Accessibility links

Breaking News

ບົດບັນນາທິການ: ກຸ່ມເຮັສໂບລລາ ຕ້ອງເປັນຜູ້ຮັບຜິດຊອບ


ພວກ​ນັກ​ລົບ​​ກຸ່ມ​ເຮັ​ສ​ໂບ​ລ​ລາ ຢືນ​ຢູ່​ຕໍ່​ໜ້າ​ຮູບ​ປັ້ນ​ ຂອງ​ນາຍ​ພົນອີ​ຣ່ານ ທ່ານ​ກາ​ສ​ແຊມ ຊູ​ເລ​ມາ​ນີ ​ແລະ​ສາ​ບານ​ຕົນ ໃນ​ລະ​ຫວ່າງ​ພິ​ທີ​ລະ​ນຶກ​ເຖິງ ວັນ​ຄົບ​ຮອບ​ປີ​ທີ 2 ທີ່​ລາວ​ຖືກ​ສັງ​ຫານ ຢູ່​ໃນ​ເຂດ​ຊານ​ເມືອງ​ກຳ​ໃຕ້ ຂອງ​ນະ​ຄອນ​ເບ​ຣຸດ ປະ​ເທດ​ເລ​ບາ​ນອນ. (ແຟ້ມ)
ພວກ​ນັກ​ລົບ​​ກຸ່ມ​ເຮັ​ສ​ໂບ​ລ​ລາ ຢືນ​ຢູ່​ຕໍ່​ໜ້າ​ຮູບ​ປັ້ນ​ ຂອງ​ນາຍ​ພົນອີ​ຣ່ານ ທ່ານ​ກາ​ສ​ແຊມ ຊູ​ເລ​ມາ​ນີ ​ແລະ​ສາ​ບານ​ຕົນ ໃນ​ລະ​ຫວ່າງ​ພິ​ທີ​ລະ​ນຶກ​ເຖິງ ວັນ​ຄົບ​ຮອບ​ປີ​ທີ 2 ທີ່​ລາວ​ຖືກ​ສັງ​ຫານ ຢູ່​ໃນ​ເຂດ​ຊານ​ເມືອງ​ກຳ​ໃຕ້ ຂອງ​ນະ​ຄອນ​ເບ​ຣຸດ ປະ​ເທດ​ເລ​ບາ​ນອນ. (ແຟ້ມ)

ສະຫະລັດຂໍຮຽກຮ້ອງໃຫ້ປະເທດຕ່າງໆຢູ່ໃນທົ່ວໂລກ ຈົ່ງທຳການລົງໂທດແລະໃສ່ໂທດ ກຸ່ມກໍ່ການຮ້າຍເຮັສໂບລລາ ທີ່ໄດ້ຮັບການໜຸນຫລັງຈາກອີຣ່ານ.

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

ສະ​ຫະ​ລັດ​ຂໍ​ຮຽກ​ຮ້ອງ​ໃຫ້​ປະ​ເທດ​ຕ່າງໆຢູ່​ໃນ​ທົ່ວ​ໂລກ ​ຈົ່ງທຳ​ການ​ລົງ​ໂທດ​ແລະໃສ່​ໂທດ ​ກຸ່ມ​ກໍ່​ການ​ຮ້າຍ​ເຮັ​ສ​ໂບ​ລ​ລາ ທີ່​ໄດ້​ຮັບ​ການ​ໜຸນ​ຫລັງ​ຈາກ​ອີ​ຣ່ານ.

