Accessibility links

Breaking News

ບົດບັນນາທິການ: ຄວາມຜິດຖືກ ທີ່ອົງການສະຫະປະຊາຊາດ


ແຜ່ນ​ກະ​ດານ​ອີ​ເລັກ​ໂຕ​ຣ​ນິກ ​ສະ​ແດງ​ລາຍ​ຊື່ປະ​ເທດ​ທີ່​ລົງ​ຄະ​ແນນ​ສຽງ ເພື່ອ​ໂຈະ​ການ​ເປັນ​ສະ​ມາ​ຊິກ​ຂອງ​ຣັດ​ເຊຍ ໃນ​ສະ​ພາ​ຄວາມ​ໝັ້ນ​ຄົງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ເມື່ອ​ວັນ​ທີ 7 ເມ​ສາ 2022.
ແຜ່ນ​ກະ​ດານ​ອີ​ເລັກ​ໂຕ​ຣ​ນິກ ​ສະ​ແດງ​ລາຍ​ຊື່ປະ​ເທດ​ທີ່​ລົງ​ຄະ​ແນນ​ສຽງ ເພື່ອ​ໂຈະ​ການ​ເປັນ​ສະ​ມາ​ຊິກ​ຂອງ​ຣັດ​ເຊຍ ໃນ​ສະ​ພາ​ຄວາມ​ໝັ້ນ​ຄົງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ເມື່ອ​ວັນ​ທີ 7 ເມ​ສາ 2022.

ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ໄດ້​ລົງ​ຄະ​ແນນສຽງ ໂຈະ​ການ​ເປັນ​ສະ​ມາ​ຊິກ ​ຂອງ​ຣັດ​ເຊຍ ໃນ​ສະ​ພາ​ສິດ​ທິ​ມະ​ນຸດ ສ​ປ​ຊ

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

ສະ​ມັດ​ຊາ​ໃຫຍ່ ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ ໄດ້​ລົງ​ຄະ​ແນນ​ສຽງ​ໂຈະ​ການ​ເປັນ​ສະ​ມາ​ຊິກ​ຂອງ​ຣັດ​ເຊຍຢູ່​ໃນ​ສະ​ພາ​ສິດ​ທິ​ມະ​ນຸດສະ​ຫະ​ປະ​ຊາ​ຊາດ ຊຶ່ງ​ເປັນ​ຄັ້ງ​ທີສອງທີ່​ປະ​ເທດ​ໃດ​ປະ​ເທດ​ນຶ່ງ ​ໄດ້​ຖືກ​ລົງ​ຄະ​ແນນ​ສຽງຂັບ​ໄລ່​ອອກ​ຈາກ​ສະ​ພາ​ດັ່ງ​ກ່າວ ແລະ​ນີ້​ແມ່ນ​ເທື່ອ​ທຳ​ອິດທີ່ມີ​ສະ​ມາ​ຊິກ​ຖາ​ວອນ​ຂອງ​ສະ​ພາ​ຄວາມ​ໝັ້ນຄົງສະ​ຫະ​ປະ​ຊາ​ຊາດ​ໄດ້​ຖືກ​ຂັບ​ໄລ່.

