Accessibility links

Breaking News

ບົດບັນນາທິການ: ການປຶກສາຫາລື ລະຫວ່າງອາຊຽນ ແລະຜູ້ຕາງໜ້າທາງດ້ານການຄ້າສະຫະລັດ ສະແດງໃຫ້ເຫັນເຖິງຄວາມໝັ້ນໝາຍ ທີ່ມີຕໍ່ຂົງເຂດ


ບັນ​ດາ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຂອງ​ສະ​ມາ​ຄົມ​ອາ​ຊ່ຽນ​ປະ​ຊຸມ​ກັນ. (ແຟ້ມ)
ບັນ​ດາ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຂອງ​ສະ​ມາ​ຄົມ​ອາ​ຊ່ຽນ​ປະ​ຊຸມ​ກັນ. (ແຟ້ມ)

ການພົບປະເມື່ອໄວໆມານີ້ ຢູ່ນະຄອນສຽມຣຽບ ລະຫວ່າງ ປະເທດສະມາຊິກຂອງອາຊຽນແລະຜູ້ຕາງໜ້າທາງດ້ານການຄ້າຂອງສະຫະລັດ ແມ່ນໂອກາດໃນການເນັ້ນໜັກໃຫ້ເຫັນເຖິງຄວາມໝາຍໝັ້ນຂອງສະຫະລັດ ຕໍ່ອາຊຽນ.

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

ການ​ພົບ​ປະ​ເມື່ອ​ໄວໆ​ມານີ້ ຢູ່​ນະ​ຄອນ​ສຽມ​ຣຽບ ລະ​ຫວ່າງ ​ປະ​ເທດ​ສະ​ມາ​ຊິກ​ຂອງ​ອາ​ຊຽນແລະຜູ້​ຕາງ​ໜ້າ​ທາງ​ດ້ານ​ການ​ຄ້າ​ຂອງ​ສະ​ຫະ​ລັດ ແມ່ນ​ໂອ​ກາດ​ໃນ​ການ​ເນັ້ນ​ໜັກ​ໃຫ້​ເຫັນ​ເຖິງ​ຄວາມ​ໝາຍ​ໝັ້ນ​ຂອງ​ສະ​ຫະ​ລັດ ຕໍ່​ອາ​ຊຽນ ແລະ​ຂໍ້​ລິ​ເລີ້ມ​ຕ່າງໆ ​ທີ່​ພວມ​ດຳ​ເນີນ​ຢູ່​ຂອງ​ພວກ​ເຮົາ ເພື່ອ​ເສີມ​ຂະ​ຫຍາຍຄວາມ​ສຳ​ພັນ ທາງດ້ານ​ການ​ຄ້າ​ຫຼາຍ​ຝ່າຍ ໃນ​ທົ່ວ​ຂົງ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້.

ທີ່ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ກ່ອນການ​ປຶກ​ສາ​ຫາ​ລືນັ້ນ ​ຜູ້​ຕາງ​ໜ້າ​ທາງ​ດ້ານ​ການ​ຄ້າ​ຂອງ​ສະ​ຫະ​ລັດ ທ່ານ​ນາງ​ແຄັດ​ເທີ​ຣີນ ຕ່າຍ ຊຶ່ງ​ເປັນ​ປະ​ທານ​ຂອງກອງ​ປະ​ຊຸມ​ຮ່ວມ​ກັບ​ທ່ານ​ພັນ ສໍ​ຣະ​ສັກ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າ​ຂອງ​ກຳ​ປູ​ເຈຍໃຫ້ຂໍ້​ສັງ​ເກດ​ວ່າ “ອາ​ຊຽນ ແມ່ນ​ເປັນ​ຕະ​ຫຼາດ​ທີ່​ໃຫຍ່​ອັນ​ດັບ 4 ຂອງ​ໂລກ. ສະ​ຫະລັດ​ມີ​ການ​ຄ້າ ​ແລະ​ບໍ​ລິ​ການ​ກັບ​ອາ​ຊຽນ ໃນ​ມູ​ນ​ຄ່າ 442 ຕື້​ໂດ​ລາ​ໃນ​ປີ 2021 ເພີ້ມ​ຂຶ້ນ 22 ເປີ​ເຊັນ ປຽບ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກ່ອນ.”