ການ​ຮຽກ​ຮ້ອງ​ດັ່ງ​ກ່າວ​ມີ​ຂຶ້ນໃນ​ວັນ​ຄົບ​ຮອບ​ການ​ໂຈມ​ຕີ​ທີ່​ໂຫດ​ຮ້າຍ 2 ຄັ້ງ​ຂອງ​ກຸ່ມເຮັ​ສ​ໂບ​ລ​ລາ. ຄັ້ງທຳ​ອິດ​ແມ່ນ​ການວາງ​ລະ​ເບີດ ​ໃນ​ວັນ​ທີ 18 ກໍ​ລະ​ກົດ ປີ 1994 ໃສ່​ສູນ​ກາງ​ປະ​ຊາ​ຄົມ​ຊາວ​ຢິວ ​ໃນ​ອາ​ເຈັນ​ຕີ​ນາ ຫຼື AMIA ທີ່​ນະ​ຄອນ​ບູ​ແອ​ນົ​ສ​ແອ​ເຣັ​ສ. ຄັ້ງ​ທີ 2 ແມ່ນ​ການ​ໂຈມ​ຕີ​ດ້ວຍ​ລະ​ເບີດໃສ່​ລົດ​ນັກທ່ອງ​ທ່ຽວ​ອິ​ສ​ຣາ​ແອ​ລ ທີ່​ປະ​ເທດ​ບຸ​ລ​ກາ​ເຣຍ ເມື່ອ 18 ປີ​ຕໍ່​ມາ​ໃນ​ມື້​ດຽວ​ກັນ.

ການ​ໂຈມ​ຕີ​ຕໍ່​ສູນ​ກາງ​ປະ​ຊາ​ຄົມ​ຊາວ​ຢິວ ໃນ​ອາ​ເຈັນ​ຕີ​ນາ​ໄດ້​ສັງ​ຫານ 85 ຄົນ ແລະ​ບາດ​ເຈັບ​ອີກ​ຫຼາຍ​ຮ້ອຍ​ຄົນ. ທີ່​ປະ​ເທດ​ບຸນ​ກາ​ເຣຍ ມີ​ຊາວ​ອິ​ສ​ຣາ​ແອ​ລ 5 ຄົນ​ເສຍ​ຊີ​ວິດ ແລະ​ຊາວ​ໜຸ່ມ​ອິ​ສ​ຣາ​ແອ​ລ 45 ຄົນບາດ​ເຈັບ.

ການ​ໂຈມ​ຕີ​ທັງ​ສອງນີ້​ມີ​ຂຶ້ນ​ໄດ້​ກໍ​ຍ້ອນ​ໄດ້​ຮັບ​ຄວາມ​ສະ​ໜັບ​ສະ​ໜຸນ​ຈາກ​ເຈົ້າ​ໜ້າ​ທີ່​ອີ​ຣ່ານ. ໃນ​ຖະ​ແຫຼງ​ການ​ເນື່ອງ​ໃນ​ວັນ​ຄົບ​ຮອບນັ້ນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ເນດ ໄພ​ຣ​ສ໌ໃຫ້​ຂໍ້​ສັງ​ເກດ​ວ່າການ​ໂຈມ​ຕີ​ຕໍ່​ສູນ​ກາງ AMIA ທີ່​ນະ​ຄອນ​ບູ​ແອ​ນົ​ສ​ແອ​ເຣັ​ສແມ່ນ “ກ​ານ​ໂຈມ​ຕີ​ຕໍ່​ຕ້ານ​ຊາວ​ຢິວ​ທີ່​ຮ້າຍ​ແຮງ​ສຸດ​ໃນ​ຮອບ​ເຄິ່ງ​ສັດ​ຕະ​ວັດ​ກວ່າໆ” ຊຶ່ງ​ທ່ານ​ເອີ້ນ​ວ່າ “ເປັນ​ຕົວ​ຢ່າງ​ອັນ​ຈະ​ແຈ້ງ​ໃນ​ການ​ໃຫ້​ຄວາ​ມ​ສະ​ໜັບ​ສະ​ໜຸນ​ຂອງ​ອີ​ຣ່ານ ຕໍ່​ການ​ກໍ່​ການ​ຮ້າຍ​ລະ​ຫວ່າງ​ປະ​ເທດ.”

