Accessibility links

Breaking News

ບົດບັນນາທິການ: ການໃຫ້ຄວາມສະໜັບສະໜຸນ ຕໍ່ສັນຕິພາບ ໃນເຢເມນ


​ແຟ້ມ - ການ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ທາງ​ດ້ານ​ມະ​ນຸດ​ສະ​ທຳ​ແກ່​ເຢ​ເມນ
​ແຟ້ມ - ການ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ທາງ​ດ້ານ​ມະ​ນຸດ​ສະ​ທຳ​ແກ່​ເຢ​ເມນ
Supporting Peace in Yemen
please wait

No media source currently available

0:00 0:03:44 0:00

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

ສະ​ຫະ​ລັດ ​ຍັງ​ສືບ​ຕໍ່​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ຕໍ່​ການ​ແກ້​ໄຂ ​ທີ່​ມີ​ທຸກ​ພັກ​ຝ່າຍ ທາງ​ດ້ານ​ການ​ເມືອງເຂົ້າ​ຮ່ວມ ໃນ​ສົງ​ຄາມ​ຢູ່​ປະ​ເທດ​ເຢ​ເມນ ທີ່​ຮວມ​ທັງ​ຂໍ້​ມູນ​ອັນ​ສຳ​ຄັນ​ຈາກ​ພວກ​ແມ່​ຍິງ ​ພວກ​ຜູ້​ນຳກຸ່ມ​ສັງ​ຄົມ​ພົນ​ລະ​ເຮືອນແລະ​ກຸ່ມ​ຄົນ​ທຸກ​ຍາກອື່ນໆໃນ​ຂະ​ນະ​ທີ່​ມີ​ການ​ສະ​ໜອງ​ການ​ຊ່ວຍ​ເຫຼືອ​ທີ່​ຈຳ​ເປັນ​ທາງ​ດ້ານ​ມະ​ນຸດ​ສະ​ທຳ​ໃຫ້​ແກ່​ຜູ້​ຄົນ​ຢູ່ນັ້ນ. ລັດ​ຖະ​ມົນ​ຕີຕ່າງ​ປະ​ເທດ​ ສະ​ຫະ​ລັດ ທ່ານ​ແອນ​ໂທ​ນີ ບ​ລິງ-​ເກັນ ກ່າວຢູ່​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງວ່າ “ພວກ​ເຮົາ​ຂໍ​ສະ​ແດງ​ຄວາມ​ຍິນ​ດີ ໃນ​ການ​ລິ​ເລີ້ມ​ການ​ປຶກ​ສາ​ຫາ​ລືແບບ​ມີ​ທຸກ​ພັກ​ຝ່າຍ​ເຂົ້າ​ຮ່ວມໂດຍ​ທູດ​ພິ​ເສດ​ຂອງ​ສະ​ຫະ​ປະ​ຊາ​ຊາດ ທ່ານ​ຮານ​ສ໌ ກ​ຣັນ​ສ​ເບີກ ແລະ​ພວກ​ເຮົາ​ຂໍ​ຮຽກ​ຮ້ອງ​ ໃຫ້​ທຸກ​ພັກ​ຝ່າຍ​ເຂົ້າ​ຮ່ວມ​ຢ່າງ​ຄົບ​ຖ້ວ​ນ ​ໃນ​ການ​ປຶກ​ສາ​ຫາ​ລື​ເຫຼົ່າ​ນີ້ ຊຶ່ງ​ຈະ​ແຈ້ງ​ໃຫ້​ຊາບ​ເຖິງ ຮ່າງ​ຂັ້ນ​ຕອນ​ສັນ​ຕິ​ພາບ ​ໃນ​ຂອບ​ເຂດ​ທີ່ກວ້າງ​ຂວາງ​ສະ​ບັບ​ໃໝ່​ຂອງ​ອົງ​ກາ​ນສະ​ສ​ະ​ປະ​ຊາ​ຊາດ.”

ເອກ​ອັກ​ຄະ​ລັດ​ຖະ​ທູດ​ສະ​ຫະ​ລັດ​ປະ​ຈຳ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ທ່ານ​ນາງ​ລິນ​ດາ ທໍ​ມັ​ສ ກ​ຣີນ​ຟິ​ລ ໃຫ້​ຂໍ້​ສັງ​ເກດ​ວ່າ ຂັ້ນ​ຕອນ​ສັນ​ຕິ​ພາບ​ດັ່ງ​ກ່າວ​ຈະ​ປະ​ສົບ​ຜົນ​ສຳ​ເລັດ​ໄດ້ ຈະ​ຕ້ອງ “ຮວມ​ທັງ​ ທັດ​ສະ​ນະ​ວິ​ໄສ ແລະ​ຄວາມ​ບໍ່​ພໍ​ໃຈ​ຕ່າງໆ​ຂອງ​ຊາວ​ເຢ​ເມນ​ຈາກ​ທົ່ວ​ປະ​ເທດ ຮວມ​ທັງ​ການ​ຮຽກ​ຮ້ອງ ​ໃຫ້​ມີ​ຄວາມ​ເປັນ​ທຳ ແລະ​ຄວ​າມ​ຮັບ​ຜິດ​ຊອບ.”

