Accessibility links

Breaking News

ບົດບັນນາທິການ: ອີຣ່ານຖືກຕ້ອງຕິ ຍ້ອນບໍ່ໃຫ້ການຮ່ວມມືແກ່ອົງການພະລັງງານປະລະມານູສາກົນ


ເຕົາ​ແຍກ​ນິວ​ເຄ​ລຍ​ເພື່ອ​ການ​ຄົ້ນ​ຄວ້າ ທີ່​ສຳ​ນັກ​ງານ​ໃຫຍ່​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມະ​ນູ​ອີ​ຣ່ານ. (ແຟ້ມ)
ເຕົາ​ແຍກ​ນິວ​ເຄ​ລຍ​ເພື່ອ​ການ​ຄົ້ນ​ຄວ້າ ທີ່​ສຳ​ນັກ​ງານ​ໃຫຍ່​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມະ​ນູ​ອີ​ຣ່ານ. (ແຟ້ມ)

ສະພາຄຸ້ມຄອງອົງການພະລັງງານປະລະມານູສາກົນ ໄດ້ລົງຄະແນນສຽງຢ່າງຖ້ວມລົ້ນຕ້ອງຕິລັດຖະບານອີຣ່ານ ທີ່ບໍ່ສາມາດຕອບຄຳຖາມຢ່າງຄົບຖ້ວນ ກ່ຽວກັບຮ່ອງຮອຍຂອງທາດຢູເຣນຽມ ຊຶ່ງໄດ້ຖືກພົບເຫັນ ຢູ່ 3 ບ່ອນ ທີ່ບໍ່ໄດ້ມີການປະກາດໃຫ້ຊາບໃນອີຣ່ານ.

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

ສະ​ພາ​ຄຸ້ມ​ຄອງ​ອົງ​ການ​ພະ​ລັງ​ງ​ານ​ປະ​ລະ​ມາ​ນູ​ສາ​ກົນ ຫຼື IAEA ໄດ້​ລົງຄະ​ແນນສຽງ​ຢ່​າງ​ຖ້ວມລົ້ນຕ້ອງ​ຕິ​ລັດ​ຖະ​ບານ​ອີ​ຣ່ານ ທີ່​ບໍ່​ສາ​ມາດ​ຕອບ​ຄຳ​ຖາມຢ່າງຄົບ ​ຖ້ວນ ກ່ຽວ​ກັບ​ຮ່ອງ​ຮອຍ​ຂອງ​ທາດ​ຢູ​ເຣ​ນຽມ ຊຶ່ງ​ໄດ້​ຖືກ​ພົບ​ເຫັນ ​ຢູ່ 3 ບ່ອນ ​ທີ່ບໍ່​ໄດ້​ມີ​ການ​ປະ​ກາດ​ໃຫ້​ຊາບ​ໃນ​ອີ​ຣ່ານ.

ການ​ລົງ​ຄະ​ແນນ​ສຽງ​ໄດ້​ມີ​ຂຶ້ນ ​ໃນ​ວັນ​ທີ 8 ມິ​ຖຸ​ນາ​ຜ່ານ​ມາ ຫຼັງ​ຈາກ​ຜູ້​ອຳ​ນວຍ​ການ​ຂອງ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ ທ່ານ​ຣາ​ຟາ​ແລ ກ​ຣອ​ສ​ຊີ​ໄດ້​ຍື່ນ​ລາຍ​ງານ​ຕໍ່​ຄະ​ນະ​ສະ​ພາ​ຄຸ້ມ​ຄອງໂດຍ​ໃຫ້​ເຫ​ດ​ຜົນ​ວ່າອີ​ຣ່ານ​ບໍ່​ໃຫ້​ການ​ຮ່ວມ ​ມື​ກັບອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ ໃນ​ການ​ສືບ​ສວນ​ກ່ຽວ​ກັບ​ເລື້ອງນີ້. ທີ່ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ເມື່ອ​ວັນ​ທີ 6 ມິ​ຖຸ​ນາ​ຜ່ານ​ມາ ຜູ້​ອຳ​ນວຍ​ການ​ໃຫຍ່ ​ກ​ຣອ​ສ​ຊີກ່າວ​ວ່າ “ອີ​ຣ່ານ​ບໍ່​ໄດ້​ໃຫ້​ຄຳ​ອະ​ທິ​ບາຍ​ວ່າ ມັນ​ມີ​ຄວາມ​ໜ້າ​ເຊື່ອ​ຖື​ທາງ
ດ້ານ​ເຕັກ​ນິ​ກ​ຫຼື​ບໍ່ ໃນ​ຄວາ​ມ​ສຳ​ພັນ​ລະ​ຫວ່າງ​ການ​ພົບ​ເຫັນ​ຂອງ​ທາງ​ອົງ​ການ ຢູ່​ສະ​ຖານ​ທີ່ 3 ບ່ອນ​ໃນ​ປະ​ເທດ​ອີ​ຣ່ານ.” ນອກ​ນັ້ນ ທ່ານ​ຍັງ​ໃຫ້​ຂໍ້​ສັງ​ເກດ​ວ່າ ອີ​ຣ່ານ​ແມ່ນ​ຍັງ​ອີກ ​ບໍ່​ເທົ່າ​ໃດ​ອາ​ທິດ​ທໍ່​ນັ້ນ​ ກໍ​ຈະ​ມີ​ທາດ​ຢູ​ເຣ​ນຽມ​ທີ່​ກັ່ນ​ແລ້ວ​ໃນ​ລະ​ດັບ​ສູງ “ໃນ​ຈຳ​ນວນ​ທີ່​ສຳ​ຄັນ.”

