Accessibility links

Breaking News

ບົດບັນນາທິການ: ວັນຄົບຮອບຫ້າປີ ໃນການຂ້າລ້າງເຜົ່າພັນ ຊາວໂຣຮິງຢາ


ເມື່ອຫ້າປີກ່ອນ ພວກທະຫານມຽນມາ ໄດ້ເລີ້ມການປຸກລະດົມກໍ່ຄວາມຮຸນແຮງ ຢ່າງໂຫດຮ້າຍປ່າເຖື່ອນຕໍ່ຊາວໂຣຮິງຢາ ດ້ວຍການຈູດຢ້າວເຜົາເຮືອນ ຂົ່ມຂືນສຳເລົາ ທຳການທໍລະມານ ແລະກໍ່ໂທດກຳໃນຂອບເຂດທີ່ກວ້າງຂວາງທີ່ໄດ້ສັງຫານພວກຜູ້ຊາຍ ແມ່ຍິງແລະເດັກນ້ອຍ ຫຼາຍໆພັນຄົນ.

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

ເມື່ອ​ຫ້າ​ປີ​ກ່ອນ ພວກ​ທະ​ຫານ​ມຽນ​ມາ ​ໄດ້​ເລີ້ມ​ການ​ປຸກ​ລະ​ດົມ​ກໍ່​ຄວາມ​ຮຸນ​ແຮງ​ຢ່າງ​ໂຫດ​ຮ້າຍ​ປ່າ​ເຖື່ອນ​ຕໍ່​ຊາວ​ໂຣ​ຮິງ​ຢາ ດ້ວຍ​ການ​ຈູດ​ຢ້າ​ວ​ເຜົາ​ເຮືອນ ຂົ່ມ​ຂືນ​ສຳ​ເລົາ ທຳ​ການ​ທໍ​ລະ​ມານ ແລະ​ກໍ່​ໂທດ​ກຳ​ໃນ​ຂອບ​ເຂດ​ທີ່ກວ້າງ​ຂວາງ​ທີ່​ໄດ້​ສັງ​ຫານ​ພວກ​ຜູ້​ຊາຍ ແມ່​ຍິງ​ແລະ​ເດັກ​ນ້ອຍ​ຫຼາຍໆ​ພັນ​ຄົນ. ມີ​ຊາວ​ໂຣ​ຮິງ​ຢາ​ຫຼາຍກວ່າ 740,000 ຄົນ​ ໄດ້​ຖືກ​ບັງ​ຄັບ​ໃຫ້​ອົບ​ພະ​ຍົບ​ຫຼົບ​ໜີ ​ປະ​ຖິ້ມ​ເຮືອນ​ຊານ​ບ້ານ​ຊ່ອງຂອງ​ພວກ​ເຂົາ​ເຈົ້າ ແລະ​ເຂົ້າ​ໄປ​ຂໍ​ລີ້​ໄພ​ຢູ່​ໃນ​ບັງ​ກ​ລາ​ແດັ​ສ. ໃນ​ວັນ​ທີ 22 ມີ​ນາປີ 2022 ຜ່ານ​ມານີ້ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ແອນ​ໂທ​ນີ ບ​ລິງ​ເກັນ ໄດ້​ປະ​ກາດ​ວ່າ ກາ​ນ​ກໍ່​ໂທດ​ກຳ​ໂດຍ​ພວກ​ທະ​ຫານ​ມຽນ​ມາ ​ຕໍ່​ຊາວ​ໂຣ​ຮິງ​ຢາ ແມ່ນ​ເປັນ​ການ​ຂ້າ​ລ້າງ​ເຊື້ອ​ຊາດ​ເຜົ່າ​ພັນແລະ​ການ​ກໍ່​ອາ​ຊະ​ຍາ​ກຳ​ຕ້ານ​ມະ​ນຸດ​ຊາດ.

ນັບ​ແຕ່​ໄດ້​ມີ​ການ​ກໍ່​ລັດ​ຖະ​ປະ​ຫານ​ໂດຍ​ພວກ​ທະ​ຫານເມື່ອ​ເດືອນ​ກຸມ​ພາ​ປີ 2021 ເປັນ​ຕົ້ນ​ມາ ​ກຳ​ລັງ​ທະ​ຫານພວກ​ດຽວ​ກັນນີ້ ທີ່​ມີ​ການ​ພົວ​ພັນ​ກັບ​ການກໍ່​ໂທດ​ກຳ​ຕ້ານຊາວ​ໂຣ​ຮິງ​ຢາ ຍັງ​ສືບ​ຕໍ່​ທຳ​ການ​ກົດ​ຂີ່ ທໍ​ລະ​ມານ ແລະ​ສັງ​ຫານ​ປະ​ຊາ​ຊົນ​ຊາວ​ມຽນ​ມາ​ ໃນ​ຄວາມ​ພະ​ຍາ​ຍາມ​ຢ່າງ​ເປັນ​ການ​ເປີດ​ແປນ​ເພື່ອ​ດັບ​ມອດ​ປະ​ຊາ​ທິ​ປະ​ໄຕ​ໃນ​ອະ​ນາ​ຄົດ​ຢູ່​ໃນ​ປະ​ເທດ​ດັ່ງ​ກ່າວ. ​ການ​ສັງ​ຫານ​ຜູ້​ນຳ​ປະ​ຊາ​ທິ​ປະ​ໄຕ​ແລະ​ພັກ​ຝ່າຍ​ຄ້ານ 4 ຄົ​ນ ໂດຍອຳ​ນາດ​ການ​ປົກ​ຄອງ​ທະ​ຫານ​ ແມ່ນ​ເປັນ​ພຽງ​ຕົວ​ຢ່າງ​ອັນ​ຫຼ້າ​ສຸດ ໃນ​ການ​ບໍ່​ເຄົາ​ລົບ​ຕໍ່​ສິດ​ທິ​ມະ​ນຸດ​ແລະ​ການ​ປົກ​ຄອງ​ດ້ວຍ​ຕົວ

