Accessibility links

Breaking News

ບົດບັນນາທິການ: ການເອົາບາດກ້າວເພີ້ມຕື່ມ ເພື່ອຂັດຂວາງປູຕິນ ແລະພວກສະໜັບສະໜຸນ


ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ທ່ານວ​ລາ​ດີ​ເມຍ ປູ​ຕິນ ຖະ​ແຫຼງ​ຕໍ່​ສະ​ມາ​ຊິກ​ສະ​ພາ​ດູ​ມາ ແລະ​ສະ​ພາ​ລັດ​ຖະ​ບານ​ກາງ​ຂອງສະ​ຫະ​ພັນ​ຣັດ​ເຊຍ ທີ່​ວັງ​ເຄ​ຣັມ​ລິນ ປະ​ເທດ​ຣັດ​ເຊຍ ເມື່ອ​ວັນ​ທີ 7 ກໍ​ລະ​ກົດ 2022.
ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ທ່ານວ​ລາ​ດີ​ເມຍ ປູ​ຕິນ ຖະ​ແຫຼງ​ຕໍ່​ສະ​ມາ​ຊິກ​ສະ​ພາ​ດູ​ມາ ແລະ​ສະ​ພາ​ລັດ​ຖະ​ບານ​ກາງ​ຂອງສະ​ຫະ​ພັນ​ຣັດ​ເຊຍ ທີ່​ວັງ​ເຄ​ຣັມ​ລິນ ປະ​ເທດ​ຣັດ​ເຊຍ ເມື່ອ​ວັນ​ທີ 7 ກໍ​ລະ​ກົດ 2022.

ສະຫະລັດ ໃນການປະສານງານກັບພັນທະມິດ ແລະພາຄີ ໄດ້ເອົາບາດກ້າວເພີ້ມຕື່ມ ເພື່ອລົງໂທດ ຕໍ່ການທີ່ປະທານາທິບໍດີ ຣັດເຊຍ ທ່ານວລາດີເມຍ ປູຕິນ ແລະພວກສະໜັບສະໜຸນທ່ານ ໃນການເຮັດສົງຄາມຂອງຣັດເຊຍ ແບບບໍ່ມີການເກາະຜິດ ແລະບໍ່ເປັນທຳ ຕໍ່ປະເທດຢູເຄຣນ.

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

ສ​ະ​ຫະ​ລັດ ໃນ​ການ​ປະ​ສານ​ງານ​ກັບ​ບັນ​ດາ​ປະ​ເທດ​ພັນ​ທະ​ມິດ ແລະ​ພາ​ຄີ​ຂອງ​ຕົນ ໄດ້​ເອົາ​ບາດ​ກ້າວ​ເພີ້ມ​ຕື່ມເພື່ອ​ທຳ​ການ​ລົງ​ໂທດ​ອັນ​ເປັນ​ຜົນ​ທີ່​ຕິດ​ຕາມ​ມາຕໍ່​ການ​ທີ່​ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ທ່ານວ​ລາ​ດີ​ເມຍ ປູ​ຕິນ ແລະ​ພວກ​ສະ​ໜັບ​ສະ​ໜຸນ​ທ່ານ ໃນ​ການ​ເຮັດ​ສົງ​ຄາມ​ຂອງ​ຣັດ​ເຊຍ ແບບ​ບໍ່​ມີ​ການ​ເກາະ​ຜິດ​ແລະ​ບໍ່​ເປັນ​ທຳ ຕໍ່​ປະ​ເທດ​ຢູ​ເຄ​ຣນ.

