ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ
ນຶ່ງໃນຄວາມຮັບຜິດຊອບ ຂອງລັດຖະມົນຕີກະຊວງການຕ່າງປະເທດ ກໍແມ່ນເປັນຜູ້ຕັດສິນໃຈ ໃນນາມຂອງສະຫະລັດເພື່ອລົງຄວາມເຫັນວ່າໄດ້ມີການ ກໍ່ໂທດກຳຂຶ້ນຫລືບໍ່. ເມື່ອວັນທີ 21 ມີນາຜ່ານມານີ້ ລັດຖະມົນຕີການຕ່າງປະເທດແອນໂທນີ ບລິງເກັນ ໄດ້ນຳໃຊ້ຄວາມຮັບຜິດຊອບອັນນັ້ນ ໂດຍການປະກາດວ່າ ສະມາຊິກຂອງກອງທະຫານພະມ້າໄດ້ທຳການຂ້າລ້າງເຊື້ອຊາດເຜົ່າ
ພັນແລະກໍ່ອາຊະຍາກຳຕ້ານມະນຸດຊາດ ແລະອາຊະຍາກຳຕໍ່ພວກຊົນກຸ່ມນ້ອຍ ມຸສລິມໂຣຮິງຢາ ໃນປະເທດດັ່ງກ່າວ.
“ມັນເປັນການຕັດສິນໃຈ ທີ່ຂ້າພະເຈົ້າໄດ້ເຮັດ ໂດຍອີງຕາມການທົບທວນໃນການຊັ່ງຊາເບິ່ງຄວາມຈິງ ແລະການວິເຄາະທາງດ້ານກົດໝາຍ ທີ່ໄດ້ກະກຽມໂດຍກະຊວງການຕ່າງປະເທດ ທີ່ຮວມທັງລາຍລະອຽດຂອງເອກກະສານ ໃນຂອບເຂດທີ່ເປັນອິດສະຫຼະ ແຫຼ່ງຂ່າວທີ່ບໍ່ເຂົ້າຂ້າງອອກຂາ ຮວມທັງອົງການ ປົກປ້ອງສິດທິມະນຸດ ເຊັ່ນອົງການນິລະໂທດກຳສາກົນແລະກຸ່ມປົກປ້ອງສິດທິມະນຸດ Human Rights Watch ຕະຫຼອດທັງການຄົ້ນຄວ້າຫາຂໍ້ມູນຄວາມ ຈິງຢ່າງວ່ອງໄວຂອງພວກເຮົາເອງ.”
ນຶ່ງໃນແຫຼ່ງຂ່າວເຫຼົ່ານັ້ນກໍແມ່ນລາຍງານທີ່ເກັບກຳໂດຍກະຊວງການຕ່າງປະເທດສະຫະລັດ ສະບັບປີ 2018.
“ລາຍງານດັ່ງກ່າວແມ່ນອີງໃສ່ການສຳຫຼວດອົບພະຍົບຊາວໂຮຮິງຢາ 1,000 ກວ່າຄົນທີ່ອາໄສຢູ່ໃນບັງກລາແດັສ ຊຶ່ງທັງໝົດນັ້ນລ້ວນແລ້ວແຕ່ເປັນຜູ້ອົບພະຍົບຫຼົບໄພ ຍ້ອນຄວາມຮຸນແຮງໃນປີ 2016 ແລະ 2017. ສາມສ່ວນສີ່ຂອງພວກທີ່ຖືກສຳພາດກ່າວວ່າ ພວກເຂົາເຈົ້າໄດ້ເປັນພະຍານ ໂດຍເຫັນພວກທະຫານສັງຫານຜູ້ຄົນ. ຫຼາຍກວ່າເຄິ່ງນຶ່ງໄດ້ເຫັນພວກທະຫານມີເພດສຳພັນດ້ວຍການໃຊ້ຄວາມຮຸນແຮງບັງຄັບ. ນຶ່ງໃນທຸກ 5 ຄົນໃດແມ່ນໄດ້ເຫັນການກໍ່ຄວາມຮຸນແຮງຂະໜາດໃຫຍ່ ເຊັ່ນວ່າການຂ້າຜູ້ຄົນຫຼືເຮັດໃຫ້ມີຜູ້ໄດ້ຮັບບາດເຈັບຫຼາຍ ກວ່າ 100 ຄົນຂຶ້ນໄປ ໃນເຫດການໃດນຶ່ງ.”
ທ່ານບລິງເກັນກ່າວວ່າ “ຫຼັກຖານຍັງໄດ້ຊີ້ໃຫ້ເຫັນເຖິງເຈດຕະນາຢ່າງຈະແຈ້ງຢູ່ເບື້ອງຫຼັງການກໍ່ໂທດກຳຂະໜາດໃຫຍ່ເຫຼົ່ານີ້ ຊຶ່ງເປັນເຈດຕະນາ ທີ່ຈະທຳລາຍຊາວໂຣຮິງຢາ.”
