Accessibility links

Breaking News

ບົດບັນນາທິການ: ເດັກນ້ອຍຕ້ອງໄດ້ຮັບການປົກປ້ອງ ຈາກບັນຫາຂັດແຍ້ງດ້ວຍອາວຸດ ແລະການລະເມີດສິດທິມະນຸດ


ພວກ​ເດັກ​ນ້ອຍ​ອົບ​ພະ​ຍົບ ທີ່​ຫຼົບ​ໜີ​ການ​ປະ​ທະ​ກັນ​ລະ​ຫວ່າງ ພວກ​ກະ​ບົດ M23 ແລະ​ທະ​ຫານ​ຄອງ​ໂກ ພວມ​ກິນ​ອາ​ຫານ​ທີ່​ກະ​ກຽມ​ໃຫ້​ໂດຍ​ພວກ​ອາ​ສາ​ສະ​ໝັກ ທີ່​ເມືອງການ​ຢູ​ຣຸ​ສ​ຊິນ​ຢາ (Kanyarushinya) ທີ່​ຕັ້ງ​ຢູ່​ທາງ​ເໜືອ​ຂອງ​ເມືອງ​ໂກ​ມາ. (ແຟ້ມ)
ພວກ​ເດັກ​ນ້ອຍ​ອົບ​ພະ​ຍົບ ທີ່​ຫຼົບ​ໜີ​ການ​ປະ​ທະ​ກັນ​ລະ​ຫວ່າງ ພວກ​ກະ​ບົດ M23 ແລະ​ທະ​ຫານ​ຄອງ​ໂກ ພວມ​ກິນ​ອາ​ຫານ​ທີ່​ກະ​ກຽມ​ໃຫ້​ໂດຍ​ພວກ​ອາ​ສາ​ສະ​ໝັກ ທີ່​ເມືອງການ​ຢູ​ຣຸ​ສ​ຊິນ​ຢາ (Kanyarushinya) ທີ່​ຕັ້ງ​ຢູ່​ທາງ​ເໜືອ​ຂອງ​ເມືອງ​ໂກ​ມາ. (ແຟ້ມ)

"ເວລາ​ໃດພວກເຮົາເອົາບາດກ້າວ ໃຫ້ການຄຸ້ມຄອງຕໍ່ພວກເດັກນ້ອຍ ພວກເຮົາແມ່ນໄດ້ປ້ອງກັນ ແລະໃຫ້ການປົກປັກຮັກສາອະນາຄົດຮ່ວມຂອງພວກເຮົາແລະເອົາບາດກ້າວເພື່ອ​ຍຸ​ຕິບັນຫາຂັດແຍ້ງ. ການປົກປ້ອງພວກເດັກນ້ອຍ ແມ່ນວຽກການທີ່ສຳຄັນ ໃນການປົກປັກຮັກສາສັນຕິພາບ ແລະຄວາມໝັ້ນຄົງລະຫວ່າງປະເທດ” ນັ້ນ​ຄື​ຄຳ​ເວົ້າ​ຂອງເອກອັກຄະລັດຖະທູດດີລໍເຣັນຕິສ