​ບົດ​ກົດ​ໝາຍ​ຂອງ​ພວກ​ທະ​ຫານ. ການ​ກໍ່​ຄວາມ​ຮຸນ​ແຮງ​ທີ່​ເພີ້ມ​ທະ​ວີ​ຂຶ້ນ​ແມ່ນ​ເຮັດ​ໃຫ້​ສະ​ຖາ​ນະ​ການ​ດ້ານ​ມະ​ນຸດ​ສະ​ທຳ​ຊຸດ​ໂຊມ​ລົ​ງໂດຍ​ສະ​ເພາະ​ພວກ​ຊົນ​ຊາດ​ຊົນ​ເຜົ່າ ແລະ​ປະ​ຊາ​ຄົມ​ສາ​ສະ​ໜາ​ກຸ່ມ​ນ້ອຍ ຮວມ​ທັງ​ຊາວ​ໂຣ​ຮິງ​ຢາ ຜູ້​ຊຶ່ງ​ຕົກ​ຢູ່​ໃນ​ຄວາມ​ຫຼໍ່​ແຫຼມ​ທີ່​ສຸດ ແລະ​ທຸກ​ຍາກ​ທີ່​ສຸດ​ຢູ່​ໃນ​ປະ​ເທດ​ດັງ​ກ່າວ.

ສະ​ຫະ​ລັດ​ຍັງ​ສືບ​ຕໍ່​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ຕໍ່​ກົນ​ໄກ​ການ​ສືບ​ສວນ​ທີ່​ເປັນ​ອິດ​ສະ​ຫຼະ​ສຳ​ລັບ​ມຽນ​ມາ ຊຶ່ງ​ຄະ​ດີ​ດັ່ງ​ກ່າວ​ ແມ່ນ​ຢູ່​ພາຍ​ໃຕ້​ສົນ​ທິ​ສັນ​ຍາ ​ການ​ຂ້າ​ລ້າງ​ເຊື້ອ​ຊາດ​ເຜົ່າ​ພັນ ທີ່​ປະ​ເທດ​ແກມ​ເບຍ​ໄດ້​ຍື່ນ​ຟ້ອງ​ມຽນ​ມາຕໍ່​ສານ​ຍຸ​ຕິ​ທຳ​ສາ​ກົນ ແລະ​ສານ​ທີ່​ໜ້າ​ເຊື່ອ​ຖື​ຢູ່​ໃນ​ທົ່ວ​ໂລກ ທີ່​ມີ​ສິດ​ແລະ​ອຳ​ນາດ​ໃນ​ຄະ​ດີ​ທີ່​ພົວ​ພັນ​ກັບ​ການ​ກໍ່​ໂທດ​ກຳ​ຂອ​ງ​ທະ​ຫານ​ມຽນ​ມາ. ນອກນັ້ນ ສະ​ຫະ​ລັດ​ຍັງ​ໃຫ້​ການ​ສະ​ໜັບສະ​ໜຸນ​ຕໍ່​ມາດ​ຕະ​ການ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ ທີ່​ຊຸກ​ຍູ້​ໃຫ້ນຳເອົາ​ຄວາມ​ຍຸ​ຕິ​ທຳ ​ແລະ​ຄວາມ​ຮັບ​ຜິດ​ຊອບ​ ມາ​ສູ່​ການ​ກະ​ທຳ​ຂອງ​ພວກ​ທະ​ຫານ. ​ແນ່ນອນ ສະ​ຫະ​ລັດແມ່ນ​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ຕໍ່​ການ​ສະ​ເໜີ​ຂອງ​ສະ
ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາດ ໃຫ້ສົ່ງ​ສະ​ຖາ​ນະ​ການ​ໃນ​ມຽນ​ມາ ​ໄປ​ຍັງ​ສານ​ອາ​ຍາ​ສາ​ກົນ.

