Accessibility links

Breaking News

ບົດບັນນາທິການ: ການຕໍ່ສູ້ ກັບຄວາມອຶດຫິວ ໃນປະເທດໂຊມາເລຍ


ເດັກ​ນ້ອຍ​ແມ່​ຍິງ​ຄົນ​ນຶ່ງ ຢືນ​ຢູ່​ໃກ້ໆ​ກັບ​ຂຸມ​ຂອງ​ເອື້ອຍ​ຝາ​ແຝດ​ຂອງ​ນາງ ທີ່​ເສຍ​ຊີ​ວີດ​ຍ້ອນ​ຄວາມ​ອຶດ​ຢາກ ຢູ່​ປະ​ເທດ​ໂຊ​ມາ​ເລຍ.
ເດັກ​ນ້ອຍ​ແມ່​ຍິງ​ຄົນ​ນຶ່ງ ຢືນ​ຢູ່​ໃກ້ໆ​ກັບ​ຂຸມ​ຂອງ​ເອື້ອຍ​ຝາ​ແຝດ​ຂອງ​ນາງ ທີ່​ເສຍ​ຊີ​ວີດ​ຍ້ອນ​ຄວາມ​ອຶດ​ຢາກ ຢູ່​ປະ​ເທດ​ໂຊ​ມາ​ເລຍ.

ລະດູຝົນໃນໄລຍະ 5 ປີທີ່ບໍ່ມາຕາມເວລາ ແລະປີທີ 6 ຊຶ່ງຄາດວ່າຈະມີຂຶ້ນໃນລະດູບານໃໝ່ນີ້ ໄດ້ຍັງຜົນໃຫ້ເກີດການອຶດຢາກ ຢ່າງແຜ່ກວ້າງໃນທົ່ວປະເທດ.

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

ໂຊ​ມາ​ເລຍ ​ໄດ້​ທົນ​ທຸກ​ທໍ​ລະ​ມານ ​ຜ່ານ​ຜ່າ​ໄພ​ແຫ້ງ​ແລ້ງ ທີ່​ແກ່​ຍາວ​ແບບ​ບໍ່​ເຄີຍ​ມີມາ​ກ່ອນ. ລະ​ດູ​ຝົນໃນ​ໄລ​ຍະ 5 ປີ​ທີ່​ບໍ່​ມາ​ຕາມ​ເວ​ລາ​ແລະ​ປີ​ທີ 6 ຊຶ່ງ​ຄາດ​ວ່າ​ຈະ​ມີ​ຂຶ້ນ​ໃນ​ລະ​ດູ​ບານ​ໃໝ່​ນີ້​ໄດ້​ຍັງ​ຜົນ​ໃຫ້​ເກີດ​ການ​ອຶດ​ຢາກ​ຢ່າງ​ແຜ່ກວ້າງ​ໃນ​ທົ່ວ​ປະ​ເທດ. ສະ​ຖາ​ນະ​ການ​ທີ່​ພວມ​ຊຸດ​ໂຊມ​ລົງ​ໄດ້​ກໍ່​ໃຫ້​ເກີດ​ບັນ​ຫາ​ຂັດ​ແຍ້ງເຊັ່ນ​ນຶ່ງ​ໃນ​ນັ້ນ ​ແມ່ນ​ກໍ່​ຂຶ້ນ​ໂດຍ​ກຸ່ມ​ອາ​ລ​-ຊາ​ບາບ ຫຼື​ບໍ່​ກໍ​ການ​ບຸກ​ໂຈມ​ຕີ​ແບບ​ບໍ່​ມີ​ການ​ທ້າ​ທາຍ​ເກາະ​ຜິດ​ຂອງ​ຣັດ​ເຊຍ​ຕໍ່​ຢູ​ເຄ​ຣນ ຊຶ່ງ​ເປັນ​ນຶ່ງ​ໃນ​ບັນ​ດາ​ປະ​ເທດ​ສົ່ງ​ອອກ​ອາ​ຫານ​ທີ່​ໃຫຍ່​ທີ່​ສຸດ​ໃນ​ໂລກ ແລະ​ເຮັດ​ໃຫ້​ສະ​ຖາ​ນະ​ການ​ທີ່​ຮ້າຍ​ແຮງ​ຢູ່​ແລ້ວ​ຊຸດ​ ໂຊມ​ລົງ​ຕື່ມ ​ກໍ​ແມ່ນ​ຜົນ​ສະ​ທ້ອນ​ຈາກ​ໂຣກ​ລະ​ບາດ​ໂຄວິດ ຊຶ່ງ​ໄດ້​ກໍ່​ໃຫ້​ເກີດ​ວິ​ກິດ​ການ​ໃນ​ຕ່ອງ​ໂສ້​ອຸບ​ປະ​ທານ.