ຍ້ອນ​ວ່າ​ຄວາມ​ສຳ​ພັນ​ຂອງ​ສະ​ຫະ​ລັດ​ກັບ​ອາ​ຊຽນ ມີ​ຄວາມ​ສຳ​ຄັນ​ສູງ ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນ ຈຶ່ງ​ໄດ້​ປະ​ກາດ​ໃນ​ເດືອນ​ພຶດ​ສະ​ພາ​ຜ່ານ​ມາ ທີ່ກອ​ງ​ປະ​ຊຸມ​ສຸດຍອດ​ນັດ​ພິ​ເສດ ລະ​ຫວ່າງ​ສະ​ຫະ​ລັດ​ກັບ​ອາ​ຊຽນ​ຢູ່​ທີ່​ນະ​ຄອນ​ຫຼວງວໍ​ຊິງ​ຕັນ ​ກ່ຽວກັບການ​ສະ​ໜອງ​ທຶນ 150 ລ້ານ​ໂດ​ລາ ໃນ​ຂໍ້​ລິ​ເລີ້ມ​ ເພື່ອ​ລົງ​ເລິກ​ໃນ​ຄວາມສຳ ພັນໃນ​ດ້ານຕ່າງໆ ຮ​ວມ​ທັງ​ໂດຍ​ຜ່ານ​ການ​ລົງ​ທຶນ ​ດ້ານ​ພື້ນ​ຖານ​ໂຄງ​ລ່າງ​ພະ​ງານ​ທີ່​ສະ​ອາດ ໂຄງ​ການ​ຍົກ​ລະ​ດັບ​ຄວາມ​ຮູ້​ຄວາມ​ສາ​ມາດ ການ​ຊ່ວຍ​ເຫຼືອ​ລ້າ​ຕໍ່​ພາກ​ເອກ​ກະ​ຊົນ ແລະ​ການ​ແລກ​ປ່ຽນ​ທາງ​ດ້ານ​ການ​ສຶກ​ສາ ​ແລະ​ວັດ​ທະ​ນະ​ທຳ.ເງິນ​ທຶນ​ດັ່ງ​ກ່າວ​ແມ່ນ​ສົມ​ທົບ​ໃສ່​ການ​ລົງ​ທຶນ 102 ລ້ານ​ໂດ​ລາ ທີ່​ປະ​ທາ​ນາ​ທິ​ບໍດີ​ໄດ້​ປະ​ກາດ​ຢູ່ກອງ​ປະ​ຊຸມສຸດຍອດ​ປະ​ຈຳ​ປີສະ​ຫະ​ລັດ-ອາ​ຊຽນ ​ໃນ​ເດືອນ​ຕຸ​ລາປີ 2021 ເພື່ອ​ເສີມ​ຂະ​ຫຍາຍ​ການ​ຮ່ວມ​ມື​ ໃນ​ດ້ານ​ສາ​ທາ​ລະ​ນະ​ສຸກ ວິ​ທະ​ຍາ​ສາດກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ອາ​ກາດ ການ​ອຳ​ນວຍ​ຄວາມ​ສະ​ດວກ​ທາງ​ດ້ານ​ການ​ຄ້າ ແລະ​ອື່ນໆ​ອີກ.

ໃນ​ຕົ້ນ​ປີນີ້ ສະ​ຫະ​ລັດ​ໄດ້​ໃຫ້​ການ​ຢືນ​ຢັນ​ເຖິງ​ຄວາມ​ສຳ​ຄັນ​ກ່ຽວ​ກັບ​ມາດ​ຕະ​ຖານ​ທາງ​ດ້ານ​ແຮງ​ງານ​ແລະ​ສິ່ງ​ແວດ​ລ້ອມ ສຳ​ລັບ​ທຸກໆ​ຄົນ​ຢູ່​ໃນ​ຂົງ​ເຂດ ຮວມ​ທັງ​ໂດຍ​ຜ່ານ​ຂອບ​ການ​ຈັດ​ແຈງ​ທາງ​ດ້​ານການ​ຄ້າແລະ​ການ​ລົງທຶນອາ​ຊຽນ-​ສະ​ຫະ​ລັດ ແລະ​ໃນ​ລະ​ຫວ່າງ​ການ​ປຶກ​ສາ​ຫາ​ລື​ທາງ​ດ້ານ​ການ​ຄ້າ​ແລະ​ແຮງ​ງານ​ສະ​ຫະ​ລັດ​-ອາ​ຊຽນ.

ທ່ານ​ນາງ​ຕ່າຍ ຜູ້​ຕາງ​ໜ້າ​ທາງ​ດ້ານ​ການ​ຄ້າ​ຂອງ​ສະ​ຫະ​ລັດກ່າວ​ວ່າ “ຄວາມ​ສຳ​ເລັດ​ເຫຼົ່າ​ນີ້ແມ່ນ​ເປັນ​ສ່ວນ​ນຶ່ງ​ໃນ​ຄວາມ​ພ​ະ​ຍາ​ຍາມ​ຂອງ​ລັດ​ຖະ​ບານ​ທ່ານ​ໄບ​ເດັນ ເພື່ອ​ສ້າງ​ຕັ້​ງ​ການ​ແຂ່ງ​ຂັນ​ຂອງ​ໂລກ​ໄປສູ່​ຈຸດ​ສຸດຍອດ​ທາງ​ດ້ານ​ກາ​ນ​ຄ້າ ​ທີ່​ຍຶດ​ໝັ້ນ​ໃນ​ສິດ​ທິ​ຂອງ​ພວກ​ຄົນ​ງານ ປົກ​ປ້ອງ​ໂລກ​ມະ​ນຸດ ແລະ​ສ້າງ​ໂອ​ກາດ​ໃຫ້​ແກ່​ພວກ​ເຮົາ​ທຸກ​ໆ​ຄົນ.”

