Accessibility links

Breaking News

ບົດບັນນາທິການ: ການຊ່ວຍເຫຼືອ ອົບພະຍົບໂຣຮິງຢາ ທີ່ມີຄວາມຫຼໍ່ແຫຼມ ໃນບັງກລາແດັສ


ພວກ​ອົບ​ພະ​ຍົບ​ໂຣ​ຮິງ​ຢາ ທີ່​ສູນ​ແຫ່ງ​ນຶ່ງ​ໃນ​ບັງ​ກ​ລາ​ແດັ​ສ ເພື່ອ​ລະ​ນຶກ​ເຖິງວັນ​ຄົບ​ຮອບຫ້າ​ປີ ໃນ​ການ​ຫຼົບ​ໜີ​ໄປ​ຈາກ​ມຽນ​ມາ.
ພວກ​ອົບ​ພະ​ຍົບ​ໂຣ​ຮິງ​ຢາ ທີ່​ສູນ​ແຫ່ງ​ນຶ່ງ​ໃນ​ບັງ​ກ​ລາ​ແດັ​ສ ເພື່ອ​ລະ​ນຶກ​ເຖິງວັນ​ຄົບ​ຮອບຫ້າ​ປີ ໃນ​ການ​ຫຼົບ​ໜີ​ໄປ​ຈາກ​ມຽນ​ມາ.

​ໃນ​ປັດ​ຈຸ​ບັນ​ນີ້ ມີຊາວໂຣຮິງຢາ ອາໄສຢູ່ຕາມສູນອົບພະຍົບຕ່າງໆ ໃນບັງກລາແດັສເວລານີ້ ຮວມກັນແລ້ວ ປະມານນຶ່ງລ້ານຄົນ.

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

ເປັນ​ເວ​ລາຫ້າ​ປີ​ແລ້ວ ນັບ​ແຕ່​ພວກ​ທະ​ຫານ​ພະ​ມ້າໄດ້ເລີ້ມ​ການ​ປຸກ​ລະ​ດົມ​ຂ້າ​ລ້າງ​ເຊື້ອ​ຊາດ​ເຜົ່າ​ພັນ​ຕໍ່​ຊາວ​ໂຣ​ຮິງ​ຢາ. ຈຳ​ນວນ​ຊາວ​ອົບ​ພະ​ຍົບ​ໂຣ​ຮິງ​ຢາ​ທີ່​ໄດ້​ຫຼົບ​ໜີ​ເຂົ້າ​ໄປ​ໃນ​ບັງ​ກ​ລາ​ແດັ​ສ​ທີ່​ເປັນ​ເພື່ອນ​ບ້ານແມ່ນ​ເປັນ​ທີ່​ບົ່ງ​ບອກ​ກ່ຽວກັບ​ເລື້ອງນີ້. ນັບ​ແຕ່​ປີ 2017 ມາ ມີ 750,000 ຄົນ​ ​ພາ​ກັນ​ຫຼົບ​ໜີ​ຄວາມ​ຮຸນ​ແຮງ​ເຂົ້າ​ໄປຂໍ​ລີ້​ໄພ ເຮັດ​ໃຫ້​ຈຳ​ນວນ​ຊາວ​ໂຣ​ຮິງ​ຢາ ​ອາ​ໄສ​ຢູ່​ຕາມ​ສູນ​ອົບ​ພະ​ຍົບ​ຕ່າງໆ​ໃນບັງ​ກ​ລາ​ແດັ​ສ​ເວ​ລານີ້ ຮວມ​ກັນ​ແລ້ວ​ປະ​ມ​ານນຶ່ງ​ລ້ານ​ຄົນ.