ມະ​ຕິ ຊຶ່ງ​ໄດ້​ຖືກ​ຮັບ​ຜ່ານ​ດ້ວຍ​ຄະ​ແນນ​ສຽງ 93 ຕໍ່ 24 ໂດຍ​ມີ 54 ປະ​ເທດ​ບໍ່
ອອກ​ສຽງ ແມ່ນ​ໄດ້​ສະ​ແດງ “ຄວາມ​ເປັນ​ຫ່ວງ​ຢ່າງ​ເລິກ​ຕໍ່ວິ​ກິດ​ການດ້ານສິດທິ​ມະ​ນຸດ ແລະມະ​ນຸດ​ສະ​ທຳ ທີ່​ພວມ​ເກີດ​ຂຶ້ນ​ໃນ​ປະ​ເທດ​ຢູ​ເຄ​ຣນ ໂດຍສະ​ເພາະ ​ແມ່ນລາຍ​ງານການ​ລ່ວງ​ລະ​ເມີດແລະ​ປະ​ຕິ​ບັດ​ທີ່​ບໍ່​ຖືກ​ຕ້ອງ​ໃນ​ດ້ານ​ສິດທິ​ມະ​ນຸດ ແລະ​ການ​ລະ​ເມີດ​ຕໍ່​ກົດ​ໝາຍ​ມະ​ນຸດ​ສະ​ທຳ​ລ​ະ​ຫວ່າງ​ປະ​ເທດໂດຍ​ສະ​ຫະ​ພັນ​ຣັດ​ເຊຍ ຮວມ​ທັງ​ການ​ລ່ວງ​ລະ​ເມີດ ​ແລະ​ປະ​ຕິ​ບັດ​ແບບ​ບໍ່​ຖືກ​ຕ້ອງ ​ຢ່າງ​ເປີດ​ແປນ ແລະ​ເປັນ​ລະ​ບົບ ໃນດ້ານ​ສິດ​ທິ​ມະ​ນຸດ.”

ຂໍ້​ລິ​ເລີ້ມ​ເພື່​ອ​ໂຈະ​ການ​ເປັນ​ສະ​ມາ​ຊິກ​ຂອງ​ຣັດ​ເຊຍ ​ຢູ່​ໃນ​ສະ​ພາ​ສິດ​ທິ​ມະ​ນຸດ​ສະ​ຫະ​ປະ​ຊາ​ຊາດ ແມ່ນ​ນຳ​ພາ​ໂດຍ​ຢູ​ເຄ​ຣນ ຮວມ​ກັບ​ບັນ​ດາ​ປະ​ເທດ​ພາ​ຄີ​ຈາກ​ທຸກ
ເຂດ​ຂອງ​ໂລກ ຮວມ​ທັງ​ສະ​ຫະ​ລັດ ຫຼັງ​ຈາກ​ຮູບ​ພາບ​ທີ່​ໜ້າ​ຢ້​ານ​ກົວ​ກ່ຽວ​ກັບ​ການ
ທໍ​ລະ​ມານ​ແລະ​ສັງ​ຫານ​ພົນ​ລະ​ເຮືອນ​ໃນ​ເຂດ​ເມືອງ​ບູ​ຊາ ແລະ​ຫົວ​ເ​ມືອງ​ອື່ນໆ​ໃກ້
ກັບ​ນະ​ຄອນ​ຫຼວງ​ກີ​ຢິບ ຫຼັງ​ຈາກ​ການ​ຖ​ອຍ​ອອກ​ໄປ​ຂອງ​ກຳ​ລັງ​ທະ​ຫານ​ຣັດ​ເຊຍ ​ຈາກ​ເຂດ​ດັ່ງ​ກ່າວ.