30 ໃນ​ຈຳ​ນວນ​ທັງ​ໝົດ 35 ປະ​ເທດໄດ້​ລົງ​ຄະ​ແນນ​ສຽງ​ເຫັນ​ພ້ອມ​ກັບ​ມະ​ຕິ​ຂອງ
ອົງ​ການ​ພະ​ລັງ​ງານ​ປະ​ລະ​ມະ​ນູ​ສາ​ກົນ. ສອງ​ປະ​ເທດ ມີ​ຣັດ​ເຊຍ ແລະ​ຈີນ ໄດ້​ລົງ​ຄະ​ແນນ​ສຽງ​ຄັດ​ຄ້ານ ແລະ​ອີກ 3 ປະ​ເທດ ມີ​ອິນ​ເດຍ ປາ​ກິ​ສ​ຖານ ແລະ​ລີ​ເບຍ ໄດ້​ພາ​ກັນ​ບໍ່​ອອກ​ສຽງ.

ສະ​ຫະ​ລັດ ​ຢູ່​ໃນ​ຖະ​ແຫຼງ​ການ​ຮ່ວມ ກັບ​ປະ​ເທດ​ຝ​ຣັ່ງ ເຢຍ​ຣະ​ມັນ ແລະ​ສະ​ຫະ​ຣາ​ຊະ​ອາ​ນາ​ຈັກ ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ມະ​ຕິ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ “ເພື່ອ​ສະ​ໜອງ​ຕອບ ຕໍ່​ການ​ໃຫ້​ຄວາມ​ຮ່ວມ​ມື​ບໍ່​ພຽງ​ພໍ​ ຂອງ​ອີ​ຣ່ານກ່ຽວ ກັບບັນ​ຫາການ​ຄຸ້ມ​ຄອງ​ຢ່າງ​ເຂັ້ມ​ງວດ ​ແລະ​ພົ້ນ​ເດັ່ນ ​ທີ່ພົວ​ພັນ​ກັບ​ພັນ​ທະ​ຂອງ​ອີ​ຣ່ານ ພາຍ​ໃຕ້​ຂໍ້​ຕົກ​ລົງ​ NPT ທີ່​ມີ​ການ​ບັງ​ຄັບ​ນັ້ນ.”

4 ປະ​ເທດ​ກ່າວ​ວ່າ ການ​ລົງ​ຄະ​ແນນ​ຢ່າງ​ຖ້ວມ​ລົ້ນ​ຂອງ​ສຽງ​ສ່ວນ​ຫຼາຍ​ຕ່ໍ​ມະ​ຕິ​ດັ່ງ​ກ່າວ “ໄດ້​ສົ່ງ​ສານ​ແບບ​ບໍ່​ຄຸມ​ເຄືອ​ໄປ​ຍັງ​ອີ​ຣ່ານ​ວ່າ ​ຕົນຕ້ອງ​ໄດ້​ປະ​ຕິ​ບັດ​ຕາມ​ພັນ​ທະ​ໃນ​ກາ​ນ​ຄຸ້ມ​ຄອງ ແລະ​ສະ​ໜອງ​ການ​ໃຫ້​ຄວາມ​ກະ​ຈ່າງ​ແຈ້ງ​ທີ່​ໜ້າ​ເຊື່ອ​ຖື​ທາງ​ດ້ານ​ເຕັກ​ນິກ​ກ່ຽວ​ກັບ​ບັນ​ຫາ​ຄຸ້ມ​ຄອງ​ທີ່​ສຳ​ຄັນ​ຕ່າງໆ.”

