Accessibility links

Breaking News

ບົດບັນນາທິການ: ເກົາຫຼີເໜືອ ຍິງລູກສອນໄຟນຳວິຖີ ຈາກກຳປັນດຳນ້ຳ


ມີ​ການ​ຍິງ​ລູກ​ສອນ​ໄຟ ຈາກ​ກຳ​ປັ່ນ​ດຳ​ນ້ຳ​ລຳ​ນຶ່ງ ໃນ​ສະ​ຖານ​ທີ່​ບໍ່​ເປີດ​ເຜີຍ​ແຫ່ງ​ນຶ່ງ ໃນ​ເກົາ​ຫຼີ​ເໜືອ.
ມີ​ການ​ຍິງ​ລູກ​ສອນ​ໄຟ ຈາກ​ກຳ​ປັ່ນ​ດຳ​ນ້ຳ​ລຳ​ນຶ່ງ ໃນ​ສະ​ຖານ​ທີ່​ບໍ່​ເປີດ​ເຜີຍ​ແຫ່ງ​ນຶ່ງ ໃນ​ເກົາ​ຫຼີ​ເໜືອ.

ໃນການເຄື່ອນໄຫວທີ່ເປັນການຍົ້ວຍຸຢ່າງແຮງ ອຳນາດການປົກຄອງ ຂອງ ສາທາລະນະລັດປະຊາທິປະໄຕປະຊາຊົນເກົາຫຼີ ຫຼື ສປປ ເກົາຫຼີ ໄດ້ຍິງລູກສອນໄຟຍຸດທະສາດນຳວິຖີ ຈາກກຳປັ່ນດຳນ້ຳ.

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

ໃນ​ການ​ເຄື່ອນ​ໄຫວ​ທີ່​ເປັນ​ການຍົ້ວ​ຍຸ​ຢ່າງ​ແຮງ ອຳ​ນາດ​ການ​ປົກ​ຄອງ​ຂອງ ສາ​ທາ​ລະ​ນະ​ລັດ​ປະ​ຊາ​ທິ​ປະ​ໄຕ​ປະ​ຊາ​ຊົນ​ເກົາ​ຫຼີຫຼື ສ​ປ​ປ ເກົາ​ຫຼີ ໄດ້​ຍິງ​ລູກ​ສອນ​ໄຟ​ຍຸດ​ທະ​ສາດ​ນຳ​ວິ​ຖີ ຈາກ​ກຳ​ປັ່ນ​ດຳ​ນ້ຳ ເມື່ອ​ວັນ​ທີ 12 ມີ​ນາ​ຜ່ານ​ມາ.

ການ​ກະ​ທຳ​ເຫຼົ່າ​ນີ້ ມີ​ແຕ່​ຈະ​ເພີ້ມ​ທະ​ວີ​ຄວາມ​ເຄັ່ງ​ຕຶງ​ຢູ່​ໃນ​ຂົງ​ເຂດ ນັ້ນ​ຄື​ຄຳ​ເຕືອນ​ຂອງທ່ານ​ເນດ ໄພ​ຣ​ສ໌ ໂຄ​ສົກກະ​ຊວງ​ການ​ຕ່າງ​ປະ​ເທດ​ທີ່​ກຳ​ລັງ​ຈະ​ພົ້ນ​ຈາກ​ຕຳ​ແໜ່ງກ່າວ​ວ່າ:

“ສ​ປ​ປ ເກົາ​ຫຼີ ບໍ່​ໄດ້​ປະ​ກາ​ດ​ການ​ຍິງ​ທົດ​ລອງ​ລູກ​ສອນ​ໄຟ​ຄ​ຣູ​ສ ແມ່ນ​ຕົວ​ຢ່າງ​ອີກ​ອັນ​ນຶ່ງ​ ໃນ​ການ​ກະ​ທຳ​ທີ່​ເປັນ​ໄພ​ຂົ່ມ​ຂູ່ຂອງ​ ສ​ປ​ປ ເກົາ​ຫຼີ​ຕໍ່​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ຂົງ​ເຂດ. ນອກນັ້ນ ​ມັນ​ຍັງ​ເປັນ​ການ​ຂົ່ມ​ຂູ່​ແບບ​ທີ່​ຮັບ​ເອົາບໍ່​ໄດ້ ທີ່​ເຮັດ​ໃຫ້​ການ​ບິນ​ພົນ​ລະ​ເຮືອນ​ຕົກ​ຢູ່​ໃນ​ຄວາມ​ສ່ຽງ ແລະ​ການ​ເດີນ​ເຮືອ​ໃນ​ທະ​ເລ ກໍຕົກ​ຢູ່​ໃນ​ຄວາມ​ສ່ຽງ​ເຊັ່ນ​ດຽວ​ກັນ.”

ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ທ່ານ​ເນດ ໄພ​ຣ​ສ໌ ໃຫ້​ການ​ຢືນ​ຢັນ​ ຕໍ່​ການ​ມີ​ຈຸດ​ປະ​ສົງ​ຮ່ວມຂອງ​ສະ​ຫະ​ລັດ ແລະ​ບັນ​ດາ​ປະ​ເທດ​ພັນ​ທະ​ມິດ ທີ່​ຍັງຕ້ອງ​ການ​ຢາກ​ໃຫ້​ແຫຼມ​ເກົາ​ຫຼີ ​ເປັນ​ເຂດ​ປອດ​ນິວ​ເຄ​ລຍ​ຢ່າງ​ສິ້ນ​ເຊີງ.

ສະ​ຫະ​ລັດ ພ້ອມ​ກັບ​ສາ​ທາ​ລະ​ນະ​ລັດ​ເກົາ​ຫຼີ ແລະ​ຍີ່​ປຸ່ນ ມີ​ວິ​ໄສ​ທັດ​ຮ່ວມ​ກັນ​ທີ່​ຢາກ​ໃຫ້​ເຂດ​ອິນ​ໂດ-ປາ​ຊີ​ຟິກ ເປັນ​ເຂດ​ທີ່​ເສ​ລີ ແລະ​ເປີດກວ້າງ ນັ້ນ​ຄື​ຄຳ​ເວົ້າ​ຂອງ​ໂຄ​ສົກ​ທີ່​ກຳ​ລັງ​ຈະ​ພົ້ນ​ຈາກ​ຕຳ​ແໜ່ງ ທ່ານ​ເນດ​ ໄພ​ຣ​ສ໌.

“ສ​ປ​ປ ເກົາ​ຫຼີ ​ຍັງ​ສືບ​ຕໍ່​ເປັນ​ບັນ​ຫາ​ທ້າ​ທາຍ ຢູ່​ສະ​ເໝີ​ມາ ຕໍ່​ລະ​ບຽບ​ຫຼັກ​ການ​ແລະ​ວິ​ໄສ​ທັດ ທີ່​ຢາກ​ໃຫ້​ອິນ​ໂດ-​ປາ​ຊີ​ຟິກ ເປັນ​ເຂດ​ທີ່​ເສ​ລີ​ ແລະ​ເປີດກວ້າງ. ດັ່ງ​ທີ່​ພວກ​ເຮົາມອງ​ເຫັນ​ການ​ທ້າ​ທາຍ​ເກາະ​ຜິດ​ເຫຼົ່າ​ນີ້ ພວກ​ເຮົາ​ຈະ​ເຮັດ​ວຽກ​ຮ່ວມ​ກັບ​ພາ​ຄີ​ຂອງ​ພວກ​ເຮົາ​ຢູ່​ໃນ​ເຂດ​ອິນ​ໂດ​-ປາ​ຊີ​ຟິກ ທີ່​ຢູ່​ອີກ​ຟາກ​ນຶ່ງ​ ຂອງ​ມະ​ຫາ​ສະ​ໝຸດ​ແອັນ​ແລນ​ຕິກ ເພື່ອ​ໃຫ້​ເກົາ​ຫຼີ​ເໜືອ​ມີ​ຄວາມ​ຮັບ​ຜິດ​ຊອບ.”

ສະ​ຫະ​ລັດ ເມື່ອ​ໄວໆ​ມານີ້ ໄດ້​ເອົາ​ບາດ​ກ້າວ​ເພື່ອຄວບ​ຄຸມ​ຢ່າງ​ເຂັ້ມ​ງວດ​ ໃນ​ການ​ຫຼົບ​ຫຼີກ​ການ​ລົງ​ໂທດ ແລະ​ສືບ​ຕໍ່​ດຳ​ເນີນນານ​ແນ​ເປົ້າ​ໝາຍ​ໃສ່​ການ​ສະ​ໜັບ​ສະ​ໜຸນ​ໂຄງ​ການ​ອາ​ວຸດ​ທີ່​ມີ​ອະ​ນຸ​ພາບ​ຮ້າຍ​ແຮງ​ແລະ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ຂອງ ສ​ປ​ປ ເກົາ​ຫຼີ.

