ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ
ເມື່ອວັນທີ 15 ກຸມພາ 2011 ສົງຄາມກາງເມືອງໃນລີເບຍເລີ້ມຂຶ້ນດ້ວຍການເດີນຂະບວນຕໍ່ຕ້ານລັດຖະບານ ຢູ່ທີ່ເມືອງເບັງກາຊີ. ຍ້ອນການຮັບມືທີ່ໃຊ້ຄວາມຮຸນແຮງຂອງລັດຖະບານລີເບຍຕໍ່ພວກປະທ້ວງ ພາຍໃນເວລາບໍ່ຮອດ 2 ອາທິດຕໍ່ມາ ສະພາຄວາມໝັ້ນຄົງ ຂອງອົງການສະຫະປະຊາຊາດ ກໍໄດ້ສົ່ງສະຖານະການຢູ່ທີ່ນັ້ນ ໄປໃຫ້ສານອາຍາສາກົນຢູ່ທີ່ນະຄອນເຮກ.
ດັ່ງນັ້ນ ສານອາຍາສາກົນຈຶ່ງໄດ້ໃຊ້ອຳນາດໃນການຕັດສິນຄະດີຂອງຕົນ ກ່ຽວກັບອາຊະຍາກຳຕ້ານມະນຸດຊາດແລະອາຊະຍາກຳສົງຄາມທີ່ກໍ່ຂຶ້ນໃນດິນແດນຂອງລີເບຍຫຼືປະຊາຊົນຂອງປະເທດດັ່ງກ່າວ ນັບແຕ່ວັນທີ 15 ກຸມພາ 2011 ເປັນຕົ້ນໄປ.
ບໍ່ມີຄຳຖາມໃດໆເລີຍທີ່ວ່າ ໃນໄລຍະ 12 ປີຕໍ່ມາ ລີເບຍແມ່ນເກືອບວ່າບໍ່ໄດ້ເຫັນສັນຕິພາບເລີຍ. ສົງຄາມໄດ້ສິ້ນສຸດລົງໃນເດືອນຕຸລາປີ 2011 ແຕ່ສົງຄາມໃໝ່ກໍໄດ້ເລີ້ມຂຶ້ນໃນເວລາ 3 ປີຕໍ່ມາ. ໃນຄວາມວຸ້ນວາຍດັ່ງກ່າວ ພວກກໍ່ການຮ້າຍທີ່ພະຍາຍາມຫາບ່ອນຈັ້ງຢູ່ໃນປະເທດ ໃນຂະນະທີ່ພວກຂຸນເສິກໄດ້ແບ່ງແຍກປະເທດ ສູ້ລົບກັນ ເພື່ອຍາດດິນແດນ ແລະບໍ່ນ້ຳມັນ. ພວກທີ່ຕົກຄ້າງຢູ່ໃນລະຫວ່າງກາງກໍໄດ້ແກ່ປະຊາຊົນພົນລະເຮືອນ ແລະໃນເວລາດຽວກັນ ພວກສວຍໂອກາດທັງຫຼາຍກໍໄດ້ໃຊ້ອົບພະຍົບຈາກບັນດາປະເທດເພື່ອນບ້ານ ທີ່ມຸ້ງໜ້າໄປຍັງເມືອງທ່າຕ່າງໆໃນທະເລເມດີເທີເຣນຽນຂອງລີເບຍ ໃນຄວາມຫວັງເພື່ອຈະມີໂອກາດຂ້າມໄປຍັງຢູໂຣບນັ້ນ ເປັນເຫຍື່ອ.
ດັ່ງນັ້ນ ມັນຈຶ່ງບໍ່ເປັນເລື້ອງແປກເລີຍ ທີ່ການເດີນທາງໄປຢ້ຽມຢາມລີເບຍ ຂອງຄະນະປະຕິບັດງານອິດສະຫຼະເພື່ອຊອກຄົ້ນຫາຄວາມຈິງສະຫະປະຊາຊາດ ພົບວ່າ “ມີການກໍ່ອາຊະຍາກຳສົງຄາມແລະການກໍ່ໂທດກຳຕ້ານມະນຸດຊາດໃນຂອບເຂດທີ່ກວ້າງຂວາງ” ຕໍ່ຊາວລີເບຍແລະພວກຍົກຍ້າຍຖິ່ນຖານ ຮວມທັງ “ມີການກົດຂີ່ຕໍ່ກຸ່ມສັງຄົມພົນລະເຮືອນ ການຈັບກຸມຄຸມຂັງຕາມອຳເພີໃຈ, ການຄາດຕະກຳ, ການຂົ່ມຂືນສຳເລົາ, ການບັງຄັບໃຫ້ຕົກເປັນຂ້າທາດ, ການສັງຫານແບບຮວມຮັດຕັດຕອນ ແລະການບັງຄັບໃຫ້ຫາຍສາບສູນ.”