ສະ​ຫະ​ລັດ​ຮັບ​ຮູ້​ເຖິງ​ຄວາມ​ເອື້ອ​ເຟື້ອ​ເພື່ອ​ແຜ່​ຂອງ​ລັດ​ຖະ​ບານ​ແລະ​ປະ​ຊາ​ຊົນ​ບັງ​ກ​ລາ​ແດັ​ສ ທີ່​ໄດ້​ໃຫ້​ການ​ຕ້ອນ​ຮັບ​ພວກ​ອົບ​ພະ​ຍົບ​ເຫຼົ່າ​ນີ້ ໂດຍ​ໄດ້​ຮັບ​ຄວາມ​ສະ​ໜັບ​ສະ​ໜຸນ​ຈາກ​ອົງ​ການ​ໃຫ້​ຄວາມ​ຊ່ວຍ​ເຫຼືອ ​ແລະ​ມະ​ນຸດ​ສະ​ທຳ ​ລະ​ຫວ່າງ​ປະ​ເທດ. ສະ​ຫະ​ລັດ​ຍັງ​ເປັນ​ຜູ້​ນຳ​ໜ້າ ໃນ​ການ​ບໍ​ລິ​ຈາກ​ ທາງ​ດ້ານ​ມະ​ນຸດ​ສະ​ທຳ ​ຕໍ່​ພວກ​ທີ່​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ພວກ​ເຂົາ​ເຈົ້າໄດ້​ຖືກ​ທຳ​ລາຍ​ຍ້ອນ​ຄວາມ​ຮຸນ​ແຮງ​ຢູ່​ໃນ​ລັດ​ຣາ​ໄຄ​ນ໌ ຂອງ​ພະ​ມ້າ. ໃນ​ໄລ​ຍະ 5 ປີ​ຜ່ານ​ມານີ້ ສະ​ຫະ​ລັດ​ໄດ້​ສະ​ໜອງ ການ​ຊ່ວຍ​ເຫຼືອ​ຫຼາຍກວ່າ 1 ພັນ 900 ລ້ານ​ໂດ​ລາ ແກ່​ປະ​ຊາ​ຊົນ​ທີ່​ໄດ້​ຮັບ​ຜົນ​ກະ​ທົບ​ຢູ່​ໃນ​ພະ​ມ້າ ບັງ​ກ​ລາ​ແດັ​ສ ແລະ​ບ່ອນ​ອື່ນໆ​ຢູ່​ໃນ​ຂົງ​ເຂດ ສຳ​ລັບ​ຊາວ​ໂຣ​ຮິງ​ຢາ ແລະ​ປະ​ຊາ​ຄົມ​ທີ່​ໃຫ້​ການ​ຕ້ອນ​ຮັບ​ເຂົາ​ເຈົ້າ. ​ນອກນັ້ນ ສະ​ຫະ​ລັດ​ຍັງ​ສືບ​ຕໍ່​ມີ​ຄວາມ​ໝັ້ນ​ໝາຍ ທີ່​ຈະ​ໃຫ້​ຄວາມ​ເປັນ​ທຳ​ແກ່​ຜູ້​ເຄາະ​ຮ້າຍແລະ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ພວກ​ທະ​ຫານ​ພະ​ມ້າໃນ​ການ​ກໍ່​ອາ​ຊະ​ຍາ​ກຳ​ທີ່​ຊົ່ວ​ຮ້າຍ​ຕໍ່​ຊາວ​ໂຣ​ຮິງ​ຢາ ແລະ​ການ​ສ້າງ​ຄວາມ​ກ້າວ​ໜ້າ​ໃຫ້​ແກ່​ການ​ແກ້​ໄຂ​ໄລ​ຍະ​ຍາວ​ສຳ​ລັບ​ອົບ​ພະ​ຍົບ​ໂຣ​ຮິງ​ຢາ ຮວມ​ທັງ​ການເດີນ​ທາງ​ກັບ​ຄືນ​ໄປ​ພະ​ມ້າຂອງ​ພວກ​ເຂົາ​ເຈົ້າ ດ້ວຍ​ຄວາມສະ​ໝັກ​ໃຈ ປອດ​ໄພ ແບບ​ມີ​ກຽດ​ສັກ​ສີ ແລະ​ຍືນ​ຍົງ ເວ​ລາ​ເງື່ອນ​ໄຂ​ຕ່າງໆ ​ອຳ​ນວຍ​ໃຫ້. ໃນ​ເວ​ລານີ້ ເງື່ອນ​ໄຂ​ຢູ່​ໃນ​ມຽນ​ມາ ຍັງ​ບໍ່​ມີ​ຄວາມ​ປອດ​ໄພ​ສຳ​ລັບ​ພວກ​ອົບ​ພະ​ຍົບ​ເທື່ອ ທີ່​ຈະ​ເດີນ​ທາງ​ກັບ​ຄືນ​ປະ​ເທດ.

