ການ​ສະ​ໜອງ​ອາ​ວຸດ​ທີ່​ຜິດ​ກົດ​ໝາຍ​ໃຫ້​ແກ່​ຂົງ​ເຂດ​ດັ່ງ​ກ່າວ.” ນອກນັ້ນ ທ່ານ​ຍັງໄດ້​ກ່າວ​ຊົມ​ເຊີຍບາ​ຫ໌​ເຣນ ໃນ​ການ “ເອົາ​ບາດ​ກ້າວ​ທີ່​ກ້າ​ຫານ ເພື່ອ​ສ້າງ​ຕັ້ງ​ການ​ເປັນ​ພາ​ຄີ​ແບບ​ຍືນ​ຍົງ ​ກັບ​ອິ​ສ​ຣາ​ແອ​ລ.” ຊຶ່ງ​ທ່ານ​ກ່າວ​ວ່າ “ເປັນ​ການ​ຕັດ​ສິນ​ໃຈ ອັນ​ສຳ​ຄັນ​ທີ່​ຈະ​ເຮັດ​ໃຫ້​ຂົງ​ເຂດ​ດັ່ງ​ກ່າວ​ມີ​ຄວາມ​ໝັ້ນ​ຄົງ​ຕື່ມ​ຂຶ້ນ.”

ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ຄາ​ມາ​ລາ ແຮ​ຣິ​ສໄດ້​ພົບ​ປະ​ກັບ​ອົງ​ມົງ​ກຸດ​ຣາ​ຊະ​ກຸ​ມານຊາ​ລ​ມາ​ລ ບິນ ຮາ​ໝັດ ເມື່ອ​ວັນ​ທີ 4 ມີ​ນາ​ຜ່ານ​ມາ. ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດໄດ້​ກ່າວ​ຢ້ຳ​ວ່າ ລັດ​ຖະ​ບານ​ຂອງ​ທ່ານ​ໄບ​ເດັນ​ແລະ​ທ່ານ​ນາງ​ແຮ​ຣິ​ສ ໃຫ້​ການ​ສະໜັບ​ສະ​ໜຸນ​ຕໍ່​ການ​ເຄົາ​ລົບ​ນັບ​ຖື​ສິດ​ທິ​ມະ​ນຸດ​ຢູ່​ໃນບາ​ຫ໌​ເຣນ. ນອກນັ້ນ ທ່ານ​ນາງຍັງ​ໄດ້​ສະ​ແດງ​ຄວາມ​ຍິນ​ດີຕໍ່​ການ​ເຂົ້າ​ຮ່ວມ​ ໃນ​ຂໍ້​ຕົກ​ລົງອາ​ເຕີ​ມິ​ສຂອງບາ​ຫ໌​ເຣນ ຊຶ່ງ​ເປັນ​ຂໍ້​ກຳ​ນົດ​ກ່ຽວ​ກັບ​ກົດ​ລະ​ບຽບແລະ​ຫຼັກ​ການ​ຕ່າງໆເພື່ອ​ເປັນ​ທິດ​ທາງ​ນຳ​ພາໃນ​ການ​ຮ່ວມ​ມື​ທາງ​ດ້ານ​ອະ​ວະ​ກາດ​ຂອງ​ລະ​ຫວ່າງ​ປະ​ເທດ.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ແອນ​ໂທ​ນີ ບ​ລິງ​ເກັນ ໄດ້​ພົບ​ປະ​ກັບ​ອົງ​ມົງ​ກຸດ​ຣາ​ຊະ​ກຸ​ມານ ໃນ​ວັນ​ທີ 2 ມີ​ນາ ແລະ​ເຂົ້າ​ຮ່ວມ​ການ​ສົ​ນ​ທະ​ນາ​ຫາລື​ທາງ​ດ້ານ​ຍຸດ​ທະ​ສາດ. ໃນ​ຕອນ​ທ້າຍ​ຂອງ​ການ​ຫາ​ລື​ດັ່ງ​ກ່າວ​ ສະ​ຫະ​ລັດ​ແລະ​ບາ​ຫ໌​ເຣນ ໄດ້​ອອກ​ຖະ​ແຫຼງ​ການ​ຮ່ວມ​ສະ​ບັບ​ນຶ່ງ. ປະ​ເທດ​ທັງ​ສອງ​ ໄດ້​ກ່າວ​ຢ້ຳ​ເຖິງ​ຄວາມ​ໝັ້ນ​ໝາຍຕໍ່​ການ​ມີ​ສັນ​ຕິ​ພາບແລະ​ຄວາມ​ໝັ້ນ​ຄົງ​ໃນ​ຂົງ​ເຂດ​ ແລະໃນ​ໂລກນຳ​ດ້ວຍ. ປະ​ເທດ​ສັງ​ສອງ​ ຍັງໃຫ້​ຂໍ້​ສັງ​ເກດ​ວ່າ ໄດ້​ມີ​ການ​ສົນ​ທະ​ນາ​ຫາ​ລື
ເພື່ອ​ສ້າງ​ຄວາມ​ກ້າວ​ໜ້າ​ໃນ​ດ້ານ​ສິດ​ທິ​ມະ​ນຸດ ​ຢູ່​ໃນບາ​ຫ໌​ເຣນ. ປະ​ເທດ​ທັງ​ສອງ​ໄດ້​ຮັບ​ຮູ້​ເຖິງ​ຄວາມ​ສຳ​ຄັນ ໃນ​ການ​ນຳ​ເອົາ​ສັນ​ຕິ​ພາບ ແລະ​ການ​ຊ່ວ​ຍ​ເຫຼືອ​ທາງ​ດ້ານ​ມະ​ນຸດ​ສະ​ທຳ​ໄປ​ສູ່​ເຢ​ເມນ ແລະ​ໄດ້​ຫາ​ລື​ກັນ​ກ່ ຽວ​ກັບ​ການ​ຂະ​ຫຍາຍ​ຄວາມ​ສຳ​ພັນລະ​ຫວ່າງບາ​ຫ໌​ເຣນ ແລະ​ອິ​ສ​ຣາ​ແອ​ລ ອອ​ກ​ໄປ​ຕື່ມ​ອີກ​ແບບ​ໃດ ຫຼັງ​ຈາກ​ໄດ້​ລົງ​ນາມ ​ໃນ​ຂໍ້​ຕົກ​ລົງ​ອາ​ບ​ຣາ​ຮາມ​ແລ້ວ. ນອກນັ້ນ ປະ​ເທດ​ທັ​ງ​ສອງ​ຍັງ​ໄດ້​ຫາ​ລື​ກັນກ່ຽວ​ກັບການ​ໃຫ້​ຄວາມ​ໝັ້ນ​ໝາຍ​ລະ​ຫວ່າງ​ກັນເພື່ອ​ແກ້​ໄຂວິ​ກິດ​ການ​ໃນ​ການປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ພາຍ​ໃຕ້​ຂໍ້​ຕົກ​ລົງ​ປາ​ຣີ.

ໃນ​ຂະ​ນະ​ທີ່ບາ​ຫ໌​ເຣນແລະ​ສະ​ຫະ​ລັດ ຍັງ​ສືບ​ຕໍ່​ແລະ​ຂະ​ຫຍາຍ​ການ​ເປັນ​ພາ​ຄີ​ປະ​ຫວັດ​ສາດ​ຢູ່ນັ້ນ ຂົງ​ເຂດ​ດັ່ງ​ກ່າວແລະ​ໂລກ​ຂອງ​ເຮົາ​ແມ່ນ​ມີ​ຄວາມ​ປອດ​ໄພແລະ​ ອຸ​ດົມ​ຮັ່ງ​ມື​ຫຼາຍ​ຂຶ້ນກວ່າ​ແຕ່​ກ່ອນ.

XS
SM
MD
LG