Accessibility links

Breaking News

ບົດບັນນາທິການ: ມີການປ່ຽນແປງທີ່ສຳຄັນ ສຳລັບປະເທດເຢເມນ


​ທູດ​ພິ​ເສດ​ສ​ະ​ຫະ​ປະ​ຊາ​ຊາດ ຮັບ​ຜິດ​ຊອບ​ເລື້ອງ​ເຢ​ເມນ ທ່ານ​ແຮນ​ສ໌ ກ​ຣັນ​ເບີກ ໃນ​ລະ​ຫວ່າງກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ກ່ຽວ​ກັບ​ສົງ​ຄາມ​ໃນ​ເຢ​ເມນ ທີ່​ນະ​ຄອນ​ຫຼວງ​ຣິ​ຢາດ ຂອງ​ຊາ​ອຸ​ດີ ອາ​ຣາ​ເບຍ. (ແຟ້ມ)
​ທູດ​ພິ​ເສດ​ສ​ະ​ຫະ​ປະ​ຊາ​ຊາດ ຮັບ​ຜິດ​ຊອບ​ເລື້ອງ​ເຢ​ເມນ ທ່ານ​ແຮນ​ສ໌ ກ​ຣັນ​ເບີກ ໃນ​ລະ​ຫວ່າງກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ກ່ຽວ​ກັບ​ສົງ​ຄາມ​ໃນ​ເຢ​ເມນ ທີ່​ນະ​ຄອນ​ຫຼວງ​ຣິ​ຢາດ ຂອງ​ຊາ​ອຸ​ດີ ອາ​ຣາ​ເບຍ. (ແຟ້ມ)

ການ​ຕົກ​ລົງ​ເມື່ອ​ໄວໆ​ມານີ້ ເພື່ອ​ອາ​ຍຸ​ການ​ຢຸດ​ຍິງ​ ສ​ປ​ລ ລະ​ຫວ່າງ​ພັກ​ຝ່າຍ​ທີ່​ເຮັດ​ສົງ​ຄາມ ໃນ​ເຢ​ເມນ ໄປ​ຈົນ​ຮອດ​ວັນ​ທີ 2 ສິງ​ຫາ "ແມ່ນ​ເປັນ​ການ​ປ່ຽນ​ແປງ​ທີ່​ສຳ​ຄັນ ໃນ​ຄວາມ​ຄາດ​ຫວັງ​ກ່ຽວ​ກັບ​ສົງ​ຄາມ" ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທູດ​ພິ​ເສດ​ສະ​ຫະ​ປະ​ຊາ​ຊາດ ຮັບ​ຜິດ​ຊອບ​ເລື້ອງ​ເຢ​ເມນ ທ່ານ​ແຮນ​ສ໌ ກ​ຣັນ​ເບີກ.

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

ການ​ຕົກ​ລົງ​ເມື່ອ​ໄວໆ​ມານີ້ ທີ່​ຈະ​ຕໍ່​ອາ​ຍຸ​ການ​ຢຸດ​ຍິງ​ຂອງ​ສະ​ຫະ​ປະ​ຊາ​ຊາດ​ລະ​ຫວ່າງ​ພັກ​ຝ່າຍ​ທີ່​ເຮັດ​ສົງ​ຄາມ​ໃນ​ເຢ​ເມນ ໄປ​ຈົນ​ຮອດ​ວັນທີ 2 ສິງ​ຫາ “ແມ່ນເປັນການ​ປ່ຽນ​ແປງ​ທີ່​ສຳ​ຄັນ ​ໃນ​ເສັ້ນ​ທາງ​ຂອງສົງ​ຄາມ” ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ​ແຮນສ໌​ ກ​ຣັນ​ເບີກ (Hans Grundberg) ​ທູດ​ພິ​ເສດ​ສະ​ຫະ​ປະ​ຊາ​ຊາດ ຮັບ​ຜິດ​ຊອບ​ເລື້ອງ​ເຢ​ເມນ.