ແຕ່​ແນວ​ໃດ​ກໍ​ຕາມ ສະ​ຖາ​ນະ​ການ​ສຳ​ລັບຜູ້​ຫຼົບ​ໄພ​ຊາວ​ໂຣ​ຮິງ​ຢາ​ຍັງ​ຢູ່​ໃນ​ອັນ​ຕະ​ລາຍ. ເຖິງ​ແມ່ນ​ບັງ​ກ​ລາ​ແດັ​ສ​ ຈະ​ມີ​ຄວາມ​ເອື້ອ​ເຟື້ອ​ເພື່ອ​ແຜ່ ​ກໍ​ຈິງ​ຢູ່ ແຕ່ເລື້ອງ ​ຄວາມ​ປອດ​ໄພ​ ແລະ​ການ​ມີ​ຜູ້​ຄົນ​ຫຼາຍ​ເກີນ​ຂອບ​ເຂດ​ຢູ່​ໃນ​ສູນ​ແຫ່ງ​ຕ່າງໆ​ແມ່ນ​ຍັງ​ເປັນ​ບັນ​ຫາ ໃນ​ຂະ​ນະ​ທີ່​ບໍ່​ມີ​ການ​ຈ້າງວຽກ​ ອິດ​ສະ​ຫຼະ​ພາບ​ໃນ​ການເດີ​ນ​ທາງ​ໄປ​ມາ ແລະ​ການ​ເຂົ້າ​ເຖິງ​ການ​ບໍ​ລິ​ການ​ຂັ້ນ​ພື້ນ​ຖານ​ຕ່າງໆ.

​ໃນ​ຖາ​ນະ​ທີ່​ເປັນ​ສ່ວນ​ນຶ່ງ ​ໃນ​ການ​ເປັນ​ພາ​ຄີ​ແບບ​ບໍ່​ມີ​ການ​ປ່ຽນ​ແປງ​ ຂອງ​ສະ​ຫະ​ລັດ ​ກັບ​ລັດ​ຖະ​ບານ​ບັງ​ກ​ລາ​ແດັ​ສແລະ​ການ​ໃຫ້​ຄວາມ​ສະ​ໜັບ​ສະ​ໜຸນ​ຕໍ່​ຜູ້​ຫຼົບ​ໄພ​ຊາວ​ໂຣ​ຮິງ​ຢານັ້ນ ໃນ​ເດືອນ​ແລ້ວນີ້ ລັດ​ຖະ​ມົນ​ຕີ​ກະ​ຊວງຕ່າງ​ປະ​ເທດ​ສະ​ຫະ​ລັດ​ ທ່ານ​ແອນ​ໂທ​ນີ ບ​ລິງ​ເກັນ ໄດ້​ປະ​ກາດ​ກ່ຽວ​ກັບ​ການ​ຈັດ​ຕັ້ງໂຄງ​ການ​ຕັ້ງ​ຖິ່ນ​ຖານ​ໃໝ່​ສຳ​ລັບ​ອົບ​ພະ​ຍົບ​ຊາວ​ໂຣ​ຮິງ​ຢາ​ທີ່​ມີ​ຄວາມ​ຫຼໍ່​ແຫຼມທີ່​ໃຫ້​ການ​ຮ່ວມ​ມື​ກັບ​ລັດ​ຖະບານ​ບັ​ງ​ກ​ລາ​ແດັ​ສ ແລະ​ຂ້າ​ຫຼວງ​ໃຫຍ່​ດ້ານ​ອົບ​ພະ​ຍົບ​ຂອງ​ສະ​ຫະ​ປະ​ຊາ​ຊາດ.