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

ບັນ​ຫາ​ຂັດ​ແຍ້ງ​ດ້ວຍ​ກຳ​ລັງ​ອ​າ​ວຸດ ໄດ້​ມີ​ຜົນ​ກະ​ທົບ​ທີ່​ຮ້າຍ​ແຮງ​ຕໍ່​ພວກ​ເດັກ​ນ້ອຍ. ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ກາ​ນ​ສະ​ຫະ​ປະ​ຊາ​ຊາດທີ່​ນຳ​ອອກ​ເຜີຍ​ແຜ່​ເມື່ອວັນ​ທີ 18 ກໍ​ລະ​ກົດ​ແຈ້ງວ່າ ໃນ​ປີ 2021 ທີ່ຜ່ານ​ມານີ້ ມີ​ການ​ລ່ວງ​ລະເມີດ​ຢ່າງ​ຮ້າຍ​ແຮງຕໍ່​ພວກເດັກ​ນ້ອຍຈຳ​ນວນ 23,982 ຄົນ ທີ່​ໄດ້​ຮັບ​ການກວດ​ສອບ​ແລ້ວ ຊຶ່ງ​ເກືອບ​ນຶ່ງ​ສ່ວນ​ສາມ​ຂອງ​ເດັກ​ນ້ອຍ​ທີ່​ເຄາະ​ຮ້າຍແມ່ນ​ເປັນ​ເດັກ​ຍິງ. ການ​ລັກ​ພາ​ໂຕ ແລະ​ຄວາມ​ຮຸນ​ແຮງ​ທາງ​ເພດ ​ຕໍ່​ພວກ​ເດັກ​ນ້ອຍ ແມ່ນ​ເພີ້ມ​ຂຶ້ນ 20 ເປີ ​ເຊັນລື່ນ​ປີ​ກາຍນີ້ ບ່ອນ​ທີ່​ພວກ​ເດັກ​ຍິງ​ແມ່ນ​ປະ​ກອບ​ເປັນ 98 ເປີ​ເຊັນ​ຂອງ​ພວກ​ທີ່​ລອດ​ມາ​ໄດ້ ​ຈາກ​ການ​ຂົ່ມ​ຂືນ​ສຳ​ເລົາ ແລະ​ຮູບ​ແບບ​ອື່ນໆ​ຂອງ​ຄວາມ​ຮຸນ​ແຮງ​ທາງ​ເພດ.

ເອກ​ອັກ​ຄະ​ລັດ​ຖະ​ທູດ ​ເຈັ​ຟ​ຟ​ຣີ ດີ​ລໍ​ເຣັນ​ຕິ​ສ ທີ່​ປຶກ​ສາ​ອະ​ວຸ​ໂສກ່ຽວ​ກັບ​ກິດ​ຈະ​ການ​ພິ​ເສດ​ດ້ານ​ການ​ເມືອງ ​ຂອງ​ສະ​ຫະ​ລັດ ​ກ່າວ​ວ່າ “ລາຍ​ງານ​ກ່ຽວ​ກັບ​ພວກ​ເດັກ​ນ້ອຍ​ແລະ​ບັນ​ຫາ​ຂັດ​ແຍ້ງ​ດ້ວຍ​ອາ​ວຸດ ​ໃນປີນີ້ ໄດ້​ສະ​ໜອງ​ໃຫ້​ເຫັນຮູບ​ພາບ ​ຂອງສະ​ພາບ​ການ​ໂຕ​ຈິງ​ກ່ຽວ​ກັບ​ວ່າ​ບັນ​ຫາ​ຂັດ​ແຍ້ງ​ມີ​ຜົນ​ກະ​ທົບ​ແບບ​ໃດ​ຕໍ່​ພວກ​ເດັກ​ນ້ອຍ.”

ທ່ານ​ໃຫ້​ຂໍ້​ສັງ​ເກດ​ວ່າ “ຢູ່​ປະ​ເທດເອ​ທິ​ໂອ​ເປຍ ມີ​ພວກ​ເດັກ​ນ້ອຍ​ຫຼາຍ​ພັນ​ຄົນ​ໄດ້​ຖືກ​ບັງ​ຄັບ​ ໃຫ້​ຫລົບ​ໜີ​ໄປ​ຈາກ​ເຮື​ອນ​ຊານ​ບ້ານ​ຊ່ອງ​ ຂອງ​ພວກ​ເຂົາ​ເຈົ້າ ແຍກ​ຈາກ​ຄອບ​ຄົວ​ຂອງ​ພວກ​ເຂົາ​ເຈົ້າ ແລະ​ໄດ້​ຖືກ​ບັງ​ຄັບ​ຈາກ​ການ​ກໍ່​ຄວາມ​ຮຸນ​ແຮງ​ທາງ​ເພດ.”