ສະ​ຫະ​ລັດ​ຂໍ​ສະ​ແດງ​ຄວາມ​ຍິນ​ດີໃນ​ການ​ຮັບ​ຮອງ​ເອົາ​ມະ​ຕິ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ເລກ​ທີ 2624 ຊຶ່ງ​ໄດ້​ເຕືອນ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກເຖິງ​ພັນ​ທະ​ຂອງ​ຕົນ​ກ່ຽວກັບ​ການ​ແນ​ເປົ້າ​ໝາຍ​ໃນ​ການ​ຫ້າມ​ຂາຍ​ອາ​ວຸດ​ໃຫ້​ແກ່​ເຢ​ເມນແລະ​ການ​ຕໍ່​ອາ​ຍຸ​ໃນການ​ຫ້າມ​ເດີນ​ທາງ ແລະ​ກາ​ນ​ກັກ​ຊັບ​ສິນ​ຕໍ່​ພວກ​ທີ່​ຂົ່ມ​ຂູ່​ສັນ​ຕິ​ພາບ​ໃນ​ປະ​ເທດ​ດັ່ງ​ກ່າວ. ຢຸດ​ການ​ຫຼັ່ງ​ໄຫຼຂອງອາ​ວຸດ​ແບບ​ຜິດ​ກົດ​ໝາຍ​ ​ຈາກ​ອີ​ຣ່ານ​ໄປ​ຫາ​ພວກ​ກະ​ບົດ​ຮູ​ຕີແມ່ນ​ບູ​ລິ​ມະ​ສິດ​ອັນ​ສຳ​ຄັນ​ສຸດ. ອາ​ວຸດ​ເຫຼົ່າ​ນີ້​ແມ່ນ​ເປັນ​ພຽງ​ເຊື້ອ​ໄຟ​ສຳ​ລັບສົງ​ຄາມ ເຮັດ​ໃຫ້​ຂົງ​ເຂດ​ຂາດ​ສະ​ຖຽນ​ລະ​ພາບແລະ​ຄວາມ​ທຸກ​ຍາກ​ລຳ​ບາກ​ຂອງ​ປະ​ຊາ​ຊົນ​ຊາວ​ເຢ​ເມນ​ຮ້າຍ​ແຮງ​ຂຶ້ນ​ຕື່ມ ນັ້ນ​ຄື​ຄຳ​ເວົ້າ​ຂອງ​ເອກ​ອັກ​ຄະ​ລັດ​ຖະ​ທູດ ທໍ​ມັ​ສ ກ​ຣີນ​ຟິ​ລ.

ໃນ​ທີ່​ສຸດ ເຢ​ເມນ​ຍັງ​ເປັນ​ນຶ່ງ​ໃນ​ວິ​ກິດ​ການ​ທາງ​ດ້ານ​ມະ​ນຸດ​ສ​ະ​ທຳ​ທີ່​ໃຫຍ່​ທີ່​ສຸດ​ໃນ​ໂລກ ເຫັນ​ໄດ້​ຈາກຄວາມ​ເປັນ​ຫ່ວງ​ຢ່າງ​ສູງ​ຄັ້ງຫຼ້າ​ສຸດ ​ກ່ຽວ​ກັບ​ຂໍ້​ມູນຄວາມ​ບໍ່​ໝັ້ນ​ຄົງ​ທາງ​ດ້ານ​ອາ​ຫານ. ເພື່ອ​ຊ່ວຍ​ໃຫ້​ບັນ​ລຸ ໃນຄວາມ​ຕ້ອງ​ການ​ອັນ​ຈຳ​ເປັນ​ທາງ​ດ້ານ​ມະ​ນຸດ​ສະ​ທຳ ສະ​ຫະ​ລັດ​ໄດ້​ປະ​ກາດ​ໃນ​ວັນ​ທີ 16 ມີ​ນາ​ຜ່ານ​ມານີ້​ວ່າ ຕົນ​ຈະ​ສະ​ໜອງ​ການ​ຊ່ວຍ​ເຫຼືອ​ທາງ​ດ້ານ​ມະ​ນຸດ​ສະ​ທຳ ​ເພີ້ມ​ຕື່ມ 585 ລ້ານ​ໂດ​ລາ ​ແກ່​ປະ​ເທດ​ເຢ​ເມນ ຊຶ່ງ​ເປັນ​ການ​ຊ່ວຍ​ເຫຼືອ​ຄັ້ງ​ດຽວ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ສະ​ຫະລັດ. ພ້ອມ ດ້ວຍ​ເງິນ​ຊ່ວຍ​ເຫຼືອ​ດັ່ງ​ກ່າວ ສະ​ຫະ​ລັດ​ແມ່ນ​ໄດ້​ໃຫ້​ການ​ຊ່ວຍ​ເຫຼືອ​ທັງ​ໝົດ​ເກືອບ 4 ພັນ 500 ລ້ານ​ໂດ​ລາ ນັບ​ແຕ່​ວິ​ກິດ​ການ​ໃນ​ເຢ​ເມນ ​ເລີ້ມ​ຂຶ້ນ​ເມື່ອ 7 ປີ​ກ່ອນ. ພຽງ​ແຕ່ 30 ເປີ​ເຊັນ ຂອງ​ເງິນຕ້ອງ​ການ ທີ່​ໄດ້​ຮັບເມື່ອ​ວັນ​ທີ 16 ມີ​ນາ​ຜ່ານ​ມາເພື່ອ​ນຳ​ໄປຊ່ວຍ​ເຫຼືອ​ທາງ​ດ້ານ​ມະ​ນຸດ​ສະ​ທຳ ສະ​ຫະ​ລັດໄດ້​ຮຽກ​ຮ້ອງ​ໃຫ້​ປະ​ເທດທີ່​ໃຫ້​ການ​ບໍ​ລິ​ຈາກ​ທັງ​ຫຼາຍ ໂດຍ​ສະ​ເພາະ​ປະ​ເທດ​ທີ່​ຢູ່​ໃນ​ຂົງ​ເຂດ ຈົ່ງໃຫ້​ການ​ບໍ​ລິ​ຈາກ​ເຂົ້າ​ໃນ​ກອງ​ທຶນ​ເພື່ອ​ຊ່ວຍ​ພວກ​ທີ່​ປະ​ສົບ​ກັບ​ບັນ​ຫາ​ມະ​ນຸດ​ສະ​ທຳ​ຢູ່​ໃນ​ເຢ​ເມນ.