ໃນ​ການ​ປະ​ສານ​ງານ​ກັບ​ກຸ່ມ​ ຈີ 7 ກະ​ຊວ​ງ​ການ​ເງິນ​ຂອງ​ສະ​ຫະ​ລັດ​ໄດ້​ປະ​ກາດ​ການ​ລົງໂທດ​ເມື່ອ​ວັນ​ທີ 27 ມິ​ຖຸ​ນາ​ຜ່ານ​ມາ ແນ​ໃສ່​ພື້ນ​ຖານ​ທາງ​ດ້ານ​ອຸດ​ສາ​ຫະກຳ​ໃນ​ການ​ປ້ອງ​ກັນ​ປະ​ເທດ​ຂອງ​ຣັດ​ເຊຍ ຮວມ​ທັງ ​ບໍ​ລິ​ສັດ​ໂຣ​ສ​ເທັກ (Rostec) ຊຶ່ງ​ກະ​ຊວງ​ການ​ເງິນ ​ກ່າ​ວ​ວ່າ ເປັນ “ພາກ​ສ່ວນສຳ​ຄັນ​ສຸດ ໃນ​ດ້ານ​ປ້​ອງ​ກັນ​ປະ​ເທດຂອງ​ຣັ​ດ​ເຊຍ​ ອຸດ​ສາ​ຫະ​ກຳ ເທັກ​ໂນ​ໂລ​ຈີ ແລະ​ຜູ້​ຜະ​ລິດ” ພ້ອມໆ​ກັບ 29​ສ່ວນບຸກ​ຄົນ​ຊາວ​ຣັດ​ເຊຍ. ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ​ ຂອງ​ສະ​ຫະ​ລັດ ທ່ານ​ນາງ​ແຈ​ແນັດ ແຢ​ລ​ເລັນກ່າວ​ວ່າ “ການ​ແນ​ເປົ້າ​ໝາຍ​ໃສ່​ອຸດ​ສາ​ຫະ​ກຳ​ດ້ານ​ປ້ອງກັນ​ປະ​ເທດ​ຂອງ​ຣັດ​ເຊຍຈະ​ເຮັດ​ໃຫ້​ຄວາມ​ສາ​ມາດ​ຂອງ​ປູ​ຕິນ​ເຊື່ອມ​ໂຊມ​ລົງ​ແລະ
ຈະ​ຂັດ​ຂວາງ​ເພີ້ມ​ຂຶ້ນ​ຕໍ່​ການ​ເຮັດ​ສົງ​ຄາມ​ຂອງ​ລາວ​ໃນ​ຢູ​ເຄ​ຣນ ຊຶ່ງ​ໄດ້​ປະ​ສົບ​ກັບ​ສະ​ພາບ​ຂວັນ​ກຳ​ລັງ​ໃຈ​ຕ່ຳ ຕ່ອງ​ໂສ້​ອຸບ​ປະ​ທານ​ຖືກ​ທັບ​ມ້​າງແລະ​ຄວາມ​ລົ້ມ​ແຫຼວ​ທາງ​ດ້ານ​ລໍ​ຈິ​ສ​ຕິກ.”

ນອກນັ້ນ ທາງ​ກະ​ຊວງ​ການ​ເງິນ​ຍັງ​ໄດ້​ປະ​ກາດ​ວ່າ ສະ​ຫະ​ລັດຮ່ວມ​ກັບ​ກາ​ນາ​ດາ ສະ​ຫະ​ຣາ​ຊະ​ອາ​ນາ​ຈັກ ແລະ​ຍີ່​ປຸ່ນ ໄດ້​ຫ້າມ​ບໍ່​ໃຫ້​ມີ​ການ​ນຳ​ເຂົ້າ​ຄຳ​ຂອງ​ຣັດ​ເຊຍ ຊຶ່ງ​ເປັນ​ການ​ສົ່ງ​ອອກ​ທີ່​ບໍ່​ແມ່ນ​ພາກ​ສ່ວນ​ພະ​ລັງ​ງານ​ໃຫຍ່​ສຸດ​ຂອງ​ສະ​ຫະ​ພັນ​ຣັດ​ເຊຍ.

