Accessibility links

Breaking News

ບົດບັນນາທິການ: ປະ​ທາ​ນາ​ທິ​ບໍ​ດີ ໄບເດັນ ເວົ້າເຖິງຄວາມສຳພັນ ລະຫວ່າງສະຫະລັດ ກັບຍີ່ປຸ່ນ


​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ໂຈ ໄບ​ເດັນ ຈັບ​ມື ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ ທ່ານ​ຟູ​ມີ​ໂອະ ກິ​ຊິ​ດະ ທີ່​ວໍ​ຊິງ​ຕັນ.
​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ໂຈ ໄບ​ເດັນ ຈັບ​ມື ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ ທ່ານ​ຟູ​ມີ​ໂອະ ກິ​ຊິ​ດະ ທີ່​ວໍ​ຊິງ​ຕັນ.

ປະທານາທິບໍດີໂຈ ໄບເດັນ ໄດ້ພົບປະ ກັບນາຍົກລັດຖະມົນຕີຍີ່ປຸ່ນ ທ່ານກິຊະດະ ຟູມີໂອະ ທີ່ນະຄອນຫຼວງວໍຊິງຕັນ ໃນເດືອນແລ້ວນີ້ ເພື່ອປຶກສາຫາລື ກ່ຽວກັບອະນາຄົດຂອງຄວາມສຳພັນ ລະຫວ່າງສະຫະລັດ ກັບຍີ່ປຸ່ນ.

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນ ໄດ້​ພົບ​ປະ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ ທ່ານ​ກິ​ຊະ​ດະ ຟູ​ມີ​ໂອະ ທີ່​ນະ​ຄອນ​ຫຼວງວໍ​ຊິງ​ຕັນ​ໃນ​ເດືອນ​ແລ້ວນີ້ ເພື່ອ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ອະ​ນາ​ຄົດ​ຂອງ​ຄວາມ​ສຳ​ພັນ ລະ​ຫວ່າງ​ສະ​ຫະ​ລັດ​ກັບ​ຍີ່​ປຸ່ນ. ຢູ່​ໃນ​ຖະ​ແຫຼງ​ການ​ຮ່ວມ ຜູ້​ນຳ​ທັງ​ສອງ​ໄດ້​ໃຫ້​ການ​ຢືນ​ຢັນ​ອີກ​ເທື່ອ​ນຶ່ງ ເຖິງ​ຄວາມ​ໝາຍ​ໝັ້ນ​ຂອງ​ພວກ​ທ່ານ ຕໍ່ “ການ​ຮ່ວມ​ມື​ແບບ​ບໍ່​ເຄີຍ​ມີ​ມາ​ກ່ອນ” ລະ​ຫວ່າງ​ສະ​ຫະ​ລັດ​ກັບ​ຍີ່​ປຸ່ນໂດຍ​ອີງ​ຕາມ​ເປົ້າ​ໝາຍແລະ​ບູ​ລິມ​ະ​ສິດ​ຮ່ວມ​ຂອງ​ປະ​ເທດ​ທັງ​ສອງ ດັ່ງ​ທີ່​ປະ​ທາ​ນາ​ທິ​ບໍ​ດີ​ໄບ​ເດັນກ່າວ​ວ່າ:

“ຫຼັກ​ຄຸ​ນ​ຄ່າ​ປະ​ຊາ​ທິ​ປະ​ໄຕ​ຮ່ວມ​ເຫຼົ່າ​ນີ້​ແມ່ນ​ແຫຼ່ງ​ຂອງ​ຄວາມ​ເຂັ້ມ​ແຂງ​ພວກ​ເຮົາ ແຫຼ່ງ​ຂອງ​ການ​ເປັນ​ພັນ​ທະ​ມິດ​ຂອງ​ພວກ​ເຮົາແລະ​ແຫຼ່ງ​ໃນ​ຄວາມ​ສາ​ມາດທີ່​ສະໜອງ​ຕອບ​ຕໍ່​ປະ​ຊາ​ຊົນ​ຂອງ​ພວກ​ເຮົາ​ທຸກໆ​ຄົນ.”