​ບັນ​ຫາ​ຂັດ​ແຍ້ງ​ໃນ​ເຢ​ເມນ​ເລີ້ມ​ຂຶ້ນ​ໃນ​ປີ 2014 ເວ​ລາ​ພວກ​ກະ​ບົດ​ຮູ​ຕີ ທີ່​ໄດ້​ຮັບ​ການ​ໜຸນ​ຫຼັງ​ຈາກ​ອີ​ຣ່ານ ຢຶດ​ເອົາ​ດິນ​ແດນ​ເປັນ​ຈຳ​ນວນ​ຫຼວງ​ຫຼາຍ ​ຢູ່​ໃນ​ປະ​ເທດ​ດັ່ງ​ກ່າວ ຊຶ່ງ​ໃນ​ທີ່​ສຸດ​ໄດ້​ບັງ​ຄັບ​ໃຫ້​ປະ​ທາ​ນາ​ທິ​ບໍ​ດີ​ເຢ​ເມນ​ທີ່​ນາໆ​ຊາດ​ຮັບ​ຮູ້​ຕ້ອງ​ໄດ້​ໄປ​ລີ້​ໄພ​ຢູ່​ໃນ​ຕ່າງ​ປະ​ເທດ ແລະ​ລົບ​ກວນ​ຂັ້ນ​ຕອນ​ໃນ​ການ​ໂອນ​ອຳ​ນາດ​ຢ່າງ​ສັນ​ຕິ​ຢູ່​ໃນ​ປະ​ເທດ​ດັ່ງ​ກ່າວ. ຍ້ອນ​ການ​ຮ້ອງ​ຂໍ ​ຂອງ​ລັດ​ຖະ​ບານ​ເຢ​ເມນ ຊາ​ອຸ​ດີ ອາ​ຣາ​ເບຍ ຈຶ່ງ​ໄດ້​ນຳ​ພາແນວ​ໂຮມ​ຂອງ​ຫຼາຍໆ​ປະ​ເທດ​ ຕໍ່​ຕ້ານ​ພວກ​ກະ​ບົດ​ຮູ​ຕີ ຊຶ່ງ​ເລີ້ມ​ຂຶ້ນ​ໃນ​ເດືອນ​ມີ​ນາ​ປີ 2015. ​ກະ​ປະ​ມານ​ວ່າມີ 377,000 ຄົນ​ໄດ້​ເສຍ​ຊີ​ວິດ​ໃນ​ບັນ​ຫາ​ຂັດ​ແຍ້ງນີ້ ແລະ​ປະ​ເທດ​ດັ່ງ​ກ່າວ ​ຈຶ່ງ​ໄດ້​ຕົກ​ຢູ່​ພາຍ​ໃຕ້ ​ຄວາມ​ທຸກ​ຍາກ​ແລະ​ຄວາມ​ອຶດ​ຢາກ.

ໃນ​ຕອນ​ເລີ້ມ​ຕົ້ນ​ຂອງບຸນຣາ​ມາ​ດານ ເມື່ອ​ວັນ​ທີ 2 ເມ​ສາ ທາງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ໄກ່​ເກ່ຍ​ໃຫ້​ມີ​ການ​ຢຸດ​ຍິງ​ເປັນ​ເວ​ລາ 2 ເດືອນ ຊຶ່ງ​ໄດ້​ເຮັດ​ໃຫ້​ພົນ​ລະ​ເຮືອນ​ເສຍ​ຊີ​ວິດ​ຫຼຸດ​ລົງ​ຢ່າງ​ຫຼວງ​ຫຼາຍ ປັບ​ປຸງ​ການ​ໄປ​ມາ​ຫາ​ສູແລະ​ສາ​ມາດ​ເຂົ້າ​ເຖິງ​ເຊື້ອ​ໄຟ​ແລະ​ສິນ​ຄ້າ​ພື້ນ​ຖານ​ຫຼາຍ​ຂຶ້ນ. ພັກ​ຝ່າຍ​ຢູ່​ໃນ​ບັນ​ຫາ​ຂັດ​ແຍ້ງ ​ໄດ້ຕໍ່​ອາ​ຍຸ​ການ​ຢຸດ​ຍິງ​ຕື່ມ​ອີກ 60 ມື້ ໄປ​ຮອດ​ວັນ​ທີ 2 ມິ​ຖຸ​ນາ. “ໂດຍ​ຕົກ​ລົງ​ທີ່​ຈະ​ຈັດ​ຕັ້ງ​ປະ​ຕິ​ບັດ ແລະ​ເວ​ລານີ້​ໄດ້​ຕໍ່​ອາ​ຍຸ​ອອກ​ໄປອີກ ພັກ​ຝ່າຍ​ທັງ​ສອງ​ຕ່າງ​ກໍ​ໄດ້ສະ​ໜອງ​ແສງປະ​ກາຍ​ແຫ່ງ​ຄວາມ​ຫວັງ​ແບບ​ທີ່​ບໍ່​ຄ່ອຍ​ໄດ້​ເຫັນ​ຕໍ່​ຊາວ​ເຢ​ເມນ​ທີ່​ວ່າກ​ານ​ຢຸດ​ຕິ​ບັນ​ຫາ​ຂັດ​ແຍ້ງ​ທີ່​ຮ້າຍ​ແຮງນີ້​ແມ່ນ​ມີ​ທາງ​ເປັນ​ໄປ​ໄດ້” ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທູດ​ພິ​ເສດ​ກ​ຣັນ​ເບີກ.