ການ​ເອົາ​ມາດ​ຕະ​ການ​ຂອງ​ກະ​ຊວງ​ການ​ເງິນ​ແມ່ນ​ມີ​ຂຶ້ນ​ຄຽງ​ຄູ່​ກັນ​ໄປ​ກັບ​ກະ​ຊວງການ​ຕ່າງ​ປະ​ເທດ ຊຶ່ງ​ໄດ້​ທຳ​ການ​ລົງ​ໂທດ ​ຕໍ່ 45 ບໍ​ລິ​ສັດ ແລະ 29 ສ່ວນ​ບຸກ​ຄົນ ພາຍ​ໃຕ້​ດຳ​ລັດ​ຂອງ​ຝ່າຍ​ບໍ​ລິ​ຫານ​ເລກ​ທີ 14024. ​ລາຍ​ຊື່​ທີ່​ຖືກ​ລະ​ບຸ​ ແມ່ນ​ຮວ​ມ​ທັງ​ກົມ​ກອງ​ທະ​ຫານ​ທີ່​ເຊື່ອ​ວ່າ​ມີ​ສ່ວນ​ພົວ​ພັນ​ໃນ​ການ​ລະ​ເມີດ​ສິດ​ທິ​ມະ​ນຸດ​ຢູ່​ໃນ​ຢູ​ເຄ​ຣນ ລວມ​ມີ​ການ​ສັງ​ຫານ​ແບບ​ຮວບ​ຮັດ​ຕັດ​ຕອນ ການ​ທຸບ​ຕີ​ພົນ​ລະ​ເຮືອນ​ທີ່​ບໍ່​ຕິດ​ອາ​ວຸດ ແລະ​ການ​ທຳ​ລາຍ​ເຮືອນ​ຊານ​ບ້ານ​ຊ່ອງ.

ນອກນັ້ນ​ແລ້ວ ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ຍັງ​ໄດ້​ລະ​ບຸ​ຊື່​ອົງ​ການ​ຄຸ້ມ​ຄອງ​ຄວາມ​ປອດ​ໄພ​ຂອງ​ສະ​ຫະ​ພັນ​ຣັດ​ເຊຍ ທີ່​ເອີ້ນ​ຫຍໍ້​ວ່າ FSB ໃນ​ການ​ລະເມີດ​ສິດ​ທິ​ມະ​ນຸດ ໂດຍ​ສະ​ເພາະ​ແລ້ວແມ່ນ​ອ້າງ​ອີງ​ໃສ່ “ການ​ພົວ​ພັນ​ທີ່​ເປັນ​ຈຸດໃຈ​ກາງ​” ໃນ​ການ​ບໍ​ລິ​ຫານ​ງານ​ສູນ​ຄັດ​ເລືອກ ຂອງ​ອົງ​ການ FSB ​ບ່ອນ​ທີ່​ປະ​ຊາຊົນຊາວ​ຢູ​ເຄ​ຣນ ​ໄດ້​ຖືກ​ບັງ​ຄັບ​ໃຫ້​ຍົກ​ຍ້າຍ​ຖິ່ນ​ຖານ ເຂົ້າ​ໄປ​ຢູ່​ໃນ​ເຂດ​ທີ່​ຣັດ​ເຊຍ​ຄວບ​ຄຸມ ຫຼື​ແມ່ນ​ກະ​ທັງ​ໃນ​ປະ​ເທດ​ຣັດ​ເຊຍ​ເອງ ແລະ​ໄດ້​ຖືກ​ສອບ​ປາກ​ຄຳແບບ​ຍືດ​ຍາວ​ແລະ​ຂຸ້ນ​ຂ້ຽວ.

​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດຍັງ​ໄດ້​ລະ​ບຸ​ຊື່​ພະ​ແນກ​ການ​ທີ່​ພົວ​ພັນ​ໃນ​ດ້ານ​ປ້ອງ​ກັນ​ປະ​ເທດ​ຂອງ​ສະ​ຫະ​ພັນ​ຣັດ​ເຊຍ​ຈຳ​ນວນ​ນຶ່ງ ແລະ ​ຈຳ​ກັດ​ຮັດ​ແຄບບ​ໃນ​ການ​ອອກວີ​ຊາໃຫ້​ແກ່​ນາຍ​ທະ​ຫານ​ຣັດ​ເຊຍ 511 ຄົນ ທີ່​ໄດ້​ຂົ່ມ​ຂູ່ ຫຼື​ລະ​ເມີດອະ​ທິ​ປະ​ໄຕ​ແລະ​ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ຢູ​ເຄ​ຣນ ຕະ​ຫຼອດ​ທັງ​ຈຳ​ກັດ​ຮັດ​ແຄບ​ຕໍ່​ການ​ອອກວີ​ຊາ​ໃຫ້​ແກ່​ຊາວ​ຣັດ​ເຊຍ​ອີກ 18 ຄົນ ທີ່​ພົວ​ພັນ​ນຳ​ການ​ກົດ​ຂີ່​ຕໍ່​ພວກ​ຄັດ​ຄ້ານ​ລັດ​ຖະ​ບານ.