ຫຼັງ​ຈາກ​ໄດ້​ມີ​ການ​ລົງ​ຄະ​ແນນ​ສຽງ​ດ້ວຍ​ຜົນ​ສຳ​ເລັດ​ແລ້ວ ເອກ​ອັກ​ຄະ​ລັດ​ຖະ​ທູດ​ສະ​ຫະ​ລັດ​ປະ​ຈຳ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ ທ່ານ​ນາງ​ລິນ​ດາ ທໍ​ມັ​ສ ກ​ຣີນ​ຟິ​ລກໍ
ກ່າວ​ວ່າ “ມື້ນີ້ ປະ​ຊາ​ຄົມ​ນາໆ​ຊາດ ໄດ້​ເອົາ​ບາດ​ກ້າວ​ຮ່ວມ ໄປ​ໃນ​ທິດ​ທາງ​ທີ່​ຖືກ
ຕ້ອງ. ພວກ​ເຮົາ​ໄດ້ໃຫ້​ການ​ຄ້ຳ​ປະ​ກັນ ​ປະ​ເທດ​ທີ່ລ່ວງ​ລະ​ເມີດ​ສິດ​ທິ​ມະ​ນຸດແບບ​ຊ້ຳໆ​ຊາກໆແລະ​ຮ້າຍ​ແຮງ​ເປັນ​ພິ​ເສດນັ້ນ ຈະ​ບໍ່ໃຫ້ອະ​ນຸ​ຍາດ​ຄອບ​ຄອງ​ຕຳ​ແໜ່ງ
ຜູ້​ນຳ​ໃນ​ດ້ານ​ສິດ​ທິ​ມະ​ນຸດ ​ຢູ່​ທີ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ. ຂໍ​ໃຫ້​ພວກ​ເຮົາສືບ​ຕໍ່​ຖື
ວ່າ​ຣັດ​ເຊຍ​ເປັນ​ຜູ້​ຮັບ​ຜິດ​ຊອບ ​ຕໍ່​ສົງ​ຄາມ​ທີ່​ບໍ່​ມີ​ການ​ທ້າ​ທາຍ​ເກາະ​ຜິດ ບໍ່​ເປັນ​ທຳ ແລະ​ໄຮ້​ສາ​ມັນ​ສຳ​ນຶກ​ດັ່ງ​ກ່າວນີ້.”

ສະ​ຫະ​ລັດ​ ກ່ອນ​ໜ້ານີ້​ໄດ້​ຊັ່ງ​ຊາ​ວ່າ ສະ​ມາ​ຊິກ​ຂອງ​ກຳ​ລັງ​ທະ​ຫານ ວ​ລາ​ດີ​ເມຍ ປູ​ຕິນ ໄດ້​ກໍ່​ອາ​ຊະ​ຍາ​ກຳ​ສົງ​ຄາມ​ຢູ່​ໃນ​ຢູ​ເຄ​ຣນແລະ​ສະ​ຫະ​ລັດ​ກໍ​ໄດ້​ດຳ​ເນີນ​ການ
ຮ່ວມ​ກັບ​ປະ​ເທດ​ພັນ​ທະ​ມິດ​ແລະ​ພາ​ຄີເພື່ອ​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ຕໍ່ການ​ດຳ​ເນີນຄວ​າມ​ພະ​ຍາ​ຍາມ​ຂອງ​ຄະ​ນະ​ກຳ​ມາ​ທິ​ການສືບ​ສວນ​ສະ​ພາ​ສິດ​ທິ​ມະ​ນຸດ​ເພື່ອ​ຮວບຮວມ​ຫຼັກ​ຖານ​ໃຫ້​ພວກ​ກໍ່​ອາ​ຊະ​ຍາ​ກຳ​ສົງ​ຄາມ​ເປັນ​ຜູ້​ຮັບ​ຜິດ​ຊອບ.