ປະ​ທາ​ນາ​ທິ​ບໍ​ດີ​ໄບ​ເດັນ​ສະ​ແດງ​ຄວາມ​ຊົມ​ເຊີຍ​ໃນ​ການ​ຕໍ່​ອາ​ຍຸ​ການ​ຢຸດ​ຍິງ ແລະ​ໃຫ້​ຂໍ້​ສັງ​ເກດ​ວ່າ “ໄລ​ຍະ 2 ເດືອນ​ຫຼ້າ​ສຸດ​ໃນ​ເຢ​ເມນ ຍ້ອນ​ການ​ຢຸດ​ຍິງ​ທີ່​ມີ​ການ​ໄກ່​ເກ່ຍ​ໃນ​ເດືອນ​ເມ​ສາ ເປັນ​ຊ່ວງ​ເວ​ລາ​ທີ່​ມີ​ຄວາມ​ສະ​ຫງົບ​ສຸກ​ທີ່​ສຸດ ​ນັບ​ຕັ້ງ​ແຕ່​ສົງ​ຄາມ​ທີ່​ໜ້າ​ຢ້ານ​ກົວເລີ້ມ​ຂຶ້ນ​ເມື່ອ 7 ປີ​ກ່ອນ. ​ຊີ​ວິດ​ຂອງຫຼາຍໆ​ພັນ​ຄົນ​ໄດ້​ຖືກ​ຊ່ວຍ​ໄວ້​ໄດ້ ທັງ​ນີ້​ກໍ​ຍ້ອນ​ການ​ສູ້​ລົບ​ກັນ​ຢຸດ​ເຊົາ​ລົງ.”

ປະ​ທາ​ນາ​ທິ​ບໍ​ດີ​ໄບ​ເດັນ​ໄດ້​ກ່າວ​ຊົມ​ເຊີຍ “ການ​ເຮັດ​ວຽກ​ບໍ່​ຮູ້​ອິ​ດ​ເມື່ອຍ” ຂອງ​ທູດ​ພິ​ເສດ​ສະ​ຫະ​ປະ​ຊາ​ຊາດກ​ຣັນ​ເບີກ ແລະ​ທູດ​ພິ​ເສດ​ຂອງ​ສະ​ຫະ​ລັດ ຮັບ​ຜິດ​ຊອບ​ເລື້ອງ​ເຢ​ເມນ ທ່ານ​ທິມ ເລັນ​ເດີ​ຄິງ ທີ່​ໄດ້​ຊ່ວຍ​ໃຫ້​ມີ​ການ​ຕໍ່​ອາ​ຍຸ​ໃນ​ການ​ຢຸດ​ຍິງ. ນອກນັ້ນ ທ່ານ​ຍັງ​ໄດ້​ຕົບ​ມື​ສະ​ແດງ​ຄວາມ​ດີ​ໃຈ “ໃນ​ການ​ຮ່ວ​ມມື​ທາງ​ດ້ານ​ການ​ທູດ” ຈາກ​ທົ່ວ​ຂົງ​ເຂດ ໂດຍ​ກ່າວ​ວ່າ “ຊາ​ອຸ​ດີ ອາ​ຣາ​ເບຍ ໄດ້​ສ​ະ​ແດງ​ໃຫ້​ເຫັນ​ເຖິງການ​ເປັນ​ຜູ້​ນຳ​ທີ່​ກ້າ​ຫານ ໂດຍ​ເປັນ​ຜູ້​ລິ​ເລີ້ມ​ໃນ​ຕອນ​ຕົ້ນໆ​ເພື່ອ​ໃຫ້​ການ​ສະ​ໜັບ​ສະໜຸນ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ເງື່ອນ​ໄຂ​ຕ່າງໆ​ໃນ​ການ​ຢຸດ​ຍິງ​ທີ່​ນຳ​ພາ​ໂດຍ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ. ປະ​ເທດ​ໂອ​ມານ​ເອົາ​ບົດ​ບາດ​ໃຈ​ກາງ ໂດຍ​ເປັນ​ເຈົ້າ​ພາບ​ແລະ​ອຳ​ນວຍ​ຄວາມ​ສະ​ດວກ​ໃນ​ການ​ເຈ​ລະ​ຈາ. ອີ​ຈິບແລະ​ຈໍ​ແດັນ​ກໍ​ເປີດ​ສະໜາມບິນ​ຂອງ​ເຂົາ​ເຈົ້າ ໃຫ້​ແກ່​ຖ້ຽວ​ບິນ​ຈາກ​ເຢ​ເມນ ໃນ​ໄລ​ຍະ​ຮອບ​ເດືອນ​ທີ່​ຜ່ານ​ມາ ດ້ວຍ​ເຫດນັ້ນ ແມ່ນ​ເພື່ອ​ຊຸກ​ຍູ້​ໃຫ້​ອົງ​ປະ​ກອບ​ທີ່​ສຳ​ຄັນ​ສຳ​ລັບ​ຂັ້ນ​ຕອນ​ໃນ​ການ​ຢຸດ​ຍິງ.