ຄ້າຍ​ຄື​ກັນ​ນັ້ນ ຢູ່​ທີ່​ປະ​ເທດ​ເຢ​ເມນ ບັນ​ຫາ​ຂັດ​ແຍ້ງຍັງ​ເຮັດ​ໃຫ້ “ພວກ​ເດັກ​ນ້ອຍ​ແມ່ນ​ໄດ້​ຮັບ​ຄວາມ​ທຸກ​ທໍ​ລະ​ມານ​ຢ່າງ​ຫຼວງ​ຫຼາຍ ຮວມ​ທັງ​ໄດ້​ຖືກ​ປະ​ຕິ​ເສດ​ບໍ່​ໃຫ້​ເຂົ້າ​ເຖິງ​ການ​ຊ່ວຍ​ທາງ​ດ້ານ​ມະ​ນຸດ​ສະ​ທຳແລະ​ພວກ​ເດັກ​ນ້ອຍ​ກໍ​ໄດ້​ຖືກ​ສັງ​ຫານ ເຮັດ​ໃຫ້​ກາຍເປັນ​ຄົນ​ພິ​ການ ໄດ້​ຖືກ​ບັງ​ຄັບ​ຈາກ​ກາ​ນ​ກໍ່​ຄວາມ​ຮຸນ​ແຮງ​ທາງ​ເພດ ຖືກ​ເກນ​ແລະນຳໃຊ້​ຢູ່​ໃນ​ບັນ​ຫາ​ຂັດ​ແຍ້ງ.”

ເອກ​ອັກ​ຄະ​ລັດ​ຖ​ກະ​ທູ​ດ​ ດີ​ລໍ​ເຣັນ​ຕິ​ສ ກ່າວ​ວ່າ ຫຼັງ​ຈາກນັ້ນ ກໍ​ແມ່ນ​ສົງ​ຄາມ​ທີ່​ໂຫດ​ຮ້າຍ​ປ່າ​ເຖື່ອນ ແລະ​ບໍ່​ມີ​ການ​ເກາະ​ຜິດ ​ຂອງ​ຣັດ​ເຊຍຕໍ່​ຢູ​ເຄ​ຣນ ຊຶ່ງ “ໄດ້​ເພີ້ມ​ບົດ​ຕອນ​ທີ່​ມືດ​ມົນອີກ​ອັນ​ນຶ່ງ ເຂົ້າ​ໃນ​ການ​ໂຈມ​ຕີ​ຕໍ່​ພວກ​ເດັກ​ນອຍ.”

“ພວກ​ເດັກ​ນ້ອຍ​ໃນ​ຢູ​ເຄ​ຣນ ແມ່ນ​ຕົກ​ຢູ່​ໃນ​ອັນ​ຕະ​ລາຍ ​ເພີ້ມ​ຂຶ້ນ​ນັບ​ມື້ ໃນ​ຂະ​ນະ​ທີ່​ກຳ​ລັງ​ທະ​ຫານ​ຣັດ​ເຊຍ​ທຳ​ການ​ໂຈມ​ຕີ​ຫຼາຍ​ຂຶ້ນ​ຕໍ່​ໂຮງ​ໝໍ​ແລະ​ໂຮງ​ຮຽນ. ມີ​ລາຍ​ງານ​ວ່າ ກຳ​ລັງ​ທະ​ຫານ​ຣັດ​ເຊຍ​ໄດ້​ບັງ​ຄັບ​ໃຫ້​ຍົກ​ຍ້າຍ​ພົ​ນ​ລະ​ເຮືອນ​ຊາວ​ຢູ​ເຄ​ຣນ​ຫຼາຍກວ່າ​ນຶ່ງ​ລ້ານ​ຄົນ​ໄປ​ຍັງ​ປະ​ເທດ​ຣັດ​ເຊຍ ໂດຍ​ຜ່ານ​ຂັ້ນ​ຕອນ​ໃນ​ອັນ​ທີ່​ເອີ້ນ​ວ່າ ‘ການ​ກັ່ນ​ກອງ’ ຮວມ​ທັງ​ພວກ​ເດັກ​ນ້ອຍ​ ຫຼາຍກວ່າ 260,000 ຄົນ. ໃນ​ຂະ​ນະ​ດຽວ​ກັນ ກຳ​ມາ​ທິ​ການເພື່ອ​ສິດ​ທິ​ເດັກ​ນ້ອຍ​ຂອງ​ຣັດ​ເຊຍ ຄຸຍ​ໂມ້​ວ່າ ຄວາມ​ພະ​ ຍາ​ຍາມ​ຄັ້ງ​ໃໝ່​ຂອງວັງ​ເຄ​ຣັມ​ລິນນີ້ແມ່ນ​ເພື່ອ​ຮັບ​ເອົາພວກ​ເດັກ​ນ້ອຍ​ຈາກ​ຢູ​ເຄ​ຣນ​ໃຫ້ມາ​ເປັນ​ລູກ​ບຸນ​ທຳ​ຢ່າງ​ວ່ອງ​ໄວ​ຂຶ້ນ.”