ໃນ​ການ​ກ່າວ​ຊົມ​ເຊີຍ​ຕໍ່​ການ​ລົງ​ຄະ​ແນນ​ສຽງ​ຂອງ​ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດທີ່​ໄດ້​ໂຈະ​ການ​ເປັນ​ສະ​ມາ​ຊິກ​ຂອງ​ຣັດ​ເຊຍ​ໃນ​ສະ​ພາ​ສິດ​ທິ​ມະ​ນຸດນັ້ນ
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ແອນ​ໂທ​ນີ ບ​ລິງ​ເກັນ ກ່າວ​ວ່າ “ສິ່ງ​ທີ່​ຜິດ​ ໄດ້​ກາຍ​ເປັນຖືກ” ທ່ານ​ໄດ້​ຂຽນ​ລົງ​ໃນ​ຄຳ​ຖະ​ແຫ​ລງວ່າ “ການ​ກໍ່ໂທດ​ກຳ​ທີ່​ໂລກ​ໄດ້​ຮູ້​ເຫັນ​ເປັນ​ພະ​ຍານ​ປາ​ກົດ​ວ່າ​ແມ່ນ​ເປັນ​ຫຼັກ​ຖານ​ເພີ້ມ​ຂຶ້ນ​ໃນ​ການ​ກໍ່​ອາ​ຊະ​ຍາ​ກຳ​ສົງ​ຄາມ ຊຶ່ງ​ມີ​ໜ້າ​ທີ່ ​ເປັນ​ເຄື່ອງ​ບົ່ງບອກ ​ອີກ​ອັນ​ນຶ່ງວ່າ ຣັດ​ເຊຍບໍ່ ຄວນມີ​ບ່ອນ ຢູ່​ໃນ​ອົງ​ການ​ຊຶ່ງ​ມີ​ໜ້າ​ທີ່​ຕົ້ນ​ຕໍ​ແມ່ນ​ເພື່ອ​ຊຸກ​ຍູ້​ໃຫ້​ມີການ​ເຄົາ​ລົບ​ນັບ​ຖື​ສິດ​ທິມະ​ນຸດນັ້ນ.”

ລັດ​ຖະມົນ​ຕີບ​ລິງ​ເກັນປະ​ກາດ​ວ່າ ດ້ວຍການ​ລົງ​ຄະ​ແນນ​ສຽງ​ເພື່ອ​ໂຈະ​ການ​ເປັນ​ສະ​ມາ​ຊິກ​ຂອງ​ຣັດ​ເຊຍນັ້ນ “ໂລກ​ໄດ້​ສົ່ງ​ສັນ​ຍານ​ຢ່າງ​ຈະ​ແຈ້ງ​ອີກ​ອັນ​ນຶ່ງ​ໃຫ້​ຮູ້​ວ່າ
ຣັດ​ເຊຍ​ຕ້ອ​ງ​ຢຸດ​ເຊົາ​ ການ​ເຮັດ​ສົງ​ຄາມ​ຮຸກ​ຮານ​ຕໍ່​ຢູ​ເຄ​ຣນ​ໃນ​ທັນ​ທີ​ແລະ​ໂດຍ​ປາ​ສະ​ຈາກ​ເງື່ອນ​ໄຂ​ໃດໆ​ທັງ​ສິ້ນ ແລະ​ເຄົາ​ລົບ​ຕໍ່​ຫຼັກ​ການ​ຕ່າງໆ ​ທີ່​ໄດ້​ຮັບ​ການ​ເທີດ​ທູນໂດຍ​ກົດ​ບັດ​ສ​ະ​ຫະ​ປະ​ຊາ​ຊາດ. ປະ​ຊາ​ຄົມ​ນາໆ​ຊາດ ​ຈ​ະ​ສືບ​ຕໍ່​ຖື​ວ່​າ ​ຣັດ​ເຊຍ
ເປັນ​ຜູ້​ຮັບ​ຜິດ​ຊອບ ແລະ​ສະ​ຫະ​ລັດ​ກໍ​ຈະ​ສືບ​ຕໍ່​ຢືນ​ຢູ່​ຄຽງ​ບ່າ​ຄຽງ​ໄຫຼ່​ກັບ​ປະ​ຊາ​ຊົນ
ຊາວ​ຢູ​ເຄ​ຣນ ໃນ​ຂະ​ນະ​ທີ່​ພວກ​ເຂົາ​ເຈົ້າ​ຕໍ່​ສູ້​ເພື່ອປົກ​ປ້ອງ​ ອະ​ທິ​ປະ​ໄຕ ປະ​ຊາ​ທິ​ປະ​ໄຕ ແລະ​ອິດ​ສະ​ຫຼະ​ພາບ​ຂອງ​ພວກ​ເຂົາ​ເຈົ້າ.”

XS
SM
MD
LG