ການ​ຍຸ​ຕິ​ສົງ​ຄາມ​ໃນ​ເຢ​ເມນແມ່ນ​ບູ​ລິມ​ມະ​ສິດ​ອັນ​ສຳ​ຄັນ​ສຸດ​ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ ຂອງ​ສະ​ຫະ​ລັດ. ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ​ແອນ​ໂທ​ນີ ບ​ລິງ​-​ເກັນ ກ່າວ​ຢ້ຳ​ວ່າ ສະ​ຫະ​ລັດ​ມີ​ຄວາມ​ໝັ້ນ​ໝາຍ “ຢາກ​ແກ້​ໄຂແບບ​ຍາວ​ນານ​ທີ່​ມີ​ທຸກ​ພັກ​ຝ່າຍ​ເຂົ້າ​ຮ່ວມ ​ຕໍ່​ບັນ​ຫາ​ຂັດ​ແຍ້ງ ເພື່ອ​ຊ່ວຍ​ບັນ​ເທົາ​ຄວາມ​ທຸກ​ທໍ​ລະ​ມານ​ຂອງ​ປະ​ຊາ​ຊົນ​ຊາວ​ເຢ​ເມນ ທີ່​ໃຫ້​ສິດ​ອຳ​ນາດ​ແກ່​ພວກ​ເຂົ​າ​ເຈົ້າ ເພື່ອ​ຕັດ​ສິນ​ໃຈ​ກ່ຽວ​ກັບ​ອະ​ນາ​ຄົດ​ປະ​ເທດ​ຂອງ​ເຂົາ​ເຈົ້າ ໂດຍ​ປາ​ສະ​ຈາກ ​ການ​ແຊກ​ແຊງ​ຂອງ ​ຕ່າ​ງປະ​ເທດ ແລະ​ທີ່​ສາ​ມາດ​ແກ້​ໄຂ​ຕໍ່​ການ​ຮຽກ​ຮ້ອງ ​ເພື່ອ​ຂໍ​ຄວາມ​ເປັນ​ທຳ​ແລະ​ຄວາມ​ຮັບ​ຜິດ​ຊອບ ພວກ​ເຮົາ​ຂໍ​ຮຽກ​ຮ້ອງ​ໃຫ້​ທຸກ​ພັກ​ຝ່າຍ​ ຍາດ​ເອົາ​ໂອ​ກາດ​ອັນ​ສຳ​ຄັນ​ນີ້ເພື່ອ​ລິ​ເລີ້ມ​ຂັ້ນ​ຕອນ​ສັນ​ຕິ​ພາບ​ຮອບ​ດ້ານ.”

XS
SM
MD
LG