ຜູ້​ຕາງ​ໜ້າ​ຖາ​ວອນ​ຂອງ​ສະ​ຫະ​ລັດ ​ປະ​ຈຳ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ທ່ານ​ນາງ​ລິນ​ດາ ໂທ​ມາ​ສ ກ່າວ​ວ່າ “ສະ​ຖາ​ນະ​ການ​ດ້ານ​ມະ​ນຸດ​ສະ​ທຳໃນ​ໂຊ​ມາ​ເລຍ​ແມ່ນເປັນ​ຕາ​ຢ້ານ ​ຄື​ກັນ​ກັບ​ຢູ່​ບ່ອນ​ອື່ນໆ​ຂອງ​ໂລກ​ ໃນ​ເວ​ລານີ້. ​ການ​ປະ​ສົມ​ປະ​ສານລະ​ຫວ່າງ​ໂຄວິດ ​ກັບບັນ​ຫາ​ຂັດ​ແຍ້ງແລະ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ໄດ້​ນຳ​ເອົາ​ຄຳ​ເວົ້າ​ທີ່​ໜ້າ​ຢ້ານ​ກົວ ໄພ​ອຶດ​ຫິວ ກັບ​ຄືນ​ມາ​ສູ່​ໂຊ​ມາ​ເລຍ​ອີກ.”

​ທ່ານ​ນາງ​ກ່າວ​ຕື່ມ​ວ່າ “ໄພອຶດ​ຫິວແມ່ນຄວາມ​ລົ້ມ​ແຫຼວ​ຂັ້ນ​ສຸດ​ທ້າຍ ​ຂ​ອງ​ປະ​ຊາ​ຄົມ​ນາໆ​ຊາດ. ໃນ​ໂລກ​ທີ່​ມີ​ອາຫານ​ການ​ກິນ​ຢ່າງ​ເຫຼືອ​ເຟືອນັ້ນ ປະ​ຊາ​ຄົມ​ທັງ​ໝົດ​ບໍ່​ຄວນ ບໍ່​ຄວນ​ທີ່​ຈະ​ອຶດ​ຢາກ​ເຖິງ​ຕາຍ.”

ແຕ່​ມີ​ຊາວ​ໂຊ​ມາ​ເລຍ​ຫຼາຍໆ​ສິບ​ພັນ​ຄົນ​ຄາດ​ກັນ​ວ່າ​ໄດ້​ເສຍ​ຊີ​ວິດ​ຍ້ອນ​ຄວາມ​ອຶດ​ຢາກ ແຕ່​ກໍ​ບໍ່​ມີ​ໂຕ​ເລກ​ທີ່​ແນ່ນອນ​ວ່າ​ມີ​ຈຳ​ນວນ​ເທົ່າ​ໃດ​ກັນ​ແທ້. ອີງ​ຕາມ​ອົງ​ການ​ຢູ​ນີ​ເຊັບ​ແລ້ວ ມີ​ເດັກ​ນ້ອຍ​ໂຊ​ມາ​ເລຍອາ​ຍຸ​ຕ່ຳ​ກວ່າ 5 ປີ​ຫຼາຍກວ່າ 5 ແສນ​ຄົນ ​ປະ​ສົບ​ກັບ​ ການ​ຂາດ​ແຄນ​ສານ​ອາ​ຫານ​ຢ່າງ​ຮ້າຍ​ແຮງ. ທົ່ງ​ໄຮ່​ທົ່ງ​ນາ​ທີ່​ຄາ​ດ​ໄຖ​ແລ້ວ​ຖືກ​ປະ​ປ່ອຍ​ຖິ້ມ​ໄວ້ ແລະ​ສັດ​ລ້ຽງ​ຫຼາຍ​ລ້ານ​ໂຕ​ກໍ​ເສຍ​ຊີ​ວິດ ຊຶ່ງ​ພາ​ໃຫ້​ເກີດ​ຄວາມ​ຍາກ​ລຳ​ບາກ​ເພີ້ມ​ຕື່ມ.

ເລີ້ມ​ແຕ່​ສົກ​ງົບ​ປະ​ມານ ​ປີ 2022 ເປັນ​ຕົ້ນ​ມາ ສະ​ຫະ​ລັດ​ໄດ້​ໃຫ້​ການ​ຊ່ວຍ​ເຫຼືອ​ຫຼາຍກວ່າ 2 ພັນ 500 ລ້ານ​ໂດ​ລາ ຕໍ່​ເຂດ​ແຫຼມ​ຮອນ​ຂອງ​ອາ​ຟ​ຣິ​ກາ ແລະ 1 ພັນ 300 ລ້ານ​ໂດ​ລາ ແມ່ນ​ຊ່ວຍ​ໂຊ​ມາ​ເລຍ​ໂດຍ​ກົງ. ເມື່ອ​ວັນ​ທີ 29 ມັງ​ກອນ ຜ່ານ​ມານີ້ ເອກ​ອັກ​ຄະ​ລັດ​ຖະ​ທູດໂທ​ມາ​ສ ກ​ຣີນ​ຟິ​ລ ໄດ້​ປະ​ກາດ​ວ່າ ສະ​ຫະ​ລັດໂດຍ​ຜ່ານ​ອົງ​ການ​ພັດ​ທະ​ນາ​ສົນ​ຫຼື​ຢູ​ເສດ ​ໃຫ້​ເງິນກ້ອນ​ໃໝ່ 41 ລ້ານ​ໂດ​ລາເພື່ອໃຫ້​ຄວາມ​ຊ່ວຍ​ເຫຼືອ​ທີ່​ມີ​ຄວາມ​ຕ້ອງ​ການ​ຢ່າງ​ຮີບ​ດ່ວນ​ແກ່​ໂຊ​ມາ​ເລຍ.