ສ​ປ​ປ ເກົາ​ຫຼີ ຍັງ​ໄດ້​ຖືກ​ລົງ​ໂທດ​ໂດຍ​ມະ​ຕິ​ຕ່າງໆ​ຂອງ​ສະ​ຫະ​ປະ​ຊາ​ຊາດ​ໃນ​ການ​ທ້າ​ທາຍ​ຍົ້ວ​ຍຸ​ທີ່​ປະ​ເທດ​ດັ່ງ​ກ່າວ​ໄດ້​ກະ​ທຳ​ໃນ​ໄລ​ຍະ​ບໍ່​ເທົ່າ​ໃດ​ປີ​ຜ່ານ​ມານີ້. ມະ​ຕິ​ແຕ່​ລະ​ສະ​ບັບ​ເຫຼົ່າ​ນີ້ ແມ່ນ​ໄດ້​ມີ​ການ​ລົງ​ຄະ​ແນນ​ສຽງແລະ​ໃຫ້​ການ​ອະ​ນຸ​ມັດ​ໂດຍສະ​ມາ​ຊິກ​ຖາ​ວອນ 5 ປະ​ເທດ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ. ໂຄ​ສົກ​ທີ່​ກຳ​ລັງ​ຈະ​ພົ້ນ​ຈາກ​ຕຳ​ແໜ່ງ ທ່ານ​ເນດ ໄພ​ຣ​ສ໌ ຊຸກ​ຍູ້​ໃຫ້​ສະ​ມາ​ຊິກ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ ອີກ​ເທື່ອ​ນຶ່ງ ເອົາ​ມາດ​ຕະ​ກາ​ຮ່ວມ​ກັນ ​ຕໍ່​ ສ​ປ​ປ ເກົາ​ຫຼີ​ ຊຶ່ງ​ທ່ານ​ກ່າວ​ວ່າ:

“ມັນ​ແມ່ນ​ໜ້າ​ທີ່​ຂອງ​ທັງ​ຫ້າ​ສະ​ມາ​ຊິກ​ເຫຼົ່າ​ນັ້ນ ຮວມ​ທັງ​ຣັດ​ເຊຍ ແລະ ສ​ປ​ ຈີນ ເພື່ອ​ຈະ​ປະ​ຕິ​ບັດ​ຕາມ​ຄວາມ​ໝັ້ນ​ໝາຍ​ທີ່​ໄດ້​ຖືກ​ລົງ​ນາມ​ເປັນ​ກົດ​ໝາຍ​ລະ​ຫວ່າງ​ປະ​ເທດ ແລະ​ຮັບ​ຮູ້​ວ່າ ສ​ປ​ປ ເກົາ​ຫຼີ ທີ່​ບໍ່​ໄດ້​ຮັບ​ຜິດ​ຊອບ ທີ່​ສາ​ມາດ​ກະ​ທຳ​ໃນ​ການ​ທ້າ​ທາຍຍົ້ວ​ຍຸ​ເຫຼົ່າ​ນີ້ໂດຍ​ປາ​ສະ​ຈາກ​ການ​ບໍ່​ເອົາ​ຄວາມ​ຮັບ​ຜິດ​ຊອບ​ຮ່ວມ​ກັນ​ຈາກ​ປະ​ຊາ​ຄົມ​ນາໆ​ຊາດ ມັນ​ບໍ່​ໄດ້​ນອນ​ຢູ່​ໃນ​ຜົນ​ປະ​ໂຫຍດ​ຂອງ​ຣັດ​ເຊຍ ມັນ​ບໍ່​ໄດ້​ຢູ່​ໃນ​ຜົນ​ປະ​ໂຫຍດ​ຂອງ​ຈີນ ມັນ​ບໍ່​ໄດ້​ຢູ່​ໃນ​ຜົນ​ປະ​ໂຫຍດ​ຂອງ​ປະ​ເທດ​ໃດ​ປະ​ເທດ​ນຶ່ງ​ໃນ​ໂລກ.”

ສະ​ຫະ​ລັດ​ຈະ​ສືບ​ຕໍ່​ຖື​ວ່າ ສ​ປ​ປ ເກົາ​ຫຼີ​ເປັນ​ຜູ້​ຮັບ​ຜິດ​ຊອບ ໃນ​ຂະ​ນະ​ທີ່​ສົ່ງ​ໃຫ້​ພັນ​ທະ​ມິດ​ໃນ​ສົນ​ທິ​ສັນ​ຍາ​ຂອງ​ຕົນ​ພິ​ຈາ​ລະ​ນາ​ອີກ​ຄັ້ງໃນ​ດ້ານ​ຄວາມ​ໝັ້ນ​ຄົງ​ແລະ​ການ​ປ້ອງ​ກັນ​ປະ​ເທດ.

XS
SM
MD
LG