ການ​ຊ່ວຍ​ເຫຼືອນີ້ ແມ່ນ​ມີ​ຄວາມ​ສຳ​ຄັນ​ສຳ​ລັບ​ຊ່ວຍ​ຊີ​ວິດແລະ​ຫຼຸດ​ຜ່ອນ​ຄວາມ​ທຸກ​ທໍ​ລະ​ມານ ແຕ່​ມັນ​ຕ້ອງ​ຖືກ​ສົ່ງ​ ໃຫ້​ເຖິງ​ຜູ້​ຄົນ​ທີ່​ຕ້ອງ​ການ​ຄວາມ​ຊ່ວຍ​ເຫຼືອ​ຫຼາຍ​ທີ່​ສຸດ ນັ້ນ​ຄື​ຄຳ​ເວົ້າ​ຂອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດບ​ລິງ​ເກັນ ຊຶ່ງ​ທ່ານ​ກ່າ​ວ​ຕື່ມ​ວ່າ “ພວກ​ເຮົາ​ຂໍ​ຮຽກ​ຮ້ອງ​ອີກ​ເທື່ອ​ນຶ່ງ ຕໍ່​ທຸກ​ພັກ​ຝ່າຍ ໃຫ້​ຢຸດ​ເຊົາ​ການ​ແຊກ​ແຊງ ໃນ​ການ​ປະ​ຕິ​ບັດ​ງານ​ໃຫ້​ຄວາມຊ່ວຍ​ເຫຼືອ ເພື່ອ​ຄ້ຳ​ປະ​ກັນ​ວ່າການ​ຊ່ວຍ​ເຫຼືອນີ້​ຕົກ​ໄປ​ເຖິງ​ຜູ້​ຮັບ​ຕາມ​ທີ່​ໄດ້​ຕັ້ງ​ໃຈ​ໄວ້.”

ການ​ຊ່ວຍ​ເຫຼື​ອ​ທາງ​ດ້ານ​ມະ​ນຸດ​ສະ​ທຳ​ພຽງ​ຢາງ​ດຽວບໍ່​ສາ​ມາດ​ແກ້​ໄຂ​ບັນ​ຫາ​ຮ​າກ​ເຫງົ້າ​ຂອງວິ​ກິດ​ການ​ໄດ້ ທຸກ​ພັກ​ຝ່າຍ​ໃນ​ບັນ​ຫາ​ຂັດ​ແຍ້ງ​ ຕ້ອງ​ໄດ້​ຢຸດ​ເຊົາ​ການ​ເປັນ​ປໍ​ລະ​ປັກ ເພື່ອ​ເປີດ​ທາງ​ໃຫ້​ມີ​ການ​ແກ້​ໄຂ​ແບບ​ຍືນ​ຍົງ ທີ່​ມີ​ທຸກ​ພັກ​ຝ່າຍ​ເຂົ້າ​ຮ່ວມ ຕໍ່​ບັນ​ຫາ​ຂັດ​ແຍ້ງນີ້ ເພື່ອ​ເຫັນ​ແກ່​ປະ​ຊາ​ຊົນ​ຊາວ​ເຢ​ເມນ.

XS
SM
MD
LG