“ການ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ຂອງ​ພວກ​ເຮົາ​ໃນ​ປີ​ກາຍ ປະ​ກອບ​ເປັນ​ຫຼາຍກວ່າ 80 ເປີ​ເຊັນ​ ສຳ​ລັບ​ການ​ປະ​ຕິ​ບັດ​ງານ​ສຸກ​ເສີນ​ຂອງ​ໂຄງ​ການ​ອາ​ຫານ​ໂລກ​ຢູ່​ໃນ​ເຂດ​ແຫຼມ​ຮອນ​ຂອງ​ອາ​ຟ​ຣິ​ກາ. ສີ່​ເທົ່າ​ໃຫຍ່ກວ່າ​ການ​ບໍ​ລິ​ຈາກ​ຂອງ​ປະ​ເທດ​ອື່ນໆ​ຮວມ​ກັນ. ການ​ຊ່ວຍ​ເຫຼືອນັ້ນ​ໄດ້​ນຳ​ເອົາ​ອາ​ຫານ ນ້ຳ ບ່ອນ​ຢູ່​ອາ​ໄສ ມາ​ໃຫ້​ປະ​ຊາ​ຊົນ​ຊາວ​ໂຊ​ມາ​ເລຍ” ນັ້ນ​ຄື​ຄຳ​ເວົ້າ​ຂອງ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ໂທ​ມາ​ສ ກ​ຣິນ​ຟິ​ລ.

ທ່ານ​ນາງ​ກ່າວ​ຕື່ມ​ວ່າ “ສະ​ຫະ​ລັດ​ບໍ່​ສາ​ມາດ​ທີ່​ຈະ​ດຳ​ເນີນ​ການ​ສິ່ງນີ້​ໄດ້​ຕາມ​ລຳ​ພັງ. ນີ້​ແມ່ນ​ຄວາມ​ຮັບ​ຜິດ​ຊອບ​ຮ່ວມ​ກັນ. ນີ້​ແມ່ນ​ກ່ຽວ​ກັບ ​ຄວາມ​ເປັນ​ມະ​ນຸດ​ຊາດ​ຮ່ວມ​ກັນ​ຂອງ​ພວກ​ເຮົາ.”

“ສະ​ຫະ​ລັດ​ຂໍ​ຮ້ອງຕໍ່ປະ​ເທດ​ທີ່​ໃຫ້​ການ​ບໍ​ລິ​ຈາກ​ອື່ນໆ​ແລະ​ໂລກຈົ່ງ​ໃຫ້​ການ​ຊ່ວຍ​ເຫຼືອ​ຫຼາຍ​ຂຶ້ນ ແລະ​ກ້າ​ຫານ​ຫຼາຍ​ຂຶ້ນ. ນີ້​ແມ່ນ​ໂອ​ກາດ​ເວ​ລາ​ທີ່​ຈະ​ເສີມ​ຂະ​ຫຍາຍ
ການ​ປະ​ກອບ​ສ່ວນ​ທາງ​ດ້ານ​ມະ​ນຸດ​ສະ​ທຳ. ເພື່ອ​ສ້າງ​ຄວາມ​ແຕກ​ຕ່າງ​ໃຫ້​ແກ່​ຊີ​ວິດ​ຂອງ​ພວກ​ທີ່​ຕົກ​ຢູ່​ໃນ​ອັນ​ຕະ​ລາຍ. ເພື່ອ​ສະ​ໜອງ​ອາ​ຫານ​ການ​ກິນ​ແລະ​ສານ​ອາ​ຫານ​ທີ່​ເປັນ​ປະ​ໂຫຍດ ແລະ​ການ​ເຂົ້າ​ເຖິງ​ການ​ປິ່ນ​ປົວ​ສຸ​ຂະ​ພາບ ເຂົ້າ​ເຖິງ​ນ້ຳ ສຸ​ຂາ​ພິ​ບານ ແລະ​ບ່ອນ​ພັກ​ພາ​ອາ​ໄສ. ເພື່ອ​ຊ່ວຍ​ຊີ​ວິດ. ເພື່ອ​ໃຫ້​ຜູ້​ຄົນ​ມີ​ກຽດ​ສັກ​ສີ.”

XS
SM
MD
LG