ນັບ​ແຕ່​ປີ 2017 ເປັນ​ຕົ້ນ​ມາ ສະ​ຫະ​ລັດ​ໄດ້​ສະ​ໜອງ​ເງິນ ​ຫຼາຍກວ່າ 1 ພັນ 700 ລ້ານ​ໂດ​ລາ ເພື່ອ​ຊ່ວຍ​ແບ່ງ​ເບົາ​ຄວາມ​ຕ້ອງ​ການ​ທາງ​ດ້ານ​ມະ​ນຸດ​ສະ​ທຳຂອງ​ຊາວ​ໂຣ​ຮິງ​ຢາແລະ​ທຸກໆ​ຄົນທີ່​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ການ​ປະ​ຫັດ​ປະ​ຫານ ​ຢູ່​ໃນ​ມຽນ​ມາ ບັງ​ກ​ລາ​ແດັ​ສແລະ​ແຫ່ງ​ອື່ນໆ​ຢູ່​ໃນ​ຂົງ​ເຂດ. ສະ​ຫະ​ລັດ​ແມ່ນ​ເປັນພຽງ​ຜູ້​ບໍ​ລິ​ຈາກປະ​ເທດ​ດຽວທີ່​ໃຫ້​ການ​ຊ່ວຍ​ເຫຼືອ​ດ້ານ​ມະ​ນຸດ​ສະ​ທຳທີ່​ຊີ​ວິດ​ຂອງພວກ​ເຂົາ​ເຈົ້າ​ຕ້ອງ​ໄດ້​ປະ​ສົບ​ກັບ​ຄວາມ​ວຸ້ນ​ວາຍ ​ຍ້ອນ​ຄວາມ​ຮຸນ​ແຮງ​ຢູ່​ໃນ​ລັດຣາ​ໄຄ​ນ໌. ສະ​ຫະ​ລັດ​ຂໍ​ຢືນ​ຢູ່​ຢ່າງ​ເປັນ​ເອກ​ກະ​ພາບ​ກັບ​ລັດ​ຖະ​ບານ​ບັງ​ກ​ລາ​ແດັ​ສ ແລະ​ລັດ​ຖະ​ບານ​ຂອງ​ປະ​ເທດ​ອື່ນໆ ທີ່​ໄດ້​ເປັນ​ເຈົ້າ​ພາບ​ຕ້ອນ​ຮັບ​ຊາວ​ໂຣ​ຮິງ​ຢາ​ຢູ່​ໃນ​ຂົງ​ເຂດ. ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດບ​ລິງ​ເກັນ ປະ​ກາດ​ວ່າ “ພວກ​ເຮົາ​ກຳ​ລັງ​ເຮັດ​ວຽກ​ເພື່ອ​ໃຫ້​ມີ​ການ​ຕັ້ງ​ຖິ່ນ​ຖານ​ເພີ້ມ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ​ສຳ​ລັບອົບ​ພະ​ຍົບຊາວ​ໂຣ​ຮິງ​ຢາ​ຈາກ​ຂົງ​ເຂດ ຮວມ​ທັງ​ຈາກ​ບັງ​ກ​ລາ​ແດັ​ສ ເພື່ອ​ໃຫ້​ພວກ​ເຂົາເຈົ້າ​ສາ​ມາດ​ສ້າງ​ຊີ​ວິດ​ຂອງ​ພວກ​ເຂົາ​ເຈົ້າ​ຄືນ​ໃໝ່​ຢູ່​ໃນ​ສະ​ຫະ​ລັດ.”

ສະ​ຫະ​ລັດ​ຈະ​ສືບ​ຕໍ່​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ຊ​າວ​ໂຣ​ຮິງ​ຢາ ແລະ​ຜູ້​ຄົນ​ທີ່​ມາ​ຈາກ​ມຽນ​ມາ ໃນ​ການ​ຊອກ​ສະ​ແຫວງ​ຫາ​ອິດ​ສະ​ຫຼະ​ພາບ ສິດ​ທິ​ມະ​ນຸດ ແລະ​ປະ​ຊາທິ​ປະ​ໄຕ ໂດຍ​ການ​ສ້າງ​ຄວາມ​ກ້າວ​ໜ້າ​ໃຫ້​ແກ່​ຄວາມ​ຍຸ​ຕິ​ທຳ​ແລະ​ຄວາມ​ຮັບ​ຜິດຊອບ ໂດຍ​ເພີ້ມ​ການ​ກົດ​ດັນ​ທາງ​ດ້ານ​ເສດ​ຖະ​ກິດ​ແລະ​ດ້ານ​ການ​ທູດ​ຕໍ່​ພວກ​ທະຫານ ແລະ​ປົກ​ປ້ອງ​ຄຸ້ມ​ຄອງ​ສິ​ດ​ທິ​ມະ​ນຸດ ແລະ​ກຽດ​ສັກ​ສີສຳ​ລັບ​ທຸກໆ​ຄົນ​ຢູ່​ໃນ​ປະ​ເທດ​ມຽນ​ມາ.

XS
SM
MD
LG