ທ່ານ​ຂຽນ​ຕື່ມ​ອີກວ່າ “ເຈົ້າ​ໜ້າ​ທີ່​ລະ​ດັບ​ສູງ​ຂອງ​ລັດ​ຖະ​ບານ​ອີ​ຣ່ານ ແມ່ນ​ມີ​ການພົວ​ພັນ​ໂດຍ​ກົງ​ກັບ​ການ​ໂຈມ​ຕີ ແລະ​ກຸ່ມເຮັ​ສ​ໂບ​ລ​ລາເປັນ​ຜູ້​ລົງ​ມື​ກະ​ທຳ​ຕາມ​ຄຳ​ແນະ​ນຳ​ຂອງ​ອຳ​ນາດ​ການ​ປົກ​ຄອງ​ອີ​ຣ່ານ. ໃນ​ຂະ​ນະ​ທີ່​ຍັງ​ບໍ່​ທັນ​ມີ​ບຸກ​ຄົນ​ໃດ​ທີ່​ຮັບ​ຜິດ​ຊອບ​ຖືກ​ນຳ​ໂຕ​ມາ​ລົງ​ໂທດ ສະ​ຫະ​ລັດ​ເຊື່ອ​ວ່າ ຊາວ​ອາ​ເຈັນ​ຕີ​ນາ​ທັງ​ໝົດ
ສົມ​ຄວນໃຫ້​ນຳ​ເອົາ​ຜູ້​ກໍ່​ການ​ທັງ​ໝົດມາ​ຮັບ​ຜິດ​ຊອບ​ຕໍ່​ການ​ກະ​ທຳ​ທີ່​ຕ່ຳ​ຊ້າ​ແລະ​ຂີ້​ຂາດ​ຕາ​ຂາວ​ດັ່ງ​ກ່າວນີ້.”

ທ່ານ​ນາງ​ເດ​ໂບ​ຣາ ລິບ​ສ​ຕາດ ທູດ​ພິ​ເສດ​ຂອງ​ສະ​ຫະ​ລັດ ຮັບ​ຜິດ​ຊອບ​ໃນ​ການ​ຕິດ​ຕາມ​ສິ້ງ​ຊອມ​ແລະ​ປາບ​ປາມ​ການ​ຕໍ່​ຕ້ານ​ຊາວ​ຢິວ ຊຶ່ງ​ໄດ້​ເດີນ​ທາງ​ໄປ​ອາ​ເຈັນ​ຕີ​ນາ ໃນ​ລະ​ຫວ່າງວັນ​ຄົບ​ຮອບ​ຂອງ​ການ​ໂຈມ​ຕີນີ້ ຍັງ​ໄດ້​ໃຫ້​ການ​ຢືນ​ຢັນ​ອີກ​ຄັ້ງ​ນຶ່ງເຖິງ​ການ​ໃຫ້​ຄວາມ​ສະ​ໜັບ​ສະ​ໜຸນ​ຂອງ​ສະ​ຫະ​ລັດຕໍ່​ຜູ້​ທີ່ “ຢາກໃຫ້ນຳ​ເອົາ​ໂຕ ຜູ້​ຮັບ​ຜິດ​ຊອບ ໃນການ​ກະ​ທຳ​ທີ່​ໜ້າ​ຢ້ານ​ກົວມື້ນັ້ນ ມາ​ລົງ​ໂທດ.”

ທີ່​ປະ​ເທດ​ບຸ​ລ​ກາ​ເຣຍ ໜ່ວຍ​ປະ​ຕິ​ບັດ​ງານ​ຂອງ​ກຸ່ມ​ເຮັ​ສ​ໂບ​ລ​ລາ 2 ຄົນ ​ໄດ້​ຖືກ​ຕັດ​ສິນ​ໂທດ​ລັບ​ຫຼັງ ​ໃນ​ການ​ພົວ​ພັນ​ກັບ​ການ​ໂຈມ​ຕີ​ດ້ວຍ​ລະ​ເບີດ​ໃສ່ລົດ​ນັກ​ທ່ອງ​ທ່ຽວ ​ແຕ່​ເນື່ອງ​ຈາກ​ຍັງ​ບໍ່​ຮູ້​ຈັກ​ວ່າ ​ບຸກ​ຄົນ​ທັງ​ສອງລີ້​ຢູ່​ໃສ​ແທ້ ການ​ນຳ​ໂຕ​ມາ​ລົງ​ໂທດ​ຈຶ່ງ​ຍັງ​ບໍ່​ມີ​ຂຶ້ນ​ເທື່ອ.

ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ເນດ ໄພ​ຣ​ສ໌ ກ່າວ​ວ່າ “ສະ​ຫະ​ລັດ​ມີ​ຄວາມ​ໝັ້ນ​ໝາຍ​ທີ່​ຈະ​ຕໍ່​ຕ້ານ ​ອິດ​ທິ​ພົນ​ທີ່​ເປັນ​ໄພ​ອັນ​ຕະ​ລາຍ ​ຂອງ​ກຸ່ມ​ເຮັ​ສ​ໂບ​ລ​ລາແລະ​ອີ​ຣ່ານ. ການ​ໃຫ້​ທຶນ​ສະ​ໜັບ​ສະ​ໜຸນ ການ​ຝຶກ​ແອບ ດ້ານ​ອາ​ວຸດແລະ​ການ​ສະ​ໜັບອື່ນໆ ທີ່​ອີ​ຣ່ານ​ໄດ້​ສະ​ໜອງ​ ໃຫ້​ແກ່​ກຸ່ມ​ເຮັ​ສ​ໂບ​ລ​ລາ ເພື່ອ​ສະ​ໜັບ​ສະ​ນຸນ​ການ​ກໍ່​ການ​ຮ້າຍ ​ທີ່​ສະ​ຫຼັບ​ຊັບ​ຊ້ອນແລະ​ຕ່ຳ​ຊ້າ​ຕ່າງໆ ເຊັ່ນ​ການ​ກະ​ທຳ​ເຫຼົ່າ​ນີ້​ເປັນ​ຕົ້ນ.” ທ່ານປະ​ກາດ​ວ່າ “ການ​ສັງ​ຫານ​ພົນ​ລະ​ເຮືອນ ​ທີ່​ໄຮ້​ຄວາມ​ຮູ້​ສຶກ​ດັ່ງ​ກ່າວ ແມ່ນ​ເປັນ​ທີ່ ຍອມ​ຮັບ​ເອົາ​ບໍ່​ໄດ້. ດ້ວຍ​ການ​ສະ​ໜັບ​ສະ​ໜຸນ​ຂອງ​ພວກ​ເຮົາມີ​ຫຼາຍກວ່າ​ສິບ​ປະ​ເທ​ດ ຈາກ​ຢູ​ໂຣບ ອາ​ເມ​ຣິ​ກາ​ໃຕ້ ອາ​ເມ​ຣິ​ກາ​ກາງ ແລະ​ຈາກ​ຂົງ​ເຂດ​ປາ​ຊີ​ຟິກ​ໄດ້ອອກ​ການ​ລະ​ບຸຊື່ລະ​ດັບ​ຊາດ ຫ້າມຫຼື​ການ​ຈຳ​ກັດ​ອື່ນໆ​ຕໍ່​ກຸ່ມ​ເຮັ​ສ​ໂບ​ລ​ລາ. ພວກເຮົາ​ຂໍ​ຮຽກ​ຮ້ອງ​ໃຫ້​ປະ​ເທດ​ອື່ນໆ​ອີກ ເອົາ​ມາດ​ຕະ​ການ​ທີ່​ຄ້າຍ​ຄື​ກັນ​ນີ້ ຊຶ່ງ​ຈະ​ເຮັດ​ໃຫ້​ເປັນ​ການ​ຍາກ​ຂຶ້ນ​ຕໍ່​ກຸ່ມ​ເຮັ​ສ​ໂບ​ລ​ລາ ຫຼື​ຜູ້​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ຢູ່​ເຕ​ຫະ​ຣ່ານ ຈະ​ທຳ​ການ​ຂົ່ມ​ຂູ່​ຕໍ່​ສັນ​ຕິ​ພາບ ແລະ​ຄວາມ​ໝັ້ນ​ຄົງ​ຢູ່​ໃນ​ທົ່ວ​ໂລກ.”

XS
SM
MD
LG