ນອກ​ຈາກ​ເປັນ​ການ​ເສີມ​ຄວາມ​ເຂັ້ມ​ແຂງ ​ໃນ​ດ້ານ​ປ້ອງ​ກັນ​ປະ​ເທດ ຕໍ່​ການ​ທ້າ​ທາຍ​ທີ່​ເພີ້ມ​ທະ​ວີ​ຂຶ້ນ ​ຢູ່​ໃນ​ເຂດ​ອິນ​ໂດ​ປາ​ຊີ​ຟິກ​ແລ້ວ ຖະ​ແຫຼງ​ການ​ຮ່ວມ​ຍັງ​ໄດ້ຫາ​ລື​ກັນ​ກ່ຽວ​ກັບ​ແຜນ​ການ​ຕ່າງໆ ເພື່ອ​ເສີມ​ຂະ​ຫຍາຍ​ຄວາມ​ອາດ​ສາ​ມາດ​ຂອງ​ປະ​ເທດ​ທັງ​ສອງ ເພື່ອ​ໃຫ້​ສາ​ມາດ​ຮັບ​ມື​ກັບ​ບັນ​ຫາ​ໃໝ່​ແລະ​ໄພ​ຂົ່ມ​ຂູ່​ທີ່​ພວມ​ກໍ່​ໂຕ​ຂຶ້ນ.

ສະ​ຫະ​ລັດ​ ແລະ​ຍີ່​ປຸ່ນ ​ໄດ້​ລົງ​ນາມ​ໃນຂອບຂໍ້​ຕົກ​ລົງ​ການ​ຮ່ວມ​ມື​ທາງ​ດ້ານ​ອະ​ວະ​ກາດ. ເປົ້າ​ໝາຍ​ຂອງ​ຂໍ້​ຕົກ​ລົງ​ເຫຼົ່າ​ນີ້​ກໍ​ແມ່ນ “ເພື່ອ​ສ້າງ​ຄວາມ​ກ້າວ​ໜ້າ​ທາງ​ດ້ານ​ວິ​ທະ​ຍາ​ສາດ​ແລະ​ການ​ສຳ​ຫຼວດ​ອະ​ວະ​ກາດ​ຂອງ​ມະ​ນຸດ” ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ແອນ​ໂທ​ນີ ບ​ລິງ​ເກັນ ທີ່​ກ່າວ​ຢູ່​ໃນ​ຖະ​ແຫຼງ​ການ. “ຮ່ວມ​ກັນ​ແລ້ວ ພວກ​ເຮົາ​ໄດ້​ສ້າງ​ຄວາມ​ກ້າວ​ໜ້າ ໃຫ້​ແກ່​ເຂດ​ແດນ​ສຳ​ລັບ​ຄວາມ​ພະ​ຍາ​ຍາມ​ຂອງ​ມະ​ນຸດແລະ​ຄວາມ​ຮູ້​ທາງ​ດ້ານ​ວິ​ທະ​ຍາ​ສາດ ໂດຍ​ຜ່ານ​ການ​ເປັນພາ​ຄີ ນັບ​ແຕ່​ການ​ສ້າງ​ຕັ້ງ​ສະ​ຖາ​ນີ​ອະ​ວະ​ກາດ​ນາໆ​ຊາດໄປ​ສູ່​ການ​ພັດ​ທະ​ນາ​ປະ
ຕູ​ດວງ​ເດືອນ ຊຶ່ງ​ເປັນ​ສູນ​ກາງ​ຄົ້ນ​ຄວ້າ​ທີ່​ຈະ​ໂຄ​ຈອນ​ອ້ອມດວງ​ຈັນ ​ແລະ​ນຳ​ໃຊ້​ເພື່ອການ​ກະ​ກຽມ​ສຳ​ລັບ​ການ​ເດີນ​ທາງ​ໄປ​ຍັງ​ດາວ​ພະ​ອັງ​ຄານ​ໃນ​ອະ​ນາ​ຄົດ.”