ດ້ວຍການມີຂໍ້ມູນເຫຼົ່ານີ້ ຢູ່ໃນກຳມື, ທາງສານອາຍາສາກົນ ໃນທີ່ສຸດກໍສາມາດອອກໝາຍຈັບຮອບໃໝ່ ແລະຍື່ນຟ້ອງເພີ້ມຕື່ມອີກ.
ທ່ານມາກ ຊີໂມນອຟ ທີ່ປຶກສາທາງດ້ານກົດໝາຍ ຂອງສະຫະລັດ ຢູ່ອົງການສະປະຊາຊາດ ກ່າວວ່າ “ການປະຕິບັດງານຂອງສານອາຍາສາກົນຢູ່ໃນລີເບຍ ແມ່ນມີບົດບາດສຳຄັນໃນການສະໜັບສະໜຸນຕໍ່ການດຳເນີນງານຮ່ວມຂອງພວກ ເຮົາ ເພື່ອໃຫ້ມີການເອົາຄວາມຮັບຜິດຊອບ ສັນຕິພາບ ແລະຄວາມໝັ້ນຄົງ.”
“ການສືບສວນແລະການຮ່ວມມືໃນກິດຈະກຳຕ່າງໆທີ່ໄດ້ມີຂຶ້ນໂດຍຫ້ອງການໄອຍະການ…ແມ່ນໄດ້ວາງພື້ນຖານ ເພື່ອໃຫ້ມີການຮັບເອົາ ຄວາມຮັບຜິດຊອບທ່າມກາງບັນຫາທ້າທາຍຕ່າງໆທີ່ພວມດຳເນີນຢູ່ໃນປະເທດລີເບຍ ແລະການປະຕິບັດງານພາຍໃຕ້ບັນຍາກາດອັນຫຍຸ້ງຍາກ.”
ທ່ານຊີໂມນອຟກ່າວຕື່ມວ່າ “ການແກ້ໄຂຄວາມບໍ່ແນ່ນອນທາງດ້ານການເມືອງແລະຊຸກຍູ້ ໃຫ້ມີການຮັບເອົາຄວາມຮັບຜິດຊອບ ຢູ່ໃນລີເບຍ ແມ່ນຍັງຢູ່ອີກໄກກ່ອນທີ່ຈະສາມາດແກ້ໄຂບັນຫາການຂາດສະຖຽນລະພາບແບບຊຳເຮື້ອທີ່ລີເບຍ ຍັງສືບຕໍ່ປະເຊີນໜ້າຢູ່ນັ້ນ.
“ການລະເມີດສິດທິມະນຸດ ແລະການປະຕິບັດບໍ່ຖືກບໍ່ຕ້ອງຕ່າງໆ ຍັງຈະມີຢູ່ຕໍ່ໄປ ນອກຈາກວ່າຈະມີການເອົາບາດກ້າວທີ່ມີຄວາມໝາຍເພື່ອແກ້ໄຂການຂາດສະຖຽນລະພາບແບບຊຳເຮື້ອໃນລີເບຍ. ບາດກ້າວສຳຄັນໄປສູ່ການມີສັນຕິພາບ ແລະສະຖຽນລະພາບ ກໍແມ່ນການຖອນກຸ່ມກຳລັງປະກອບອາວຸດ ແລະທະຫານຮັບຈ້າງອອກຈາກລີເບຍ ໂດຍປາສະຈາກການຊັກຊ້າໃດໆ.”
ທ່ານຊີໂມນອຟກ່າວວ່າ “ປະຊາຊົນລີເບຍສົມຄວນໄດ້ຮັບການມີສະຖຽນລະພາບແລະຄວາມເປັນທຳ ແລະພວກເຮົາຂໍສະໜັບສະໜຸນຄວາມພະຍາຍາມຂອງສານອາຍາສາກົນ ເພື່ອຊ່ວຍນຳເອົາຄວາມເປັນທຳມາສູ່ປະຊາຊົນຊາວລີເບຍ.”