“ໂຄງ​ການນີ້ ຊຶ່ງ​ຈະ​ເປັນ​ສ່ວນ​ນຶ່​ງ​ ຂອງ​ໂຄງ​ການ​ຮັບ​ເອົາ​ອົບ​ພະ​ຍົບ​ຂອງ​ສະ​ຫະ​ລັດ​ໃນ​ທົ່ວ​ໂລກ ແມ່ນ​ອົງ​ປະ​ກອບ​ອັນ​ນຶ່ງໃນ​ການ​ຮັບ​ມືຮອບ​ດ້ານຕໍ່​ວິ​ກິດ​ການ​ອົບພະ​ຍົບ​ໂຣ​ຮິງ​ຢາ ຊຶ່ງ​ມີ​ຈຸດ​ເພັ່ງ​ເລັງ​ຫຼັກ ​ໃສ່​ການ​ກະ​ກຽມ​ໃຫ້ຊາວ​ໂຣ​ຮິງຢາ ເດີນ​ທາງ​ກັບ​ຄືນ​ປະ​ເທດ ດ້ວຍ​ຄວາມສະ​ໝັກ​ໃຈ ປອດ​ໄພ ແບບ​ມີ​ກຽດ​ສັກ​ສີ ແລະ​ຍືນ​ຍົງ. ສະ​ຫະ​ລັດ​ຈະ​ພິ​ຈາ​ລະ​ນາ​ການ​ສະ​ເໜີ​ເພື່ອ​ຕັ້ງ​ຖິ່ນ​ຖານ​ໃໝ່ໂດຍ​ອົງ​ການຂ້າ​ຫຼວງ​ໃຫຍ່ ​ດ້ານອົບ​ພະ​ຍົບຂອງ​ສະ​ຫະ​ປະ​ຊາ​ຊາດ” ນັ້ນ​ຄື​ຄຳ​ເວົ້າ ​ຂອງ​ລັດ​ຖະ​ມົນ​ຕີບ​ລິງ​ເກັນ ຢູ່​ໃນ​ຖະ​ແຫຼງ​ການ.

“ການ​ຕັ້ງ​ຖິ່ນ​ຖານ​ໃໝ່ ​ຂອງ​ຊາວ​ໂຣ​ຮິງ​ຢາ​ທີ່​ມີ​ຄວາມ​ຫຼໍ່​ແຫຼມ ​ຈາກ​ບັງ​ກ​ລາ​ແດັ​ສ ແມ່ນ​ໄດ້​ສະ​ທ້ອນ​ໃຫ້​ເຫັນ​ ເຖິງ​ການ​ເປັນ​ຜູ້ນຳ​ທີ່​ມີ​ມາ​ເປັນ​ເວ​ລາ​ດົນ​ນານ​ໃນ​ດ້ານ​ການ​ຕັ້ງ​ຖິ່ນ​ຖານ​ຂອງ​ອົບ​ພະ​ຍົບທ່າມ​ກາງ​ການ​ປະ​ເຊີນ​ໜ້າ​ກັບ​ວິ​ກິດ​ການ​ອົບ​ພະ ​ຍົບ​ຫຼົບ​ໄພ​ແບບ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ ​ຂະ​ນະ​ທີ່​ຜູ້​ຄົນ​ຫຼາຍ​ເປັນ​ປະ​ຫວັດ​ການ​ໃນທົ່ວ​ໂລກ​ໄດ້​ຖືກ​ບັງ​ຄັບ​ໃຫ້​ຫຼົບ​ໜີ​ຈາກ​ສົງ​ຄາມ ການ​ປະ​ຫັດ​ປະ​ຫານ ແລະ​ການ​ຂາດ​ສະ​ຖຽນ​ລະ​ພາບ” ລັດ​ຖະ​ມົນ​ຕີບ​ລິງ​ເກັນ ກ່າວ​ຕື່ມ​ວ່າ “ພວກ​ເຮົາ​ຂໍ​ຂອບ​ໃຈ​ ລັດ​ຖະ​ບານບັງ​ກ​ລາ​ແດັ​ສ ໃນ​ຖາ​ນະ​ເຈົ້າ​ພາບທີ່​ເອື້ອ​ເຟື້ອ​ເພື່ອ​ແຜ່​ຕ້ອນ​ຮັບອົ​ບ​ພະ​ຍົບ ແລະ​ການ​ສະ​ໜັບ​ສະ​ໜຸນ​ຂອງ​ພວກ​ເຂົາ​ເຈົ້າ​ຕໍ່​ຂໍ້​ລິ​ເລີ້ມ​ການ​ຕັ້ງ​ຖິ່ນ​ຖານ​ໃໝ່​ນີ້.”

XS
SM
MD
LG