“ເຈດຕະນາແມ່ນຫຼັກຖານ ໃນການໃຫ້ຄວາມເຫັນ ຕໍ່ສາທາລະນະຊົນ ໂດຍມິນອອງລາຍ ຜູ້ບັນຊາການທະຫານມຽນມາ ທີ່ກຳກັບນຳການປະຕິບັດງານ. ໃນວັນທີ 1 ກັນຍາປີ 2017 ໃນຂະນະທີ່ພວກທະຫານທຳລາຍໝູ່ບ້ານຕ່າງໆ ສັງຫານຜູ້ຄົນ ທໍລະມານ ຂົ່ມຂືນຜູ້ຊາຍ ແມ່ຍິງ ແລະເດັກນ້ອຍ ຊຶ່ງທ່ານກ່າວວ່າ ນີ້ ແລະຂ້າພະເຈົ້າຂໍອ້າງຄຳເວົ້າ: ‘ບັນຫາຊາວເບັງກາລີ ແມ່ນບັນຫານຶ່ງທີ່ມີມາດົນນານແລ້ວ ທີ່ໄດ້ກາຍເປັນວຽກງານ ທີ່ຍັງບໍ່ແລ້ວສຳເລັດ ລັດຖະບານທີ່ເຂົ້າກຳອຳນາດ ໄດ້ໃຫ້ຄວາມສົນໃຈຢ່າງໃຫຍ່ໃນການແກ້ໄຂມັນ.’”
ລັດຖະມົນຕີການຕ່າງປະເທດບລິງເກັນ ກ່າວວ່າ “ເປີເຊັນ ຈຳນວນ ຮູບແບບ ເຈດຕະນາ: ສິ່ງເຫຼົ່ານີ້ແມ່ນມີຄວາມສຳຄັນເປັນພິເສດ ເພື່ອໃຫ້ບັນລຸການຕັດສິນໃຈກ່ຽວກັບການຂ້າລ້າງເຊື້ອຊາດເຜົ່າພັນ.”
“ແນ່ນອນ ແນວທາງອອກຈາກການຂ້າລ້າງເຊື້ອຊາດເຜົ່າພັນ ກໍຕ້ອງໄດ້ຜ່ານຄວາມຍຸຕິທຳເຊັ່ນກັນ ອົງການປົກປ້ອງສິດທິມະນຸດ ທັງຢູ່ໃນທ້ອງຖິ່ນ ແລະລະຫວ່າງປະເທດ ໄດ້ໃຊ້ເວລາຫຼາຍໆປີ ຈົດບັນທຶກກ່ຽວກັບການກໍ່ໂທດກຳຕໍ່ຊາວໂຣຮິງຢາ ພວກຊົນກຸ່ມນ້ອຍແລະສາສະໜາກຸ່ມນ້ອຍອື່ນໆ ຢູ່ໃນປະເທດພະມ້າ.” ຄະດີທີ່ຍື່ນຟ້ອງ ແມ່ນເພີ້ມຂຶ້ນນຳນັບມື້ ແລະ “ວັນນັ້ນ ຈະມາເຖິງ
ເວລາພວກທີ່ຮັບຜິດຊອບໃນການກະທຳທີ່ໜ້າຕື່ນຕົກໃຈເຫຼົ່ານີ້ ຈະຕ້ອງຕອບຄຳຖາມກ່ຽວກັບການກະທຳຂອງພວກເຂົາ.”
“ດ້ວຍການຕັດສິນໃຈໃນມື້ນີ້ ສະຫະລັດແມ່ນໃຫ້ການຢືນຢັນອີກຄັ້ງນຶ່ງ ຕໍ່ການໃຫ້ຄວາມໝັ້ນໝາຍໃນຂອບເຂດທີ່ກວ້າງຂວາງຂອງຕົນເພື່ອຊ່ວຍນຳເອົາຊາວໂຣຮິງຢາ ໄປຕາມເສັ້ນທາງນີ້ ອອກຈາກການຂ້າລ້າງເຊື້ອຊາດເຜົ່າພັນ ເພື່ອກ້າວໄປສູ່ຄວາມຈິງ ໄປສູ່ຄວາມຮັບຜິດຊອບ ໄປສູ່ປະເທດທີ່ໃຫ້ການຕ້ອນຮັບພວກເຂົາເຈົ້າໃນຖານະສະມາຊິກທີ່ເທົ່າທຽມກັນ ທີ່ຈະໃຫ້ການເຄົາລົບນັບຖືສິດທິມະນຸດແລະກຽດສັກສີ ພ້ອມກັບທຸກໆຄົນໃນປະເທດພະມ້າ.”