ສະ​ຫະ​ລັດ ຝ​ຣັ່ງ ເຢຍ​ຣະ​ມັນ ແລະ​ສະ​ຫະ​ຣາ​ຊະ​ອາ​ນາ​ຈັກ ຂໍແນະ​ນຳໃຫ້​ອີ​ຣ່ານ ເອົາ​ໃຈ​ໃສ່​ຕໍ່​ຄຳ​ຮຽກ​ຮ້ອງ​ຂອງ​ປະ​ຊາ​ຄົມ​ນາໆ​ຊາດໃຫ້​ເຮັ​ດ​ຫຼ້ອນ​ພັນ​ທະ​ທາງ​ດ້ານ​ກົດ​ໝາຍ​ຂອງ​ຕົນ ແລະ​ໃຫ້​ການ​ຮ່ວມ​ມື​ກັບ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ ເພື່ອ​ໃຫ້​ຄວາມ​ກະ​ຈ່າງ​ແຈ້ງ​ຢ່າງ​ຄົບ​ຖ້ວນ ແລະ​ແກ້​ໄຂ​ບັນ​ຫາ​ຕ່າງໆ​ ໂດຍ​ປາ​ສະ​ຈາກ​ການ​ຊັກ​ຊ້າ​ໃດໆ.”

ການ​ຮັບ​ຮອງ​ເອົາ​ມະ​ຕິ​ຂອງ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ ມີ​ຂຶ້ນ​ໃນ​ລະ​ຫວ່າງ​ການ​ຢຸດ​ພັກ ໃນ​ການ​ເຈ​ລະ​ຈາ​ລະ​ຫວ່າງ​ອີ​ຣ່ານແລະ​ກຸ່ມ​ຫ້າ​ປະ​ເທດບວກ​ນຶ່ງ ເພື່ອ​ໃຫ້​ສະ​ຫະ​ລັດ ແລະ​ອີ​ຣ່ານ​ກັບ​ຄືນ​ໄປ​ສູ່​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ໂດຍ​ເຕັມ​ຕໍ່​ຂໍ້​ຕົກ​ລົງ​ນິວ​ເຄ​ລຍ ຊຶ່ງ​ເປັນ​ທີ່​ຮູ້​ກັນ​ໃນ​ຊື່ JCPOA. ການ​ເຈ​ລະ​ຈາ​ເປັນ​ເວ​ລາ​ນຶ່ງ​ປີ ທີ່​ນະ​ຄອນ​ວຽນ​ນາ ໄດ້​ຕົກ​ຢູ່​ໃນ​ສະ​ພາບ​ບໍ່​ໄປ​ບໍ່​ມາ ເມື່ອ​ມໍ່ໆ​ມານີ້​ ກ່ຽວ​ກັບ​ບັນ​ຫາ​ທີ່​ບໍ່​ພົວ​ພັນ​ໃນ​ເລື້ອງ​ນິວ​ເຄ​ລຍ ທີ່​ຢູ່ນອກ​ຂອບ​ເຂດ​ຂອງຂໍ້​ຕົກ​ລົງ JCPOA.

ໂຄ​ສົກ​ຂອງ​ທຳ​ນຽບ​ຂ​າວ ທ່ານ​ນາງ​ແຄ​ຣີນ ຊັງ​ປີ​ແອ ກ່າວ​ວ່າ ສະ​ຫະ​ລັດ​ຖື​ວ່າ​ບັນ​ຫາ​ການ​ຄຸ້ມ​ຄອງ​ຄວາມ​ປອດ​ໄພ​ນິວ​ເຄ​ລຍ​ຂອງ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ​ຈະ​ຢູ່​ໃນ​ອີກ​ເສັ້ນ​ທາງ​ນຶ່ງ ​ໃນ​ການ​ເຈ​ລາ ​ຂອງ​ກຸ່ມ 5 ປະ​ເທດບວກ​ນຶ່ງ. ທ່ານ​ນາງ​ກ່າວ​ວ່າ “ມີ​ການ​ຕົກ​ລົງ​ກັນ​ຢູ່​ໂຕະ​ເຈ​ລະ​ຈາ ທີ່ອາດ​ຈະ​ພາ​ໃຫ້​ເກີດ​ຜົນ ຕໍ່​ການ​ປະ​ຕິ​ບັດ ເພື່ອ​ການ​ປະ​ຕິ​ບັດ ໃຫ້​ກັບ​ຄືນ​ໄປ​ສູ່​ຂໍ້​ຕົກ​ລົງ JCPOA ໂດຍ​ບໍ່​ຕ້ອງ​ຮັບ​ມື ​ກັບ​ບັນ​ຫາທີ່​ບໍ່​ກ່ຽວ​ຂ້ອງ​ອື່ນໆ. ຂໍ້​ຕົກ​ລົງ​ນັ້ນ ແມ່ນ​ມີ​ຢູ່ ​ສຳ​ລັບ​ອີ​ຣ່ານ ພວກ​ເຂົາ​ຄວນ​ຮັບ​ເອົາ​ມັນ.”

XS
SM
MD
LG