ນອກນັ້ນ ສະ​ຫະ​ລັດແລະ​ຍີ່​ປຸ່ນ​ຍັງ​ວາງ​ແຜນ​ທີ່​ຈະ​ປັບ​ປຸງ​ຄວາມ​ໝັ້ນ​ຄົງ​ທາງ​ດ້ານເສດ​ຖະ​ກິດ​ຂອງ​ຕົນ ໂດຍ​ເສີມ​ສ້າງ​ຄວາມ​ສາ​ມາດ​ໃນ​ການ​ປັບ​ໂຕ ​ຂອງ​ຕ່ອງ​ໂສ້​ອຸບ​ປະ​ທານ ເພື່ອ​ປົກ​ປ້ອງ​ຄຸ້ມ​ຄອງຈາກ​ຂົ່ມ​ຂູ່​ເຊັ່ນ​ການ​ບີບ​ບັງ​ຄັບ​ທາງ​ດ້ານ​ເສດ​ຖະ​ກິດ ນະ​ໂຍ​ບາຍແລະ​ການ​ກະ​ທຳ​ທີ່​ບໍ່​ແມ່ນ​ການ​ຕະ​ຫຼາດ ແລະ​ໄພ​ພິ​ບັດ​ທຳ​ມະ​ຊາດ.

ຍິ່ງ​ໄປ​ກວ່ານັ້ນ ຍ້ອນ​ຍີ່​ປຸ່ນ​ແລະ​ສະ​ຫະ​ລັດ​ແມ່ນ​ເສດ​ຖະ​ກິດ​ປະ​ຊາ​ທິ​ປະ​ໄຕ​ໃຫຍ່​ທີ່​ສຸດ​ໃນ​ໂລກ ຖະ​ແຫຼງ​ການ​ຮ່ວມ​ໃຫ້​ຄຳ​ໝັ້ນ​ສັນ​ຍາ ​ທີ່​ຈະ​ເສີມ​ສ້າງ​ ເສດ​ຖະ​ກິດ​ໂລກ ເພື່ອ​ໃຫ້​ບັນ​ລຸ​ຄວາມ​ເທົ່າ​ທຽມ​ແລະ​ສະ​ເໝີ​ພາບ​ທາງ​ເພດ ສ້າງ​ຄວາມ​ກ້າວ​ໜ້າ​ແບບ​ຍືນ​ຍົງ​ ເພື່ອ​ໃຫ້​ມີ​ການ​ປ່ອຍ​ແກັ​ສ​ເຮືອນ​ແກ້ວ​ສຸດ​ທິ​ເປັນ​ສູນ ແລະ “ປັບ​ປຸງການ​ຮ່ວມ​ມື​ປະ​ສານ​ງານ​ຂອງ​ຜູ້​ໃຫ້​ສິນ​ເຊື່ອ​ເພື່ອ​ສະ​ໜອງ​ການ​ບັນ​ເທົາ​ໜີ້​ສິນ.”

ສະ​ຫະ​ລັດ​ມອງ​ເຫັນ​ວ່າ​ຍີ່​ປຸ່ນ​ແມ່ນ​ນຶ່ງ​ໃນ​ປະ​ເທດ​ພັນ​ທະ​ມິດ​ທີ່​ໃກ້​ຊິດ​ທີ່​ສຸດ “ທີ່​ໃຫ້​ຄວາມ​ໝັ້​ນ​ໝາຍ​ຄັ້ງ​ໃໝ່​ເພື່ອ​ໃຫ້​ບັນ​ລຸ​ສັນ​ຕິ​ພາບ​ແລະ​ຄວາມ​ອຸ​ດົມ​ຮັ່ງ​ມີ ບໍ່​ພຽງ​ແຕ່​ ຜ່ານ​ຄຳ​ເວົ້າ​ຂອງ​ພວກ​ເຮົາ ແຕ່ຜ່ານ​ການ​ກະ​ທຳ​ຂອງ​ພວກ​ເຮົາ. ​ເວ​ລາ​ແມ່ນ​ຮຽກ​ຮ້ອງ​ຕ້ອງ​ການ​ຫຼາຍ​ໄປ​ກວ່ານັ້ນ.”

XS
SM
MD
LG