ນັ້ນ​ແມ່ນ​ສະ​ແດງ​ໃຫ້​ເຫັນ​ວ່າ ຍັງ​ມີ​ຂ່າວ​ດີ​ຢູ່​ຈຳ​ນວນ​ນຶ່ງ.

ອີງ​ຕາມ​ລາຍ​ງານ​ ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ແລ້ວ ມີ​ເດັກ​ນ້ອຍ 12,214 ຄົນໄດ້​ຖືກ​ປ່ອຍ​ອອກ​ມາ​ ຈາກ​ກຸ່ມ​ກຳ​ລັງ​ປະ​ກອບ​ອາ​ວຸດ ຢູ່​ໃນ​ຫ​ລາຍໆ​ປະ​ເທດ ຮວມສາ​ທາ​ລະ​ນະ​ລັດ​ອາ​ຟ​ຣິ​ກາ​ກາງ ໂຄ​ລອມ​ເບຍແລະ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ທິ​ປະ​ໄຕ​ຄອງ​ໂກ. ໃນ​ຂະ​ນະ​ດຽວ​ກັນ ການ​ຢຸດ​ຍິງ​ເພື່ອເຫັນ​ແກ່ມະ​ນຸດ​ສະ​ທຳ​ໃນ​ພາກ​ເໜືອ​ຂອງ​ເອ​ທິ​ໂປ​ເປຍແມ່ນ​ເປັນ​ທີ່​ໃຫ້​ກຳ​ລັງ​ໃຈ ເຊັ່ນ​ດຽວ​ກັນ ກັບ​ການ​ຢຸດຍິງ​ໃນ​ປະ​ເທດ​ເຢ​ເມນ. ຄວາມ​ຫວັງ​ກໍ​ແມ່ນ​ວ່າ ທຸກ​ພັກ​ຝ່າຍ​ກໍ​ໄດ້​ສວຍ​ໃຊ້​ການ​ຍຸ​ຕິ​ຄວາມ​ຮຸນ​ແຮງ ເພື່ອ​ທຳ​ການ​ເຈ​ລະ​ຈາ​ໄປ​ສູ່​ການ​ຢຸດ​ຍິງ​ທີ່​ຖາ​ວອນ.

ແນວ​ໃດ​ກໍ​ຕາມ ເອກ​ອັກ​ຄະ​ລັດ​ຖະ​ທູດ​ດີ​ລໍ​ເຣັນ​ຕິ​ສ ກ່າວ​ວ່າ “ມັນ​ເປັນ​ທີ່​ຈະ​ແຈ້ງ​ທີ່​ພວກ​ເຮົາ​ບໍ່​ໄດ້​ດຳ​ເນີນ​ການ​ ເປັນ​ທີ່​ພຽງ​ພໍ ໃນ​ການໃຫ້​ການ​ຄຸ້ມ​ຄອງ​ແກ່​ພວກ​ເດັກ​ນ້ອຍ ເພື່ອ​ໃຫ້​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ບັນ​ຫາ​ຂັດ​ແຍ້ງ. ເວ​ລາ​ພວກ​ເຮົາ​ເອົາ​ບາດ​ກ້າວ​ໃຫ້​ການ​ຄຸ້ມ​ຄອງ​ຕໍ່​ພວກ​ເດັກ​ນ້ອຍ ພວກ​ເຮົາ​ແມ່ນ​ໄດ້​ປ້ອງ​ກັນ ແລະໃຫ້​ການ​ປົກ​ປັກ​ຮັກ​ສາ​ອະ​ນາ​ຄົດ​ຮ່ວມ​ຂອງ​ພວກ​ເຮົາແລະ​ເອົາ​ບາດ​ກ້າວ​ເພື່ອ​ຢຸດ​ເຊົາບັນ​ຫາ​ຂັດ​ແຍ້ງ. ການ​ປົກ​ປ້ອງ​ພວກ​ເດັກ​ນ້ອຍ ​ແມ່ນ​ວຽກ​ການ​ທີ່​ສຳ​ຄັນ​ອັນ​ນຶ່ງໃນ​ການ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ຄວາມ​ໝັ້ນ​ຄົງ​ລະ​ຫວ່າງ​ປະ​ເທດ.”

XS
SM
MD
LG