ຢູ່​ໃນ​ຖະ​ແຫຼງ​ການ​ຮ່ວມ ຫຼັງ​ຈາກ​ມີ​ການ​ປຶກ​ສາ​ຫາ​ລື​ກັນ​ແລ້ວ ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ຂອງ​ອາ​ຊຽນ​ແລະ​ສະ​ຫະ​ລັດ ຮວມ​ຢູ່​ໃນ​ເລື້​ອງ​ອື່ນໆແມ່ນ​ໄດ້​ຕົບ​ມື​ຊົມ​ເຊີຍ “ຕໍ່​ການ​ພົວ​ພັນ​ຢ່າງ​ຂຸ້ນ​ຂ້ຽວ​ໂດຍ​ພວກ​ເຈົ້າ​ໜ້າ​ທີ່ ໃນ​ການ​ປຶກ​ສາ​ຫາ​ລື ເຖິງຊ່ອງທາງ​ທີ່​ເປັນ​ໄປ​ໄດ້ ແລະ​ວິ​ທີ​ການ​ຕ່າງໆ​ເພື່ອ​ຈັດ​ຕັ້ງ​ປະ​ຕິ​ບັດ ອະ​ນາ​ຄົດ​ທາງ​ດ້ານ​ເສດ​ຖະ​ກິດ​ສະ​ຫະ​ລັດ-ອາ​ຊຽນ ອັນ​ເປັນ​ພາກ​ສ່ວນ​ນຶ່ງ​ຂອງ​ຂໍ້​ລິ​ເລີ້ມ​ໃໝ່​ເພື່ອ​ຂະຫຍາຍ​ການ​ເປັນ​ພາ​ຄີ​ຍຸດ​ທະ​ສາດ​ ສະ​ຫະ​ລັດ-ອາຊຽນ ທີ່​ໄດ້​ລິ​ເລີ້ມ​ຂຶ້ນ​ໂດຍ​ປະທາ​ນາ​ທິ​ບໍ​ດີ​ໄບ​ເດັນ.” ນອກນັ້ນ​ແລ້ວ ພວກ​ເຂົາ​ເຈົ້າ​ຍັງ​ໃຫ້​ຂໍ້​ສັງ​ເກດ​ວ່າ “ການພົບ​ປະ​ໄດ້​ເນັ້ນ​ໃຫ້​ເຫັນຄວາມ​ສຳ​ຄັນ ຂອງນະ​ໂຍ​ບາຍ​ການ​ຕົກ​ລົງ​ກັນ​ຈາກ​ຫຼາ​ຍ​ຝ່າຍ ການຢຶດ​ໝັ້ນ​ໃນກົດ​ໝາຍລະ​ຫວ່າງ​ປະ​ເທດ ແລະ​ການ​ນັບ​ຖື​ອະ​ທິ​ປ​ະ​ໄຕ​ໃນ​ການ​ປະ​ກອບ​ສ່ວນ​ຕໍ່​ສັນ​ຕິ​ພາບ​ຂອງ​ໂລກ ແລະ​ຂອງຂົງ​ເຂດ ​ສະ​ຖຽນ​ລະ​ພາບ​ແລະ​ຄວາມ​ອຸ​ດົມ​ຮັ່ງ​ມີ.”

ສະ​ຫະ​ລັດ​ຍັງ​ສືບ​ຕໍ່​ມີ​ຄວາມ​ໝັ້ນ​ໝາຍນ​ຕໍ່​ບັນ​ດາ​ພັນ​ທະ​ມິດ​ແລະ​ພາ​ຄີ​ຂອງ​ພວກ​ເຮົາ​ຢູ່​ໃນ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້ ຊຶ່ງ​ເປັນ​ຈຸດ​ສູນ​ກາ​ງໃນ​ການ​ສ້າງ​ຕັ້ງ​ແລະ​ຮັກ​ສາ​ອະ​ນາ​ຄົດ​ ຂອງ​ເຂດ​ອິນ​ໂດ-ປາ​ຊີ​ຟິກ ດັ່ງ​ທີ່​ປະ​ທາ​ນາ​ທິ​ບໍ​ດີ​ໄບ​ເດັນໄດ້​ກ່າວ​ໄວ້ “ເປັນ​ເຂດ​ທີ່​ເສ​ລີ​ແລະ​ເປີດກວ້າງ ມີ​ສະ​ຖຽນ​ລະ​ພາບ ແລະ​ຄວາມ​ອຸດົມ​ຮັ່ງ​ມີ​ ແລະ​ປັບ​ໂຕ​ໄດ້​ງ່າຍ ແລະ​ກໍ​ມີ​ຄວາມ​ໝັ້ນ​ຄົງ​.”

XS
SM
MD
LG