ການ​ລົງ​ໂທດ​ແລະ​ການ​ຄວບ​ຄຸມ​ໃນ​ການ​ສົ່ງ​ອອກ​ຂອງ​ຣັດ​ເຊຍ ໃນ​ຮອບ​ເດືອນ​ທີ່​ຜ່ານ​ມາ​ໂດຍ​ສະ​ຫະ​ລັດ ແລະ​ບັນ​ດາ​ປະ​ເທດ​ພາ​ຄີ​ແມ່ນ​ໄດ້​ມີ​ຜົນ​ກະ​ທົບ​ຢ່າງ​ຮ້າຍ​ແຮງ. ​ບໍ​ລິ​ສັດ​ຕ່າງ​ປະ​ເທດ​ຈຳ​ນວນ​ນຶ່ງ ​ໄດ້​ພາ​ກັນຖອນ​ຕົວ​ອອກ​ຈາກ​ປະ​ເທດ​ດັ່ງ​ກ່າວ ການ​ນຳ​ເຂົ້າ​ສິນ​ຄ້າ​ຂອງ​ຣັດ​ເຊຍ​ຈາກ​ປະ​ເທດ​ຕ່າງໆ​ໃນ​ໂລກໄດ້​ຫຼຸດ​ລົງ 40 ເປີ​ເຊັນ ໂຮງ​ງານ​ຕ່າງໆ​ຂອງ​ຣັດ​ເຊຍ​ພວມດີ້ນ​ຮົນ​ເພື່ອ​ຮັກ​ສາ​ລະ​ດັບ​ໃນ​ການ​ຜະ​ລິດ. ອັດ​ຕາ​ເງິນ​ເຟີ້​ໄດ້​ເພີ້ມ​ຂຶ້ນ 20 ກວ່າ​ເປີ​ເຊັນແລະ​ນັບ​ເປັນ​ເທື່ອ​ທຳ​ອິດ​ໃນ​ໄລ​ຍະ​ດົນ​ກວ່າ​ນຶ່ງ​ສັດ​ຕະ​ວັດ ຣັດ​ເຊຍ​ຜິດ​ນັກ​ການ​ຊຳ​ລະໜີ້​ສິນ​ຂອງ​ປະ​ເທດ.

ດັ່ງ​ທີ່ ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ແອນ​ໂທ​ນີ ບ​ລິງ​ເກັນ​ ໄດ້​ກ່າວໄວ້ ສະ​ຫະ​ລັດ “ຈະ​ສືບ​ຕໍ່​ເຮັດ​ວຽກ ​ຮ່ວມ​ກັບບັນ​ດາພັນ​ທະ​ມິດ ແລະ​ພາ​ຄີ​ຂອງພວກ​ເຮົາ ໃນ​ການ​ລົງ​ໂທດ​ເພື່ອ​ເຮັດ​ໃຫ້​ຣັດ​ເຊຍຕ້ອງໃຊ້​ຈ່າຍ​ໜັກ​ຂຶ້ນ ຖ້າ​ປະ​ເທດ​ດັ່ງ​ກ່າວ​ຍັງເຮັດ​ສົງ​ຄາມ​ທາງ​ເລືອກ​ຂອງ​ຕົນ​ຢູ່​ຕໍ່​ໄປ.”

XS
SM
MD
LG